ສໍ້ຣາສບັງຫຼວງ ຄືໂຣຄຊ້ຳເຮື້ອ ຢູ່ ສປປລາວ
2017.04.27
ການສໍ້ຣາສບັງຫຼວງ ຫລືວ່າ ການທຸຈຣິດ ຢູ່ ສປປລາວ ເປັນບັນຫາຊ້ຳເຮື້ອ ທີ່ແກ່ຍາວ ມາໄດ້ 40 ປາຍປີ ພາຍຫລັງ ທີ່ຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ກໍາອໍານາດ ແລະ ຜູກຂາດ ອໍານາດ ແບບຜະເດັດການ ມາຕັ້ງແຕ່ປີ 1975.
ບັນຫາທີ່ວ່ານີ້ ບໍ່ພຽງແຕ່ ບໍ່ສາມາດແກ້ໄຂ ໃຫ້ຕົກໄປໄດ້ ເທົ່ານັ້ນ ແຕ່ຫາກຍັງເຮັດໃຫ້ ບັນຫາ ຂຍາຍວົງກວ້າງ ອອກໄປຕື່ມອີກ ຂນະທີ່ ຜູ້ປະຈໍາການ ຄນະເລຂາທິການ ສູນກາງພັກ ເວົ້າວ່າ ຕ້ອງແກ້ໄຂບັນຫາ ນີ້ໃຫ້ໄດ້ ຢ່າງຮີບດ່ວນ ແລະວ່າ ຫົວໜ້າໜ່ວຍງານ ຂອງພັກ ແລະຣັຖ ທຸກຂັ້ນ ຈະຕ້ອງຮັບຜິດຊອບ ແກ້ໄຂ ໃນໜ່ວຍງານ ຂອງຕົນ. ຫາກແກ້ບໍ່ໄດ້ ກໍຈະຖືກ ພິຈາຣະນາ ປົດອອກຈາກຕໍາແໜ່ງ.
ການສໍ້ຣາດບັງຫລວງ ທີ່ເກີດຂຶ້ນຢ່າງກວ້າງຂວາງ ໃນທຸກອົງການ ຈັດຕັ້ງຂອງພັກແລະຣັຖ ທຸກຂັ້ນ ຢູ່ໃນສັງຄົມ ສປປລາວ ຈົນເປັນບັນຫາ ທີ່ສົ່ງຜົລກະທົບ ຕໍ່ສະເຖັຽຣະພາບ ທາງການເມືຶອງ ແລະຄວາມໝັ້ນຄົງ ຂອງປະເທສ, ຖ້າບໍ່ແກ້ ບັນຫານີ້ ມັນກະທົບເຖິງ ບົດບາດ ການນໍາພາ ຂອງພັກ, ເຖິງຄວາມໝັ້ນຄົງ ຂອງຣະບອບໃໝ່, ຕາມຄໍາເວົ້າຂອງ ທ່ານ ພັນຄໍາ ວິພາວັນ, ກັມການກົມການເມືອງ ສູນກາງພັກ, ຜູ້ປະຈໍາການ ຄນະເລຂາທິການ ສູນກາງພັກ ແລະທັງເປັນຮອງ ປະທານ ປະເທສ ສປປລາວ.
ການສໍ້ຣາສບັງຫລວງ ແລະບັນຫາ ທີ່ທາງການ ສປປລາວ ເອີ້ນວ່າປາກົດການ ຫຍໍ້ທໍ້, ຕາມຄໍາເວົ້າຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກ ຣັຖມົນຕຣີ, ຢູ່ໃນກອງປະຊຸມ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ກໍາລັງດໍາເນີນຢູ່ ໃນຂນະນີ້ ແລ້ວແມ່ນວ່າ: ສຽງ...
ແລະສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງບໍ່ແກ້ວ ກໍເວົ້າຢູ່ໃນກອງປະຊຸມ ກ່ຽວກັບບັນຫາດຽວກັນນັ້ນວ່າ: ສຽງ...
ເວົ້າເຖິງການສໍ້ຣາດບັງຫລວງ ຢູ່ສປປລາວ ດຣ. ບຸນທອນ ຈັນທະລາວົງ-ວິເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະຕັຍໃນລາວ ທີ່ມີ ສູນກາງ ຢູ່ປະເທສ ເຢັຍຣະມັນ ໃຫ້ສໍາພາດ ວິທຍຸເອເຊັຍເສຣີ ໃນມື້ວັນທີ 24 ເມສາ 2017 ນີ້ວ່າ: ສຽງ....
ທ່ານ ໂຊນີ ແສງສຸວັນ ນັກທຸຣະກິດລາວ ທີ່ສະຫະຣັຖ ອະເມຣິກາ ທີ່ຕິດຕາມ ສະພາບການ ຢູ່ ສປປລາວ ຢ່າງໃກ້ຊິດ ມາໂດຍຕລອດ ກໍໃຫ້ສໍາພາດ ວິທຍຸເອເຊັຽເສຣີ ວ່າ ເຣຶ່ອງການສໍ້ຣາສບັງຫລວງ ຢູ່ສປປລາວ ໃນມື້ດຽວກັນ ນັ້ນວ່າ: ສຽງ...
ດັ່ງນັ້ນ ຈຶ່ງເຫັນວ່າ ຜູ້ນໍາພັກ-ຣັຖ ໄດ້ເພີ້ມມາຕການເຂັ້ມງວດ ໃນການສະກັດກັ້ນ ແລະປາບປາມ ການສໍ້ຣາສ ບັງຫລວງ ດ້ວຍການ ກໍານົດ ກົດຣະບຽບ ແລະກົດໝາຍ ຕ້ານ ການສໍ້ຣາສບັງຫລວງ ແຕ່ຫລາຍຄົນ ກໍຍັງເຫັນວ່າ ບໍ່ໄດ້ຮັບຜົລ ພໍເທົ່າໃດ ຍ້ອນກົດໝາຍ ບໍ່ສັກສິດ. ກ່ຽວກັບເຣຶ່ອງນີ້ ດຣ. ບຸນທອນ ເວົ້າວ່າ: ສຽງ...
ທ່ານ ໄຊຄໍາ ອຸ່ນມີໄຊ ຮອງປະທານຄນະກວດກາ ສູນກາງພັກ, ຮອງຫົວໜ້າອົງການ ຕ້ານການສໍ້ຣາສບັງຫລວງ ເວົ້າວ່າ ແຕ່ປີ 2011 ຫາປີ 2015 ອົງການ ກວດກາຣັຖບາລ ໄດ້ກວດພົບ ການທຸຈຣິດ ສໍ້ຣາສບັງຫຼວງ ຂອງ ເຈົ້າໜ້າທີ່ຣັຖບາລ ຢ່າງຫລວງຫລາຍ ເຮັດໃຫ້ ຣັຖເສັຍ ງົບປະມານ ຫລາຍກວ່າ 4,000 ຕື້ກີບ ຫລື 500 ປາຍລ້ານ ໂດລາ ສະຫະຣັຖ, ໄດ້ລົງວິໃນ 165 ຄົນ ແລະ ຈໍາຄຸກອີກ 38 ຄົນ.
ຍານາງ ວຽງທອງ ສີພັນດອນ ປະທານອົງການກວດສອບ ແຫ່ງຣັຖ ກໍເວົ້າວ່າສົກປີ 2014-15 ໄດ້ກວດພົບວ່າ ຣາຍຮັບຂອງຫົວໜ່ວຍ ງົບປະມານ ຂັ້ນສູນກາງ ແລະ ທ້ອງຖິ່ນ ບໍ່ຖືກມອບເຂົ້າ ງົບປະມານ ແຫ່ງຣັຖ ເປັນມູນຄ່າ 814 ຕື້ 440 ລ້ານກີບ.
ພ້ອມກັນນັ້ນກໍຮູ້ວ່າ ມີການຊໍາລະໜີ້ ການລົງທຶນຂອງຣັຖ ນອກແຜນງົບປະມານ ດ້ວຍຮູບແບບ ການອ່ວຍໜີ້ 827 ຕື້ກີບ ແລະມີການຈ່າຍ ລ່ວງໜ້າ ຢູ່ຄັງເງິນ ແຫ່ງຣັຖອີກ 788 ຕື້ 800 ລ້ານກີບ.
ແຕ່ສັງເກດເຫັນວ່າ ທາງການ ສປປລາວ ສາມາດກວດສອບໄດ້ແຕ່ ເຈົ້າໜ້າທີ່ ພັກ-ຣັຖ ຊັ້ນຜູ້ນ້ອຍ ເຊັ່ນຢູ່ແຂວງສາລະວັນ ເຈົ້າໜ້າທີ່ ຖືກລົງໂທດ ຖານສໍ້ຣາດບັງຫລວງ 50 ຄົນ ສ່ວນວ່າຊັ້ນຜູ້ໃຫຍ່ ໃນກົມການເມືອງ ແລະສູນກາງພັກ ທັງທີ່ຜູ້ອອກບໍານານ ທີ່ຍັງມີສິດ ມີອໍານາດ ຊຶ່ງຫລາຍຄົນ ສົງສັຍວ່າ ທຸຈຣິດ, ສໍ້ຣາສບັງຫລວງນັ້ນ ຍັງລອຍນວນ ຢູ່ໄດ້ສະບາຍ ດັ່ງທີ່ທ່ານ ໂຊນີ ກ່າວວ່າ: ສຽງ ...
ປັດຈຸບັນ ມີການເລັ່ງລັດປາບປາມການສໍ້ຣາສບັງຫລວງ ທີ່ກໍາລັງຂຍາຍຕົວ ຢ່າງກວ້າງຂວາງ ແຕ່ໃນພາກຕົວຈິງ ຄົງຈະປະຕິບັດ ບໍ່ໄດ້ ພໍເທົ່າໃດ. ກົດໝາຍ ໃນຂົງເຂດ ວັທນະທັມ-ສັງຄົມ, ເສຖກິດ ແລະ ຂົງເຂດ ການປົກຄອງ ແລະ ຄຸ້ມຄອງຣັຖ ທີ່ມີນໍາກັນ ທັງໝົດ 120 ສະບັບ ຊຶ່ງທີ່ຜ່ານມາ ແລະໃນ ປັດຈຸບັນ ປະຕິບັດ ບໍ່ໄດ້ ພໍເທົ່າໃດ ແມ່ນແຕ່ ທ່ານ ຈູມມາລີ ໄຊຍະສອນ ອາດີດຜູ້ນໍາ ສູງສຸດ ພັກ-ຣັຖ ສປປລາວ ທີ່ຍັງເຄື່ອນໄຫວ ຢູ່ໃນ ປະຈຸບັນນີ້ ກໍຍັງຮັບຮູ້ ຢູ່ໃນ ກອງປະຊຸມ ໃຫຍ່ຄັ້ງ ທີ 9 ຂອງພັກວ່າ ທີ່ຜ່ານມານັ້ນ.