ການລົງທຶນຂອງຈີນ ຢູ່ລາວ ກະທົບ ຊາວບ້ານ
2021.08.17

ປັດຈຸບັນ ມີໂຄງການລົງທຶນຂອງຈີນທັງໝົດປະມານ 800 ໂຄງການ ຢູ່ປະເທດລາວ ມີມູນຄ່າປະມານ 16 ຕື້ໂດລາ, ແຕ່ຄຽງຄູ່ກັບ ການລົງທຶນນັ້ນ ໂຄງການຈີນ ກໍສົ່ງຜົລກະທົບຕໍ່ປະຊາຊົນລາວ ແລະ ສິ່ງແວດລ້ອມຫຼາຍຂຶ້ນ ໂດຍສະເພາະ ໂຄງການເຂື່ອນໄຟຟ້າ, ການຂຸດຄົ້ນບໍ່ແຮ່ ແລະ ການເຊົ່າ-ສຳປະທານທີ່ດິນປູກຝັງຂນາດໃຫຍ່, ຊາວບ້ານທ່ານນຶ່ງ ຢູ່ນະຄອນຫຼວງ ຫຼວງພຣະບາງ ແຂວງ ຫຼວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 17 ສິງຫາ ວ່າ:
“ຈີນ ເຂົ້າມາໝົດແລ້ວ ຂະເຈົ້າກະມາ ສັມປະທານເອົາດິນ ບໍ່ວ່າຈະເຮັດເຂື່ອນໄຟຟ້າບໍ່ ຫຼືວ່າ ເຮັດປູກຝັງ ໂຕນີ້ຈະສົ່ງຜົລກະທົບ ຕໍ່ ຊາວບ້ານເນາະ ຫຼືວ່າ ປະຊາຊົນເນາະ ແບບສ່ວນຫຼາຍໄທບ້ານໄທເມືອງ ຂະເຈົ້າກໍຈະບໍ່ມີທີ່ທໍາມາຫາກິນ ມີບາງເທື່ອຂະເຈົ້າ ກໍຍ້າຍ ບ້ານ ຍ້າຍເຮືອນ ບໍ່ມີບ່ອນຢູ່ອາສັຍ ບໍ່ມີບ່ອນຫາປູຫາປາ.”
ຊາວບ້ານຜູ້ນີ້ ກ່າວອີກວ່າ ໃນໄລຍະຜ່ານມາ ການລົງທຶນ ຂອງຈີນ ສະແດງໃຫ້ເຫັນແບບຈະແຈ້ງແລ້ວ ວ່າ ໂຄງການພັທນາ ບໍ່ໄດ້ ສອດຄ່ອງກັບແນວທາງ ຂອງຣັຖບານ ເພາະພື້ນທີ່ບ່ອນໃດ ທີ່ນັກລົງທຶນຈີນເຂົ້າມາພັທນາ ບໍ່ວ່າຈະເປັນໂຄງການຂນາດນ້ອຍ ຫຼື ຂນາດໃຫຍ່ ລ້ວນແຕ່ສ້າງຜົລກະທົບຕໍ່ຊາວບ້ານທັງໝົດ ແລະ ມີຊາວບ້ານສ່ວນໜ້ອຍເທົ່ານັ້ນ ທີ່ຈະສາມາດຫຼຸດພົ້ນ ອອກຈາກຜົລ ກະທົບນັ້ນໄດ້.
ການເຂົ້າມາພັທນາ ຂອງນັກລົງທຶນຈີນ ມີທັງຜົລດີແລະຜົລເສັຽ ເພາະຫຼາຍໂຄງການກໍເຫັນວ່າ ໄດ້ສ້າງວຽກເຮັດງານທຳ ໃຫ້ຄົນລາວ ແຕ່ກໍມີຫຼາຍໂຄງການເຊັ່ນດຽວກັນ ທີ່ປະຊາຊົນບໍ່ເຫັນດີໃຫ້ນັກລົງທຶນຈີນພັທນາ ເປັນຕົ້ນ ການສ້າງເຂື່ອນໄຟຟ້າ ແລະ ການຂຸດຄົ້ນ ບໍ່ແຮ່ ຍ້ອນເຫັນວ່າ ມີຜົລກະທົບ ແລະ ຄົນລາວ ບໍ່ໄດ້ຜົລປໂຍດເທົ່າທີ່ຄວນ, ຊາວລາວທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 17 ສິງຫາ ວ່າ:
“ມັນກະມີອັນດີຫຼາຍ ເຮັດໃຫ້ມີການພັທນາ ເຮັດໃຫ້ມີຄວາມຈະເລີນ ກ້າວໜ້າ ເປີດຫູເປີດຕາໃໝ່ ແລ້ວອັນບໍ່ດີນີ້ກະມີສ້າງເຂື່ອນນີ້ ມັນມີອັນເສັຽຫຼາຍ ຫຼາຍແນວ ເຮັດໃຫ້ດິນແຄບເຂົ້າ ເຮັດໃຫ້ປ່າສູນເສັຽ ຄັນມາເບິ່ງແລ້ວນີ້ ມັນກະບໍ່ແມ່ນລັກສະນະ ສ້າງເສຖກິຈ ທີ່ໃຫ້ຄວາມເປັນເອກຣາດ ນີ້ນ່າ.”
ມີນັກລົງທຶນຈີນ ເຂົ້າມາລົງທຶນ ແລະ ຄ້າຂາຍເປັນຈຳນວນຫຼາຍ ແຕ່ຜູ້ທີ່ໄດ້ຜົລປໂຍດ ຈະເປັນຜູ້ທີ່ຮູ້ພາສາຈີນ ຫຼາຍກວ່າປະຊາຊົນ ທົ່ວໄປ, ຊາວບ້ານຢູ່ເມືອງໄຊ ແຂວງອຸດົມໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 17 ສິງຫາ ວ່າ:
“ໂອ້ຍ ທາງນີ້ ກະມີຄົນເຂົ້າມາຫຼາຍດຽວນີ້ນ່າ ທາງຄົນຈີນ ແຕ່ກະບໍ່ມີບັນຫາຫຍັງໄດ໋ ຜູ້ໃດຮູ້ຄົນຈີນນີ້ກໍຖືວ່າ ພໍຫາຍໃຈໄດ້ ຫາຍໃຈ ໂລ່ງ ຄັນຮູ້ພາສາ ຈີນແຮງສະບາຍ.”
ຫຼາຍປີຜ່ານມາ ນັກລົງທຶນຈີນ ເຂົ້າມາລົງທຶນໃນໂຄງການປູກພືດເສຖກິຈ, ສ້າງເຂື່ອນໄຟຟ້າ ແລະ ເຂດເສຖກິຈພິເສດທັງໝົດ ລ້ວນ ແຕ່ເປັນໂຄງການຂນາດໃຫຍ່ ທີ່ຈະສົ່ງຜົລກະທົບ ຕໍ່ສົ່ງແວດລ້ອມ ແລະ ສັງຄົມ, ແຕ່ບາງໂຄງການ ປ່າໄມ້ ຈະຖືກທຳລາຍ ແລະ ຊາວບ້ານ ທີ່ຖືກຍົກຍ້າຍ ຈະບໍ່ມີທີ່ດິນທຳການກະເສດ, ເຈົ້າໜ້າທີ່ທ້ອງຖິ່ນ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ:
“ຄັນວ່າ ຈີນ ເຂົ້າມາລົງທຶນນີ້ ຊິແມ່ນປ່າ ໄມ້ຢ້ານກ້ຽງໝົດຫັ້ນແຫຼະ ຄືເຮົາເຄີຍເຫັນຜ່ານມາຫັ້ນແຫຼະ ຢູ່ຄື ເຂດພາກເໜືອ ຂອງລາວ ເຮົາເນາະ ເຂົ້າມາປູກກ້ວຍຈັ່ງຊີ້ ແຖວແຂວງອຸດົມໄຊ ມັນກະໝົດ ແຂວງວຽງຈັນ ຖ້າເຣື່ອງຜົລກະທົບ ມັນກະແນ່ນອນແລ້ວ ລາຍຮັບ ມັນກະຊິມີ ເອົາສະເພາະແຕ່ຜູ້ດຸສາ ເອົາຜູ້ມັນຈ້າງຫັ້ນແຫຼະ ແຕ່ເນື້ອທີ່ຊາວບ້ານເອງ ຫາກຊິບໍ່ມີ.”
ມີນັກລົງທຶນຈີນຈຳນວນຫຼາຍ ທີ່ບໍ່ໄດ້ປະສົບຜົລສຳເຣັດ ແລະ ຍັງສ້າງຜົລກະທົບຕໍ່ສັງຄົມ ໂດຍສະເພາະ ເຣື່ອງການຜລິດ ສະບຽງ ອາຫານ ທີ່ຍັງນຳໃຊ້ສານເຄມີ ແລະ ໂຮງຈັກໂຮງງານ ທີ່ຜລິດສິນຄ້າ ທີ່ບໍ່ທັນໄດ້ມາຕຖານ ຊຶ່ງຣັຖບານລາວ ກໍພະຍາຍາມ ທີ່ຈະໃຫ້ ປັບປຸງຄືນໃໝ່ທັງໝົດ ເພື່ອບໍ່ໃຫ້ເກີດຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ແລະ ເພື່ອເຮັດໃຫ້ໂຄງການ ທີ່ເປັນການລົງທຶນຂອງຄົນ ຈີນ ມີປະສິດທິພາບ ແລະ ມາຕຖານສາກົລ, ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະ ການຄ້າ ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ ກ່າວຕໍ່ເອເຊັຽເສຣີ ວ່າ:
“ປັດຈຸບັນ ຣັຖບານໄທເຮົາ ກະພະຍາຍາມຄວບຄຸມ ທົ່ວປະເທດຫັ້ນແຫຼະ ການຜລິດຂອງຂະເຈົ້າ ກໍຫັນເຂົ້າສູ່ ເທັກນິກທີ່ທັນສມັຍ ສົມຄວນ ຫຼາຍໆອັນ, ກະຄວບຄຸມທີ່ສຸດ ທັງເຮັດທັງຖອດຖອນໄປນຳ ຄືວ່າແຫຼະໄທເຮົາກະດາຍໂຕໃດ ທີ່ມັນມີຄວາມຈຳເປັນ ເຮົາ ກະຕ້ອງໄດ້ຄົ້ນຄວ້າວິໃຈກ່ອນ ດຽວນີ້ຈະເຮັດຫຍັງກະຢ່າ ຕ້ອງໄດ້ຜ່ານທາງກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ.”
ມີນັກລົງທຶນຈີນ ເຂົ້າມາລົງທຶນໃນປະເທດລາວຫຼາຍ ຍ້ອນວ່າ ລາວແລະຈີນ ໄດ້ເຊັນເອກສານທາງການ ວ່າດ້ວຍການເປັນຄູ່ຮ່ວມ ຊາຕາກັມນຳກັນ, ເຈົ້າໜ້າທີ່ກະຊວງແຜນການ ແລະ ການລົງທຶນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ເພິ່ນເອີ້ນວ່າ ປະເທດຍຸທສາຕຮ່ວມຊາຕາກັມ ໝາຍຄວາມວ່າ ພ້ອມທີ່ຈະສ້າງໃຫ້ລາວໄປນຳກັນ ຄຽງຄູ່ກັນໄປ ທັງກໍຣະນີ ປະເທດ ລາວ ຫຼືປະເທດຈີນເນາະ ທີ່ວ່າ ການເມືອງຈະມີສ່ວນກ່ຽວຂ້ອງ, ການພັທນາຫຼາຍ ໂຕຢ່າງຄື ບຶງທາດຫຼວງ ຊິເນາະ ກະຖືວ່າ ເປັນ ເຣື່ອງທີ່ຢູ່ອາສັຍ ອັນທີ 2 ໂຄງການທາງດ່ວນ ຣະບົບເສຖກິຈ ຂຍາຍໂຕຄຶກຄື້ນ ການທ່ອງທ່ຽວ ມັນກະເປັນມັນມີຜົລໄດ້ຫຼາຍຊີ້ແຫຼະ ໄປ.”
ຫຼ້າສຸດ ໃນວັນທີ 13 ສິງຫາ 2021 ທີ່ຜ່ານມາ, ທ່ານ ສອນໄຊ ສີພັນດອນ ຣັຖມົນຕຣີ ກະຊວງແຜນການ ແລະ ການລົງທຶນ ໄດ້ ຣາຍງານຕໍ່ກອງປະຊຸມ ເພື່ອແລກປ່ຽນ ສະພາບການດຳເນີນທຸຣະກິຈ ແລະການລົງທຶນ ຂອງນັກລົງທຶນຈີນ ຢູ່ໃນລາວວ່າ ປະເທດ ຈີນ ແມ່ນເຂົ້າມາລົງທຶນ ຢູ່ໃນປະເທດລາວ ເປັນອັນດັບ 1, ມາຮອດປັດຈຸບັນ ມີໂຄງການ ທີ່ໄດ້ລົງທຶນໄປແລ້ວ 813 ໂຄງການ ທີ່ ມີມູນຄ່າ 16 ຕື້ໂດລາ ຮວມມີທັງໂຄງການ ຂນາດນ້ອຍ, ຂນາດກາງ ແລະ ຂນາດໃຫຍ່.
ໂຄງການຂອງຈີນ ປະກອບມີໂຄງການເຂື່ອນໄຟຟ້າ, ກໍ່ສ້າງເສັ້ນທາງ, ເຂດເສຖກິຈພິເສດ, ການຂຸດຄົ້ນບໍ່ແຮ່, ທາງຣົດໄຟລາວ-ຈີນ, ທາງດ່ວນລາວ-ຈີນ ແລະ ທຸຣະກິຈໂຮງຈັກໂຮງງານ ທີ່ກະຈາຍຢູ່ທົ່ວປະເທດ.