ຈີນໄດ້ບໍ່ຫີນຢູ່ອັດຕະປື

ໄມຊູລີ
2015.06.17
F-Alabaster ປະເພດ ຫີນ ທີ່ ກໍາລັງມີການ ຂຸດຄົ້ນ ສໍາຣວດ ຢູ່ແຂວງ ອັດຕະປື
RFA/NY

ປະຊາຊົນ ເຂດ ເມືອງ ພູວົງ ທ່ານນື່ງ ເປິດເຜີຍ ຕໍ່ ເອເຊັຽ ເສຣີ ວ່າດ ປັຈຈຸບັນ ທາງການ ລາວ ໄດ້ ໃຫ້ ສັມປະທານ ແກ່ ບໍຣິສັດ ຈີນ ຊື່ ບໍຣິສັດ (ປາວລີ) ເພື່ອ ຂຸດຄົ້ນ ຫີນ ມີຄ່າ ຊນິດນຶ່ງດ ທີ່ ພາສາ ອັງກິດ ເອີ້ນກັນ ວ່າ (Alabaster) ຢູ່ເມືອງ ພູວົງ ແຂວງ ອັດຕະປື ຄ່າ ສັມປະທານ 60 ລ້ານ ໂດລາ ສຫະຣັຖ, ຊຶ່ງ ໃນຄນະ ນີ້ ກໍາລັງ ຢູ່ ໃນ ຂັ້ນຕອນ ຂອງການ ສໍາຣວດ ວ່າ ຫີນ ມີຄ່າ ຊນິດ Alabaster ມີ ປະເພດ ໃດແດ່, ແລະ ການ ສໍາຣວດ ຈະໃຊ້ ເວລາ 2 ປີ.

ຕາມ ຄໍາເວົ້າ ຂອງ ປະຊາຊົນ ທີ່ ຢູ່ໃກ້ ບໍຣິເວນ ພື້ນທີ່ ສໍາຣວດ ເວົ້າວ່າ, ແຕ່ລະ ມື້ ບໍຣິສັດ ຈີນ ໄດ້ ນໍາຣົຖ ຈົກ ໄປຈົກ ເອົາຫີນ ອອກມາ ເພື່ອ ເອົາໄປ ເຈັຽຣະໄນ. ບໍຣິສັດ ໄດ້ຈ້າງ ທະຫານ ໄປ ເຝົ້າ ຍາມ ຢ່າງ ເຄັ່ງຄັດ, ບໍ່ໃຫ້ ຄົນ ເຂົ້າໄປ ໃກ້ ຫຼື ໄປ ຂຸດຫີນ, ຖ້າ ຜູ້ໃດ ຣະເມີດ ຈະຖຶກ ປັບໃໝ ຜູ້ລະ 1 ພັນ ໂດລາ, ແລະ ປະຊາຊົນ ທີ່ ເຄີຍ ມີ ຣາຍໄດ້ ຈາກ ການ ຂຸດຫີນ ດັ່ງກ່າວ ກໍຕ້ອງ ໄດ້ ປ່ຽນ ອາຊີບ ໃໝ່, ບາງຄົນ ກໍໄປ ເປັນ ກັມມະກອນ ໃນສວນ ປູກ ຢາງ ພາຣາ ຂອງ ວຽດນາມ.

ສ່ວນ ດິນນາ ຂອງ ພວກ ຊາວບ້ານ ນັ້ນ ກໍເຮັດຫຍັງ ບໍ່ໄດ້ ແລ້ວ ຍ້ອນ ເຈົ້າຂອງ ສວນ ຢາງ ຂຸດຮ່ອງນໍ້າ ຜ່ານ ດິນນາ ເຂົາເຈົ້າ, ເຮັດໃຫ້ ເກີດ ຄວາມ ເສັຽຫາຍ ແລະ ວ່າ ຜູ້ທີ່ໃຫ້ ສັມປະທານ ຂຸດຄົ້ນ ຫີນ ແກ່ ຈີນ ຄັ້ງນີ້ ແມ່ນ ທ່ານ ສອນໄຊ ສີພັນດອນ.

ຢ່າງໃດ ກໍຕາມ ກ່ຽວກັບ ເຣື້ອງນີ້ ທາງ ວິທຍຸ ເອເຊັຽ ເສຣີ ໄດ້ ຕິດຕໍ່ ສັມພາດ ທ່ານ ແຄນທອງ ສີສຸວົງ ຮອງ ເຈົ້າແຂວງ ແຂວງ ອັຕຕະປື ສອງ ເທື່ອ ແຕ່ ບໍ່ໄດ້ ຄໍາຕອບ. ບອກ ແຕ່ພຽງວ່າ ທ່ານ ຕິດ ປະຊຸມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.