ຈີນທຸ້ມທຶນສ້າງເຂື່ອນໃນລາວ
2015.07.28
ບໍຣິສັດ ພລັງງານຈີນ ຫລື China Power resource ຈະ ລົງທຶນ ສ້າງ ເຂື່ອນ ໄຟຟ້າ ຫຼາຍແຫ່ງ ໃນລາວ, ເປັນ ຈຳນວນ ເງິນ ປະມານ 2 ຕື້ 8 ຮ້ອຍ ລ້ານ ໂດລາ ສະຫະຣັດ, ໃນນັ້ນ ກໍມີ ເຂື່ອນ ນ້ຳອູ ຫຼາຍເຂື່ອນ, ເຂື່ອນ ນ້ຳຄານ ແລະ ເຂື່ອນ ນ້ຳງື່ມ 5 ແລະ ເຂຶ່ອນ ອື່ນໆ ໃນ ແຜນການ.
ນອກຈາກ ການລົງທຶນ ໃນການ ສ້າງ ເຂື່ອນ ແລ້ວ ນັກ ລົງທຶນ ຈີນ ຍັງໄດ້ ລົງທຶນ ໃນການ ຜລີດ ຊີເມນ ທີ່ ແຂວງ ຄຳມ່ວນ ແລະ ໂຄງການ ແຮ່ທາດ ໂປຕັສ ທີ່ ແຂວງ ວຽງຈັນ. ການລົງທຶນ ອັນ ມະຫາສານ ຂອງຈີນ ໃນລາວ ສືບເນື່ອງ ມາຈາກ ຄວາມສຳພັນ ອັນໃກ້ຊິດ ຣະຫວ່າງ ສອງ ປະເທດ, ຕາມຄໍາເວົ້າ ຂອງ ເຈົ້າຫນ້າທີ່ ຈີນ.
ທ່ານ ຢູຊຽງຣົງ ຮອງ ຜູ້ຈັດການ ບໍຣິສັດ ພລັງງານ ຈີນ ເວົ້າວ່າ, ຂໍ້ຕົກລົງ ທາງການ ການຄ້າ ແລະ ຄວາມ ຮ່ວມມື ທາງດ້ານ ເສຖກິດ ຣະຫວ່າງ ລາວ-ຈີນ ມີການ ພັທນາ ຢ່າງ ລຶກຊຶ້ງ ແລະ ສ້າງຄວາມ ໄວ້ເນື່ອ ເຊື່ອໃຈ ຣະຫວ່າງກັນ ຫຼາຍຂື້ນ, ເປັນການ ດຶງດູດ ຄວາມສົນໃຈ ຂອງ ນັກລົງທຶນ ຈີນ ໃນລາວ.
ທ່ານວ່າ ໃນ ປັດຈຸບັນ, ມີຫຼາຍເຂື່ອນ ສ້າງ ສຳເຣັດ ແລະ ກຳລັງ ສ້າງ ໃນລາວ, ໂດຍ ບໍຣິສັດ ຈີນ ລາຍອື່ນ ນອກຈາກ ບໍຣິສັດ ພລັງງານ ຈີນ. ການສ້າງ ເຂື່ອນ ໄຟຟ້າ ໃນ ລາວ ຈະຊ່ອຍ ຍົກຣະດັບ ການພັທນາ ເສຖກິດ ສັງຄົມ ແລະ ລຶບລ້າງ ຄວາມ ທຸກຍາກ ໃນລາວ ໃນ ອະນາຄົດ.