ຈີນ ຖິ້ມສວນກ້ວຍກັບຄືນ ບ້ານເກີດ
2017.03.13
2 ບໍຣິສັດໃຫຍ່ ຢາງວຸ້ຍ ແລະບໍຣິສັດ ປຸ້ຍຢາງ ແລະ ນັກທຸຣະກິດຈີນ ອີກ 5 ຄົນ ໄດ້ປະຖິ້ມສວນກ້ວຍ ຢູ່ເມືອງສິງ ແລະເມືອງລອງ ແຂວງຫຼວງນໍ້າທາ ທີ່ມີເນື້ອທີ່ 100 ປາຍເຮັກຕາ ແລ້ວກັບຄືນ ປະເທດຈີນ ທັງໆທີ່ສັນຍາເຊົ່າ ທີ່ດິນ ຈາກຊາວບ້ານ ຍັງບໍ່ທັນ ໝົດອາຍຸ, ຫລັງຈາກ ມີຄຳສັ່ງ ຂອງທາງການ ໃຫ້ເຊົາປູກກ້ວຍ ແລະ ທັງໄດ້ອອກ ມາດຕະການ ກໍານົດການໃສ່ ສານເຄມີ ຕ່າງໆ ທີ່ມີຜົນກະທົບ ຕໍ່ສິ່ງແວດລ້ອມ.
ຄຳສັ່ງດັ່ງກ່າວ ມີຜົນກະທົບ ຕໍ່ນັກລົງທຶນ ປູກກ້ວຍ ຢ່າງຫຼວງຫຼາຍ ໂດຍສະເພາະ ເຮັດໃຫ້ ຕົ້ນກ້ວຍ ທີ່ປູກນັ້ນ ຂາດສານເຄມີ ບຳລຸງ ເຮັດໃຫ້ ຜົລຜລິດກ້ວຍ ບໍ່ໄດ້ຕາມ ຄາດໝາຍ ແລະຊາວບ້ານ ກໍຕ້ອງເດືອດຮ້ອນ ໄປນໍາດ້ວຍ ຍ້ອນບໍ່ໄດ້ ຄ່າເຊົ່າທີ່ດິນ. ດັ່ງຊາວບ້ານ ຢູ່ເມືອງສິງ ໄດ້ເລົ່າໃຫ້ RFA ຟັງວ່າ:
"ຄັນເຂົາໄດ້ເຮັດແລ້ວຊຸດນຶ່ງ ອານຸຍາດ ໃຫ້ເຮັດແລ້ວ ບໍ່ມີການປູກຕໍ່ ກໍານົດອັນຍັງ ບໍ່ທັນໝົດນີ້ ດຽວນີ້ເຂົາໃຫ້ ອັນທີ່ວ່າ ບໍ່ທັນປູກນີ້ ໝາຍຄວາມວ່າໂຈະ ອັນທີີ່ວ່າປູກແລ້ວ ນີ້ໄດ້ຂາຍ ຂາຍແລ້ວ ສີ່ບໍ່ໃຫ້ສືບຕໍ່ ປູກຕໍ່ ໝົດ".
ສຳລັບເມືອງທີ່ມີການລົງທຶນ ປູກກ້ວຍຫຼາຍກ່ວາໝູ່ ຢູ່ແຂວງຫຼວງນໍ້າທາ ແມ່ນເມືອງສິງ ແລະເມືອງລອງ ຊຶ່ງເປັນເມືອງ ທີ່ຕິດກັບຊາຍ- ແດນຈີນ, ມີເນື້ອທີ່ ປູກກ້ວຍ ປະມານ 10 ພັນ ເຮັກຕາ. ດິນ ປູກກ້ວຍ ສ່ວນຫຼາຍເປັນຂອງ ປະຊາຊົນ ທີ່ເອົານາໃຫ້ ຈີນເຊົ່າ.
ຫລັງຈາກນັກລົງທຶນຈີນ ໄດ້ໜີປະ ສວນກ້ວຍໄປແລ້ວ ຜົນກະທົບ ທີ່ເກີດຂຶ້ນກັບປະຊາຊົນ ຜູ້ທີ່ເອົາດິນ ໃຫ້ຈີນເຊົ່າ ປູກກ້ວຍນັ້ນ ແມ່ນ ມີຫຼາຍ ເປັນຕົ້ນແມ່ນ ບັນຫາ ຄ່າເຊົ່າດິນ ທີ່ມີກຳນົດ 6 ປີ ຊຶ່ງນັກລົງທຶນຈີນ ຈ່າຍໃຫ້ແຕ່ລະປີ ຄື: 12,000 ຢວນ ຫລືປະມານ 15 ລ້ານກີບ ຕໍ່ເຮັກຕາ. ຜົນກະທົບ ສໍາຄັນອີກອັນນຶ່ງ ແມ່ນການທີ່ຈະເອົາ ຕົ້ນກ້ວຍ ອອກຈາກນາ ແລ້ວກັບມາປູກເຂົ້າ ແມ່ນ ຕ້ອງໃຊ້ທຶນ ແລະແຮງງານຫຼາຍ. ເມື່ອສົມທຽບໃສ່ ຄ່າເຊົ່ານັ້ນ ແມ່ນບໍ່ຄຸ້ມຄ່າ. ດັ່ງທີ່ຊາວບ້ານ ອີກຄົນນຶ່ງ ໄດ້ກ່າວວ່າ:
"ອັນໄດ້ຮັບຄວາມເດືອດຮ້ອນ ນີ້ກ່າຫຼາຍແນວ ອັນທີນຶ່ງ ກ່າແມ່ນບໍ່ໄດ້ເງິນ ຄ່າເຊົ່ານີ້ແມ່ນ 2 ປີ 3 ປີ ສຸດທ້າຍນີ້ ຜ່ານມາກ່າໄດ້ 3 ປີ ແຕ່ວ່າ ປັດຈຸບັນ ເຂົາໜີແລ້ວ ກ່າບໍຮູ້ສິ ໄປເອົານໍາໃຜ ອັນເຂົາກັບໄປ ສອງເດືອນແລ້ວ ບັນຫານີ້ກ່າມີ ຫຼາຍບັນຫາ ທີ່ວ່າຍັງຄ້າງຄາຢູ່ ທີ່ວ່າເຮົາຈະໄດ້ ຈັດການ ຢູ່ໃນສວນ ຢູ່ໃນນານີ້".
ທ່ານອະທິບາຍຕື່ມວ່າ ສັນຍາເຊົ່າ ທັງຫມົດແມ່ນ 6 ປີ ແຕ່ປະຈຸບັນຈີນ ປູກກ້ວຍມາໄດ້ 3 ປີ ແລ້ວເຂົາໜີໄປ ກ່ອນຫມົດສັນຍາ 3 ປີ ທີ່ຍັງເຫຼືອ ແມ່ນບໍ່ໄດ້ ຄ່າເຊົ່າ ບາງຄົນ ກໍໄດ້ແຕ່ 2 ປີ ຈີນ ກໍໜີແລ້ວ.
ບັນຫາທີ່ວ່ານີ້ ທາງການທີ່ ກ່ຽວຂ້ອງຂອງລາວ ກໍບໍ່ສາມາດ ແກ້ໄຂໄດ້ຍ້ອນວ່າ ຈີນໄດ້ກັບຄືນ ປະເທດແລ້ວ ແລະສັນຍາເຊົ່າ ທີ່ດີນນັ້ນ ກໍແມ່ນຈີນ ກັບຊາວບ້ານ ເປັນຜູ້ ຕົກລົງກັນເອງ ໂດຍບໍ່ໄດ້ ຜ່ານທາງການ ໃຫ້ຮັບຮູ້ນໍາ.