ຈີນ ສ້າງອາຄານ ສູນກາງພັກ ໃຫ້ລາວ

ອຸ່ນແກ້ວ ສຸກສະຫວັນ
2016.03.22
F-Laos-China ທ່ານ ຈູມມະລີ ໄຊຍະສອນ ແລະ ທ່ານ ຊີ ຊິນປິງ ສ້າງສາຍພົວພັນ ຣະຫວ່າງ ສປປລາວ ແລະ ສປຈີນ
Screen captured LNTV video

ສໍານັກຂ່າວຊິນຫົວ ຂອງຈີນ ຣາຍງານວ່າ ໂຄງການ ກໍ່ສ້າງ ອາຄານ ຫ້ອງການ ສູນກາງ ພັກ ປະຊາຊົນ ປະຕິວັດລາວ ທີ່ຕັ້ງຢູ່ ຫລັກ 6 ດ້ານຫລັງ ຫໍ ພິພິດຕະພັນ ໄກສອນ ພົມວິຫານ, ນະຄອນຫຼວງ ວຽງຈັນ ສໍາເຣັດແລ້ວ ແລະ ມອບໃຫ້ ທາງການລາວ ເປັນທີ່ ຮຽບຮ້ອຍ ແລ້ວ ໃນວັນຈັນ ທີ່ ຜ່ານມາ.

ໂຄງການ ດັ່ງກ່າວ ຖືວ່າເປັນ ຂອງຂວັນ ທີ່ຈາກ ພັກ ຄອມມູນນິສ ຈີນ ແລະ ຣັຖບານ ຈີນ ທີ່ ໄດ້ມອບໃຫ້ ແກ່ ຣັຖບານລາວ ເນື່ອງໃນ ໂອກາດ ຄອບຮອບ 60 ປີ ໃນການ ສ້າງຕັ້ງ ພັກ ປະຊາຊົນ ປະຕິວັດ ລາວ ແລະ ຄົບຮອບ 40 ປີ ໃນການ ສ້າງຕັ້ງ ສປປລາວ, ແລະ ຄົບຮອບ 55 ປີ ໃນການສ້າງ ສາຍພົວພັນ ທາງການ ທູດ ຣະຫວ່າງ ລາວ-ຈີນ. ຫ້ອງການ ດັ່ງກ່າວ ເປັນຕຶກອາຄານ 3 ຊັ້ນ ກວມເອົາ ເນື້ອທີ່ ປະມານ 20,000 ແມັດກາເຣ.

ຂ່າວຍັງ ຣາຍງານ ອີກວ່າ ສິ່ງດັ່ງກ່າວ ເປັນສັນຍາລັກ ການຮ່ວມມື ແລະ ມິດຕະພາບ ຣະຫວ່າງ ລາວ-ຈີນ ແລະ ຖືວ່າເປັນ ການຮ່ວມມື ທາງດ້ານ ຍຸທສາດ ຮອບດ້ານ. ເຈົ້າໜ້າທີ່ ຈີນ ກ່າວວ່າ ໂຄງການ ດັ່ງກ່າວ ເປັນປໂຍດ ແລະ ການຮ່ວມມື ຣະຫວ່າງ ສອງພັກ-ສອງຣັຖ ລາວ ແລະ ຈີນ.

ນອກຈາກນີ້ ທາງການ ຈີນ ຍັງຈະສືບຕໍ່ ເພີ້ມທະວີ ການຮ່ວມມື ໂດຍສະເພາະ ຈະມີການ ຮ່ວມມືກັນ ສ້າງສາ ຖະໜົນ ສາຍໄໝ ແລະ ຈີນ ຍັງຈະຊ່ວຍ ສະໜັບສະໜູນ ການພັທນາ ຢູ່ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.