ສິນຄ້າຈີນໝົດອາຍຸເຕັມ ຕລາດ
2015.09.25
ໃນ ວັນທີ 22 ກັນຍາ ຜ່ານມາ ເຈົ້າຫນ້າທີ່ ແຂວງ ຫຼວງນ້ຳທາ ໄດ້ ລົງ ກວດກາ ແລະ ທຳລາຍ ສິນຄ້າ ຈີນ ທີ່ ຫມົດອາຍຸ ຢູ່ຕາມ ຫ້າງຮ້ານ ຕ່າງໆ ໃນຕລາດ ແລະ ຕາມ ຮ້ານ ຂາຍເຄື່ອງ ຍ່ອຍ ໃນເຂດ ເທສບານ, ເປັນຕົ້ນ ຮ້ານ ຂາຍເຄື່ອງ ອຸປໂພກ ບໍຣິໂພກ ແລະ SUPER MARKET ຂອງຈີນ. ດັ່ງ ເຈົ້າຫນ້າທີ່ ເວົ້າວ່າ:
"ໃນການ ລົງກວດກາ ຄັ້ງນີ້ ເຫັນວ່າ ມີຫຼາຍ ສຳລັບ ເຄື່ອງ ຫມົດອາຍຸ ແຕ່ ເຈົ້າຂອງ ຮ້ານ ກໍຍັງ ຂາຍຢູ່ ບໍ່ວ່າ ຮ້ານຈີນ ຮ້ານລາວ".
ທ່ານວ່າ ການກວດກາ ຄັ້ງນີ້ ປະກອບ ດ້ວຍ ເຈົ້າຫນ້າທີ່ ຈາກ ຫຼາຍພາກສ່ວນ ທີ່ ກ່ຽວຂ້ອງ ເຂົ້າຮ່ວມ, ຈາກ ຜແນກ ສາທາຣະນະສຸກ, ການຄ້າ, ການເງິນ, ກະສີກັມ, ຕຳຣວດ ແລະ ພະນັກງານ ຫ້ອງການ ກວດກາ ອາຫານ ແລະ ຢາ ທີ່ ຫມົດອາຍຸ.
ສີນຄ້າ ຫມົດ ອາຍຸ ທີ່ ກວດພົບ ກໍມີ ນ້ຳດື່ມ ຈາກຈີນ 85 ແກັສ ເຄື່ອງດື່ມ ຕ່າງໆ 44 ແກັສ ເຂົ້າຫນົມ 203 ກິໂລ, ຮ່ວມໄປຮອດ ເຄື່ອງ ໃຊ້ສອຍ ປະເພດ ຕ່າງໆ ແລະ ອາຫານ ສຳເຣັດ ຮູບ ໃນ SUPER MARKET ຂອງ ຈີນ 52 ແກັສ. ທ່ານວ່າ ການ ກວດກາ ເທື່ອນີ້ ເປັນການ ຕັກເຕືອນ ແລະ ຄັ້ງຕໍ່ໄປ ຈະຖືກ ປັບໃຫມ, ທ່ານ ກ່າວວ່າ:
"ເມື່ອ ພວກເຮົາ ກວດພົບເຫັນ ແລ້ວ ທາງພວກເຮົາ ກໍຍຶດເອົາ ກໍເອົາໄປ ທຳລາຍ ພ້ອມທັງ ໄດ້ ຕັກເຕືອນ ເຈົ້າຂອງ ຮ້ານ ຖ້າຫາກວ່າ ກວດພົບ ໃນຄັ້ງຫນ້າ ຫລື ຄັ້ງຕໍ່ໄປ ກໍຈະໄດ້ ປັບໃຫມ ໄປຕາມ ຣະບຽບ ຫັ້ນແຫລ້ວ ເນາະ".
ເຈົ້າຫນ້າທີ່ ທ່ານນີ້ ຍັງ ບອກອີກວ່າ ຫລັງຈາກ ກວດກາ ຂັ້ນ ແຂວງ ແລ້ວ ກໍຈະລົງໄປ ກວດຕາມ ຫົວເມືອງ ຕ່າງໆ ອີກ ແລະວ່າ ການກວດກາ ສິນຄ້າ ຫມົດອາຍຸ ແມ່ນ ເລີ້ມ ປະຕິບັດ ກັນມາ ແຕ່ປີ 2014 ແລະ ເທື່ອນີ້ ເປັນເທື່ອ ທີສອງ.