ຊາວແຂວງຈໍາປາສັກ ຫຼາຍຄົນ ບໍ່ດີໃຈ ຫຼັງຈາກ ທີ່ ບໍຣິສັດ ດວງດີ ກໍ່ສ້າງ-ຂົວທາງ ເຣີ້ມເກັບ ຄ່າຜ່ານທາງ ເລກທີ 16 ຈາກສົ້ນຂົວ ຂ້າມນ້ຳຂອງ ລາວ-ຍີ່ປຸ່ນ, ຢູ່ບ້ານຄັນແຍງ ເມືອງໂພນທອງ, ແຂວງ ຈຳປາສັກ ໄປຫາດ່ານ ຊາຍແດນ ສາກົນ ວັງເຕົ່າ ຊ່ອງເມັກ ຕັ້ງແຕ່ວັນທີ 17 ສິງຫາ 2016 ເປັນຕົ້ນມາ.
ຊາວບ້ານທ່ານນຶ່ງ ທີ່ໃຊ້ເສັ້ນທາງ ເລກທີ 16 ທຽວໄປການ ໃນແຕ່ລະມື້ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 24 ສິງຫາ ນີ້ວ່າ ຊາວຈຳປາສັກ ຫຼາຍຄົນ ຮູ້ສຶກວ່າ ການເກັບຄ່າ ຜ່ານທາງ ເສັ້ນນີ້ ເປັນການ ຂູດຮີດ ປະຊາຊົນ ແລະ ຢາກໃຫ້ ຣັຖບານ ຊ່ວຍແກ້ໄຂ ໂດຍດ່ວນ:
"ເຂົາກະວ່າ ບໍ່ເປັນທັມ ລະກະບໍ່ຢາກໃຫ້ ມີການເກັບເລີຍ, ຢາກໃຫ້ຣັຖບານ ໄປແກ້ໄຂ ທາງໂຕນີ້ ໃຫ້ມັນດ່ວນ ເພາະວ່າ ຄັນບໍ່ແກ້ໄຂຫນິ ໂອ້ຍ! ຖືວ່າເຂົາ ຕໍ່ວ່າຢ່າງໜັກ ເລີຍແຫຼະ, ເຂົາວ່າ ບໍ່ມີທາງ ເສັ້ນນີ້ ເຂົາກະສາມາດ ທຽວທາງໄດ້, ຢູ່ກັບ ກາງບ້ານຂ້ອຍ ຊິໃຫ້ຂ້ອຍ ຈ່າຍເງິນ ຈັ່ງໃດ? ວ່າຊັ້ນນ່າ. ເພາະວ່າໄປ ກະຕ້ອງໄດ້ຈ່າຍ 10,000 ກັບ ກະຕ້ອງຈ່າຍ 10,000. ຮວ້າຍ ວ່າຊັ້ນ ຊິຂູດຮີດກັນ ໄປຮອດໃສ".
ຊາວແຂວງຈຳປາສັກ ອີກຄົນນຶ່ງ ກໍ່ໄດ້ກ່າວ ຕໍ່ RFA ໃນວັນ ດຽວກັນນີ້ ວ່າ ຖ້າເປັນໄປໄດ້ ກໍ່ຢາກໃຫ້ ພາກສ່ວນ ກ່ຽວຂ້ອງ ເບິ່ງຄືນ ຄ່າຜ່ານທາງນີ້ ເພາະ ຫຼາຍຄົນ ຮູ້ສຶກວ່າ ແພງເກີນໄປ ເຮັດໃຫ້ ຫຼາຍຄົນ ບໍ່ຢາກໄປຊື້ ສິນຄ້າ ແລະ ພະນັກງານ ຫຼາຍຄົນ ກໍ່ເງິນເດືອນ ໜ້ອຍຢູ່ແລ້ວ:
"ຖ້າເປັນໄປໄດ້ເນາະ ເຮົາກະຢາກໃຫ້ວ່າ ຫຼຸດຣາຄາ ລົງໜ້ອຍນຶ່ງ ຫັ້ນນ່າ ເກັບກັບ ປະຊາຊົນ ກະເອົາສ່ຳ ສ່ຳເມືອນີ້ 5,000 ກະຄືຊິພໍໃຈ ຫຼາຍຄົນ ນ້ອງກະໄດ້ ຍິນຢູ່ ອີ່ຫຍັງ ຫັ້ນແຫຼະ. ບາງຄົນ ກະບໍ່ໍ່ຢາກໄປ ບໍ່ຢາກ ອອກມາຊ້ຳ ເສຖກິຈ ອັນນີ້ ກະຂາດໆເຂີນໆ ດຽວນີ້ຫັ້ນ, ຊິໄປກະຍາກ ຊິມາກະຍາກ ວ່າຊັ້ນສາ ມັນລະຍາກ ກາກກັມ ກັນເໝິດ. ນັບຕັ້ງແຕ່ ບາງຄົນກະ ພະນັກງານ ເງິນ ເດືອນ ກະເງິນເດືອນ ໜ້ອຍ ເສັຽຄ່າທາງ ໄປກັບ ມື້ 1 ໄປການກະ 20,000 ເນາະອ້າຍເນາະ ເພິ່ນເກັບຫັ້ນ, ແລ້ວແຕ່ ຢູ່ໃກ້ຢູ່ໄກ".
ກ່ຽວກັບເຣື່ອງນີ້ ເອເຊັຽເສຣີ ກໍ່ໄດ້ຕິດຕໍ່ ໄປຫາ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ຈຳປາສັກ, ແຕ່ ເຈົ້າໜ້າທີ່ ບໍ່ສາມາດ ໃຫ້ຂໍ້ມູນໄດ້. ໃນຂນະ ດຽວກັນ, RFA ກໍ່ໄດ້ຕິດຕໍ່ ໄປຫາ ບໍຣິສັດ ດວງດີ ກໍ່ສ້າງ ຂົວ-ທາງ ແຂວງ ຈຳປາສັກ, ໄດ້ຮັບຄໍາ ຊີ້ແຈງວ່າ ທາງບໍລິສັດ ກໍ່ໄດ້ຮັບຮູ້ ບັນຫາ ຂອງ ປະຊາຊົນ ຢູ່ ແຕ່ກໍ່ຍັງ ບໍ່ຮູ້ວ່າ ຈະມີການ ແກ້ໄຂ ແນວໃດ. ປັດຈຸບັນ ຍັງລົມກັບ ຂັ້ນເທິງຢູ່.
ບໍຣິສັດ ດວງດີກໍ່ສ້າງ ຂົວທາງ ຈຳກັດ ໄດ້ກໍ່ສ້າງ ແລະ ຂະຫຍາຍ ເສັ້ນທາງ ເລກທີ 16 ຍາວ 42 ກິໂລແມັຕ ຈາກສົ້ນຂົວ ຂ້າມ ແມ່ນ້ຳຂອງ ລາວ-ຍີ່ປຸ່ນ ບ້ານຄັນແຍງ ໄປຫາ ດ່ານຊາຍແດນ ສາກົນ ວັງເຕົ່າ ຊ່ອງເມັກ ເມື່ອປີ 2011 ແລະໄດ້ ສັມປະທານ ເກັບຄ່າທາງ ກໍານົດ 45 ປີ. ອັດຕຣາ ເກັບຄ່າ ຜ່ານທາງ ຣົດຈໍາໂບ້-ຕຸກໆ ແມ່ນ 5,000 ກີບ, ຣົດເກັ໋ງ, ຣົດຈິບ, ຣົດຕູ້, ຣົດກະບະ ບໍ່ເກີນ 7 ບ່ອນນັ່ງ ແມ່ນ 20,000 ກີບ, ຣົດສອງແຖວ, ຣົດໂດຍສານ 8-22 ບ່ອນນັ່ງ ແມ່ນ 25,000 ພັນກີບ ແລະ ສໍາລັບ ຣົດໃຫ່ຽ ນ້ຳໜັກຫຼາຍ ກໍ່ຍິ່ງ ເກັບແພງຂຶ້ນ ຕາມຣຳດັບ.