ຄ່າຜ່ານທາງ ຂ.ຈໍາປາສັກ

ມະນີຈັນ
2016.11.02
f-champassak ທິວທັດ ທີ່ສວຍງາມ ແຂວງຈໍາປາສັກ ເບິ່ງໄປຈາກ ເທິງ ພູສາເຫລົ້າ
RFA

ເມື່ອອາທິດ ທີ່ຜ່ານມາ ໃນກອງປະຊຸມ ສະພາ ແຫ່ງຊາດ ທີ່ກໍາລັງ ດໍາເນີນໄປ ຢູ່ໃນຂນະນີ້ ທ່ານ ຄໍາສີ ພຽງວໍຣະວົງ ສະມາຊິກ ສະພາ ແຫ່ງຊາດ ແຂວງ ຈໍາປາສັກ ໄດ້ສເນີ ບັນຫາ ການເກັບຄ່າ ຜ່ານທາງ ທີ່ ເອກກະຊົນ ສັມປະທານ ເຮັດໃຫ້ ປະຊາຊົນ ຕ້ອງເສັຽ ຄ່າໃຊ້ ຈ່າຍ ໃນ ການເດີນທາງ ພາຍໃນແຂວງ ຈໍາປາສັກ ແລະໄປແຂວງອື່ນ ເພີ່ມຂຶ້ນ ຍ້ອນຄ່າ ຜ່ານທາງ ແພງ:

"ແຂວງຈໍາປາສັກ ມີການເກັບ ຄ່າຜ່ານທາງ ດຽວນີ້ ພວກເຮົາ ດໍາເນີນໄປ 2 ເສັ້ນທາງແລ້ວ ແລ້ວກໍເກັບຄ່າ ທາງໄປ 2 ບ່ອນແລ້ວ ຍັງສືບຕໍ່ ກໍ່ສ້າງ ເສັ້ນທາງທີ 3 ອັນນີ້ ຂ້າພະເຈົ້າ ຄິດວ່າ ຄັນເວົ້າໄປແລ້ວ ໃນຂອບເຂດ ທົ່ວປະເທດນີ້ ຕາມ ຂ້າພະເຈົ້າ ເກັບກໍາ ຂໍ້ມູນ ບໍ່ມີແຂວງໃດ ເຮັດ ວ່າຊັ້ນສາ ແຂວງ ຈໍາປາສັກ ນີ້ ໃນຂັ້ນຕໍ່ໄປ ອອກຈາກເຮືອນ ແມ່ນເສັຽເງິນ ໝົດ ຂີ່ຣົດໄປ ທາງໃດ ສິໄປທາງໃຕ້ ກໍເສັຽ ໄປທາງເໜືອ ກໍເສັຽ ດີບໍ່ດີ ຕໍ່ໄປ ມາວຽງຈັນ ກໍສິເສັຽອີກ".

ກ່ຽວກັບ ເຣື່ອງນີ້ ທາງ RFA ໄດ້ຖາມໄປ ຜແນກ ໂຍທາທິການ ແລະຂົນສົ່ງ ແຂວງ ຈໍາປາສັກ, ໄດ້ຮັບ ຄໍາຕອບວ່າ ທາງແຂວງ ເກັບເງິນຄ່າທາງ ໃນແຕ່ລະບ່ອນ ຕໍ່ເຂດ ຍົກເວັ້ນຣົດ ຂອງຣັຖ ຕາມການ ແຈ້ງການ ທີ່ຈະບໍ່ຕ້ອງ ເສັຽຄ່າ ຜ່ານທາງ:

"ເອີຄັນໄປຕໍ່ເຂດ ມັນຕ້ອງມີ ບ່ອນເກັບ ຢູ່ນັ້ນເນາະ ຣົດເກັງໄປກັບ 20 ພັນ ໄປສິບມາສິບເນາະ ກະບະ ກໍຄືກັນເນາະ ຕົວບໍ່ເສັຽ ບໍ່ເສັຽມັນ ສິຣົດນັ້ນຕິ ຣົດຣັຖ ຣົດອັນຫຍັງ ຂອງເພິ່ນນະ ເພິ່ນມີເພິ່ນ ມີແຈ້ງການ ຫຍັງຂອງເພິ່ນດອກ ຕົວນັ້ນນະ".

ປະຊາຊົນ ທີ່ອາສັຍຢູ່ໃນ ແຂວງ ຈໍາປາສັກ ເວົ້າຕໍ່ RFA ວ່າປັດຈຸບັນ ຄ່າຜ່ານທາງ ຖືວ່າແພງຫຼາຍ ສໍາລັບຄົນ ທ້ອງຖິ່ນ, ຈະໄປ ເສັ້ນທາງໃດ ກໍ່ຈະຕ້ອງ ໄດ້ຈ່າຍ ຄ່າຜ່ານທາງ ໝົດ:

"ຄົນທ້ອງຖິ່ນນີ້ແພງ ເຂົາທຽວ ທຸກມື້ເດ໋ ເຂົາທຽວໄປ ຣາຊການເຂົານະ ກໍແພງຢູ່ ບາດນີ້ເຂົາ ກໍມີ ນະໂຍບາຍຢູ່ ພະນັກງານ ພະນັກງານ ເງິນເດືອນ ບໍ່ຫຼາຍ ເຂົາກໍເຮັດ ບັດໃຫ້ ຜູ້ໃດ ທີ່ມີບັດ ກໍບໍ່ໄດ້ເສັຽ ເອົາບັດໃຫ້ ເບິ່ງກ່ອນ ແລ້ວໄປ".

ປັດຈຸບັນ ໃນແຂວງ ຈໍາປາສັກ ມີເສັ້ນທາງ ຈາກດ່ານ ວັງເຕົ່າ ເມືອງໂພນທອງ ເຂົ້າມາ ຈະມີບ່ອນ ເກັບເງິນ ຄ່າຜ່ານທາງ ແລະ ມີອີກ ບ່ອນນຶ່ງ ທາງໄປວັດພູ ຊຶ່ງ ການເກັບຄ່າ ຜ່ານທາງນີ້ ແມ່ນ ບໍຣິສັດ ເອກຊົນ ທີ່ໄດ້ສ້າງ ຖນົນ ແລະ ໄດ້ສັມປະທານ ໃນການ ເກັບຄ່າ ຜ່ານທາງ ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.