ເຂື່ອນຫຼວງພຣະບາງ ຄົນງານລາວ ສົນໃຈ
2020.07.09
ຄົນວ່າງງານທີ່ເຄີຍເຮັດວຽກນໍາ ບໍຣິສັດ ຊໍ-ການຊ່າງ ມາໄດ້ 4 ປີປາຍ ເມື່ອສິ້ນສຸດສັນຍາຈ້າງ ກັບ ຊໍ-ການຊ່າງໃນໂຄງການເຂື່ອນໄຟຟ້າ ໄຊຍະບູຣີ ໃນທ້າຍເດືອນ 10 ປີ 2019 ແລ້ວນັ້ນ ກໍເລີຍພາກັນຕົກງານ ຍ້ອນທາງບໍຣິສັດ ບໍ່ມີຕໍາແໜ່ງງານວ່າງສນອງໃຫ້.
ພາຍຫຼັງທີ່ພວກເຂົາເຈົ້າ ບໍ່ໄດ້ເຮັດວຽກນໍາບໍຣິສັດນີ້ ກໍບໍ່ຮູ້ວ່າ ຈະພາກັນເຮັດວຽກຫຍັງ ເພາະຢູ່ລາວ ຊອກວຽກເຮັດກໍຍາກ ອີກທັງ ໃນຊ້ວງທີ່ ຖືກປົດປ່ອຍອອກຈາກ ຊໍ-ການຊ່າງ ກໍຖືກຊ້ວງ ທີ່ມີການແຜ່ຣະບາດ ຂອງເຊື້ອພຍາດໂຄວິດ-19 ໄປເຮັດຫຍັງກໍບໍ່ໄດ້, ແຕ່ວ່າ ຄົນວ່າງງານ ເລົ່ານີ້ ຍັງມີຄວາມຫວັງ ທີ່ຈະໄປສມັກເຮັດວຽກ ຢູ່ເຂື່ອນຫຼວງພຣະບາງ ນໍາ ບໍຣິສັດ ຊໍ-ການຊ່າງ ຄືນອີກ ແຕ່ຕ້ອງລໍຖ້າໃຫ້ຄົບນຶ່ງປີກ່ອນ ຈຶ່ງຈະໄປສມັກໄດ້.
ໃນຊ້ວງທີ່ວ່າງງານ ແລະມີການແຜ່ຣະບາດຂອງເຊື້ອພຍາດໂຄວິດ-19 ຄົນວ່າງງານ ຈາກບໍຣິສັດ ຊໍ-ການຊ່າງນີ້ ພວກເຂົາເຈົ້າກໍໄດ້ຮັບເງິນ ອຸດໜູນວ່າງງານ ຈາກອົງການປະກັນ ສັງຄົມແຫ່ງຊາດ ເປັນເວລາ 6 ເດືອນ, ດັ່ງຜູ້ວ່າງງານ ຄົນນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າໄດ້ຮັບ ແລ້ວ ແລະ ດີໃຈຫຼາຍ ເພາະວ່າ ລໍຖ້າມາດົນແລ້ວ:
“ເຂົ້າແລ້ວ ໄດ້ແລ້ວ ໄດ້ຫຼາຍມື້ແລ້ວບໍ ເພາະວ່າອ້າຍຫາກະໄປເຊັກເບິ່ງມື້ນີ້ ແຕ່ວ່າໝູ່ ວ່າເງິນໜ້າຈະເຂົ້າ ປະມານວັນທີ 13 ນີ້ແຫຼະດີໃຈ ແຫຼະເພາະວ່າຜູ່ໃດກະລໍ ລໍມາຫຼາຍເດືອນລະເດ້ ເພິ່ນບໍ່ໄດ້ແຈ້ງ ມີແຕ່ເຮົາໄປກົດເບິ່ງໃນຕູ້ ເພາະວ່າໝູ່ ຫຼາຍໆຄົນວ່າ ຂະເຈົ້າໄດ້ແລ້ວ ກະເລີຍໄປເຊັກເບິ່ງ ເພິ່ນໜ້າຈະໄລ່ໃຫ້ 6 ເດືອນ ຢ້ອນຫຼັງໃຫ້ເບາະ ເພາະວ່າເຮົາໄປ ຕອນນັ້ນເຮົາ ໄປຍື່ນໃບ ທີ່ກະຊວງແຮງງານ ຜູ້ໃດໄດ້ຈັກເດືອນ ຈັກເດືອນ ລະເພິ່ນຊິແຈ້ງໃຫ້”
ທ່ານວ່າ ສໍາລັບຄົນອື່ນ ຈະໄດ້ຮັບຈັກເດືອນ ແລະເປັນຈໍານວນເງິນ ເທົ່າໃດນັ້ນ ຕົນເອງກໍບໍ່ຮູ້ຄືກັນ:
“ບໍ່ຮູ້ ເພາະວ່າ ໜ້າຈະໄລ່ຕາມທີ່ເຮົາໄດ້ເຂົ້າດົນ ຫຼືວ່າ ຫາກະເຂົ້ານາ ລະກະເງິນເດືອນສູງ ກັບເງິນເດືອນຕໍ່າແນ່ ກະຕ່າງກັນອີກເຮັດວຽກ ກັບບໍຣິສັດ ຊໍ-ການຊ່າງໄດ້ 4 ປີ ກັບ 3 ເດືອນໄດ້ 2 ລ້ານປາຍ.”
ທ່ານກ່າວຕື່ມວ່າ ນັບແຕ່ໄດ້ຖືກປົດປ່ອຍ ອອກຈາກ ບໍຣິສັດ ຊໍ-ການຊ່າງ ຕົນກໍຍັງບໍ່ໄດ້ໄປຊອກວຽກອື່ນເຮັດເທື່ອ ແລະຄິດວ່າຈະໄປສມັກ ຄືນແຕ່ຕ້ອງລໍຖ້າ ໃຫ້ຄົບປີນຶ່ງກ່ອນ:
“ໂຕນີ້ ອາຈລໍກ່ອນ ເພາະວ່າ ປົດຈາກບໍຣິສັດ ຊໍ-ການຊ່າງນິ່ ບໍ່ເຖິງປີນີ້ ໄປສມັກ ທາງບໍຣິສັດນິ່ບໍ່ຮັບ ອອກມາລະພໍດີເຈີຊ້ວງອັນນ່າໂຄວິດ ນີິ້ ກະເລີຍໄປໃສບໍ່ໄດ້ ຍັງຢູ່ບ້ານນິ່ແຫຼະ ບໍ່ໄດ້ຫາວຽກໃສ.”
ໃນຂນະດຽວກັນ ຜູ້ວ່າງງານອີກຄົນນຶ່ງ ທີ່ໄດ້ຮັບເງິນອຸດໜູນວ່າງງານ ກໍເວົ້າວ່າ ດີໃຈຫຼາຍ ທີ່ໄດ້ຮັບເງິນ ເຖິງວ່າເງິນນັ້ນຈະໜ້ອຍ ແຕ່ກໍ ພູມໃຈ:
“ກະພູມໃຈ ແຕ່ວ່າໄດ້ໜ້ອຍກະດີໃຈຢູ່ ເຖິງເງິນຈະໄດ້ ເລັກໆນ້ອຍໆ ແຕ່ກະພູມໃດ໋ ເງິນເຮົາເສັຍຄ່າເຫື່ອແຮງເຮົາເນາະ ອອກແຮງງານ ເນາະ ປະມານ ລ້ານແປດແສນປາຍ ນິ່ແຫຼະ ແຕ່ລະຄົນປະມານຊໍ່າກັນ ນີ້ແຫຼະ ແຕ່ກະຂຶ້ນກັບເຮົາເຮັດວຽກໜ້ອຍປີ ນຶ່ງປີ ສອງປີ ກະບໍ່ ໄດ້ຮອດຫັ້ນ ສົມມຸດ 4 ປີ, 5 ປີ ກະໄດ້ຕ່າງຫາກ ບາງຄົນມັນກະບໍ່ທໍ່ກັນ ມັນຂຶ້ນກັບພື້ນຖານ ເງິນເດືອນ ເງິນໂອທີ ເຮົາ ຄົນເຮັດວຽກໄດ້ ຫຼາຍປີ ຈະລື່ນເຮົາໄປແດ່ ຂອງອ້າຍນິ່ ໄດ້ 6 ເດືອນ ແຕ່ວ່າໄປຍື່ນໃບ 6 ເທື່ອ ເດ່, 6 ເທື່ອ ສຸດທ້າຍ ວັນທີ່ 16 ຜ່ານມາ ໄປຍື່ນໃບເທື່ອ ສຸດທ້າຍ ແລ້ວ ລະກະມີແຕ່ຖ້າເງິນເຂົ້າບັນຊີ ຢ່າງດຽວ ລະກະແລ້ວ.”
ທ່ານເວົ້າວ່າ ພາຍຫຼັງທີ່ໝົດສັນຍາຈ້າງ ນໍາບໍຣິສັດ ຊໍ-ການຊ່າງ ແລະຖືກປົດປ່ອຍ ອອກຈາກການເປັນພະນັກງານ ຂອງ ຊໍ-ການຊ່າງ ຕັ້ງແຕ່ ທ້າຍເດືອນ 10 ປີ 2019 ເປັນຕົ້ນມາ ຕົນກໍຍັງບໍ່ໄດ້ໄປຊອກວຽກ ອື່ນເທື່ອ:
“ບໍ່ໆ ບໍ່ໄດ້ໄປໃສແຫຼະ ເພາະວ່າວຽກຢູ່ລາວ ກະຫາຍາກເດ້ ນອກຈາກບໍຣິສັດໃຫຍ່ ຄື ຊໍ-ການຊ່າງ ໄປບ່ອນອື່ນກະຍາກ ເງິນເດືອນກະດ້າມ 6-7 ແສນ ບໍ່ກຸ້ມກິນ.”
ທ່ານກ່າວຕື່ມວ່າ ຄົນວ່າງງານ ທີ່ຍື່ນເອກກະສານ ຂໍຮັບເງິນອຸດໜູນວ່າງງານ ພ້ອມກັນ ຕາມຮູ້ມາ ກະຖືວ່າໄດ້ຮັບໝົົດແລ້ວ:
“ໝູ່ລຸ້ນດຽວ ຖືວ່າ ໄດ້ຮັບໝົດສູ່ຄົນແລ້ວ ເພາະວ່າມື້ນັ້ນ ຂະເຈົ້າກະມາເອົາເງິນ ຢູ່ໄຊຍະ ຂະເຈົ້າກະມາແວ່ຫຼີ້ນນໍາ ກະວ່າໄດ້ຮັບແລ້ວ ແຕ່ວ່າຜູ່ຢູ່ຕ່າງແຂວງ ໄດ້ຫຼືບໍ່ໄດ້ນິ່ກະບໍ່ຮູ້ ຮູ້ແຕ່ວ່າ ຄົນໄຊຍະ ແຖວໄຊຍະນີ້ ໄດ້ແລ້ວ.”
ກ່ຽວກັບເຣື່ອງ ພະນັກງານ ຂອງບໍຣິສັດ ຊໍ-ການຊ່າງ ທີ່ຖືກປົດປ່ອຍອອກ ເນື່ອງຈາກ ທາງບໍຣິສັດ ບໍ່ມີຕໍາແໜ່ງງານວ່າງ ສນອງໃຫ້ ແລະໄດ້ ລໍຖ້າເງິນອຸດໜູນວ່າງງານ ຈາກອົງການ ປະກັນສັງຄົມແຫ່ງຊາດ ມາຕັ້ງແຕ່ເດືອນ 11 ປີ 2019 ມາຮອດເດືອນ ມິຖຸນາ 2020 ນີ້ ເຈົ້າໜ້າທີ່ອົງການ ປະກັນສັງຄົມ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ແລະສຽງ ໄດ້ເວົ້າສູ່ວິທຍຸເອເຊັຽເສຣີ ຟັງວ່າ:
“ພວກເຮົາຈ່າຍແລ້ວ ຈ່າຍມາດົນເຕີບແລ້ວ ກະບໍ່ຈື່ວ່າມີຈໍານວນເທົ່າໃດເນາະ ເພາະວ່າມັນມີຫຼາຍພາກສ່ວນຫັ້ນນະ ແຕ່ວ່າ ຄັນຖ້າວ່າຜູ້ໃດ ທີ່ວ່າຍັງບໍ່ທັນໄດ້ ໃຫ້ໂທເຂົ້າມາຫາ ພວກເຮົາໄດ້ ພວກເຮົາ ຊິກວດເບິ່ງໃຫ້ ຜູ້ໃດທີ່ເພິ່ນຍື່ນເຂົ້າມາ ແລ້ວຍັງບໍ່ທັນໄດ້ເງິນ ກະສາມາດໂທ ເຂົ້າມາໄດ້ ເພາະວ່າພວກເຮົາຈ່າຍໝົດແລ້ວເນາະ ໃນສ່ວນທີ່ຂະເຈົ້າຍື່ນ ເອກກະສານ ເຂົ້າມາ ທີ່ຖືກຕ້ອງຕາມຣະບຽບ.
ແລະຖ້າຄັນສົມມຸດວ່າ ຖ້າພະນັກງານຂອງ ຊໍ-ການຊ່າງຄົນໃດ ທີ່ຢາກຮູ້ວ່າຕົນ ໄດ້ຮັບເງິນອຸດໜູນວ່າງງານ ແລ້ວຫຼືບໍ່ນັ້ນ ກໍສາມາດໂທ ເຂົ້າມາ ສອບຖາມທາງຫ້ອງການ ຫຼືອ່ານເລຂ ລະຫັດ ປະກັນສັງຄົມຂອງຕົນ ໃຫ້ເຈົ້າໜ້າທີ່ຂອງພວກເຮົາ ແລ້ວພວກເຮົາຈະຕອບໃຫ້ໄດ້ ຖ້າວ່າພະນັກງານ ຂອງບໍຣິສັດ ຊໍ-ການຊ່າງ ຂະເຈົ້າຂ້ອງໃຈ ວ່າຂະເຈົ້າຍັງບໍ່ທັນໄດ້ຮັບເງິນ ໃຫ້ຂະເຈົ້າໂທເຂົ້າມາ ເບີປະກັນສັງຄົມໄດ້ເລີຍ ພວກເຮົາຈະກວດເບິ່ງໃຫ້."
ພ້ອມດຽວກັນນີ້ ເອເຊັຽເສຣີ ຍັງໄດ້ໂທສອບຖາມໄປຍັງ ບໍຣິສັດ ຊໍ-ການຊ່າງ ກ່ຽວກັບນະໂຍບາຍຮັບພະນັກງານ ທີ່ຖືກປົດປ່ອຍອອກ ໃນທ້າຍເດືອນ 10 ປີ 2019 ວ່າທາງບໍຣິສັດ ຈະມີນະໂຍບາຍ ຮັບພະນັກງານເລົ່ານີ້ ຄືນມາເຮັດວຽກນໍາ ຫຼືບໍ່ ເຈົ້າໜ້າທີ່ ບຸຄລາກອນ ຂອງບໍຣິສັດດັ່ງກ່າວ ເວົ້າສູ່ວິທຍຸເອເຊັຽເສຣີ ຟັງວ່າ:
“ມີໆ ມີນະໂຍບາຍເຈົ້າ ແຕ່ຕອນນີ້ ແຕ່ຕອນນີ້ ຄົນເຮົາຍັງພໍຢູ່ ເພາະຄົນເກົ່າຍັງມີຢູ່ເລີຍ ແຕ່ກະຍັງທະຍອຍຮັບເລື້ອຍໆເນາະ ກໍລໍປະມານ ເປັນທ້າຍປີ ທ້າຍປີນີ້ ທີ່ເຂື່ອນມັນຈະຂຶ້ນ ແຕ່ຕອນນີ້ ກໍາລັງເລັ່ງສ້າງ ບ່ອນຢູ່ ກັບຖນົນ ກໍເລີຍຍັງໃຊ້ຄົນບໍ່ຫຼາຍເທື່ອ ແຕ່ກໍຍັງມີແຜນ ມີແຜນທີ່ຈະຮັບ ມີນະໂຍບາຍທີ່ ຈະຮັບຄືນຢູ່ແລ້ວ, ແຕ່ຍັງບໍ່ແມ່ນຕອນນີ້ ຮັບບາງຕໍາແໜ່ງ ຕ້ອງເວົ້າແບບນີ້ເນາະ ບາງຕໍາແໜ່ງຮັບ ຫຼາຍຢູ່ ແຕ່ບອກໃຫ້ຫຼາຍບໍ່ໄດ້ ຕອນນີ້ ກະມີຄົນມາຫຼາຍຢູ່ ຖ້າບອກໄປ ດຽວຈະມີຄົນມາອີກ ມື້ນຶ່ງ ທີ່ມີຄົນມາສມັກວຽກໄວ້ຫັ້ນ ມື້ນຶ່ງບໍ່ຕໍ່າກວ່າ 300 ປາຍຄົນຕໍ່ມື້ ໃນໂຄງການ ທີ່ຮັບໃບສມັກຕອນນີ້ ມື້ນຶ່ງເປັນພັນຄົນເລີຍ.
ຖ້າໃຜສົນໃຈກໍມາຂຽນໃບສມັກໄວ້ກ່ອນກໍໄດ້ ມາສະແດງຄວາມຈໍານົງ ວ່່າເຮົາຢາກຈະສມັກເຮັດວຽກແລ້ວ ຖ້າເຖິງເວລາ ພວກເຮົາຮ້ອງມາ ແຕ່ວ່າຕອນນີ້ ໂອ່ຫຼາຍ ແຕ່ວ່າປະເດັນ ຂອງເຮົາຄືສົງສານເພາະວ່າ ເວລາມາຂະເຈົ້າມາແຕ່ໄກເດ້ ມາໄກແລ້ວ ບໍ່ມີບ່ອນຢູ່ນະ ມາແລ້ວກໍມີ ຄວາມຫວັງວ່າ ຈະໄດ້ວຽກພ້ອມ ແລ້ວຄົນມັນຫຼາຍ ຖ້າເຮົາບໍ່ຮັບແລ້ວຂະເຈົ້າຈະໄປ ຢູ່ໃສ ເຮົາກັງວົນບ່ອນນັ້ນນໍາ ມາຈາກຫຼາຍແຂວງເລີຍ ແຫຼະແຕ່ຕອນນີ້ ເຮົາທະຍອຍຮັບຄົນຢູ່ແຂວງຫຼວງພຣະບາງ ຄົນຢູ່ໃນທ້ອງຖິ່ນກ່ອນເລີຍ."
ເຖິງຢ່າງໃດກໍຕາມ ອີງຕາມຄໍາເວົ້າ ຂອງຄົນວ່າງງານ ຈາກບໍຣິສັດ ຊໍ-ການຊ່າງ ສ່ວນຫຼາຍ ທີ່ຖືກປົດປ່ອຍອອກ ໃນທ້າຍເດືອນ 10 ປີ 2019 ຍ້ອນທາງ ບໍຣິສັດ ບໍ່ມີໜ້າທີ່ຕໍາແໜ່ງວ່າງ ສນອງໃຫ້ ປັດຈຸບັນນີ້ ພວກເຂົາເຈົ້າ ກໍຍັງບໍ່ຮູ້ວ່າ ຈະໄປຊອກເຮັດວຽກຢູ່ໃສ ເພາະວຽກ ຢູ່ລາວ ຊອກວຽກເຮັດຍາກ ນອກຈາກເຮັດວຽກນໍາບໍຣິສັດ ຊໍ-ການຊ່າງແລ້ວນັ້ນ ໄປເຮັດວຽກຢູ່ ບ່ອນອື່ນ ເງິນເດືອນກໍຕໍ່າບໍ່ກຸ້ມກິນ.