ສະພາທ້ອງຖິ່ນເວົ້າບັນຫາ ເກັບພາສີ
2017.01.11
ໃນກອງປະຊຸມສະພາ ທ້ອງຖິ່ນ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ສມັຍສາມັນ ຊຶ່ງໄຂຂຶ້ນ ເປັນເທື່ອທີ 2 ໃນວັນທີ 9 ມົກກະຣາ 2017 ນີ້ ສະມາຊິກ ສະພາ ຈໍານວນນຶ່ງ ໄດ້ຍົກເອົາ ບັນຫາ ການເກັບພາສີ ທຸຣະກິດ ວ່າບໍ່ມີ ຄວາມເປັນທັມ ບັນຫາ ການສ້າງຖນົນ ໃນນະຄອນຫຼວງ ບໍ່ມີການປະມູລ ທີ່ໂປ່ງໃສ, ສ່ວນ ປະຊາຊົນ ເມືອງ ໄຊທານີ ຂໍສົ່ງຂ່າວເຖິງ ກອງປະຊຸມ ສະພາ ວ່າ ເປັນກັງວົນນໍາ ຄ່າຊົດເຊີຍ ທີ່ດິນໃນ 4 ບ້ານ ທີ່ເສັຽໃຫ້ ໂຄງການ ເສັ້ນທາງ ຣົດໄຟ ລາວ-ຈີນ ຍັງບໍ່ແຈ້ງຂາວ.
ໃນຕອນເຊົ້າ ວັນທີ 10 ມົກະຣານີ້, ຍານາງ ວາລີ ເວຊພົງ ສະມາຊິກສະພາ ທ້ອງຖິ່ນ ແລະ ເປັນຮອງສະພາ ອຸດສະຫະກັມ ການຄ້າ ລາວ ວ່າຣະບົບ ການເກັບພາສີ ໃນ ນະຄອນຫຼວງ ນັ້ນບໍ່ ຍຸຕິທັມ. ດັ່ງຍານາງ ໄດ້ກ່າວ:
"ເນື່ອງຈາກວ່າ ເວລາມອບໂຕເລກ ພັນທະກອນ ມາໃຫ້ ຍົກຕົວຢ່າງ ໃຫ້ ນະຄອນຫຼວງ ເກັບໄດ້ທໍ່ນັ້ນ ພັນຕື້ ທໍ່ນີ້ພັນຕື້ ແລ້ວສຸດທ້າຍ ໃນຕົວຈິງ ທີ່ ຂ້າພະເຈົ້າ ໄດ້ຂໍ້ມູນ ພັດເກັບນໍາ ບັນດາ ບໍຣິສັດໃຫຽ່ໆ ບໍ່ໄດ້ເນາະ. ອັນນີ້ຄືກັນ ກັບທ່ານ ຫົວໜ້າ ຜແນກອາກອນ ໄດ້ ເວົ້າວ່າ ຜູ້ມີ ອິດທິພົນ ແດ່ ວ່າເທາະໄປ ເນາະ ລະກະ ການເກັບອາກອນ ນັ້ນກ່າມີຊັກຊ້າ ບາງເທື່ອ ກ່າບໍ່ໄດ້ ແລ້ວສຸດທ້າຍ ກ່າມາບີບ ເອົາບັນດາ sme ຜູ້ນ້ອຍໆຫັ້ນໜາ ຊຶ່ງມັນເຮັດໃຫ້ ຜູ້ປະກອບການ ເບື່ອໜ່າຍ ລະກະມັນທໍ່້ ກັບການ ປະກອບທຸຣະກິຈ ຈາກຜູ້ເຮັດຖືກ ຕ້ອງ ກໍາລັງບີບໃຫ້ ເຂົາເຈົ້າເຂົ້າ ໃນຣະບົບ ທີ່ບໍ່ຖືກຕ້ອງ ເພື່ອຫຍັງ? ເພື່ອຄວາມຢູ່ລອດ".
ທ່ານ ປະຈິດ ໄຊຍະວົງ ສະມາຊິກສະພາ ປະຈໍາຫນ່ວຍເລືອກຕັ້ງ ເມືອງໄຊເສດຖາ ວ່າ ການປະມູລ ສ້າງຖນົນ ໃນນະຄອນຫຼວງ ຂາດ ຄວາມໂປ່ງໄສ. ດັ່ງທ່ານ ໄດ້ກ່າວ:
"ທີ່ຂ້າພະເຈົ້າ ຢາກຖາມນີ້ແມ່ນ ການປະມູລ ສ້າງທາງນີ້ນະ ແມ່ນຢູ່ ເຮົາບໍ່ມີເງິນ ຜູ້ລົງທຶນກ່ອນນີ້ ສະເໜີ ຣາຄາສູງ ຮັບເອົາເລີຍ ໂດຍບໍ່ມີ ການປະມູລ. ຖາມວ່າ ຜູ້ລົງທຶນ ນີ້ມີຜູ້ດຽວບໍ ໃນປະເທດນີ້? ຣາຄາກາງເຮົາ ບໍ່ມີບໍ? ລະສູງ ສູງສໍ່າໃດ? ໃຜເປັນໜີ້ ຣັຖບານ ເປັນໜີ້ ອັນນີ້ ຂ້າພະເຈົ້າວ່າ ຄວນເຊົາ ຕ້ອງປະຕິບັດ ວິນັຍການເງິນ ໃຫ້ມັນຖືກຕ້ອງ ຕ້ອງມີ ການປະມູລ".
ໃນວາຣະກອງປະຊຸມສະພາ ທ້ອງຖິ່ນ ເທື່ອນີ້ ເອເຊັຽເສຣີໄດ້ ຖາມຄວາມເຫັນ ປະຊາຊົນ ຢູ່ເຂດ ເມືອງໄຊທານີ ທ່ານນຶ່ງ ກ່ຽວກັບ ບັນຫາ ທີ່ປະຊາຊົນ ມີຄວາມຂ້ອງໃຈ ໂດຍສະເພາະ ຢາກໃຫ້ ສະພາ ເບິ່ງບັນຫາ ການຊົດເຊີຍ ທີ່ດິນແກ່ ປະຊາຊົນ 4 ບ້ານ ທີ່ຖືກ ຜົລກະທົບ ຈາກການສ້າງທາງ ຣົດໄຟ:
"ຄິດວ່າ ຖ້າເປັນໄປໄດ້ ໃນຈຸດນີ້ ຄວນເປັນປະເດັນນຶ່ງ ສໍາຄັນສໍາລັບ ສະພາ. ຖ້າວ່າໃນເມື່ອ ເພິ່ນມາມີ ໂອກາດໄດ້ນັ່ງ ໃນສະພາ ປົກປ້ອງ ສິທປະໂຫຍດ ຂອງ ປະຊາຊົນນະ ກ່າຢາກໃຫ້ ເພິ່ນຊ່ວຍ ໃນຈຸດນີ້ ລະເຮັດຈັ່ງໃດ ກ່າໄດ້ ໃຫ້ເຂົາເຈົ້າ ໄດ້ຢູ່ ຫລື ມີບ່ອນຢູ່ ຫັ້ນນະ ຜູ້ທີ່ ຖືກ ຜົລກະທົບ ໜ້ອຍຫລືຫຼາຍ ກໍສຸດແລ້ວ ແຕ່ສິວ່າໄປ".
ກອງປະຊຸມສະພາ ທ້ອງຖິ່ນເຂດ ນະຄອນຫຼວງ ເປັນເວທີ່ ສໍາລັບສະມາຊິກ ສະພາແຫ່ງຊາຕ ເຂດ ນະຄອນຫຼວງ ແລະ ສະມາຊິກ ສະພາ ທ້ອງຖິ່ນ ໄດ້ນໍາເອົາ ບັນຫາ ຂອງປະຊາຊົນ ທັມະດາ ສາມັນ ແລະ ຊາວຄ້າຊາວຂາຍ ມາສົນທະນາ ເພື່ອ ສະເໜີ ແກ້ໄຂ.