ປ້າຍຣົດປອມຍັງມີການ ລັກລອບ ຊື້-ຂາຍ

ຈໍາປາທອງ
2018.03.23
F-Tags ວັນທີ 24 ພຶສພາ 2017 ກົມຕໍາຣວດ ສຶບສວນ-ສອບສວນ ກົມໃຫຍ່ຕໍາຣວດ ເຂົ້າມ້າງກຸ່ມແກ້ງ ປອມແປງ ເອກກະສານ ປອມປ້າຍລົດ.
Photo, screen captured: ໜັງສືພິມຄວາມສງົບ

ປັດຈຸບັນ ຢູ່ ສປປລາວ ຍັງມີປ້າຍທະບຽນຣົດປອມ ທີ່ມີການຊື້-ຂາຍ ໃນທົ່ວປະເທສ ຍ້ອນວ່າ ຍັງມີຄົນຈໍານວນນຶ່ງ ນຳຣົດເຖື່ອນ ຈາກ ຕ່າງປະເທດ ເຂົ້າມາລາວ, ບໍ່ຂຶ້ນທະບຽນຕາມຣະບຽບການ ແລະຕິດປ້າຍທະບຽນປອມ ເພື່ອຫລີກລ້ຽງການຖືກປັບໃໝ. ດັ່ງເຈົ້າໜ້າທີ່ ສະເພາະກິດ ກວດກາ ຣົດເຖື່ອນ ກະຊວງການເງິນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ມີນາ ນີ້ວ່າ:

"ເອີ ຍັງມີຢູ່ ມີ ໆ ທົ່ວປະເທດແຫລະ ທົ່ວໄປບ້ານເຮົາເຂົາກໍ່ມ້າງແລ້ວ ພວກກຸ່ມນີ້ ປີ 2016-2017 ເຂົາກໍ່ມ້າງກຸ່ມທີ່ວ່າ ເຮັດປ້າຍປອມ ແຕ່ວ່າ ເຮົາກໍ່ບໍ່ເຂົ້າໃຈ ຄືກັນວ່າ ມັນຜລິດຢູ່ໃສ, ຄນະກັມມະການ ລະດັບແຂວງ ລະດັບສູນກາງ ໃຫ້ທ້ອງຖິ່ນມີສວ່ນຮ່ວມ ກໍ່ຕ້ອງໃຊ້ ເວລາຢູ່ ກໍ່ບໍ່ງ່າຍເນາະ."

ເມື່ອກາງປີ 2017 ເຈົ້າໜ້າທີ່ສາມາດຈັບຜູ້ຕ້ອງຫາໄດ້ 4 ຄົນ ຢູ່ນະຄອນຫຼວງວຽງຈັນ ໃນຂໍ້ຫາລັກນຳເອົາປ້າຍທະບຽນ ຣົດປອມ ຈຳນວນ 22 ປ້າຍ ເຂົ້າມາຈຳໜ່າຍ ໃຫ້ກຸ່ມທີ່ລັກຣົດເຖື່ອນເຂົ້າມາ, ບໍ່ຂຶ້ນທະບຽນ ແລະບໍ່ເສັຍພາສີ. ປ້າຍປອມທີ່ວ່ານັ້ນ ຜລິດຢູ່ວຽດນາມ ແລ້ວສົ່ງ ເຂົ້າມາ ລາວ ທາງຣົດເມໂດຍສານ.

ເຈົ້າໜ້າທີ່ສະເພາະກິດກວດກາຣົດເຖື່ອນ ເວົ້າຕື່ມວ່າ ບັນຫາປ້າຍທະບຽນປອມ ທີ່ຍັງບໍ່ສາມາດ ແກ້ໄຂໄດ້ນັ້ນ ກໍ່ຍອ້ນວ່າ ເຈົ້າໜ້າທີ່ທ້ອງຖີ່ນ ບາງຄົນບໍ່ໄດ້ກວດກາ ຢ່າງເຂັ້ມງວດ ແລະຍັງມີເຈົ້າໜ້າທີ່ບາງຄົນ ພົວພັນກັບຂະບວນ ການຜລິດປ້າຍທະບຽນ ປອມ, ປອມແປງເອກສານ ຣົດ ທັງຄ້າຣົດເຖື່ອນນຳອີກ.

ໃນຕົ້ນປີ 2017 ໂດຍປະຕິບັດຕາມຄໍາສັ່ງຂອງ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ, ກະຊວງການເງິນ, ຕຳຣວດ ແລະແຂວງຕ່າງໆ ໄດ້ກວດກາພົບ ແລະແກ້ໄຂບັນຫາ ການນຳຣົດເຂົ້າປະເທສ ແບບບໍ່ຖືກກົດໝາຍ ແລະບໍ່ມີທະບຽນ ລວມທັງໝົດທົ່ວ ປະເທດ 5,600 ປາຍຄັນ.

ເຈົ້າໜ້າທີ່ສະເພາະກິດ ກວດກາຣົດເຖື່ອນ ສັ່ງໃຫ້ເຈົ້າໜ້າທີ່ພາສີ ທ້ອງຖິ່ນເຂັ້ມງວດ ໃນການກວດກາ ໃນເຣຶ່ອງທີ່ວ່ານີ້ຕື່ມອີກ ຍ້ອນວ່າມັນ ເປັນບັນຫາ ທີ່ຍັງບໍ່ສາມາດແກ້ໄຂ ໃຫ້ຫຼຸດລົງໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.