ລາວ-ກັມພູຊາ ເຊັນສັນຍາ ຊື້ຂາຍ ພລັງງານໄຟຟ້າ
2019.09.17

ຣັຖບານ ສປປລາວ ກັບ ຣັຖບານກຳພູຊາ ໄດ້ລົງນາມໃນເອກກະສານ 6 ສະບັບ ໃນຣະຫວ່າງທີ່ ນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ໄປຢ້ຽມຢາມກັມພູຊາ ຢ່າງເປັນທາງການໃນວັນທີ 12 ແລະ 13 ກັນຍາ ນີ້. ໃນນັ້ນ ມີສັນຍາວ່າດ້ວຍການຮ່ວມມື ດ້ານຂແນງພລັງງານ ໄຟຟ້າສະບັບທີ 2 ແທນສະບັບປີ 1999, ສັນຍາຊື້ຂາຍພລັງງານໄຟຟ້າ 500 ເມກາວັດ, ສັນຍາຊື້ຂາຍໄຟຟ້າ ໂຄງການໄຟຟ້າຖ່ານຫິນ ກະລຶມ ແລະສັນຍາຊື້-ຂາຍໄຟຟ້າ ໂຄງການໄຟຟ້າຖ່ານຫິນລະມາມ ແຂວງເຊກອງ. ເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ກັນຍາ ນີ້ວ່າ:
“ໄຟຟ້າລາວເນາະ ເພິ່ນເຊັນກັບໄຟຟ້າ ກັມພູຊາ. ເອີ່ເພິ່ນເຊັນແລ້ວ ລະເພິ່ນຊິເອົາມາຈາກແຫຼ່ງອື່ນຕ່າງຫາກ, ດອນສະໂຮງມີແຕ່ 260. ສັນຍາຊື້-ຂາຍ ເພິ່ນຫັ້ນ ເພິ່ນຊິເຮັດສາຍສົ່ງຕໍ່ໄປຫາ ກັມພູຊາ ລະເພິ່ນກະຊິເອົາໄປຂາຍ ພາຍໃນປະເທສເພິ່ນ.”
ທ່ານເວົ້າຕື່ມວ່າ ການເຊັນສັນຍາຊື້-ຂາຍ ພລັງງານໄຟຟ້າຈຳນວນດັ່ງກ່າວ ເປັນພຽງສັນຍາຊື້-ຂາຍ, ຍັງບໍ່ແມ່ນການຂາຍແທ້ເທື່ອ ຍ້ອນວ່າ ທາງການລາວຕ້ອງໄດ້ສຶກສາ ຄວາມເປັນໄປໄດ້ ຕື່ມອີກວ່າ ຈະຫາແຫຼ່ງພລັງງານນັ້ນ ຈາກເຂື່ອນໄຟຟ້າແຫ່ງໃດແດ່ ນອກຈາກເຂື່ອນໄຟຟ້າ ດອນສະໂຮງແລ້ວ.
ສັນຍາຊື້-ຂາຍພລັງງານໄຟຟ້າ ທີ່ມີຂຶ້ນຣະຫວ່າງ 2 ປະເທດນີ້ແມ່ນເປັນຍ້ອນກັມພູຊາ ໄດ້ປະສົບບັນຫາໄຟຟ້າ ໃຊ້ບໍ່ພຽງພໍ ເມື່ອຕົ້ນປີ ຜ່ານມາ ເພາະເກີດພັຍແຫ້ງແລ້ງໜັກ ຈົນເຂື່ອນໄຟຟ້າ ຫລາຍແຫ່ງຂອງກຳພູຊາ ບໍ່ມີນ້ຳປັ່ນກະແສໄຟຟ້າໄດ້.
ໃນມື້ວັນທີ 5 ມິນາ ທີ່ຜ່ານມາ, ຣັຖບານລາວ ໄດ້ເຊັນສັນຍາ ຊື້-ຂາຍພລັງງານໄຟຟ້າ ກັບຣັຖບານ ກັມພູຊາ ເຊິ່ງເປັນສັນຍາສະບັບທຳອິດ ຈຳນວນ 195 ເມກາວັຕ ທີ່ຜລິຕຈາກເຂື່ອນໄຟຟ້າ ດອນສະໂຮງ ໃນກຳນົດເວລາ 25 ປີ ເລີ່ມແຕ່ປີ 2021 ເປັນຕົ້ນໄປ.
ນອກຈາກມີການເຊັນສັນຍາຊື້-ຂາຍພລັງງານໄຟຟ້າ ສະບັບທີ 2 ແລ້ວ ນາຍົກຣັຖມົນຕຣີ ສປປລາວ ຍັງໄດ້ປຶກສາຫາລືກັບນາຍົກຣັຖມົນຕຣີ ກຳພູຊາ ກ່ຽວກັບຂໍ້ຂັດແຍ້ງຊາຍແດນ ຂອງ 2 ປະເທສ ທີ່ເກີດຂຶ້ນເທື່ອຫລ້າສຸດ ໃນເດືອນສິງຫາ ທີ່ຜ່ານມານັ້ນ ນຳດ້ວຍ.