ຄ່າຣົດໂດຍສານຈະຍັງຢູ່ເກົ່າ
2015.04.02
ຄ່າຈ້າງ ຣົດ ໂດຍສານ ສາທາຣະນະ ໂດຍ ສະເພາະ ຣົດເມ ຣະຫວ່າງ ແຂວງ ຕໍ່ ແຂວງ ຍັງຈະເກັບ ຣາຄາ ເກົ່າຢູ່ ເຖິງ ວ່າ ນໍ້າມັນ ເຊື້ອເພີງ ຈະ ຖືກລົງ ແລ້ວ ກໍຕາມ. ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ກົມ ທາງບົກ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຂອງລາວ ໃນ ວັນທີ 1 ເມສາ 2015:
"ເອີ້ ໄທເຮົາ ຍັງ ຮັກສາ ຣາຄາ ນີ້ຢູ່ ປີໃໝ່ ນີ້ເຮົາ ກະແຈ້ງ ຣາຄາ ບໍ່ໃຫ້ ຂຶ້ນ ຣາຄາ ອີກໃດ໊ ຍັງ ຮັກສາ ຄອງເດີມ ຢຸ່ ຢູ່ໃນ ຄາດ ຣະຍະ ນີ້ ຍັງຖືວ່າ ຄົງໄດ້ ຢູ່ຫັ້ນ ນ່າ".
ໃນຂນະ ດຽວກັນ ຊາວລາວ ເວົ້າວ່າ ທາງການ ລາວ ຄວນ ຫລຸດຄ່າ ຣົດ ໂດຍສານ ລົງ ໄດ້ແລ້ວ ເພາະ ຣາຄາ ນໍ້າມັນ ໄດ້ ຫລຸດລົງ ແລ້ວ. ນໍ້າມັນ ໃນຕລາດ ໂລກ ຫລຸດລົງ ຫລາຍ ກວ່າ 3 ເທົ່າ ຫລັງຈາກ ທີ່ ໄດ້ຂຶ້ນ ສູງເຖິງ 168 ໂດລາ ຕໍ່ ບາແຣວ ເມື່ອ ປີກາຍ ມາເຫຼືອ ພຽງ 50 ໂດລາ ຕໍ່ ບາແຣວ.
ໃນຊ່ວງ ບຸນ ປີໃໝ່ ລາວ ຊຶ່ງ ເປັນຊ່ວງ ທີ່ ຜູ້ຄົນ ພາກັນ ເດີນທາງ ກັບ ເມືອບ້ານ ຢູ່ ແຂວງ ຕ່າງໆ ຫລາຍຄົນ ເຫັນວ່າ ການ ຫລຸດ ຄ່າ ໂດຍສານ ຖື ເປັນການ ຄືນ ຄວາມ ເປັນທັມ ໃຫ້ ແກ່ຜູ້ ໃຊ້ຣົດ ທັງ ຫລາຍ. ກ່ຽວກັບ ເຣື່ອງ ນີ້ ເຈົ້າໜ້າທີ່ ກົມ ທາງບົກ ຊີ້ແຈງ ວ່າ ທາງ ພາກສ່ວນ ກ່ຽວຂ້ອງ ແລະ ຜູ້ ປະກອບ ການ ກໍ່ເຂົ້າ ໃຈດີ ວ່າ ປະຊາຊົນ ຜູ້ໃຊ້ຣົດ ສາທາຣະນະ ໄດ້ຮັບ ຜົລ ກະທົບ ແຕ່ ກໍຕ້ອງ ຄໍານຶງ ເຖິງ ຣາຄາ ສິ່ງຂອງ ອື່ນໆ ນໍາດ້ວຍ:
"ເອີ ຣາຄາ ຕລາດ ໂລກ ລົງຢູ່ ແຕ່ ບ້ານເຮົາ ມັນ ກະລົງ ໜ້ອຍດຽວ. ລົງ ຣາຄາ ນໍ້າມັນ ຣາຄາ ສິນຄ້າ ອື່ນໆ ບໍ່ໄດ້ ລົງໃດ໋. ໂຄງສ້າງ ຂອງ ຣາຄາ ມັນ ມີຫລາຍ ພາກສ່ວນ ເດ໋ ອັນ ໜຶ່ງ ຕົ້ນຕໍ ລະແມ່ນ ເວົ້າ ເຣື່ອງ ເຄື່ອງ ອາໄຫລ່ ສິ້ນ ເປືອງ ເຣື່ອງ ຢາງ ຕີນຣົດ ໝໍ້ໄຟ ສິ້ນ ເປືອງ ແຮງງານ ຊີວິດ ການ ເປັນຢູ່ ຂອງ ກັມມະກອນ ມັນ ປະກອບ ໝົດ ທຸກອັນ ເດ໋".
ປັຈຈຸບັນ ຄ່າ ໂດຍສານ ແບບ ຕຽງນອນ ແຕ່ ນະຄອນ ຫລວງ ວຽງຈັນ ຫາ ແຂວງ ພາກໃຕ້ ແລະ ໄປ ພາກເໜືອ ຊາວລາວ ຫລາຍຄົນ ເຫັນວ່າ ມັນແພງ ເມື່ອ ທຽບໃສ່ ຄ່າ ຄອງຊີບ. ໝາຍ ຄວາມວ່າ ຄ່າ ໂດຍສານ ແມ່ນຍັງ ຄືເກົ່າ ນັບແຕ່ ໄດ້ ປັບມາ ແຕ່ ປີ 2012.