ບໍຣິສັດກໍ່ສ້າງຄ້າງຄ່າແຮງ ຄົນງານ

ສິດນີ
2017.10.31
F-Nalaie ຄຸ້ມບ້ານຈັດສັນ ສະໜາມ 3 ເຂດລ້ອງແຄນ ເມືອງນາແລ ແຂວງຫລວງນ້ຳທາ ສໍາລັບປະຊາຊົນ ທີ່ຕ້ອງໂຍກຍ້າຍຈາກ ເຂື່ອນນໍ້າທາ 1
Screen captured citizen journalist

ບໍຣິສັດໂຊກໄຊ ຊຶ່ງເປັນບໍຣິສັດ ຮັບເຫມົາກໍ່ສ້າງ ບ້ານຈັດສັນ ໃຫ້ແກ່ປະຊາຊົນ ຜູ້ທີ່ຖືກໂຍກຍ້າຍ ຈາກໂຄງການ ເຂື່ອນນ້ຳທາ 1 ຢູ່ເມືອງ ຜາອຸດົມ ແຂວງບໍ່ແກ້ວ ຍັງຄິດຫນີ້ ຄົນງານກໍ່ສ້າງ ຈຳນວນນຶ່ງ ຊຶ່ງກຸ່ມດັ່ງກ່າວ ໃນເວລານີ້ ໄດ້ຮ້ອງຮຽນໄປຍັງ ຫ້ອງການແຮງງານ ແລະ ສວັດດີການສັງຄົມ ທີ່ເມືອງຜາອຸດົມ ໃຫ້ເຂົ້າມາຊ່ອຍຕິດຕາມ ຄ່າຈ້າງນຳບໍຣິສັດ ຊຶ່ງເຈົ້າຂອງບໍຣິສັດ ຍັງມິດແລະເມີນເສັຍຢູ່. ດັ່ງເຈົ້າຫນ້າທີ່ ທ່ານນຶ່ງໄດ້ກ່າວ ໃນວັນທີ 30 ຕຸລາ ນີ້ວ່າ:

"ບໍຣິສັດໂຊກໄຊ ແບບວ່າຄ່າແຮງງານຍັງຄ້າງຢູ່ຫັ້ນ ຈ່າຍແຮງງານຄົນງານ ພາກສ່ວນທີ່ເຮັດເຂື່ອນຫັ້ນປະມານ 190 ລ້ານນີ້ແຫຼະ ແຈ້ງໃຫ້ ຂະເຈົ້າ ມາມື້ອື່ນຫັ້ນກະໂທມາ ແລ້ວປິດເຄື່ອງ ຄົນລາວເຮົາຢູ່ວຽງຈັນ ນີ້ແຫລະ ກັບບໍ່ແກ້ວນີ້ແຫລະ"

ທ່ານກ່າວຕື່ມວ່າ ຄົນງານທີ່ເຮັດວຽກ ກັບບໍຣິສັດດັ່ງກ່າວ ໄດ້ສ້າງບ້ານຈັດສັນມາແຕ່ປີກາຍ ທັງຫມົດຈະໄດ້ຮັບເງິນຄ່າຈ້າງ ເມື່ອສ້າງແລ້ວ ຫລັງຈາກນັ້ນ ຄົນງານກຸ່ມດັ່ງກ່າວຈຳນວນນຶ່ງ ກໍໄດ້ຮັບເງິນຄ່າຈ້າງ ຈາກບໍຣິສັດ ແຕ່ຍັງອີກຈຳນວນນຶ່ງບໍ່ໄດ້ຮັບ ເງິນຄ່າຈ້າງ ໂດຍບໍ່ຮູ້ ສາເຫດ ວ່າເປັນຍ້ອນຫຍັງ.

ເຈົ້າຫນ້າທີ່ທ້ອງຖິ່ນ ກໍພຍາຍາມຕິດຕໍ່ໄປຫາບໍຣິສັດ ເພື່ອທວງເງິນໃຫ້ແກ່ຄົນງານ ຜູ້ທີ່ບໍ່ໄດ້ຮັບຄ່າຈ້າງ ແຕ່ບໍຣິສັດຍັງເມີນເສີຍຢູ່ ຖ້າພົບວ່າ ເຈົ້າຂອງບໍຣິສັດ ຫາກບ້ຽວເງິນຄ່າຈ້າງ ຂອງຄົນງານຢ່າງແທ້ຈິງ ກໍຖືວ່າເປັນຄວາມຜິດ ດ້ານກົດຫມາຍແຮງງານ ກໍຈະເອົາຜູ້ກ່ຽວຂຶ້ນສານ ລົງໂທດ ຕາມກົດຫມາຍ.

ບໍຣິສັດຮັບເຫມົາກໍ່ສ້າງ ບ້ານຈັດສັນໃຫ້ບໍຣິສັດ ເຂຶ່ອນນ້ຳທາ 1 ມີສອງບໍຣິສັດ ອີກບໍຣິສັດນຶ່ງ ແມ່ນບໍຣິສັດແສງເພັດ ຊຶ່ງບໍຣີສັດນີ້ໄດ້ຈ່າຍ ຄ່າຈ້າງ ໃຫ້ແກ່ຄົນງານຫມົດແລ້ວ ຍັງເຫລືອແຕ່ ບໍຣິສັດໂຊກໄຊ.

ໂຄງການເຂື່ອນນ້ຳທາ 1 ໄດ້ຍ້າຍປະຊາຊົນ ຈາກເມືອງຜາອຸດົມ ໄປຢູ່ບ້ານຈັດສັນຈຳນວນ 10 ບ້ານ ໂຄງການນີ້ສ້າງໂດຍບໍຣິສັດພັທນາ ໄຟຟ້າຈີນ ຊຶ່ງໄດ້ກວມເອົາເນື້ອທີ່ ປະຊາຊົນ ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ ແລະເມືອງນາແລ ແຂວງຫຼວງນ້ຳທາ ຮວມທັງຫມົດປະມານ 9 ພັນຄົນ ທີ່ຖືກໂຍກຍ້າຍ ໄປຢູ່ບ້ານຈັດສັນ ບ່ອນນີ້.

ມາເຖິງປັດຈຸບັນ ປະຊາຊົນ 225 ຄອບຄົວ ໃນບ້ານຈັດສັນ ຢູ່ເຂດທາງແຮນ ເມືອງນາແລ ແຂວງຫຼວງນໍ້າທາ ຊຶ່ງໄດ້ຖືກ ໃຫ້ຍ້າຍມາຈາກ 6 ບ້ານ ຕັ້ງແຕ່ເດືອນ ມິຖຸນາ ປີ 2016 ຍ້ອນໄດ້ຮັບ ຜົລກະທົບ ຈາກການສ້າງເຂື່ອນນໍ້າທາ1 ນັ້ນ ຍັງບໍ່ທັນໄດ້ ຮັບການຊ່ວຍເຫລືອ ຂນະທີ່ພວກເຂົາເຈົ້າ ຕ້ອງການຄວາມຊ່ວຍເຫລືອ ຫຼາຍດ້ານ ຮວມທັງນໍ້າ ແລະອາຫານການກິນ.

ຊາວບ້ານທ່ານນຶ່ງ ກ່າວໃນຣະຍະທີ່ຜ່ານມາ ຄວາມຫຍຸ້ງຍາກ ທາງດ້ານນໍ້າ ແລະຂາດບ່ອນ ທໍາການຜລິດ ຮ່ວມທັງເສັ້ນທາງ ສ້າງຄວາມ ເດືອດຮ້ອນ ໃຫ້ແກ່ປະຊາຊົນ ຢູ່ບ້ານຈັດສັນ ຊຶ່ງຜ່ານມາ ຊາວບ້ານ ກໍເຄີຍຮວມຕົວກັນ ມາແລ້ວຫຼາຍເທື່ອ ຂໍໃຫ້ອໍານາດ ການປົກຄອງບ້ານ ໄປຮຽກຮ້ອງ ໃຫ້ບໍຣິສັດແສງເພັດ ແລະ ບໍຣິສັດໂຊກໄຊ ຊຶ່ງເປັນພາກສ່ວນ ທີ່ຮັບຜິດຊອບ ໂຄງການສ້າງບ້ານຈັດສັນ ໃນເຂດທາງແຮນນີ້ ຊ່ອຍແກ້ໄຂ ແຕ່ບໍຣິສັດດັ່ງກ່າວ ບໍ່ເຄີຍຕອບສນອງຫຍັງເລີຍ ນອກຈາກ ມາແຈກເຂົ້າສານ ໃຫ້ປະຊາຊົນຄົນລະ 20 ກິໂລ ແລະອາຫານ ແຫ້ງ ໃຫ້ຈໍານວນນຶ່ງ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.