ອະດີດຣັຖມົນຕຣີຍັງຖືກ ກັກຕົວ
2016.01.17

ພະນັກງານ ຜແນກ ການເງິນ ແຂວງ ອຸດົມໄຊ ເວົ້າວ່າ ຮູ້ຂ່າວ ທ່ານ ພູເພັດ ຄຳພູນວົງ ອະດີດ ຣັຖມົນຕຣີ ກະຊວງ ການເງິນ ແລະ ພະນັກງານ ຂັ້ນສູງ ອີກ 4 ຄົນ ກໍາລັງ ຖືກ ສອບສວນ ເຣື້ອງ ທຸຈຣິດ ນັ້ນແລ້ວ.
ເຈົ້າຫນ້າທີ່ ຜແນກ ການເງິນ ແຂວງ ອຸດົມໄຊ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 15 ມົກກະຣາ 2016 ນີ້ວ່າ ໄດ້ຮັບ ແຈ້ງການ ເມື່ອ ທ້າຍເດືອນ ທີ່ແລ້ວ ແລະ ຢືນຢັນວ່າ ເຣື້ອງ ໂຄງການ ບໍ່ມີຕົວຕົນ ຢູ່ ແຂວງ ອຸດົມໄຊ ໃນປີ 2014 ນັ້ນ ພະນັກງານ ການເງິນ ແຂວງ ບໍ່ໄດ້ ກ່ຽວຂ້ອງ ນຳ:
“ເພິ່ນແຈ້ງ ເມື່ອ ທ້າຍເດືອນ 12 ແຈ້ງໃຫ້ຮູ້ວ່າ ສາຍການເງິນ 4 ທ່ານ ຖືກ ເຈົ້າຫນ້າທີ່ ເອົາໄປ ກັກຕົວແລ້ວ. ສ່ວນຫຼາຍ ເພິ່ນ ຈະເນັ້ນໃສ່ ພາກສ່ວນ ຮັບຜີດຊອບ ສູງ ກະ ບໍ່ກ່ຽວວ່າ ທາງຂັ້ນສູງ ເພິ່ນຈະປົກປິດ ຫຼື ປ້ອງກັນ ແນວໃດ ເຮົາກໍບໍ່ ສາມາດຮູ້, ແຕ່ວ່າ ສາຍການເງິນ ພາກສ່ວນ ວິຊາການ ນີ້ ບໍ່ມີສ່ວນ ກ່ຽວຂ້ອງ”.
ນາງວ່າ ໃນຣະຍະ ທີ່ ແຂວງ ອຸດົມໄຊ ເປັນເຈົ້າພາບ ຈັດ ງານກິລາ ແຫ່ງຊາດ ເມື່ອປີ 2014 ນັ້ນ ມີຄວາມຜົດ ປົກກະຕິ ກ່ຽວກັບ ໂຄງການ ບໍ່ມີຕົວຕົນ. ຫລັງແລ້ວງານ ຈຶ່ງມີການ ກວດສອບ ແລະ ສັ່ງປົດ ເຈົ້າແຂວງ ແລະ ຜູ້ຮອງ ຢ່າງ ກະທັນຫັນ.
ນາງກ່າວ ປຽບທຽບໃສ່ ປະເທດຈີນ ແລະ ວຽດນາມ ທີ່ ມີການ ປາບປາມ ການສໍ້ຣາສ ບັງຫຼວງ ຢ່າງເຂັ້ມງວດ ຊຶ່ງນາງ ຖືວ່າ ເປັນເຣື້ອງດີ, ແຕ່ຢູ່ ປະເທດລາວ ອາດຈະ ເຮັດບໍ່ໄດ້ ປານນັ້ນ.
“ຄືຊິຍາກຢູ່. ເຮົາໄດ້ໄປ ຖອດຖອນບົດຮຽນ ຢູ່ ປະເທດ ອ້ອມຂ້າງ ເຮົາກໍເຫັນ ຂະເຈົ້າ ຣະບຽບຫຼາຍ ເຫນືອ ພວກເຮົາແທ້. ພາຫະນະ ປະຈຳ ຕຳແໜ່ງ ຂອງ ການນຳ ຂະເຈົ້າ ຈະບໍ່ມີ ກັມມະສິດ ນອກໂມງ ຣາຊການ, ຄືແນວ ພວກເຮົາ ເອົາໄປສວນ ໄປຫຍັງຫັ້ນ ມັນເປັນໄປ ບໍ່ໄດ້, ພາກສ່ວນໃດ ກະບໍ່ ປະຕິບັດ ເດ”.
ສຳຫຼັບ ກໍຣະນີ ທ່ານ ພູເພັດ ຄຳພູນວົງ ຖືກສອບສວນ ເຣື້ອງ ທຸຈຣິດ ນັ້ນ, ປັຈຈຸບັນ ທ່ານ ຍັງຖືກກັກຕົວ ຢູ່ ຫ້ອງກວດກາ ຂອງຄນະ ກັມມະການ ກົມການເມືອງ ສູນກາງພັກ ຫຼັກ 6, ສ່ວນ ພະນັກງານ ຂັ້ນສູງ 4 ຄົນ ຖືກຂັງ ຢູ່ຄຸກ ໂພນທັນ ນະຄອນຫຼວງ ວຽງຈັນ. ຂນະນີ້ ການສືບສວນ ສອບສວນ ກໍກໍາລັງ ດຳເນີນ ຕໍ່ໄປຢູ່.