ສວນກ້ວຍຂອງຈີນຈະບໍ່ຂຍາຍ
2015.04.03
ເຈົ້າຫນ້າທີ່ ແຂວງ ບໍ່ແກ້ວ ເວົ້າວ່າ ປັດຈຸບັນ ທາງ ແຂວງ ໄດ້ ໂຈະ ບໍ່ໃຫ້ ນັກ ລົງທຶນ ຈີນ ຂຍາຍ ເນື້ອທີ່ ປູກກ້ວຍ ເພີ້ມອີກ ໂດຍ ສະເພາະ ຢູ່ ເມືອງ ຕົ້ນເຜິ້ງ ຍ້ອນ ຢ້ານ ສົ່ງ ຜົລ ກະທົບ ຕໍ່ ສິ່ງ ແວດລ້ອມ ແລະ ເນື້ອທີ່ ປູກພືດ ຊນີດ ອື່ນໆ ເປັນຕົ້ນ ຢາງພາລາ ໄມ້ສັກ ເນື່ອງຈາກ ເນື້ອທີ່ ປູກກ້ວຍ ຂອງ ຈີນ ມີ ຮອດ 4 ພັນ ເຮັກຕາ ແລ້ວ ຈຶ່ງ ເຫັນວ່າ ບໍ່ຄວນ ໃຫ້ ປູກ ຕື່ມ. ດັ່ງທ່ານ ກ່າວວ່າ:
"ມັນ ຈະບໍ່ມີ ແລ້ວ ເພິ່ນ ໃຫ້ຢຸດ ເຊົາແລ້ວ ເນື່ອງ ທີ່ມັນ ກໍ ຈະຂ້ອນຂ້າງ ຫມົດແລ້ວ ມັນກາຍ ດັ່ງ ເປັນປ່າໄມ້ ເພີ່ນກະ ອະນຸຮັກ ແລ້ວ ໃນ ເມື່ອກ່ອນ ຫັ້ນ ຈະເປັນ ສວນ ເຂົ້າໂພດ ເພາະວ່າ ສິນຄ້າ ເຂົ້າໂພດ ມັນ ບໍ່ໄດ້ດີ ມາ ປ່ຽນເປັນ ປູກກ້ວຍ ຈີນ ຫັ້ນແຫລະ".
ທ່ານກ່າວ ຕື່ມວ່າ ເນື້ອທີ່ ປູກກ້ວຍ ຂອງ ຊາວຈີນ ສ່ວນໃຫຍ່ ຈະປູກໃສ່ ດິນ ຂອງ ປະຊາຊົນ ດ້ວຍການ ເຊົ່າ ຫລື ຊື້ຈາກ ປະຊາຊົນ ອີກ ສ່ວນນຶ່ງ ເປັນການ ສຳປະທານ ດີນ ຣັດ. ນັກລົງທຶນ ຈີນ ຈ້າງ ຄົນ ທ້ອງຖິ່ນ ມາ ເຮັດວຽກ ໃນ ສວນກ້ວຍ ຂະເຈົ້າ ແລະ ກ້ວຍ ຈະຖືກ ສົ່ງ ໄປຂາຍ ຢູ່ຈີນ.
ທ່ານວ່າ ນັກລົງທຶນ ຈີນ ໄດ້ນຳ ປຸ໊ຍ ຊີວະພາບ ຈາກ ປະເທດ ໄທ ເຂົ້າມາໃຊ້ ດັ່ງ: ຂີ້ງົວ ແລະ ຂີ້ຄວາຍ ຕາມຄຳ ແນະນຳ ຂອງ ເຈົ້າຫນ້າທີ່ ລາວ ເຮັດໃຫ້ ບໍ່ມີ ບັນຫາ ຕໍ່ ສິ່ງ ແວດລ້ອມ ຫລາຍ ປານໃດ ແຕ່ ກໍຍັງ ມີຢູ່ ໃນບາງ ເຂດ.
ຈາກການ ລົງ ສຳຣວດ ພື້ນທີ່ ຂອງ ນັກຂ່າວ ພົບວ່າ ສວນກ້ວຍ ຂອງ ຈີນ ໄດ້ ປູກ ຢ່າງ ຫຼວງຫຼາຍ ຕາມ ແຄມທາງ ຈາກ ຕົວເມືອງ ຕົ້ນເຜີ້ງ ໄປຮອດ ເຂດ ເສຖກິດ ພິເສດ ສາມ ຫລ່ຽມຄຳ ຈົນ ເກືອບ ບໍ່ເຫັນ ບ່ອນ ປູກຝັງ ຂອງ ປະຊາຊົນ ເລີຍ. ໃນນັ້ນ ພົບວ່າ ໄດ້ ມີການ ຕັດໄມ້ ອອກຈາກ ພູ ບາງຫນ່ວຍ ເພື່ອ ເຮັດເປັນ ສວນກ້ວຍ.