ບໍຣິສັດແສງເພັດ ເຈຣະຈາ ຄ່າແຮງ ຂອງຄົນງານ

ໄມຊູລີ
2018.01.16
F-Nalaie ຄຸ້ມບ້ານຈັດສັນ ສະໜາມ 3 ເຂດລ້ອງແຄນ ເມືອງນາແລ ແຂວງຫລວງນ້ຳທາ ສໍາລັບປະຊາຊົນ ທີ່ຕ້ອງໂຍກຍ້າຍຈາກ ເຂື່ອນນໍ້າທາ 1
Screen captured citizen journalist

ປັຈຈຸບັນ ຫ້ອງການແຮງງານແລະສວັດດິການສັງຄົມ ເມືອງຜາອຸດົມ ກໍາລັງຕິດຕາມບໍຣິສັດໂຊກໄຊ ທີ່ຍັງຕິດຄ້າງ ຄ່າແຮງງານທັງໝົດ ປະມານ 190 ລ້ານກິບ ໂດຍບໍຣິສັດ ດັ່ງກ່າວ ເປັນຜູ້ຮັບເຫມົາກໍ່ສ້າງ ບ້ານຈັດສັນໃຫ້ແກ່ປະຊາຊົນ ທີ່ໂຍກຍ້າຍ ຈາກໂຄງການເຂື່ອນ ນໍ້າທາ 1. ດັ່ງເຈົ້າໜ້າທີ່ ຫ້ອງການແຮງງານ ແລະສວັດດິການສັງຄົມ ເມືອງຜາອຸດົມ ກ່າວຕໍ່ເອເຊັຽເສຣີ ໃນວັນທີ່ 16 ມົກຣາ ນີ້ວ່າ:

“ກໍຍັງບໍຣິສັດໂຊກໄຊ ກັບບໍຣິສັດແສງເພັດ ຫັ້ນທີ່ວ່າບໍມີສັນຍາ ແລ້ວເຂົາເຈົ້າຍັງຄ້າງເງິນ ຄ່າແຮງງານຫັ້ນຫຼາຍຢູ່ ອັນນີ້ ກໍຍັງເວົ້າກັນ ສອງສາມມື້ແລ້ວຫັ້ນ ກໍບໍ່ຕົກບໍ່ແຕກຢູ່ ໂຊກໄຊ ຫັ້ນບໍ່ມາ ບໍ່ຍອມມາ ເຮົາຊິໃຊ້ແຕ່ ທາງເບື້ອງກົດຫມາຍ ນີ້ແຫລະ ໄປເວົ້າໄປວ່ານີ້.”

ທ່ານ ອະທິບາຍ ຕໍ່ໄປວ່າ ໂຄງການ ສ້າງບ້ານຈັດສັນ ເຂື່ອນນໍ້າທາ 1 ເຂດເມືອງ ຜາອຸດົມ ນີ້ແມ່ນບໍຣິສັດໂຊກໄຊ ເປັນຜູ້ຮັບເຫມົາ ຣາຍໃຫຍ່ ຈາກນະຄອນຫລວງວຽງຈັນ ແລະເປັນຜູ້ຄວບຄຸມ ການກໍ່ສ້າງ ໂດຍມີບໍຣິສັດແສງເພັດ ເປັນບໍຣິສັດຫຍ່ອຍ ແລະ ມີໜ້າທີ່ ຈັດຫາຄົນງານກໍ່ສ້າງ ແລະຮັບເງິນຈາກ ບໍຣິສັດໂຊກໄຊ ມາຈ່າຍຄ່າຄົນງານ.

ປັຈຈຸບັນ ມີແຕ່ ບໍຣິສັດແສງເພັດ ອອກມາເຈຣະຈາ ກັບທາງການ ສ່ວນບໍຣິສັດໂຊກໄຊ ຍັງມິດງຽບຢູ່ ບໍ່ມີໃຜ ຕິດຕໍ່ໄດ້ ແຕ່ເຖິງຢ່າງໃດ ທາງເຈົ້າໜ້າທີ່ຈະພຍາຍາມ ຕິດຕາມຢ່າງໃກ້ຊິດ ຈົນກ່ວາທາງບໍຣິສັດ ຈະຈ່າຍຄ່າແຮງງານ ໃຫ້ລູກຈ້າງ.

ໂຄງການເຂື່ອນໄຟຟ້ານໍ້າທາ 1 ໄດ້ຍ້າຍປະຊາຊົນ ເມືອງຜາອຸດົມ ໄປຢູ່ບ້ານ ຈັດສັນຈໍານວນ 10 ບ້ານ ໂຄງການນີ້ ສ້າງໂດຍບໍຣິສັດ ພັທນາໄຟຟ້າ ໃຕ້ຈີນ ຊຶ່ງກວມເອົາ ເນື້ອທີ່ປະຊາຊົນ ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ ແລະເມືອງນາແລ ແຂວງຫຼວງນໍ້າທາ ຮວມແລ້ວ ມີປະຊາຊົນ ຫລາຍກ່ວາ 9,000 ຄົນ ຖືກໂຍກຍ້າຍ ໄປຢູ່ບ້ານຈັດສັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.