ເຈົ້າຫນ້າທີ່ ທ້ອງຖິ່ນ ທີ່ເມືອງສີງ ເວົ້າວ່າ ປັດຈຸບັນ ການປູກກ້ວຍ ທີ່ເມືອງສີງ ແຂວງ ຫຼວງນ້ຳທາ ຫລຸດລົງ ຫລັງຈາກ ທີ່ທາງການ ອອກຄຳສັ່ງ ໃຫ້ຢຸດ ການປູກກ້ວຍ ເພີ້ມ ຍ້ອນ ຜົລກະທົບ ຕໍ່ ສິ່ງແວດລ້ອມ ແລະ ຣາຄາ ກ້ວຍ ກໍຕົກຕ່ຳ. ຊາວສວນ ກໍພາກັນ ຫັນມາ ປູກອ້ອຍແທນ ເພື່ອ ສົ່ງຂາຍ ໃຫ້ ບໍຣິສັດ ຈີນ. ດັ່ງ ທ່ານກ່າວ ຕໍ່ ເອເຊັຽ ເສຣີ ໃນວັນທີ 18 ສິງຫາ ນີ້ວ່າ:
"ເລີ້ມລົດແລ້ວເພາະວ່າມັນ ກໍອີງໃສ່ ຫລາຍບັນຫາ ເຣື້ອງກ້ວຍນະ ມັນເວົ້າດ້ວຍ ພຍາດເນ ຫຼາຍອັນ ຫຼາຍແນວແດ່ ເຣື້ອງຣາຄາ ກ້ວຍແແດ່ ນັກລົງທຶນ ກໍບໍ່ຢາກ ປູກແລ້ວ ມັນເລີ້ມ ລົດລົງແລ້ວ ກໍມີແຕ່ວ່າ ຢຸດການ ປູກກ້ວຍ ກໍມີການ ສືບຕໍ່ ປູກອ້ອຍ".
ທ່ານກ່າວຕື່ມວ່າ ການປູກອ້ອຍ ຢູ່ເມືອງສິງ ໄດ້ເລີ້ມແຕ່ ປີ 1995 ໂດຍ ນັກລົງທຶນຈີນ ໄດ້ເອົາ ນັກວິຊາການ ຈາກຈີນ ມາແນະນຳ ໃຫ້ ຊາວບ້ານ ປູກ ແລະ ໄດ້ຂຍາຍພື້ນທີ່ ໄປເລື້ອຍໆ ຈົນຮອດ 2 ພັນປາຍ ເຮັກຕາ ໃນ ປັດຈຸບັນ ສ່ວນໃຫຍ່ ເປັນໂຄງການ ທີ່ໄດ້ຮັບ ການສນັບສນູນ ຈາກ ບໍຣິສັດ ນ້ຳຕານ ຍິງມາວ ຂອງຈີນ ໃນການແຈກຢາຍ ແນວພັນ ແລະ ຮັບຊື້ອ້ອຍ ຈາກ ປະຊາຊົນ.
ທ່ານວ່າ ສັນຍາການປູກກ້ວຍ ຂອງ ປະຊາຊົນ ກັບຈີນ ຈະສິ້ນສຸດ ລົງໃນປີນີ້ ຫລື ໃນປີຫນ້າ ແຕ່ທາງການ ແຂວງ ຈະບໍ່ ອະນຸຍາດ ໃຫ້ຕໍ່ ສັນຍາ ອີກໃຫມ່ ຍ້ອນ ຜົລກະທົບ ຕໍ່ ສີ່ງແວດລ້ອມ ແລະ ແມ່ນ້ຳ ລຳທານ. ດັ່ງ ເຈົ້າຫນ້າທີ່ ຊັພຍາກອນ ທັມມະຊາດ ທ້ອງຖິ່ນ ເວົ້າວ່າ:
"ແນ່ນອນ ຕ້ອງມີບັນຫາ ເຮື້ອງດິນ ໂຕນີ້ນ່າ ດິນມັນກໍຊິ ເຊື່ອມໄປ ແນ່ນອນ ແຕ່ວ່າ ປະຣິມານ ເຣື້ອງເພີ້ມປຸຍ ກໍຊິເພີ້ມໃສ່ ການນຳໃຊ້ ປຸຍເພີ້ມ ປະຣິມານ ຂຶ້ນຕື່ມ ຫັ້ນແຫຼະ ຄີດວ່າ ກັບມາປູກ ເຂົ້າເດ ແຕ່ວ່າເບື້ອງຕົ້ນ ຫລັງຈາກ ປູກກ້ວຍແລ້ວ ເຮົາຈະເຮັດ ກັບມາປູກເລີຍ ໂດຍຕົງບໍ່ໄດ້ ເຮົາຕ້ອງໄດ້ ຫັນປູກພືດ ແນວອື່ນກ່ອນ ປູກອ້ອຍບໍ ປູກສາລີ ເສັຽກອ່ນ ເພື່ອໃຫ້ມີການ ປັບປຸງ ດິນ ແລ້ວຄ່ອຍ ຫັນມາ ປູກເຂົ້າ".
ວ່າງຫລັງໆມານີ້ ຫ້ອງການ ປົກຄອງເມືອງສິງ ເຊັນສັນຍາ ປູກອ້ອຍ ກັບ ບໍຣິສັດຈີນ ໃຫ້ແກ່ ປະຊາຊົນ ໃນເຂດ ເມືອງສິງ ຜູ້ທີ່ເຄີຍ ປູກກ້ວຍມາກ່ອນ ໃຫ້ຫັນມາ ປູກອ້ອຍ ແທນ.