ປະຊາຊົນ ບ້ານຈັດສັນໃໝ່ ຍັງລຳບາກ

ສິດນີ
2018.05.16
f-nam-gniep-1 ການກໍ່ສ້າງເຂື່ອນ ນໍ້າງຽບ-1 ຢູ່ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ
Screen captured Namngiep1 Power Company video

ປະຊາຊົນ ປະມານ 175 ຄອບຄົວ ທີ່ຖືກໂຍກຍ້າຍ ໄປຢູ່ບ້ານຈັດສັນໃໝ່ ບ້້ານພູໂຮມໄຊ ຕາມນະໂຍບາຍ ຂອງໂຄງການ ສ້າງເຂື່ອນ ໄຟຟ້ານໍ້າງຽບ 1 ແຂວງ ບໍຣິຄຳໄຊ ຍັງມີຄວາມຫຍຸ້ງຍາກຫຼາຍຢູ່ ໃນການເດີນທາງ ຍ້ອນເສັ້ນທາງ ໄປຫາ ບ້ານຈັດສັນໃໝ່ ເປັນດິນແດງ ບໍ່ໄດ້ປູຢາງ, ດັ່ງເຈົ້າໜ້າທີ່ ຜແນກພະລັງງານແລະບໍ່ແຮ່ ແຂວງບໍຣິຄຳໄຊ ທ່ານນຶ່່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 15 ພຶສພາ ນີ້ວ່າ:

"ພ້ອມໝົດແລ້ວ ໂຄງຮ່າງພື້ນຖານນະ ເອີ່ຄັນມີງົບປະມາຊ່ອຍ ຖ​ນົນຫົນທາງຫັ້ນ ແລ້ວດີ ທາງປູຢາງດຽວນີ້ ມັນຢູ່ໃນໂຄງການເຮົາ ມັນ ບໍ່ທັນມີທາງປູຢາງ ດຽວນີ້ ມີແຕ່ທາງດີນແດງ ເຂົ້າກ່ອນ ຊ່ວຍຊາວບ້ານຫັ້ນນ່າ."

ທ່ານ ກ່າວຕື່ມວ່າ ບ້ານຈັດສັນ ພູໂຮມໄຊ ມີສິ່ງອຳນວຍ ຄວາມສະດວກເກືອບທຸກຢ່າງ ເຊັ່ນ ນໍ້າປະປາ, ໄຟຟ້າ , ສຸຂສາລາ, ຕລາດ, ໂຮງຮຽນອານຸບາລ, ໂຮງຮຽນປະຖົມສົມບູນ ຕາມແຜນ ສາມາດຮອງຮັບໄດ້ ທັງໝົດ ປະມານ 500 ຄອບຄົວ  ແຕ່ຂາດຖນົນບໍ່ໄດ້ມາຕຖານ.

ເມື່ອຕົ້ນປີຜ່ານມາ ຊາວບ້ານໄດ້ຮຽກຮ້ອງ ໃຫ້ໂຄງການເຂື່ອນໄຟຟ້ານໍ້າງຽບ 1  ເຂົ້າມາສ້ອມແປງທາງ ເຂົ້າ-ອອກ ກ່ອນຈະເຖິງ ຣະດູຝົນນີ້ ແຕ່ກໍ່ບໍ່ມີຄຳຕອບ ຈາກໂຄງການເທື່ອ. ອີກບັນຫານຶ່ງ ກໍແມ່ນເນື້ອທີ່ ກະສິກັມ ການເຮັດໄຮ່ ເຮັດສວນ ມີບໍ່ພຽງພໍ ເຮັດໃຫ້ເຂົາເຈົ້າ ບໍ່ກຸ້ມຢູ່ ກຸ້ມກິນຄືແຕ່ກ່ອນ.

ໂຄງການເຂື່ອນນ້ຳງຽບນຶ່ງ ມີການໂຍກຍ້າຍຊາວບ້ານ ກຸ່ມທຳອິດ ເຣີ່ມແຕ່ເດຶືອນ ພຶສຈິກາ ປີ 2017 ຈຳນວນ 24 ຄອບຄົວ ແລະ ໃນຕົ້ນປີ 2018 ໄດ້ໂຍກຍ້າຍ ມາຕື່ມອີກ 51 ຄອບຄົວ ສ່ວນໃຫຍ່ ເປັນປະຊາຊົນ ຈາກແຂວງ ໄຊສົມບູນ, ກຸ່ມທີ 2 ແລະ ກຸ່ມທີ 3 ໂຍກຍ້າຍ ມາຕື່ມ ຈຳນວນ 100 ຄອບຄົວ ຮວມທັງໝົດ ເປັນ 175 ຄອບຄົວ ສ່ວນອີກ 320 ຄອບຄົວ ຍອມຮັບເອົາ ເງິນຊົດເຊີຍ ແລະ ສມັກໃຈ ໄປຢູ່ບ່ອນໃໝ່ ຮວມມູນຄ່າ ການຊົດເຊີຍ ທັງໝົດ 10 ລ້ານໂດລາສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.