ນັກທຸຣະກິຈຈັບຕາປະຊາຄົມ ເສຖກິດອາຊຽນ
2013.08.22

ເຖີງແມ່ນວ່າ ກົດໝາຍການຄ້າ ແລະການລົງທຶນໃນ ສປປລາວ ຍັງບໍ່ເປັນທີ່ ແຈ່ມແຈ້ງ ແລະ ປັບປຸງໄດ້ ເທົ່າທີ່ຄວນກໍຕາມ ປັຈຈຸບັນນີ້ ກຸ່ມທຸຣະກິດ ຂນາດນ້ອຍ ຂອງຊາວໄທ ຕ່າງກໍມີ ຄວາມຫວັງ ຢາກຈະໄປລົງທຶນ ຢູ່ທາງຝັ່ງລາວ ເພື່ອຕຣຽມການ ເຂົ້າເປັນ ປະຊາຄົມ ເສຖກິດ ອາຊຽນ ພາຍໃນທ້າຍປີ 2015 ເຊັ່ນ: ບໍຣິສັດ Sahakij Car Care ຊຶ່ງເປັນ ບໍຣິສັດ ໃຫ້ບໍຣິການ ສ້ອມແປງ ຣົຖໂອໂຕ ທີ່ມີ ສູນບໍຣິການ ຢູ່ມຸກດາຫານ ແລະ ນະຄອນພະນົມ, ແລະມີໂຄງການ ຈະໄປເປີດ ສາຂາໃໝ່ ຢູ່ ສວັນນະເຂຕ ໃນໄວໆນີ້.
ທ່ານ Vutthiphat Satjamukda ຜູ້ກໍ່ຕັ້ງບໍຣິສັດ Sahakij(ສະຫະກິດ)ກ່າວວ່າ ທ່ານມີແຜນ ຈະໄປເປີດສາຂາ ໃໝ່ອີກຢູ່ ສວັນນະເຂຕ ຍ້ອນປະຊາຄົມ ເສຖກິດອາຊຽນ ໄດ້ເປີດໂອກາດ ແລະໝັ້ນໃຈວ່າທຸຣະກິດຂອງຕົນ ຍີ່ງຈະຂຍາຍຕົວ ເລື້ອຍໆ ເພາະ ປັຈຈຸບັນນີ້ ປະມານ 20% ຂອງລູກຄ້າ ທັງໝົດ150ຄົນ ທີ່ໃຊ້ບໍຣິການ ໃນແຕ່ລະມື້ ແມ່ນໄປຈາກ ຝັ່ງລາວ ທັ້ງນັ້ນ. ແຕ່ສີ່ງທີ່ໜ້າ ເປັນຫ່ວງ ກໍຄືວ່າ ໃນເມື່ອ ທາງການລາວ ຍັງບໍ່ທັນ ມີກົດໝາຍການຄ້າ ແລະ ການລົງທຶນ ທີ່ແນນອນ ໄດ້ມາຕຕະຖານ ທາງການລາວ ອາດຂຶ້ນຄ່າພາສີ ເມື່ອໃດກໍໄດ້.
ສ່ວນທ່ານ Leenawat Singhathnapat ເຈົ້າຂອງ ບໍຣິສັດ Big D Sheet Metal ຊຶ່ງເປັນ ບໍຣິສັດ ການຜລິດ ເຄື່ອງກໍ່ສ້າງ ເວົ້າວ່າ ທ່ານຍັງມີບໍ່ຄວາມ ເຊື່ອໝັ້ນ ໃນການເກັບພາສີ ຂອງ ທາງການລາວ ເທື່ອ ຈຶ່ງບໍ່ຕັດສິນໃຈ ໄປລົງທຶນ ຢູ່ລາວ ໃນເວລານີ້. ຢ່າງໃດ ກໍຕາມ ເນື່ອງຈາກ ມີໂຄງການ ກໍ່ສ້າງຢູ່ລາວຢ່າງຫລວງຫລາຍ ໃນປັຈຈຸບັນນີ້ ເຮັດໃຫ້ມີການເພີ່ມຂຍາຍສິນຄ້າ ຢ່າງຫລວງຫລາຍ ດັ່ງຈະເຫັນໄດ້ ຈາກມູນຄ່າ ການຄ້າ ຣະຫວ່າງ ມຸກດາຫານ ແລະ ສວັນນະເຂຕ ທີ່ມີທັງໝົດ 26% ຂອງສິນຄ້າທັງໝົດ ຈາກຊາຍ ແດນໄທ ໄປຍັງຝັ່ງ ລາວ ຊື່ງມີມູນຄ່າ ທີ່ເພີ່ມຂຶ້ນເຖີງ 34% ຮວມທັງ ໝົດ 4.48 ຕື້ດອນລາ ສະຫະຣັດ ໃນປີ 2012. ໂດຽໃນນັ້ນ ແມ່ນ ທາງຝ່າຍໄທ ສົ່ງ ສິນຄ້າໄປ ຍັງຝັ່ງລາວ ໃນເຂດຊາຍແດນ ດັ່ງກ່າວ ໃນມູນຄ່າ 3.6 ຕື້ ດອນລາ.