ທະນາຄານພັທນາເອເຊັຽຈະ ໃສ່ໂທດ ຜູ້ສໍ້ໂກງ


2014.03.12
F-ADB ທະນາຄານພັທນາເອເຊັຽ ຈະລົງໂທດ ຜູ້ຍັກຍອກ ເງິນຂອງ ທະນາຄານ ຈາກໂຄງການ ພັທນາ
adb

 

ທະນາຄານ ພັທນາ ເອເຊັຽ ໄດ້ກຳນົດ ການ ລົງໂທດ ຕໍ່ສ່ວນ ບຸກຄົນ ຈຳນວນ 30 ຄົນ ແລະ 31 ບໍຣິສັດ ໃນຂໍ້ກ່າວຫາ ຍັກ ຍອກເງິນ ຈາກ ໂຄງການ ທີ່ລົງທຶນ ໂດຍ ທະນາຄານ ຫລັງຈາກ ມີການ ສືບສວນ ວ່າງປີ 2013 ພົບວ່າ ມີການສໍ້ໂກງ ເງິນຈາກ ໂຄງການ ຂອງ ທະນາຄານ ຈາກ ຫລາຍ ປະເທດ ປະມານ ນຶ່ງ ຕື້ ໂດລາ.

ທະນາຄານ ພັທນາ ເອເຊັຍ ກ່າວວ່າ ທາງ ທະນາຄານ ໄດ້ກວດ ພົບ ການສໍ້ໂກງ ເຖີງ 250 ກໍຣະນີ ວ່າງປີ ທີ່ຜ່ານມາ ເພີ້ມຂື້ນ10 ກໍຣະນີ ຈາກປີ 2012. ອີງຕາມ ບົດຣາຍງານ ຂອງ ທະນາຄານ ທີ່ ພີມເຜີຍແຜ່ ໃນວັນພຸດ. ການສືບສວນ ຮ່ວມດ້ວຍ 6 ໂຄງການ ໃຫຍ່ໆ ທີ່ດຳເນີນ ງານ ຣະຫວ່າງ ປີ 2006 ຫາ 2010 ໃນ ປະເທດຈີນ ອາເຊີບາຈອນ ປາກີສຖານ ເນປານ ແລະ ສປປລາວ ທີ່ມີການ ສໍ້ໂກງເງີນ ໂຄງການ ທີ່ຢືມ ຈາກ ທະນາຄານ ແລະ ການສໍ້ໂກງ ປະເພດ ຕ່າງໆ.

ນອກຈາກ ການສໍ້ໂກງ ທາງດ້ານ ການເງິນ ແລ້ວ ກຸ່ມຜູ້ ດຳເນີນ ກິຈການ ຍັງສໍ້ໂກງ ກ່ຽວກັບ ປະສົບການ ຄຸນນະພາບ ແລະ ເທັກນິກ ໃນການ ເຮັດວຽກ ຂອງກຸ່ມ ບໍຣິສັດ ທີ່ປືກສາ ທີ່ຍັງເປັນ ບັນຫາ ໃຫຍ່ ໃນການ ລ່ວງຣະເມີດ ຈັນຍາບັນ ຂອງການ ປະຕິບັດ ຫນ້າທີ່ ຂອງຕົນ ຫ້ອງການ ຕໍ່ຕ້ານການ ສໍ້ຣາສ ບັງຫລວງ ທະນາຄານ ໂລກ ຖແລງ. ບັນດາ ບໍຣິສັດ ຫລື ສ່ວນບຸກຄົນ ທີ່ຖືກ ລົງໂທດ ຈາກ ທະນາຄານ ຈະຫ້າມ ສຳປະທານ ໂຄງການ ຂອງ ທະນາຄານ ຢ່າງນ້ອຍ ເປັນເວລາ ສາມ ຫາ ສີບປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.