ADB ປະເມີນເສຖກິດ ລາວ ຕິດລົບ

ອຸ່ນເກ້ວ ສຸກສະຫວັນ
2020.12.12
ADB ປະເມີນເສຖກິດ ລາວ ຕິດລົບ ການຂົນສົ່ງສິນຄ້າເຂົ້າອອກປະເທດ ກໍເປັນບັນຫາໜັກ ຍ້ອນມີການກວດກາຢູ່ດ່ານສາກົນ ຕາມມາຕການປ້ອງກັນໂຄວິດ-19
ພາບປະກອບ 2020: ນັກຂ່າວພົລເມືອງ

ຣັຖບານລາວ ຣາຍງານວ່າ ເສຖກິດ ຂອງປະເທດລາວ ໃນປີ 2020 ຂຍາຍໂຕ 3%, ແຕ່ມາສວນທາງ ກັບ ທະນາຄານພັທນາ ເອເຊັຽ ຫຼື ADB ທີ່ໄດ້ຣາຍງານ ສະພາບເສຖກິດລາວ ໃນປີ 2020 ໄດ້ຕິດລົບ -2.5% ຍ້ອນວ່າ ໄດ້ຮັບຜົນກະທົບ ຈາກການ ລະບາດຂອງ ໂຄວິດ19. ເຈົ້າໜ້າທີ່ ທະນາຄານ ພັທນາເອເຊັຽ ປະຈຳລາວ ທ່ານນຶ່ງຜູ້ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 11 ທັນວາ ນີ້ວ່າ:

"ຄວາມສ່ຽງມັນຍັງສູງເນາະ, ເລີຍວ່າ, ເຮົາຍັງໃຫ້ຕິດລົບຢູ່, ຍັງຫຼາຍ, ປັດຈຸບັນທີ່ມັນຍັງບໍ່ສອດຄ່ອງກັນ ໃນສະພາບເສຖກິດແບບນີ້ ຖາມວ່າ ປີ 2020 ມັນດີກວ່າ 2019 ບໍ່, ມັນບໍ່ດີກວ່າ, ແລ້ວມັນຊິເອົາຫຍັງມາຂຍາຍໂຕ, ມາເບິ່ງນີ້ ຢູ່ລາວນີ້, ຜົນກະທົບທີ່ວ່າ ພາໃຫ້ໄປຕິດລົບ ມີຂະແໜງການບໍຣິການ ການບໍຣິການຫຍັງຕ່າງໆ ທີ່ພົວພັນການທ່ອງທ່ຽວ ຕິດລົບໝົດ ມັນບໍ່ມີຫຍັງທີ່ ກະເຕື້ອງຂຶ້ນ."

ທ່ານກ່າວອີກວ່າ, ເສຖກິດລາວຈະຟື້ນໂຕໃນປີ 2021, ດ້ວຍປັດໃຈທີ່ວ່າ ການແຜ່ລະບາດຂອງໂຄວິດ19 ໄດ້ຄ່ອຍໆ ຫຼຸດລົງ ຊຶ່ງ ອັດຕາການເຕີບໂຕ ແມ່ນຄາດວ່າ ຈະຢູ່ທີ່ 4.5% ແຕ່ທັງນີ້, ຣັຖບານລາວ, ຕ້ອງພຍາຍາມເຕັມທີ່ ໃນການຫຼຸດຜ່ອນການນຳເຂົ້າ ສິນຄ້າ ຈາກ ຕ່າງປະເທດ ແລ້ວຫັນໄປສົ່ງເສີມໃຫ້ຄົນລາວພາຍໃນ ຜລິດສະບຽງອາຫານ ແລະ ສິນຄ້າຕ່າງໆ ໃຫ້ພຽງພໍກັບຄວາມ ຕ້ອງການຂອງຄົນ ໃນປະເທດ.

ນອກຈາກນີ້ ຍັງມີຫຼາຍປັດໃຈ ທີ່ຣັຖບານລາວ ຄວນເລັ່ງດຳເນີນການ ຢ່າງເປັນຮູປທັມ ຄື; ສົ່ງເສີມໃຫ້ໂຮງງານ ອຸດສາຫະກັມ ພາຍໃນປະເທດ ຫຼື ເຂດເສຖກິດພິເສດ ເປີດຮັບສມັກ ຄົນງານລາວ ທີ່ກັບມາຈາກຕ່າງປະເທດ ເຂົ້າເຮັດເຮັດວຽກໃຫ້ໄດ້ຫຼາຍທີ່ສຸດ, ເພື່ອຫຼຸດຜ່ອນອັດຕຣາວ່າງງານໃນປະເທດ, ຫຼຸດຜ່ອນການກູ້ຢືມເງິນຈາກຕ່າງປະເທດ ແລະ ໂຈະ ໂຄງການລົງທຶນ ທີ່ບໍ່ຈຳເປັນ. ອີງຕາມເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ.

ໃນຂນະທີ່ ເຈົ້າຂອງບໍຣິສັດທ່ອງທ່ຽວແຫ່ງນຶ່ງ, ຢູ່ແຂວງຫຼວງພະບາງ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ, ສະພາບເສຖກິດຢູ່ ແຂວງຫລວງພະບາງ ຕົກຕໍ່າເຖິງວ່າ ໄລຍະທີ່ຜ່ານມາ ທາງການລາວຈະສົ່ງເສີມ ໃຫ້ຄົນລາວ ທ່ຽວເມືອງລາວ ກໍຕາມ:

"ກະທົບຫຼາຍສົມຄວນ, ໂດຍລວມແລ້ວກະ, ເສຖກິດໂດຍຫຼັກກະອີງໃສ່ການທ່ອງທ່ຽວກະທົບໄປໝົດ, ດຽວນີ້ຮ້ານອາຫານ ໂຮງແຮມຫຼາຍບ່ອນປິດໂຕໄປຊົ່ວຄາວ ທ່ຽວພາຍໃນ ກະຖືວ່າ ລາວເຮົານີ້ ທ່ຽວກັນໄປບໍ່ລອດ ໜ້ອຍໂພດ."

ຜູ້ທີ່ເຂົ້າມາທ່ຽວລາວສ່ວນຫຼາຍ, ມາຈາກປະເທດໄທຍ, ວຽດນາມ ແລະ ຈີນ, ແຕ່ວ່າດ່ານຊາຍແດນປິດ, ເຂົາເຈົ້າບໍ່ສາມາດມາໄດ້. ຕາງໜ້າສະມາຄົມໂດຍສານທ່ອງທ່ຽວ ໃນນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນ ວ່າ:

"ຜູ້ປະກອບການຣົດນ້ຳເຮົານີ້ກະຫຼັກໆ, ກະແມ່ນຜູ້ໂດຍສານ, ໄດ້ມາຈາກໄທຍ ກ່ອນໝູ່ເບາະ, ຄັນຖ້າບໍ່ໄດ້ເປີດຮອດຕ່າງປະເທດ ກະຖ້າໄທຍ, ວຽດນາມ, ຈີນ ສາມາດເປີດຊາຍແດນ ທົ່ວທ່ອງທ່ຽວຫາກັນໄດ້ນີ້ ເຮົາກະຍັງໄດ້ ໄດ້ດີໃນລະດັບນີ້ຫັ້ນນ່າ, ຊັ້ນເຮົາ ໂອເຄແລ້ວ."

ເຈົ້າຂອງຮ້ານຂາຍເຄື່ອງ ໃນນະຄອນຫລວງວຽງຈັນ ກ່າວຕໍ່ເອເຊັຽເສຣີ ວ່າ, ເຄີຍປິດກິຈການປະມານ 5 ເດືອນ ຊຶ່ງສົ່ງຜົນກະທົບ ຕໍ່ຣາຍໄດ້. ປັດຈຸບັນ ໄດ້ເປີດຮ້ານເປັນປົກກະຕິ ແລ້ວ, ແຕ່ວ່າຣາຍໄດ້ບໍ່ດີຄືເກົ່າ:

"ເປີດປົກກະຕິແລ້ວ, ກະພໍໄດ້ຢູ່ໄດ້ກິນ ໄປຈັ່ງຊັ້ນລະ, ອອດໆແອດໆ, ກະຫຼຸດລົງຫັ້ນແຫຼະ, ຣາຍໄດ້ຫຼຸດລົງ ກະພໍແຕ່ວ່າໄດ້ຢູ່ໄດ້ກິນ, ມັນບໍ່ຄືແຕ່ກີ້ຊ້ວງໂຄວິດ ໂອ້ຍ ຕາຍແທ້ຄັນຄືຊ້ວງ ນັ້ນນ່າ."

ຣັຖບານລາວ ພຍາຍາມເຕັມທີ່, ໃນການກະຕຸ້ນເສຖກິດ, ໂດຍການສົ່ງເສີມໃຫ້ຄົນລາວຫັນມາຜລິດສິນຄ້າຫຼາຍຂຶ້ນ, ຫຼື ທຸຣະກິດ ຂະໜາດນ້ອຍ ແລະ ຂະໜາດກາງ, ກະຕຸ້ນ ໃຫ້ຄົນລາວທ່ຽວພາຍໃນປະເທດ, ເຈົ້າໜ້າທີ່ສະພາການຄ້າ ແລະ ອຸດສາຫະກັມ ແຫ່ງຊາດລາວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ກະພຍາມຍາມຊ່ວຍກັນ ຜັກດັນຫຼາຍໆ ໂຄງການຂະເຈົ້າກະຢາກສົ່ງເສີມ ໂຕນີ້ຫັ້ນນ່າ, ພາບລວມເຮົາມັນກະ ເລີ່ມຟື້ນຄືນມາ ໜ້ອຍນຶ່ງແດ່ແລ້ວຫັ້ນນ່າເນາະ ແຕ່ສ່ວນຫຼາຍມັນກະ ເຄື່ອນໄຫວຢູ່ພາຍໃນ."

ກ່ອນໜ້ານີ້ ສະພາອຸດສາຫະກັມ ແລະ ການຄ້າແຫ່ງຊາດລາວ ໄດ້ສະເໜີ 8 ນະໂຍບາຍ ແລະ ມາຕການຟື້ນຟູເສຖກິດ ຫຼັງຈາກ ໝົດການລະບາດຂອງໂຄວິດ19 ຕໍ່ຣັຖບານໄປແລ້ວ ເປັນຕົ້ນ; ຮຽກຮ້ອງໃຫ້ຣັຖບານເນັ້ນໜັກ ເລື່ອງການຜລິດໃນທຸກໆຂແນງການ, ເພື່ອໃຫ້ມີສິນຄ້າພຽງພໍ ແລະ ມີປະສິດທິພາບ ສູງກວ່າເກົ່າ ເພາະວ່າ ຕ້ອງໃຊ້ເວລາເຖິງ 28 ເດືອນ ກ່ອນທີ່ເສຖກິດ ຂອງລາວ ຈະກັບມາຟື້ນໂຕ.

ສະຫາອຸດສາຫະກັມ ແລະ ການຄ້າແຫ່ງຊາດລາວ ຍັງສະເໜີໃຫ້ຣັຖບານຂາຍຊັບສິນ ທີ່ບໍ່ໄດ້ໃຊ້ ຫຼື ມີສະພາບບໍ່ຄ່ອຍດີປານໃດ ເພື່ອນຳຣາຍໄດ້ທັງໝົດ ແກ້ໄຂສະພາບເສຖກິດ ແລະ ຣັຖບານຄວນຈັດສັນທຶນ ຢ່າງໜ້ອຍ 380 ລ້ານໂດລາ ເພື່ອຊ່ວຍເຫຼືອ ຫົວໜ່ວຍທຸຣະກິດ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບ.

ທະນາຄານພັທນາເອເຊັຽ ຫຼ້າສຸດ ຣາຍງານວ່າ, ເສຖກິດຂອງປະເທດລາວ ຟື້ນຊ້າ ແລະ ມີຄວາມສ່ຽງ, ຍັງມີບັນຫາຫຼາຍດ້ານ ເປັນຕົ້ນເງິນກີບ ອ່ອນຄ່າ, ອັດຕາເງິນເຟີ້ສູງເກີນ 5%, ເງິນສຳຮອງຕ່າງປະເທດມີໜ້ອຍ, ໜີ້ສິນສາທາຣະນະເພີ່ມຂຶ້ນສູງ ຢ່າງຕໍ່ເນື່ອງ, ແລະ ຜົນກະທົບຈາກພັຍ ທັມມະຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.