ເປີດທ່ອງທ່ຽວ ສີຂຽວລາວ ເຟສ 1 ບໍ່ໄດ້ຕາມ ຄາດໝາຍ
ຣັຖບານລາວ ທົດລອງເປີດຕ້ອນຮັບ ນັກທ່ອງທ່ຽວໄລຍະທີ 1 ເມື່ອຕົ້ນປີ 2022 ຜ່ານມາ ແຕ່ນັກທ່ອງທ່ຽວ ຕ່່າງປະເທດ ເຂົ້າມາໜ້ອຍ ແລະຜ່ານການປະເມີນ ຂອງໜ່ວຍງານ ພົບວ່າຂັ້ນຕອນ ການດຳເນີນ ເອກະສານ ຫຍຸ້ງຍາກຫລາຍ.
-
ໄຊຍາ
2022-04-13 -
-
-
Your browser doesn’t support HTML5 audio
ການທົດລອງເປີດການທ່ອງທ່ຽວ ເຟສ (Phase) ທີນຶ່ງຂອງລາວຍັງບໍ່ໄດ້ຕາມເປົ້າ. ຕລອດເວລາສາມເດືອນຜ່ານມາ ນັບແຕ່ເດືອນມົກກະຣາ ມາເຖິງເດືອນມີນາ 2022 ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວລາວບໍ່ເຖິງພັນຄົນ. ຕໍ່ບັນຫາດັ່ງກ່າວທັງພາກຣັຖ ແລະກໍພາກເອກະຊົນ ທີ່ຢູ່ໃນຂແນງການທ່ອງທ່ຽວ ຕ່າງກໍອອກມາຍອມຮັບ ການເປີດປະເທດເທື່ອນີ້ ຍັງພົບບັນຫາຄວາມຫຍຸ້ງຍາກ ແລະທ້າທາຍຫລາຍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທີ່ຂໍສງວນຊື່ ແລະສຽງ ໄດ້ກ່າວຢັ້ງຢືນເຖິງບັນຫາດັ່ງກ່າວຕໍ່ RFA ເມຶ່ອວັນທີ 03 ເມສາ ຜ່ານມາວ່າ ການເປີດການທ່ອງທ່ຽວເທື່ອນີ້ ໄດ້ຮັບການຕອບສນອງ ຈາກນັກທ່ອງທ່ຽວຕ່າງປະເທດໜ້ອຍຫລາຍ.
“ໄລຍະເຮົາເປີດ ແຂກຕ່າງປະເທດຍັງບໍ່ທັນຈອງມາ ແຕ່ລາວທ່ຽວລາວນີ້ ໂດຍທາງຣົຖໄຟເຕັມ ທັງໄປ-ທັງກັບ. ຄົນວຽງຈັນນີ້ໄປຫລາຍ, ໄປທ່ຽວຫລວງພຣະບາງ ຄຶກຄັກຕາມຮ້ານອາຫານຕ່າງໆ ສ່ວນວັງວຽງ, ໂອກະຖືວ່າໃຊ້ທາງດ່ວນ ໄປກາຫລວງຫລາຍ. ບັນດາຮ້ານອາຫານ ບັນດາແຂກຄົນນີ້ກາຫລາຍ ເອີ້ນວ່າຍັງແມ່ນລາວທ່ຽວລາວຢູ່.”
ເຖິງວ່າຣັຖບານລາວ ເອງກຳລັງເລັ່ງໃສ່ຟື້ນຟູ ພາກຂແນງການທ່ອງທ່ຽວ ໂດຍມີອົງການສາກົນ ໃຫ້ການຮ່ວມມືຫລາຍດ້ານ. ທັງລາວທ່ຽວລາວ ແລະ ການເປີດປະເທດ ໃນສະພາບໂຄວິດ-19 ຣະບາດແຮງນີ້ ກໍຍັງເຮັດໃຫ້ການທ່ອງທ່ຽວ ຟື້ນບໍ່ໄດ້ຄືແຕ່ກ່ອນໂຄວິດ-19 ຣະບາດ. ໂດຍຜູ້ທີ່ໄດ້ຮັບຜົລກະທົບ ຢ່າງໜັກນັ້ນກໍຄືຜູ້ປະກອບການ ດ້ານບໍຣິການ. ຕາມການຣາຍງານ ຂອງຂແນງການທ່ອງທ່ຽວ ເມື່ອປີຜ່ານມາປະມານ 90% ແມ່ນໄດ້ຮັບຜົລກະທົບ.
ດັ່ງຜູ້ປະກອບການ ເຮືອນພັກທາງພາກເໜືອ ທີ່ຂໍສງວນຊື່ ແລະສຽງ ໄດ້ໃຫ້ສັມພາດວ່າ:
“ແລ້ວມາເຖິງປັດຈຸບັນນີ້ເນາະ ພວກເຮົາໄດ້ລົບລ້າງໄປສອງຫລັງ ກາຍັງຮັບໃຊ້ບໍຣິການແຂກຢູ່ສອງຫລັງ ກ່ອນຍັງບໍ່ມີໂຄວິດເນາະ ຮອດຍາມໜາວແຂກຕ່າງປະເທດ ເຂົ້າມາທ່ຽວຊົມເມືອງເຮົາ ຫລຸດລົງຫລາຍກາຄືບາງເດືອນ ພໍແຕ່ຈຸຈ່າຍຄ່ານໍ້າຄ່າໄຟ ສຳລັບແຂກຕ່າງປະເທດ ຍັງບໍ່ທັນມີເທື່ອ.”
ສ່ວນຜູ້ປະກອບການ ຮ້ານອາຫານອີກຄົນນຶ່ງ ກໍໄດ້ອອກມາເວົ້າວ່າ ຜ່ານມາປະເທດລາວຍັງບໍ່ໄດ້ ເປີດກວ້າງພໍປານໃດ ເປີດແລ້ວປິດ ມີບາງຂແນງການທຸຣະກິຈເທົ່ານັ້ນ ທີ່ໄປໄດ້, ແຕ່ຂແນງການຮ້ານອາຫານ-ຮ້ານບັນເທີງ ຕ້ອງໃຊ້ທຶນຫລາຍ ແລະກູ້ຢືມທະນາຄານ ເມື່ອບໍ່ມີນະໂຍບາຍທີ່ຜ່ອນຜັນໃຫ້ ນັກທ່ອງທ່ຽວ ທາງຮ້ານນີ້ກໍຂາດທຶນ ແລະກໍຫວັງໃຫ້ພາກຣັຖ ຊ່ອຍວາງນະໂຍບາຍຄຸ້ມຄອງ ຫລື ຊ່ອຍເຫລືອໃຫ້ຜູ້ປະກອບການຢູ່ລອດ.
“ຖ້າວ່າເຫດການນີ້ເກີດຂຶ້ນ ກໍຄືວ່າມີແຕ່ບາງທຸຣະກິຈເທົ່ານັ້ນທີ່ຢູ່ໄດ້ ແລະບາງທຸຣະກິຈ, ຫລາຍໆ ທຸຣະກິຈຢູ່ບໍ່ໄດ້ ທະນາຄານຫ້າມຈັດຊັ້ນໜີ້, ໜີ້ຄ້າງທີ່ເປັນດອກເບັ້ຍຕ່າງໆ ຂໍບໍ່ໃຫ້ເກັບໃຫ້ໂຍະຍານກັນໄດ້ບໍ່, ທະນາຄານເຮັດແນວໃດບໍ່ ປະຊາຊົນເດືອດຮ້ອນ, ບໍ່ໃຫ້ບີບປະຊາຊົນຈົນເກີນໄປ.”
ຣັຖມົນຕຣີກະຊວງຖແລງຂ່າວ, ວັທນາທັມ ແລະ ທ່ອງທ່ຽວ ຍາງນາງ ສວນສະຫວັນ ວິຍາເກດ ໄດ້ຖແລງຂ່າວ ເມື່ອກາງເດືອນທັນວາປີກາຍວ່າ ການແຜ່ຣະບາດຂອງໂຄວິດ-19 ຕລອດໄລຍະ 2 ປີຜ່ານມາ ຂແນງການທ່ອງທ່ຽວ ໄດ້ຮັບຜົລກະທົບຢ່າງໜັກ ຈາກຜົລຂອງການສຳຣວດ ໄດ້ຢັ້ງຢືນວ່າລາຍຮັບຂແນງການທ່ອງທ່ຽວ ຫລຸດລົງ 65% . ຜູ້ປະກອບການໄດ້ນຳໃຊ້ ມາດຕະການ ເພື່ອປະຄອງທຸຣະກິຈ ຂອງຕົນ ເຊັ່ນວ່າຫລຸດຈຳນວນພະນັກງານລົງ 62%, ຫລຸດຄ່າຈ້າງງານ 36%, ຫລຸດຊົ່ວໂມງດຳເນີນກິຈການລົງ 37% ບາງທຸຣະກິຈ ກໍຈຳເປັນໄດ້ເພີ່ມເງິນກູ້ຢືມ 4.7% .
ຫົວໜ່ວຍທຸຣະກິຈ ຈຳນວນບໍ່ໜ້ອຍ ຕ້ອງປິດກິຈການ ຫລືຕ້ອງຫັນປ່ຽນຈາກທຸຣກິຈ ບໍຣິການເປັນທຸຣະກິຈອື່ນແທນ ເພື່ອປະຄັບປະຄອງໃຫ້ຢູ່ລອດ. ປັດຈຸບັນໃນສະພາບໂຄວິດ-19 ຍັງຣະບາດຢູ່ ແລະບໍ່ມີທາອ່ຽງຫລຸດລົງນັ້ນ ຣັຖບານກໍໄດ້ມີແຜນ ເປີດການທົດລອງຕ້ອນຮັບ ນັກທ່ອງທ່ຽວເຂດສີຂຽວ ເພື່ອກະຕຸ້ນເສຖກິຈ.
ສ່ວນເຈົ້າໜ້າທີ່ ຂອງຂແນງການທ່ອງທ່ຽວ ທີ່ມີໜ້າທີ່ໂຄສະນາສົ່ງເສີມ ການທ່ອງທ່ຽວລາວ ກໍໄດ້ກ່າວວ່າ ຜ່ານການທົດລອງ ເປີດຮັບນັກທ່ອງທ່ຽວ ຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ ໄລຍະທີ 1 ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ອງທ່ຽວປະເທດລາວ 505 ຄົນ ຈາກ 26 ປະເທດ 18 ບໍຣິສັດທ່ອງທ່ຽວ, ໃນນີ້ສະເພາະຢູ່ນະຄອນຫລວງວຽງຈັນ ມີນັກທ່ອງທ່ຽວ ຕ່າງປະເທດເຂົ້າມາທ່ອງທ່ຽວ 384 ຄົນ, ຈາກ 23 ປະເທດ, 16 ບໍຣິສັດ.
ນັກທ່ອງທ່ຽວສ່ວນຫລາຍ ຈະໄປທ່ຽວແມ່ນພຣະທາດຫລວງ, ຫໍພຣະແກ້ວ, ວັດສີສະເກດ ແລະ ສວນວັທນາທັມຊຽງຄວນ ຈາກນັ້ນໄດ້ເດີນທາງໄປ ແຂວງອື່ນທີ່ຣັຖບານກໍານົດໄວ້.
ເມື່ຶອເບິ່ງຈາກສະຖິຕິນັກທ່ອງທ່ຽວແລ້ວ ທາງຄະນະ ແລະພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ສເນີໃຫ້ຣັຖບານແກ້ໄຂ ຂໍ້ຫຍຸ້ງຍາກທີ່ປະສົບ ແມ່ນບັນຫາການຈໍາກັດ ບໍຣິເວນນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າມາ 48 ຊົ່ວໂມງ ເຫັນວ່າດົນເກີນໄປ ເຮັດໃຫ້ນັກທ່ອງທ່ຽວມີສຽງຈົ່ມວ່າ ແລະ ບໍ່ຢາກເດີນທາງເຂົ້າມາລາວ ເຊິ່ງບັນຫານີ້ ກໍາລັງສເນີພາກສ່ວນກ່ຽວຂ້ອງ ຂອງຣັຖບານແກ້ໄຂ ໃນຂະນະທີ່ກະຊວງຖແລງຂ່າວ, ວັທນາທັມ ແລະ ທ່ອງທ່ຽວ ໄດ້ອອກບົດຣາຍງານ ກ່ຽວກັບການຈັດຕັ້ງແຜນ ເປີດປະເທດຕ້ອນຮັບນັກທ່ອງທ່ຽວ ເຂົ້າມາທ່ຽວໃນລາວ ຕາມເຂດທ່ອງທ່ຽວສີຂຽວໄລຍະທີ 1 ແລະ ການເປີດໄລຍະທີ 2 ເມື່ອວັນທີ 04 ເມສາ 2022 ຜ່ານມາວ່າ.
ການປະຕິບັດໂຕຈິງ ໂດຍສະເພາະມາຕການປ້ອງກັນ ໂຄວິດ-19 ນັ້ນ ພົບກັບຄວາມຫຍຸ້ງຍາກຫລາຍ ເຊັ່ນການຂໍອະນຸມັດເອກະສານ ນຳເຂົ້ານັກທ່ອງທ່ຽວ ມີຫລາຍຂັ້ນຕອນ ແລະ ຊັກຊ້າ ໂດຍສເນີໃຫ້ນຳໃຊ້ວິທີການລົງທະບຽນເວັບໄຊທ໌ Lao Green Pass ໂດຍໃຫ້ພາກສ່ວນກ່ຽວຂ້ອງ ປັບປຸງຣະບົບໃຫ້ສາມາດນຳໃຊ້ງ່າຍຂຶ້ນ. ພ້ອມນີ້ການຊີຶ້ປະກັນພັຍຊີວິດ, ປະກັນພັຍໂຄວິດ-19 ຜ່ານມາກໍຫຍຸ້ງຍາກເຊັ່ນກັນ ເນື່ອງຈາກກຳນົດໃຫ້ມີສຳເນົາ ປະກັນພັຍຊີວິດ ແລະປະກັນພັຍໂຄວິດ ຄັດຕິດເອກະສານ ຂໍອະນຸຍາດ, ໃນກໍຣະນີບໍ່ມີ, ນັກທ່ອງທ່ຽວ ກໍສາມາດຊື້ປະກັນພັຍກັບທີ່ໄດ້ ແຕ່ຜ່ານມາຍັງບໍ່ມີການສນອງ ຂໍ້ມູນຊັດເຈນ. ສ່ວນບັນຫາ ການບໍຣິການນຳໃຊ້ຣົຖເມ ຂອງຄະນະສະເພາະກິດ ຮັບ-ສົ່ງ ນັກທ່ອງທ່ຽວ, ການຈຳກັດບໍຣິເວນລໍຖ້າຜົລກວດ 48 ຊົ່ວໂມງ ແລະ ການກຳນົດສະຖານທີ່ ກວດຫາເຊື້ອໂຄວິດ-19, ການແຈ້ງຜົລກວດ, ການເກັບເງິນ ຂອງຄະນະສະເພາະກິຈຊັກຊ້ ແລະຫຍຸ້ງຍາກຫລາຍ.
ໃນຂະນະດຽວກັນ ບົດຣາຍງານຍັງໄດ້ສເນີເຖິງຣັຖບານ ໃຫ້ປັບປຸງບັນຫາຫຍຸ້ງຍາກຕໍ່ນັກທ່ອງທ່ຽວ ຕ່າງປະເທດ ເພື່ອກຽມເປີດປະເທດ ຮັບຮອງນັກທ່ອງທ່ຽວເຕັມຮູບແບບ ໃນເດືອນເມສາ 2022 ເປັນຕົ້ນໄປ.
ທ່ານ ອຸ່ນທວງ ຂາວພັນ ຮອງຣັຖມົນຕຣີ ກະຊວງຖແລງຂ່າວ, ວັທນາທັມ ແລະທ່ອງທ່ຽວ ໄດ້ໃຫ້ສັມພາດຕໍ່ສື່ມວນຊົນ ເມື່ອທ້າຍປີ 2021 ຜ່ານມາວ່າ. ການທ່ອງທ່ຽວໃນໄລຍະຜ່ານມາ ພາຍຫລັງການແຜ່ຣະບາດຂອງໂຄວິດ-19 ໃນ 2 ປີມານີ້. ໄດ້ສົ່ງຜົລກະທົບໃຫ້ວຽກງານ ທ່ອງທ່ຽວຫລາຍ.
ພາຍຫລັງທີ່ໄດ້ມີການຄຸ້ມຄອງ ຫລືການປ້ອງກັນຄວບຄຸມ ໂຄວິດ-19 ໃນໄລຍະນຶ່ງ ຣັຖບານໄດ້ມີແຜນຟື້ນຟູ ການທ່ອງທ່ຽວ ແລະໄດ້ມີການອະນຸມັດ ເປີດການທ່ອງທ່ຽວໃນວັນທີ 01 ມົກກະຣາ 2022 ເປັນຕົ້ນມາ. ຊຶ່ງການເປີດໄລຍະທົດລອງ ການທ່ອງທ່ຽວນີ້ ແບ່ງເປັນ 3 ໄລຍະ. ໄລຍະທີນຶ່ງ ເຣີ່ມແຕ່ເດືອນມົກກະຣາ ຫາເດືອນມີນາ ແລະ ໄດ້ກຳນົດຊຶ່ງເອີ້ນວ່າ ຂົງເຂດການທ່ອງທ່ຽວສີຂຽວ ແລະ ເສັ້ນທາງທ່ອງທ່ຽວສີຂຽວ.
ເຂດທ່ອງທ່ຽວສີຂຽວເອີ້ນວ່າ ເປັນວົງຂອງບັນດາແຂວງ ທີ່ສາມາດຜ່ອນຜັນໄດ້ໃນນີ້ມີແຂວງ, ເມືອງ ແລະ ບ້ານ. ສະເພາະເສັ້ນທາງທ່ອງທ່ຽວສີຂຽວ ແມ່ນກຳນົດເອົາຈຸດທ່ອງທ່ຽວ ລະຫວ່າງແຂວງຕໍ່ແຂວງ ທີ່ມີຄວາມປອດພັຍ. ໂດຍໄດ້ມີການຄົ້ນຄ້ວາ ຈັດສັນໂດຍສົມທົບກັບໂຄງການ ຊ່ອຍເຫລືອຈາກ ອົງການສະຫະປະຊາຊາດ ເພື່ອການພັທນາ.
ທ່ານໄດ້ຣະບຸຕື່ມວ່າ ສຳລັບການທ່ອງທ່ຽວ ລະຫວ່າງປະເທດ ໄດ້ໃຫ້ບັນດາຫົວໜ່ວຍທຸຣະກິຈທັງໝົດ ໄປຂຶ້ນທະບຽນນຳສະພາການຄ້າ ແລະອຸດສາຫະກັມ ແຫ່ງຊາດລາວ ກໍຄືສະມາຄົມນັກທຸຣະກິຈ ທ່ອງທ່ຽວລາວ ເພື່ອຄຸ້ມຄອງຕາມລະບຽບການ ໃນການເປີດການທ່ອງທ່ຽວເທື່ອລະກ້າວ. ປັດຈຸບັນມີປະມານ 40 ບໍຣິິສັດທ່ອງທ່ຽວ ສມັກເຂົ້າຢູ່ໃນໂຄງການ. ແຕ່ເນື່ອງຈາກວ່າ ໄລຍະທີ່ເປີດບາງປະເທດ ພັດຍັງມີໂຄວິດ-19 ຣະບາດຢູ່ ໂດຍສະເພາະສາຍພັນໂອມິຄຣອນ ເຮັດໃຫ້ການເຄື່ອນໄຫວ ຫລືການເດີນທາງທ່ອງທ່ຽວ ມີການຢຸດສະງັກ. ການຈັດຕັ້ງປະຕິບັດ ໄລຍະຜ່ານມາ ເຫັນວ່າມີຄວາມຫຍຸ້ງຍາກຫລາຍ ເປັນຕົ້ນການສັກວັກຊິນ ໃນສະຖານທີ່ ທີ່ຈະເປີດເປັນເຂດທ່ອງທ່ຽວສີຂຽວ ຍັງບໍ່ທັນຄົບຕາມເປົ້າໝາຍ.
ພ້ອມກັນນີ້ ການເຊື່ອມໂຍງຄວາມເຂົ້າໃຈ ຂອງສັງຄົມກ່ຽວກັບພື້ນທີ່ສີຂຽວ ແລະເສັ້ນທາງທ່ອງທ່ຽວສີຂຽວ ຍັງບໍ່ທັນເຂົ້າໃຈຢ່າງເລິກເຊິ່ງ ເພາະເປີດແຕ່ສະເພາະຈຸດທີ່ສາມາດຄຸ້ມຄອງ ແລະບ່ອນທີ່ຮັບປະກັນ ຄວາມປອດພັຍໄດ້. ຄວາມຫຍຸ້ງຍາກອີກດ້ານນຶ່ງ ແມ່ນຄວາມພ້ອມຂອງຂແນງການ ໂດຍສະເພາະສາທາຣະນະສຸຂ ທີ່ຍັງບໍ່ສາມາດກຳນົດໄດ້ວ່າ ບ່ອນໃດທີ່ຮັບຮອງໃນຮັກສາ ບັນດານັກທ່ອງທ່ຽວຕ່າງປະເທດ ທີ່ຕິດໂຄວິດ ຈະຮັກສາຢູ່ໃສ ແລະບ່ອນໃດ.
ທ່ານໄດ້ກ່າວໃນຕອນທ້າຍວ່າ ການເປີດການທ່ອງທ່ຽວ ໄລຍະທີ 2 ແຕ່ເດືອນມີນາ ຫາເດືອນມິຖຸນາ ຈະໄດ້ຂຍາຍເພີ່ມອີກ ໃນບາງແຂວງເຂົ້າມາຕື່ມ ເປັນຕົ້ນຈຳປາສັກ, ອຸດົມໄຊ, ຫລວງນໍ້າທາ ເພື່ອໃຫ້ໄດ້ 9 ແຂວງ. ໄລຍະ 3 ຫລືໄລຍະສຸດທ້າຍ ແມ່ນເດືອນມິຖຸນາ ຖ້າຫາກວ່າສະພາບການ ປົກກະຕິແມ່ນຈະເປີດການທ່ອງທ່ຽວ ທົ່ວປະເທດ.