ໂຄວິດ-19 ຣະບາດ ຊາວບ້ານ ອອກລ້າສັດ
2020.06.03
ປະຊາຊົນ ຢູ່ເຂດຕ່າງໆ ຂອງລາວ ຮວມທັງຢູ່ແຂວງໄຊສົມບູນ, ຫລວງພະບາງ ເລິ້ມອອກໄປລ້າສັດປ່າ ແລະ ເກັບພືດຜັກ ທັມມະຊາດ ຫຼາຍຂຶ້ນ ຍ້ອນບໍ່ມີວຽກເຮັດງານທໍາ, ເຊື້ອພຍາດໂຄວິດ-19 ຣະບາດ ແລະ ດິນຟ້າອາກາດບໍ່ອໍານວຍ ເຮັດໃຫ້ບໍ່ສາມາດປູກຝັງ ພໍໄດ້ຢູ່ ໄດ້ກິນ ຕາມປົກກະຕິໄດ້, ດັ່ງຊາວບ້ານຜູ້ນຶ່ງ ຢູ່ເມືອງລ່ອງແຈ້ງ ແຂວງໄຊສົມບູນ ເວົ້າຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ມິຖຸນານີ້ວ່າ:
“ກະມີແຕ່ແນວດຽວຫັ້ນແຫລະ ອາຊີບຂະເຈົ້າກະມີແນວນັ້ນແຫລະ ຊອກປ່າບໍ່ ຊອກສັດປ່າວ່າສິ່ງນີ້ ຂອງຢູ່ຂອງກິນຂອງທັມຊາດນີ້ມັນມີ ຫລາຍ ບໍ່ຍາກໃດ໋ ຍາມນີ້ກໍມີສັດປ່າສັດຫຍັງຫັ້ນແດ່ ມີຫລາຍບໍ່ຍາກ ປານໃດ. ເວົ້າເຣື່ອງປູກພືດນີ໊ ບັນຫາໂຕນີ້ນີ໋ ດິນເນື້ອທີ່ມີຫລາຍ ແຕ່ວ່າມັນຢາກຂາດນໍ້າ ສະເພາະເມືອງລ່ອງແຈ້ງຫັ້ນນະ.”
ທ່ານກ່າວຕື່ມວ່າ ສັດປ່າສ່ວນໃຫຍ່ ທີ່ປະຊາຊົນມັກລ່າມາກິນ ແລະຂາຍຕາມຮ້ານອາຫານນັ້ນ ແມ່ນຟານ, ກວາງ, ລີງ ເພື່ອຫາຣາຍໄດ້ເຂົ້າ ຄອບຄົວ ເນື່ອງຈາກວ່າ ໃນໄລຍະນີ້ ປະຊາຊົນທີ່ເຄີຍໄປເຮັດວຽກ ເປັນລູກຈ້າງ ຫລາຍຄົນບໍ່ມີວຽກເຮັດງານທໍາ.
ແລະຊາວບ້ານອີກຜູ້ນຶ່ງ ຢູ່ເມືອງປາກອູ ແຂວງຫລວງພະບາງ ກໍເວົ້າວ່າ ປັດຈຸບັນ ຊາວບ້ານຫລາຍຄົນ ຍັງມີຄວາມຈໍາເປັນລ່າສັດປ່າ ເພື່ອ ດໍາລົງຊີວິດ ເຖິງແມ່ນສັດປ່າຍັງເຫລືອໜ້ອຍກໍຕາມ ຍ້ອນວ່າບໍ່ມີທາງ ເລືອກອື່ນ ທີ່ດີກວ່ານີ້ ໃນການຫາກິນລ້ຽງຊີບ, ເຮັດໃຫ້ຈໍານວນສັດປ່າ ຫລຸດລົງຫລາຍ, ດັ່ງທີ່ທ່ານກ່າວວ່າ:
“ໂອ໋ ຫລູດຫລາຍ ແຕ່ກ່ອນມີຫລາຍຢູ່ ດຽວນີ້ຖືວ່າໜ້ອຍລົງຫລາຍ ເພາະວ່າຜ່ານມາຫັ້ນ ຄົນແມ່ນຊອກຫລາຍເນາະ ແລ້ວມາດຽວນີ້ຄົນເພີ່ມ ຫລາຍ ແລ້ວກະຂະເຈົ້າຊອກກິນໄປ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ອົງການອະນຸຮັກສັດປ່າ ໃນລາວທ່ານນຶ່ງ ໄດ້ສະແດງຄວາມເປັນຫ່ວງນໍາ ໂດຍສະເພາະຢູ່ເຂດ ຫ່າງໄກສອກ ຫລີກ ທີ່ມີບັນຫາການລ່າສັດປ່າ ທັງເອົາໄປຂາຍ ເຖິງແມ່ນທາງ ອົງການຂອງພວກທ່ານ ຈະໄດ້ໄປໂຄສະນາ ໃຫ້ຊາວບ້ານເຊົາລ່າສັດປ່າ ເປັນຕົ້ນສັດປ່າ ທີ່ຫາຍາກ ແລະໃກ້ຈະສູນພັນ, ດັ່ງທີ່ທ່ານກ່າວວ່າ:
“ຢູ່ລາວເຮົານີ້ກໍມີຫຼາຍຢູ່ແດ່ ກ່ຽວກັບເຣື່ອງໂຕສັດປ່າ ໂດຍສະເພາະກະຄືພວກຊະນີ ກັບໂຕລີງ ທີ່ວ່າຫາຍາກຢູ່ແລ້ວ. ມູນນິທິ ກະຄືໄດ້ ເຂົ້າໄປປູກຈິດສໍານຶກ ໃຫ້ຂະເຈົ້າຮູ້ເຖິງຄວາມສໍາຄັນ ຂອງສັດປ່ານະ ສະກັດກັ້ນບໍ່ໃຫ້ປະຊາຊົນ ຂະເຈົ້າລ່າແລ້ວກໍຈໍາໜ່າຍສັດປ່າ.”
ໃນຂນະດຽວກັນ ເຈົ້າໜ້າທີ່ຄຸ້ມຄອງສັດປ່າ ໃນລາວອີກທ່ານນຶ່ງ ກໍເວົ້າວ່າ ປັດຈຸບັນ ສັດປ່າຫລາຍຊນິດ ທີ່ໃກ້ຈະສູນພັນ ຮວມທັງຊ້າງ, ເສົາລາ ນັ້ນ ຫລຸດລົງນໍາເລື້ອຍໆ ຈົນເປັນໜ້າຕົກໃຈ ເຖິງແມ່ນວ່າ ການສໍາຣວດ ແລະການປະເມີນໃນໄລຍະ ທີ່ຜ່ານມາ ເຫັນວ່າ ການລ່າສັດປ່າ ໃນລາວ ຫລຸດລົງ ຊຶ່ງສ່ວນນຶ່ງກໍຍ້ອນການຮັກສາ ແລະຄຸ້ມຄອງສັດປ່າ ດີຂຶ້ນກໍຕາມ, ດັ່ງທີ່ທ່ານກ່າວວ່າ:
“ມັນກະມີຫລາຍຊນິດ ໃກ້ສູນພັນ ກະມີຊ້າງ ມີເສົາລາ ມີຟານເຂົາໃຫຍ່ ແຕ່ວ່າຣະບົບການປ້ອງກັນ ການຮັກສາເຮົານີ໋ນະ ລາດຕະເວນ ມີຣະບົບ ຄິດວ່າການຮັກສາ ກະສິພັທນາດີຂຶ້ນ ຫັ້ນແຫລະ ຄວາມສ່ຽງ ກະສິມີໜ້ອຍລົງເນາະ ຊາວບ້ານມີສ່ວນຮ່ວມ ມີບົດບາດໃນ ການປະຕິບັດ ຣະບຽບກົດໝາຍຫັ້ນ.”
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຂແນງຄຸ້ມຄອງສັດປ່າຂອງລາວ ກໍເວົ້າວ່າ ການລ່າສັດປ່າໃນລາວປັດຈຸບັນ ຫລຸດລົງຫລາຍ ເນື່ອງຈາກວ່າ ໃນໄລຍະທີ່ຜ່ານມາ ເຈົ້າໜ້າທີ່ຫຼາຍທ້ອງຖິ່ນ ໄດ້ກວດຍຶດ ແລະ ທໍາລາຍອາວຸດລ່າເນື້ອ ຂອງປະຊາຊົນ ແລະລົງໂທດຜູ້ຝ່າຝືນໜັກຂຶ້ນ ເຮັດໃຫ້ພວກເຂົາເຈົ້າສ່ວນໃຫຍ່ຢ້ານ ແລະ ໄດ້ມີແຈ້ງການອອກໄປ, ດັ່ງທີ່ທ່ານກ່າວວ່າ:
“ມີແຕ່ວ່າພວກເຮົາ ມັນມີແຈ້ງການເນາະອອກໄປ ສໍາລັບໃນການຄຸ້ມຄອງ ທາງດ້ານນີ້ຫັ້ນນະ. ສ່ວນວ່າປືນແກັບປືນຜາ ທາງເມືອງກະໄດ້ ເກັບມາໄວ້ໝົດແລ້ວເດ໋ ຖືວ່າບໍ່ໄດ້ມີ. ພວກເຮົາກໍໄດ້ມີ ນິຕິກັມຕ່າງໆ ໄດ້ໄປເຜີຍແຜ່ໃຫ້ອໍານາດການປົກຄອງບ້ານແລ້ວ ເອີ້ນຄົນ ບຸກຄົນ ເປົ້າໝາຍ ທີ່ວ່າເຄີຍເຮັດ ເຄີຍຫຍັງມາ ກະສຶກສາອົບຮົມຂະເຈົ້າ ກະຖືວ່າປະຕິບັດໄປໄດ້ຫັ້ນແລ໊ວ.”
ປັດຈຸບັນ ສປປລາວ ມີກົດໝາຍວ່າດ້ວຍສັດນໍ້າ ແລະສັດປ່າ, ມາດຕຣາ 71 ຣະບຸວ່າ ຜູ້ກະທໍາຜິດທາງອາຍາ ກ່ຽວກັບສັດນໍ້າ ແລະສັດປ່າ ຈະຖືກດໍາເນີນຄະດີອາຍາ ແລະຈະຖືກລົງໂທດ ຕັດອິສຣະພາບ ແຕ່ 3 ເດືອນ ຫາ 5 ປີ ຂຶ້ນຢູ່ກັບແຕ່ລະ ກໍຣະນີ ແລະຈະຖືກປັບໃໝ ຕາມມາດຕຣາ 70 ຄືຖ້າກໍ່ຄວາມເສັຽຫາຍ ທີ່ມີມູນຄ່າແຕ່ 200,000 ກີບຂຶ້ນໄປ ຈະຖຶກປັບໃໝ ເທົ່າຕົວ, ຖ້າຣະເມີດເປັນຄັ້ງທີ 2 ຫລື ເປັນອາຈິນ ຈະຖືກປັບໃໝ 3 ເທົ່າຕົວ ຂອງມູນຄ່າເສັຽຫາຍນັ້ນ.