ທຸຣະກິຈທ່ອງທ່ຽວ ຢຸດສງັກ
2020.08.27
ໃນປິ 2020 ຣັຖບານລາວຄາດວ່າ ຈະມີນັກທ່ອງທ່ຽວເດີນທາງເຂົ້າມາ ປະມານ 06 ລ້ານຄົນ ເຊິ່ງຄາດວ່າຈະສ້າງຣາຍຮັບໃຫ້ກັບປະເທດ ໄດ້ເຖີງ 993 ລ້ານ ໂດລາ ສະຫະຣັຖ. ແຕ່ກໍຕ້ອງພາດເປົ້າໝາຍ ເມື່ອພຍາດໂຄວິດ-19 ຣະບາດເຮັດໃຫ້ຂແນງການທ່ອງທ່ຽວ ຕ້ອງຢຸດ ສະຫງັກ.
ຕໍ່ຜົລກະທົບດັ່ງກ່າວ ເຖິງແມ່ນວ່າຣັຖບານລາວ ຈະມີການຜ່ອນຜັນແຕ່ ຂແນງການທ່ອງທ່ຽວ ຂອງລາວ ກໍຍັງບໍ່ຟື້ນຍັງຊຸດລົງທັງໂຮງແຮມ, ຮ້ານອາຫານ, ທຸຣະກິຈບໍຣິການທ່ອງທ່ຽວ ຕ່າງກໍເອົາໂຕບໍ່ລອດ ຕ້ອງໄດ້ຮຽກຮ້ອງ ໃຫ້ຣັຖບານເຂົ້າມາຊ່ອຍ ເພື່ອໃຫ້ຂແນງການທ່ອງທ່ຽວ ສາມາດ ດຳເນີນກິຈການ ໄປໄດ້ຕໍ່. ດັ່ງຜູ້ປະກອບການ ທຸຣະກິຈທ່ອງທ່ຽວຢູ່ນະຄອນຫຼວງ ວຽງຈັນ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 24 ສິງຫາ 20 ວ່າ:
ມັນກາ ກະທົບທຸກຢ່າງ ແຂກບໍ່ມີ ຜູ້ທີ່ຈະມາໃຊ້ບໍຣິການ ໃນໄລຍະນີ້. ສນາມບິນປິດ ແຂກສ່ວນຫຼາຍຂອງພວກເຮົາ ພັດເປັນແຂກຕ່າງ ປະເທດ, ແຂກພາຍໃນກາບໍ່ຄ່ອຍມີ ສ່ວນ ລາວທ່ຽວລາວ ພັດບໍຣິສັດບໍຣິການ ຣົດທ່ອງທ່ຽວ ບໍ່ໄດ້ຫຍັງ.
"ຊ່ວງນີ້ກາຄືຮູ່ແຫຼະເນາະລາວທ່ຽວລາວ ນີ້ຜູ້ໃດກາເອົາຣົດຄອບຄົວ ໄປເອງ ໄດ້ໄປຄອບໄປ ຄົວເອງໄດ້ບາດນີ້ ຄືບໍຣິສັດໃຫຍ່ ພວກເຮົານີ້ ມັນກາກະທົບຫັ້ນແຫຼະ. ບາດນີ້ ຄືບໍຣິສັດ ເອກກະຊົນ ນ້ອຍທີ່ມີຣົດຕົນເອງ ແບບຊີ້ນ່າ ຣາຄາເທົ່າໃດເຂົາ ກໍສາມາດໄປໄດ້, ແຕ່ອັນນີ້ ເຮົາບໍຣິສັດໃຫຍ່ ຊໍ່າໃດຊໍ່ານຶ່ງ ເຮົາໄປບໍ່ໄດ້ຄູ່ມື້ ຄືເຈົ້າຮູ້ເນາະ ຣົດໃຜກາດາວກາສູ້ ເພື່ອຄວາມຢູ່ລອດເນາະ ເຣື່ອງການທ່ອງທ່ຽວ ຣົດດາວ ຣາຄາຣົດ ຣາຄາທົວກາເກກັນ ຕໍ່າໄປຕໍ່າໄປເຣື້ອຍໆ ມັນເຮັດຣົດໃຫຍ່ ບໍ່ສາມາດອອກໄປໄດ້."
ສ່ວນຜູ້ປະກອບການບໍຣິການໂຮງແຮມ ເຮືອນພັກ ຢູ່ແຂວງຫຼວງພຣະບາງ ໄດ້ກ່າວວ່າ ປັຈຈຸບັນນີ້ຕ້ອງການ ໃຫ້ຣັຖບານ ຫຼຸດຜ່ອນພາສີ ອາກອນໃນ ໄລຍະພຍາດໂຄວິດເພື່ອ ປະຄອງໃຫ້ ທຸຣະກິຈໃຫ້ໄປລອດ.
"ໂດຍສະເພາະແມ່ນເຣື່ອງ ພາສີອາກອນ ຫັ້ນແລ້ວເນາະ ວິກິດມັນເກີດຂຶ້ນ ກາຢາກໃຫ້ທາງພາກຣັຖ ເພີ່ນມີນະໂຍບາຍ ພິເສດຕໍ່ນັກ ທຸຣະກິຈ ຜູ້ປະກອບການເອີ້ນວ່າ ຜົລກະທົບເອີ້ນວ່າ 80% ຫັ້ນແຫຼະ. ຣາຍຮັບທີ່ເຮົາ ເຄີຍໄດ້ຜ່ານມາກາຫຼຸດລົງໝົດກ່ອນຊິ ວ່າພຍາດ ໄວຣັສ ໂຄໂຣນາ ໂຄວິດ-19 ນີເນາະ ທີ່ຍັງບໍ່ໄດ້ຣະບາດ ໃນໂລກຫຼືວ່າ ໂດຍສະເພາະ ນັກທ່ອງທ່ຽວ ບ້ານເຮົາ ໂດຍສະເພາະ ຜູ້ທີ່ ເຂົາມາໃຊ້ບໍຣິການ ຈຳນວນຫຼວງຫຼາາຍ. ຫຼັງຈາກໂຣກຣະບາດໂຄວິດ-19 ນີ້ເຮັດໃຫ້ບໍຣິສັດ ເລີຍມີຜົລກະທົບຫຼາຍດ້ານ ໂດຍສະເພາະ ແມ່ນນັກທ່ອງທ່ຽວ ມາລາວບໍ່ໄດ້ຈັ່ງຊີ້ ຜົລກະທົບ 80% ຫັ້ນແລ້ວຄັນ ຊິເວົ້າໂດຍລວມແລ້ວ. ລາຍຮັບທີ່ເຮົາເຄີຍໄດ້ຜ່ານມາ ກາຫຼຸດລົງ ໝົດແຕ່ສຳລັບຣາຍຈ່າຍ ຍັງປົກກະຕິຫັ້ນນ່າ."
ທາງສະຖານທີ່ທ່ອງທ່ຽວ ແຂວງຈຳປາສັກ ຜູ້ປະກອບການໄດ້ກ່າວວ່າ ໃນໄລຍະພຍາດໂຄວິດ-19 ຣະບາດກໍໄດ້ຮັບຜົລກະທົບຢ່າງແຮງ ຕ້ອງໄດ້ປິດຮ້ານ.
"ຕໍ່ຜົລກະທົບໃນໄລຍະພັກນີ້ ກາແມ່ນຫຼາຍຫັ້ນແຫຼະ ເພາະວ່າໂຕຣາຍຮັບແມ່ນບໍ່ມີຫຍັງເລີຍແຫຼະ ນັບແຕ່ມື້ປິດຮ້ານມາມັນກາມີ ຜົລກະທົບ ແຮງເຮົາກາໄດ້ປິດຮ້ານ ເລີຍ."
ນັກທ່ອງທ່ຽວລາວ ທີ່ມາທ່ຽວວັງວຽງ ກໍໄດ້ປະເຊີນບັນຫາຣາຄາ ຄ່າຫ້ອງທັງໂຮງແຮມ ເຮືອນພັກອາຫານແພງ ກໍໄດ້ກ່າວວ່າຍ້ອນສາເຫດນີ້ ຈຶ່ງເຮັດໃຫ້ນັກທ່ອງທ່ຽວບໍ່ກັບມາທ່ຽວອີກ.
"ໂຮງແຮມຫຼັງຈາກທີ່ເຮົາເຄີຍນອນຄືນລະ 70 ພັນ, 80 ພັນ ຄືນລະແສນປັບຂື້ນສອງສາມແສນ ຢາກຂຶ້ນລະຂຶ້ນຕາມໃຈເລີຍຈັ່ງຊີ້ນ່າເວລາ ນັກທ່ອງທ່ຽວ ອອກຫາງສຽງອັນດຽວກັນເລີຍ ເນາະ ທີ່ຈີງກາແມ່ນຄວາມເຂົາອີຫຼີເດ້ລະ ເມື່ອເຂົາມາທ່ຽວເຂົາມາ ເຈິບັນຫາແບບນີ້ຫັ້ນນ່າ."
ອີງຕາມ ບົດຣາຍງານໃນກອງປະຊຸມ ເພື່ອແກ້ໄຂອຸດສາຫະກັມ ການທ່ອງທ່ຽວລາວໃນວັນ ທີ 21 ສິງຫາ 20 ຂອງ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວຍອມຮັບວ່າ ການທ່ອງທ່ຽວລາວ ໄດ້ຮັບຜົລກະທົບຢ່າງໜັກໜ່ວງ ຈາກພຍາດໂຄວິດ-19 ເຮັດໃຫ້ການເດີນ ທາງເຂົ້າ-ອອກ ຂອງນັກທ່ອງທ່ຽວ ຖືກລະງັບມາຕັ້ງແຕ່ຕົ້ນ ເດືອນ ກຸມພາ ປີ 2020.
90% ຂອງຜູ້ປະກອບການທຸຣະກິຈທ່ອງທ່ຽວ ແລະເຄືອຂ່າຍການທ່ອງທ່ຽວ ໄດ້ຮັບຜົລກະທົບຕິດລົບ ດ້ານການເງິນ, ຍ້ອນນັກທ່ອງທ່ຽວ ສາກົລໃນ 6 ເດືອນຕົ້ນປີນີ້ຫຼຸດລົງເຖີງ 60% ເມື່ອທຽບໃສ່ປີຜ່ານມາ ຄາດວ່າອາດຈະບໍ່ເຖີງ 1 ລ້ານຄົນ ແລະ ແຮງງານຖືກປະຕິເສດ ໃນການຈ້າງງານ 2,000 ປາຍຄົນ.
ໃນຂນະທີ່ ສຈ ກິແກ້ວ ໄຂຄຳພິທູນ ຣັຖມົນຕຼີກະຊວງ ຖແລງຂ່າວວັທນະທັມ ແລະທ່ອງທ່ຽວ ໄດ້ຣາຍງານຕໍ່ກອງປະຊຸມທ່ອງທ່ຽວ ອາຊ້ຽນ ເມື່ອວັນທີ 03 ສິງຫາ 20 ວ່າ: ລາວໄດ້ຮັບ ຜົລກະທົບຈາກພຍາດໂຄວິດ-19 ເຮັດໃຫ້ຈຳນວນນັກທ່ອງທ່ຽວ ເຂົ້າມາທ່ຽວລາວໄລຍະ 03 ເດືອນຕົ້ນປີ 2020 ຫຼຸດລົງເຖີງ 17% ຖ້າທຽບໃສ່ປີ 2019.
ບັນດາຫົວໜ່ວຍທຸດຣະກິຈທ່ອງທ່ຽວ ທົ່ວປະເທດ ໄດ້ຮັບຜົລກະທົບ ດັ່ງເຊັ່ນ ໂຮງແຮມ 637 ແຫ່ງ, ຣີສອດ-ເຮືອນພັກ 2.283 ແຫ່ງ ຮວມຫ້ອງນອນ 55.000 ຫ້ອງ, ບໍຣິສັດ ທ່ອງທ່ຽວ 539 ແຫ່ງ, ຕົວແທນບໍຣິສັດ ທ່ອງທ່ຽວ 36 ແຫ່ງ, ສະຖານທີ່ທ່ອງທ່ຽວ 809 ແຫ່ງ ແລະ ເຄືອຂ່າຍສນອງການທ່ອງທ່ຽວ ກໍໄດ້ຮັບຜົລກະທົບ ເຊັ່ນກັນ.
ນອກຈາກນີ້ ກິຈກັມ ການທ່ອງທ່ຽວ ແລະ ວັທນະທັມ ຖືກໂຈະທັງໝົດ ພ້ອມທັງ ເລື່ອນການຈັດອອກໄປເຊັ່ນ ການປະກາດມໍຣະດົກໂລກ ທົ່ງໄຫຫີນ ແຂວງຊຽງຂວາງ, ບຸນປີ ໃໝ່ລາວ ແລະ ງານປະເພນີ ອື່ນໆ ມາຮອດປັຈຈຸບັນ ຖືວ່າບໍ່ມີນັກທ່ອງທ່ຽວ ແລະ ຄາດວ່າ ສະຖານະການຍີ່ງຮ້າຍແຮງ ນີ້ຈະຍັງຄົງສືບຕໍ່.
ຕໍ່ບັນຫາດັ່ງກ່າວ ກອງປະຊຸມຣະດົມຄວາມຄິດ ໃນຂແນງການຂອງອຸດສາຫະກັມ ທ່ອງທ່ຽວ ດັ່ງໂຮງແຮມ, ຮ້ານອາຫານ, ສາຍການບິນ, ສະຖານທີ່ ທ່ອງທ່ຽວ, ບໍຣິສັດ ບໍຣິການຣົດ ແລະ ບໍຣິການສະຖານທີ່ ທ່ອງທ່ຽວ ໄດ້ຕົກລົງເປັນເອກກະພາບກັນ ສເນີບັນຫາ ໄປຍັງ ຣັຖບານເພື່ອຂໍນະໂຍບາຍ ການຜ່ອນຜັນການສຳລະພັນທະຕ່າງໆອອກໄປ ຮວມທັງທະນາຄານ, ຄ່າໄຟຟ້າ ທີ່ແພງເກີນໄປ ໂດຍສະເພາະ ຄິດໄລ່ ອັດຕຣາທຸຣະກິຈ ເພື່ອໃຫ້ ມີເງິນສົດ ມາປະຄອງບໍຣິສັດ.
ສະຖິຕິຂອງນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວ ຢູ່ລາວໃນປີ 2019 ຫຼື ເອີ້ນວ່າປີທ່ອງທ່ຽວ ລາວ-ຈີນ ຈາກຂໍ້ມູນຂອງຫົວໜ້າ ກົມການຕລາດ ທ່ອງທ່ຽວ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ຣະບຸວ່າ ມີນັກທ່ອງທ່ຽວເຂົ້າລາວ 4.58 ລ້ານ ຄົນ ເພີ່ມຂຶ້ນ ຈາກປີ 2018 ຄິດເປັນ 7%. ໃນນີ້ມີນັກທ່ອງທ່ຽວ ຈີນ ເພີ່ມຂື້ນ 27% ຄິດເປັນ 1.02 ລ້ານຄົນ.
ນອກຈາກນີ້ມີໄທຍ ເຂົ້າມາທ່ຽວ 6%, ວຽດນາມ 11%, ອາເມຣິກາ 22% , ອັງກິດ 22%, ຝຣັງ 11% ແລະ ເຢັຍລະມັນ 13%. ສ່ວນນັກທ່ອງທ່ຽວ ທີ່ຫຼຸດລົງມີ ເກົາຫຼີໃຕ້ 1 %, ເດັນມາກ 27%, ສວິດເຊີແລນ 18%, ຟີນແລນ 28%.
ສ່ວນຂໍ້ມູນຂອງກົມຄຸ້ມຄອງ ການທ່ອງທ່ຽວ ຂອງ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວຣະບຸວ່າ ຈຳນວນນັກທ່ອງທ່ຽວ ທີ່ເຂົ້າມາລາວ ນັບແຕ່ປີ 1990-1998 ນັ້ນບໍ່ມີປີໃດ ມີຈຳນວນນັກທ່ອງທ່ຽວ ເຂົ້າມາທ່ຽວລາວ ຮອດ 5 ລ້ານ ຄົນ ສູງສຸດປະມານ 4.5 ລ້ານຄົນ.