ການຊື້ຂາຍດິນຢູ່ລາວ ຊ້າລົງ

ມະນີຈັນ
2020.06.08
ປ້າຍ​ປະ​ກາດ​ຂາຍ​ທີ່​ດິນ ຕາມ​ຫົວ​ເມືອງ​ຕ່າງໆ, ເຊິ່ງ​ທີ່​ດິນ ກາຍ​ເປັນ​ຊັ​ພ​ສິນ​ສຳ​ຄັນ ທີ່​ມັກ​ມີ​ບັນ​ຫາ ຈົນ​ເຖິງ​ຂັ້ນ​ ຕ້ອງໄດ້ສ​ເນີໄປ​ຫາ ​ສະ​ພາ​ແຫ່ງ​ຊາ​ຕ​ລາວ ເພື່ອ​ແກ້​ໄຂ​ (ຮູບ​ຖ່າຍ​ເມື່ອ​ເດືອນເມ​ສາ ປີ 2019)
RFA/Chareunsouk

ທຸຣະກິດຊື້ຂາຍທີ່ດິນ ຫຼື ອະສັງຫາຣິມຊັພ ໃນລາວ ປີນີ້ ພົບຄວາມຫຍຸ້ງຍາກຫຼາຍ ບໍ່ຄ່ອຍມີການຊື້-ຂາຍ ຫຼືໂອນກັມມະສິທ ທີ່ດິນພໍເທົ່າໃດ ແລະ ດິນດອນຕອນຫຍ້າ ທີ່ມີຫຼາຍເກີນກວ່າຜູ້ຈະຊື້ ຫຼື ຈົນມາເຖິງ ຈຸດອີ່ມໂຕ ບວກກັບສະພາວະເສຖກິຈ ທີ່ຝືດເຄືອງ ກໍຍິ່ງເຮັດໃຫ້ບໍ່ມີ ຍອດຂາຍ ເມື່ອທຽບໃສ່ປີຜ່ານມາ, ດັ່ງຜູ້ປະກອບ ທຸຣະກິດດ້ານອະສັງຫາຣິມະຊັບ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ RFA ໃນມື້ວັນທີ 5 ພຶສພາ ນີ້ວ່າ:

“ໂອ້! ຫຍຸ້ງຍາກໆ ແມ່ນແຫຼະ ຂາຍຍາກກວ່າປີຜ່ານມາເນາະ ຂາຍຍາກເພາະວ່າ ເວົ້າວ່າມັນກະຢາກອີ່ມໂຕແດ່ວ່າຊັ້ນສາ ເສຖກິຈກະຝືດ. ຄືຮູ້ຈັກນຳກັນຫັ້ນແຫຼະ ເສຖກິຈ ຊ່ວງນີ້ກະໂຄວິດແດ່, ກະທົບໄປ ຕາມໆກັນຫັ້ນແຫຼະ.”

ທ່ານກ່າວຕື່ມວ່າ ເຖິງຜູ້ປະກອບການ ຈະມີການຫຼຸດແລກແຈກແຖມ ແລະ ຫຼຸດລາຄາທີ່ດິນ ໃນລາຄາຕ່ຳສຸດແລ້ວກໍຕາມ, ແຕ່ກໍບໍ່ມີໃຜມາ ຖາມຊື້ດິນ ຫຼືເຮືອນຈັດສັນໃນໄລຍະນີ້ເລີຍ ແລະ ຜູ້ປະກອບການ ຫຼາຍຄົນ ທີ່ກູ້ໜີ້ຢືມສິນ ທະນາຄານ ກໍພວມປະສົພບັນຫາ ບໍ່ສາມາດ ຈ່າຍເງິນຄືນໃຫ້ແກ່ ທະນາຄານໄດ້.

ຜູ້ປະກອບທຸຣະກິດດ້ານ ອະສັງຫາຣິມະຊັບ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງກໍກ່າວ ໃນທໍານອງດຽວກັນວ່າ ທຸຣະກິດ ອະສັງຫາຣິ -ມະຊັບ ໃນລາວຕົກຕໍ່າລົງຫລາຍ ຍ້ອນໄດ້ຮັບຜົລກະທົບ ຈາກການຣະບາດ ຂອງເຊື້ອພຍາດໂຄວິດ-19 ເຮັດໃຫ້ບໍ່ມີການ ຊື້-ຂາຍ ຫລື ເຊົ່າສັມປະທານ ທີ່ດິນເກີດຂຶ້ນ ໂດຍສະເພາະກຸ່ມນັກລົງທຶນ ຈາກຕ່າງປະເທດ ຊຶ່ງຈະເຮັດໃຫ້ຕລາດ ອະສັງຫາຣິມຊັບ ໃນປະເທດ ລາວ ຫລຸດລົງ 15% ຫາ 20% ໃນປີ 2020 ນີ້ເມື່ອທຽບໃສ່ ປີຜ່ານມາ:

“ຊ່ວງໂຄວິດນີ້ ມັນກະໄດ້ຮັບຜົລກະທົບ ໂດຍກົງ ການລົງທຶນຂອງ ຕ່າງປະເທດ ຢູ່ໃນລາວ ໂຕອະສັງຫານີ້ແມ່ນ ຍັງສະລໍຕົວ ຍ້ອນວ່າ ບໍ່ມີການລົງທຶນ ເພື່ມຕື່ມ ວາຊັ້ນສາ໊ ເນື່ອງຈາກປິດປະເທດຫັ້ນ ອະສັງຫາ ສໍາລັບຄົນລາວ ຫັ້ນ ແມ່ນໄປໄດ້ເລື້ອຍໆ ເຈົ້າ ສໍາລັບດິນ ຈັດສັນບໍ່ ສໍາລັບກຸ່ມລູກຄ້າ ຄົນລາວນະ.”

ທ່ານກ່າວຕື່ມວ່າເພື່ອເຮັດໃຫ້ທຸຣະກິດ ອະສັງຫາຣິມະຊັບ ໃນລາວບໍ່ຕົກຕໍ່າລົງ ໄປກວ່ານີ້ ຣັຖບານລາວ ຄວນເລັ່ງຫາແນວທາງ ແກ້ໄຂ ບັນຫານີ້ ຫລັງຈາກໝົດການຣະບາດ ຂອງເຊື້ອພຍາດໂຄ ວິດ-19 ແລ້ວວ່າ ຈະເຮັດແນວໃດ ຕໍ່ ເພື່ອເຮັດໃຫ້ນັກລົງທຶນ ຕ່າງປະເທດ ກັບມາເຊົ່າ-ສັມປະທານ ທີ່ດິນໃນລາວຫລາຍຂຶ້ນ ຮວມເຖິງກະຕຸ້ນ ການຊື້ຂາຍ ທີ່ດິນ ໃນກຸ່ມຄົນລາວ ໃນປະເທດດ້ວຍ.

ກ່ຽວກັບການຊື້ທີ່ດິນໃນລາວ ຊາວລາວທ່ານນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່່າວ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ມາຮອດສູ່ມື້ນີ້, ໃນສະພາວະທີ່ວຽກງານ ຂອງໃຜກໍບໍ່ມີຄວາມ ແນ່ນອນ ແລະ ອາຈຖືກນາຍຈ້າງ ໃຫ້ຢຸດເຮັດ ວຽກມື້ໃດກໍໄດ້, ຄົນສ່ວນໃຫຍ່ ກໍຈຶ່ງຣະມັດຣະວັງ ໃນການໃຊ້ຈ່າຍເງິນ ແລະ ຫວັງເອົາຄອບຄົວ ໃຫ້ລອດ ເພື່ອຜ່ານວິກິຈການ ຄັ້ງນີ້ກ່ອນ ຫຼາຍກວ່າທີ່ຈະໄປຊອກຄຶດຊື້ດິນ ຫຼືຊື້ເຮືອນ.

“ປັດຈຸບັນນີ້ແມ່ນ ໃຜໆກະມີແຕ່ວ່າ ເນັ້ນແຕ່ວ່າ ປາກທ້ອງຂອງຄອບຄົວ ເປັນຫຼັກກ່ອນແນາະ ຊ່ວງນີ້ກະ. ແມ່ນການຊື້ຂາຍແມ່ນຫຍັງຕ່າງໆ ກະແມ່ນຖືວ່າ ຢາກໂຈະ. ບໍ່ມີຄົນທີ່ຈະມີຄວາມຄຶດຫຍັງເລີຍນ່າ ຊ່ວງນີ້ນ່າ. ມີແຕ່ວ່າ ເຮັດຈັ່ງໃດທີ່ວ່າ ຊິເອົາຊ່ວງວິກິຈນີ້ ໃຫ້ມັນລອກໄປ, ປະມານ ນີ້.”

ເຈົ້າໜ້າທີ່ທ້ອງຖິ່ນ ໃນແຂວງສວັນນະເຂດ ໃນມື້ດຽວກັນນີ້ວ່າ ນັບແຕ່ເກີດການຣະບາດ ຂອງໂຄວິດ-19 ຂຶ້ນ ກໍເຮັດໃຫ້ທຸຣະກິດ ສັງຫາຣິ -ມະຊັບ ພາຍໃນແຂວງ ທັງໃນກຸ່ມຄົນລາວ ແລະເຂດເສຖກິດພິເສດ ສວັນ-ເຊໂນ ກໍບໍ່ຄຶກຄື້ນ ຄືແຕ່ເກົ່າ. ນອກຈາກນັ້ນ ດ່ານສາກົລ ສາຍການບິນ ກໍຍັງບໍ່ເປີດ ເປັນປົກຕິ ກໍຍິ່ງເຮັດໃຫ້ ທຸຣະກິດ ດັ່ງກ່າວ ບໍ່ມີການເຄື່ອນໃຫວ ເລີຍ:

“ຊ່ວງໄລຍະນີ້ ມັນວິກິດ ເພາະວ່າຄົນເຂົ້າຄົນອອກ ກະຍັງບໍ່ຫລາຍເດ໊ ເພາະວ່າ ດ່ານບໍ່ທັນໄດ້ເປີດ ສນາມບິນ ເພິ່ນກະຍັງບໍ່ໄດ້ແລ່ນ ເປັນປົກກະຕິເນາະ ກະມີແຕ່ຍົນຮັບເໝົາ. ຄົນເຂົ້າອອກ ກະຍັງບໍ່ທັນໄດ້ ຫລາຍ.”

ເມື່ອປີ 2016-2017 ທີ່ຜ່ານມາ, ທຸຣະກິຈອະສັງຫາຣິມຊັພ ໃນລາວ ຮຸ່ງເຮືອງພໍສົມຄວນ ຍ້ອນໄດ້ຮັບ ອານິສົງ ຈາກກຸ່ມນັກລົງທຶນ ຕ່າງປະເທດ ໂດຍສະເພາະແມ່ນ ກຸ່ມນັກລົງທຶນຈີນ ທີ່ເຂົ້າມາຊອກຊື້ ກັມມະສິທທີ່ດິນ ແລະ ເຊົ່າທີ່ດິນ ໄລຍະຍາວ ເປັນຈຳນວນຫຼາຍ, ອີງຕາມການຣາຍງານຈາກ ໜັງສືພິມວຽງຈັນທາມ ເມື່ອວັນທີ 5 ມິຖຸນາ ໂດຍອ້າງອີງຄວາມເວົ້າ ຂອງ ຜູ້ປະກອບການ ທຸຣະກິຈ ອະສັງຫາຣິມຊັພ ໃນລາວ,  ທ່ານ ຫຸມພັນ ໄຊຍະລາດ ທີ່ໄດ້ກ່າວຕໍ່ຜູ້ສື່ຂ່າວ ໜັງສືພິມວຽງຈັນທາມ ເມື່ອວັນທີ 4 ມິຖຸນາ ທີ່ຜ່ານມາ.

ອີງຕາມກົດໝາຍວ່າດ້ວຍ ທີ່ດິນ, ຍັງບໍ່ອະນຸຍາດໃຫ້ຄົນຕ່າງປະເທດ ຊື້-ຂາຍທີ່ດິນຫລືຄອບຄອງ ອະສັງຫາຣມຊັບ ແບບຖາວອນໄດ້ ມີແຕ່ການ ເຊົ່າ-ສັມປະທານ ແບບໄລຍະສັ້ນ ແລະ ໄລຍະຍາວ ເທົ່ານັ້ນ. ແຕ່ພາກທຸຣະກິດ ອະສັງຫາຣິມຊັບ ໃນລາວ ພຍາຍາມຫາ ຫົນທາງເພື່ອໃຫ້ພາກຣັຖ ປັບປຸງກົດໝາຍວ່າດ້ວຍທີ່ດິນ ໂດຍໃຫ້ຄົນຕ່າງປະເທດ ມີສິດໃນການຄອບຄອງທີ່ດິນ ແລະ ອະສັງຫາຣິມຊັບ ເພື່ອເປັນ ການກະຕຸ້ ໃຫ້ທຸຣະກິດອະສັງຫາຣິມຊັບ ໃນລາວຂຍາຍໂຕຫລາຍກວ່າເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.