ປະຊາຊົນ ທີ່ຈະຖືກໂຍກຍ້າຍ ສາມາດຮຽກຮ້ອງ ຂໍດິນຈັດສັນ
2016.07.15
ປະຊາຊົນ ເມືອງໄຊ ແຂວງອຸດົມໄຊ ທີ່ຈະຖືກໂຍກຍ້າຍ ບ່ອນຢູ່ອາສັຍ ຍ້ອນໂຄງການ ສ້າງທາງຣົດໄຟລາວ-ຈີນ ນອກຈາກ ຈະໄດ້ເງິນຄ່າຊົດເຊີຍແລ້ວ, ຍັງສາມາດຮຽກຮ້ອງ ຂໍດິນຈັດສັນ ຈາກທາງການ ເພື່ອປຸກເຮືອນ ສ້າງຊີວິດ ຢູ່ບ່ອນໃໝ່. ແຕ່ດິນຈັດສັນ ບ່ອນໃໝ່ນັ້ນ ອາດບໍ່ຖືກໃຈ ຊາວບ້ານ ຍ້ອນວ່າດິນທີ່ມີຄວາມອຸດົມສົມບູນ ພາຍໃນເມືອງຂ້ອນຂ້າງ ຫາຍາກຂຶ້ນເລື້ອຍໆ.
ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງອຸດົມໄຊ ກ່າວໃນວັນທີ 14 ກໍຣະກະດານີ້ ຫລັງຈາກ ປະຊາຊົນ ມີຄວາມເປັນຫ່ວງ ໃນເຣື່ອງດິນ ທີ່ຈະໄດ້ຮັບນັ້ນວ່າ:
“ກະແລ້ວແຕ່ ທາງຊາວບ້ານຫັ້ນເນາະ ໃນເງື່ອນໄຂ ຂອງຂະເຈົ້າ ຂະເຈົ້າ ມີດິນກະເອົາເງິນ ຜູ້ບໍ່ມີດິນ ຣັຖກະຕ້ອງ ຈັດສັນດິນ ໃຫ້ຂະເຈົ້າ ຊິນະ ຕາມແຜນ ໃຫ້ກະບໍ່ອັນນັ້ນ ພໍປານໃດ ບໍ່ຖືກໃຈ ຂອງຂະເຈົ້າຫັ້ນນະ ເພາະດິນນີ້ ມັນເປັນ ຂອງຊຸມຊົນໝົດແລ້ວ ມີເຈົ້າຂອງ ໝົດແລ້ວຊັ້ນຊະ.”
ປັດຈຸບັນ ຫລາຍພາກສ່ວນ ທີ່ກ່ຽວຂ້ອງ ກໍາລັງຫາລືກັນ ກ່ຽວກັບ ການຊອກດິນ ຈັດສັນໄວ້ໃຫ້ ປະຊາຊົນ ຜູ້ທີ່ຈະຖືກໂຍກຍ້າຍ ເພື່ອບໍ່ໃຫ້ ຜູ້ຖືກຜົລກະທົບ ໄດ້ຮັບ ຄວາມທຸກຍາກ ຕື່ມອີກ. ດິນຈັດສັນ ທີ່ຈະຫາໃຫ້ ຊາວບ້ານ ຈະຢູ່ນອກຕົວເມືອງ ທັງໝົດ ແຕ່ກໍຍັງ ເປັນພຽງແຜນການ ຍັງບໍ່ໄດ້ລົງມື ປະຕິບັດຕົວຈິງເທື່ອ.
ທ່ານກ່າວ ຕໍ່ໄປວ່າ ເຖິງຢ່າງໃດກໍຕາມ ປະຊາຊົນ ທີ່ຈະຖືກ ຜົລກະທົບ ຈາກໂຄງການ ທາງຣົດໄຟນີ້ ສ່ວນໃຫຍ່ ຈະຕ້ອງເສັຽ ດິນປູກຝັງ ຫລາຍກວ່າບ່ອນອາສັຍ ເພາະທາງຣົດໄຟ ຈະຜ່ານໄຮ່ນາ ຫລາຍກວ່າຕົວເມືອງ ຊຶ່ງຜູ້ເປັນເຈົ້າຂອງ ທີ່ດິນຫລາຍຄົນ ເລີ່ມຮູ້ແລ້ວ ແລະ ຫວັງວ່າ ຈະໄດ້ຄ່າຊົດເຊີຍ ແບບເປັນທັມ.
ກ່ອນໜ້ານີ້ ເຈົ້າໜ້າທີ່ ທ້ອງຖິ່ນ ທ່ານນຶ່ງ ເຄີຍໃຫ້ຂໍ້ມູລ ກ່ຽວກັບ ເຣຶ່ອງນີ້ວ່າ ຊາວບ້ານ ທີ່ຈະຕ້ອງໄດ້ເສັຽບ່ອນອາສັຍ ໃຫ້ໂຄງການ ທາງຣົດໄຟ ອາດຈະໄດ້ຮັບ ພຽງແຕ່ ເງິນເທົ່ານັ້ນ ບໍ່ໄດ້ ດິນຈັດສັນ ຍ້ອນວ່າ ພື້ນທີ່ເປົ່າຫວ່າງ ພາຍໃນເມືອງນີ້ ນັບມື້ ຫາຍາກຂຶ້ນເລື້ອຍໆ ເຮັດໃຫ້ຫລາຍຄອບຄົວ ບໍ່ພໍໃຈ ແລະ ບໍ່ຢາກຍ້າຍ ຈົນກວ່າ ຈະໄດ້ດິນຈັດສັນ ຕາມທີ່ພວກຕົນ ພໍໃຈ.