ປະຊາຊົນ ຫຼີກເຂື່ອນນໍ້າທາ 1 ຮຽກຮ້ອງ ໃຫ້ປັບປຸງຊີວິດ
2019.12.04

ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນໄຟຟ້າ ນໍ້າທາ 1, ໂດຍສະເພາະແມ່ນ ປະຊາຊົນ ເມືອງນາແລ ແຂວງຫຼວງນໍ້າທາ ແລະ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮຽກຮ້ອງໄປຍັງທາງການ ເພື່ອໃຫ້ເລັ່ງຟື້ນຟູ ຊີວິດການເປັນຢູ່ ຂອງປະຊາຊົນ ພາຍຫຼັງທີ່ໄດ້ໂຍກຍ້າຍ ອອກຈາກບ້ານເດີມ ມາຢູ່ບ້ານຈັດສັນຂອງເຂື່ອນໄຟຟ້າ ນໍ້າທາ 1 ທີ່ໄດ້ເປີດເຄື່ອງຈັກຜລິຕກະແສໄຟຟ້າ ເມື່ອທ້າຍປີ 2018 ທີ່ຜ່ານມາ. ດັ່ງປະຊາຊົນ ເມືອງນາແລ ແຂວງຫຼວງນໍ້າທາ ໄດ້ໃຫ້ສັມພາດ ຕໍ່ນັກຂ່າວເອເຊັຽເສຣີ ເມື່ອທ້າຍເດືອນພຶສຈິກາ ວ່າ:
“ໃນໄລຍະຜ່ານມາ ກໍຄືໄລຍະຂ້າມຜ່ານ ຂໍ້ສະດວກໃນປະຈຸບັນນີ້ ພວກເຮົາຍ້າຍມາຢູ່ບ້ານໃໝ່ ກໍຄືວ່າ ມີໄຟຟ້າໃຊ້ ມີທາງຣົດເຂົ້າຮອດຈຳເຮືອນ. ອັນຫຍຸ້ງຍາກປະຈຸບັນ, ສຳລັບຢູ່ບ້ານນາແລ ພວກເຮົານີ້ ແມ່ນວ່າ ຍັງມີແບບວ່າ ການຟື້ນຟູຊີວິດການເປັນຢູ່ນີ້ ເພາະວ່າທາງໂຄງການ ເພິ່ນກຳລັງລົງເກັບກັມຂໍ້ມູນ ແລະ ກໍຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ແລະ ກໍອັນນີ້ ກໍເຮັດໃຫ້ປະຊາຊົນພວກເຮົານີ້ ຍັງພົບ ຄວາມຫຍຸ້ງຍາກຢູ່. ແລ້ວຫຼາຍຄົນກໍຍັງຄິດວ່າ ໃນອານາຄົດ ພວກເຮົາຈະເຮັດຫຍັງ? ທຳຫຍັງ? ກິນຫຍັງ?”
ສ່ວນປະຊາຊົນ ເມືອງຜາອຸດົມ ແຂວງບໍ່ແກ້ວ ທີ່ໄດ້ຍ້າຍມາຢູ່ ບ້ານຈັດສັນ ກໍ່ໄດ້ກ່າວວ່າ ການຈັດສັນອາຊີພ ໃຫ້ກັບປະຊາຊົນ ຍັງຫຍຸ້ງຍາກ, ແຕ່ຜ່ານມາເຈົ້າຂອງໂຄງການພະຍາຍາມຈັດສັນອາຊີພ ໃຫ້ກັບປະຊາຊົນໃນເຂດນີ້.
“ທາງໂຄງການເພິ່ນກະໄດ້ ເຣີ່ມການຟື້ນຟູ ຊີວິດການເປັນຢູ່ໃຫ້ພໍ່ແມ່ປະຊາຊົນ ຂອງພວກເຮົາ ເປັນຕົ້ນ ແມ່ນການປູກການລ້ຽງ ໃຫ້ຊາວບ້ານຂອງພວກເຮົາ. ຖືວ່າມາ, ປະຈຸບັນ ກະເຣີ່ມຈັດຕັ້ງປະຕິບັດໄດ້ແລ້ວ 3 ກິຈກັມເນາະ. ເປັນການປູກ, ລ້ຽງໄກ່, ລ້ຽງເປັດ ຄືໃຫ້ແນວພັນ ພືດສວນຄົວຈຳນວນນຶ່ງ.”
ຕໍ່ຜົລກະທົບດັ່ງກ່າວ, ໂດຍສະເພາະແມ່ນການເລັ່ງຟື້ນຟູ ແລະ ປັບປຸງຊີວິດການເປັນຢູ່, ການສ້າງອາຊີພ, ສ້າງຣາຍຮັບທີ່ໝັ້ນຄົງນັ້ນ, ຍາງນາງ ເກສອນ ແສງຍະວົງ ສສຊ ເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ໄດ້ກ່າວວ່າ ສະພາປະຊາຊົນແຂວງຫຼວງນໍ້າທາ ໄດ້ຮັບຮອງເອົາ 7 ໜ້າວຽກ ຂອງໂຄງການເຂື່ອນໄຟຟ້າ ນໍ້າທາ 1 ດັ່ງເຊັ່ນ ວຽກງານການຈັດສັນທີ່ດິນ ທຳມາຫາກິນ, ສ້າງສວນສາທິດ ກະສິກັມ, ສ້າງກິຈກັມການຜລິຕ, ຈັດຫາປັດຈັຍການຜລິຕ, ຈັດເຝິກອົບຮົມ ແລະ ທັສນະສຶກສາ, ການສ້າງກຸ່ມຜລິຕສິນຄ້າ ແລະ ພັທນາສັງຄົມ, ໂດຍມີງົບປະມານ ທັງໝົດ 7 ລ້ານໂດລາສະຫະຣັຖ.
ອີງຕາມເຈົ້າໜ້າທີ່ຮັບຜິດຊອບໂຄງການ ການໂຍກຍ້າຍ ແລະ ຈັດສັນ ທີ່ຢູ່ອາໄສ ຣາຍງານວ່າ ບ້ານທີ່ໄດ້ຮັບຜົລກະທົບ ແລະ ຖືກໂຍກຍ້າຍ ມາຢູ່ບ້ານຈັດສັນ ມີ 37 ບ້ານ. ໃນນັ້ນ, ມີ 1,735 ຄອບຄົວ ຮວມ 10,500 ຄົນ ທີ່ຂຶ້ນກັບເມືອງຜາອຸດົມ ແຂວງບໍ່ແກ້ວ ແລະ ເມືອງນາແລ ແຂວງຫຼວງນໍ້າທາ, ເຊິ່ງຖືກຍ້າຍມາຢູ່ 11 ຈຸດ ທີ່ເປັນບ້ານຈັດສັນ.
ສ່ວນບ້ານທີ່ຖືກໂຍກຍ້າຍ ຈາກລຸ່ມຂຶ້ນເທິງ ມີບ້ານນາແລ ແລະ ບ້ານສາຍນໍ້າຫີນ ທີ່ຂຶ້ນກັບເມືອງນາແລ ແຂວງຫຼວງນໍ້າທາ, ມີ 304 ຫຼັງຄາເຮືອນ ຮວມເປັນ 333 ຄອບຄົວ ມີ 1,649 ຄົນ.
ເຖິງແມ່ນວ່າໜ້າວຽກ ການໂຍກຍ້າຍຂອງປະຊາຊົນ ທີ່ໄດ້ຮັບຜົລກະທົບ ຂອງທັງສອງແຂວງ ຈະສຳເຣັຈໄປໄດ້ດ້ວຍດີ, ພ້ອມດຽວກັນທາງໂຄງການ ກໍໄດ້ຈ່າຍຄ່າຊົດເຊີຍ ໃຫ້ກັບປະຊາຊົນໄປແລ້ວ ໃນປີ 2015-2016 ນັ້ນ, ແຕ່ຄວາມເປັນຈິງ ພາຍຫຼັງທີ່ປະຊາຊົນ ຍ້າຍມາຢູ່ບ້ານຈັດສັນ 11 ຈຸດ ທີ່ໂຄງການຈັດກຽມເອົາໄວ້ໃຫ້ນັ້ນ, ເຖິງແມ່ນວ່າ ຈະມີສິ່ງອຳນວຍຄວາມສະດວກ ເຊັ່ນການສ້າງຖນົນຫົນທາງ, ໂຮງຮຽນ, ສຸກສາລາ ເປັນຕົ້ນ, ແຕ່ໃນນັ້ນ ໃນໝູ່ບ້ານຈັດສັນ ກໍຍັງມີບັນຫາ ຫຍຸ້ງຍາກຫຼາຍຢ່າງ ເຊັ່ນ ການກໍ່ສ້າງເຮືອນ ບໍ່ໄດ້ມາຕຖານ, ສະຖານທີ່ບໍ່ເໝາະສົມ, ມີຫຼາຍຈຸດ ຕັ້ງຢູ່ເທິງພູສູງ, ສ່ຽງຕໍ່ດິນເຈື່ອນ.
ສ່ວນເຣື້ອງຂອງການຊົດເຊີຍ ເຂົ້າສານອາຫານແຫ້ງ, ທາງໂຄງການສັນຍາວ່າ ຈະຈ່າຍໃຫ້ຕັ້ງແຕ່ປີ 2016 ຫາ 2019, ແຕ່ຄວາມເປັນຈິງ ປະຊາຊົນໄດ້ຮັບພຽງແຕ່ປີດຽວ. ພ້ອມກັນນີ້ ໂຄງການ ຍັງບໍ່ໄດ້ສນອງດິນໄຮ່, ດິນສວນ ໃຫ້ປະຊາຊົນພຽງພໍ ປະຊາຊົນຕ້ອງໄດ້ດີ້ນຮົນ ໄປຫາກິນທາງອື່ນ.
ສ່ວນເຣື້ອງບັນຫານໍ້າໃຊ້ ກໍເປັນເຣື້ອງໃຫຍ່, ຕັ້ງແຕ່ຍ້າຍມາຢູ່ບ້ານຈັດສັນ ປະຊາຊົນກໍໄດ້ຮຽກຮ້ອງ ໄປຍັງພາກສ່ວນກ່ຽວຂ້ອງ ໃຫ້ລົງມາແກ້ໄຂໃຫ້ຕລອດ. ໂຄງການ ບໍ່ສາມາດ ສນອງນໍ້າໄດ້. ຊໍ້າຮ້າຍໄປກ່ວານັ້ນ, ຕົກມາໃນປີນີ້ ນໍ້າທາບົກແຫ້ງ ຍິ່ງເຮັດໃຫ້ປະຊາຊົນ ຂາດນໍ້າໃຊ້ ໜັກຂຶ້ນຕື່ມ, ໂດຍໂຄງການບໍ່ສາມາດສູບນໍ້າ ສນອງໃຫ້ກັບປະຊາຊົນໄດ້. ດັ່ງປະຊາຊົນໄດ້ກ່າວ ຕໍ່ນັກຂ່າວເອເຊັຽເສຣີ ໃນວັນທີ 27 ພຶສຈິກາ ວ່າ:
“ໂອ້ ຢາກຂໍເຣື້ອງນໍ້າ ຢູ່ພີ້ກາບໍ່ມີຫຍັງເດ ບ້ານໃໝ່ນີ້ນ່າ. ເຣື້ອງນໍ້ານີ້ແຫຼະ ນໍ້າຫ້ວຍນ້ອຍແຖວແຄມບ້ານແຄມເຮືອນນີ້ແຫຼະ ບໍ່ມີແລ້ວ ນໍ້ານີ້ນ່າ. ນ້ຳກິນນໍ້າໃຊ້ບໍ່ມີ ນໍ້າໃຫຍ່ກໍໝົດແລ້ວ. ສອງເດືອນສາມເດືອນແລ້ວໂອ້, ນໍ້າໃຊ້ບໍ່ມີແລ້ວ. ນີ້ຈະໃຫ້ບໍຣິສັດແສງເພັດຊ່ອຍ ກໍດຽວນີ້ໝົດແລ້ວໂອ. ໝົດແລ້ວ, ໝົດແຕ່ປີກາຍພຸ້ນແລ້ວ ປີນີ້ບໍ່ມີແລ້ວ.”
ທ່ານໄດ້ກ່າວຕື່ມວ່າ ປະຊາຊົນ 100 ຄອບຄົວ ຢູ່ບ້ານຕາເວັນ, ບ້ານຫ້ວຍດາວ ແລະ ບ້ານຫາດເຕົ້າ ທີ່ໂຍກຍ້າຍມາຢູ່ ເຂດຈັດສັນ ຂອງເຂື່ອນນໍ້າທາ 1 ນັ້ນ, ບໍ່ມີນໍ້າໃຊ້ ມາຕັ້ງແຕ່ເດືອນສິງຫາຂອງປີນີິ້ ແລະ ຊາວບ້ານ ທີ່ໄດ້ຮັບຜົລກະທົບ ກໍໄດ້ຮຽກຮ້ອງພາກສ່ວນ ກ່ຽວຂ້ອງ ລົງມາແກ້ໄຂຊ່ອຍເຫຼືອ ເມື່ອທ້າຍເດືອນກັນຍາ ທີ່ຜ່ານມາ, ແຕ່ກໍບໍ່ໄດ້ຮັບການແກ້ໄຂ ແຕ່ຢ່າງໃດ. ໃນຂນະທີ່ບໍຣິສັດແສງເພັດ ທີ່ຮັບຜິດຊອບ ວຽກງານກໍ່ສ້າງໂຄງຮ່າງພື້ນຖານ ໃນບ້ານຈັດສັນ ກໍບໍ່ສາມາດຊ່ອຍຫຍັງໄດ້ ຍ້ອນວ່າ ໝົດສັນຍາໂຄງການ ຕັ້ງແຕ່ປີກາຍ.
ຕໍ່ການຮຽກຮ້ອງ ຂອງປະຊາຊົນ, ຜແນກກະສິກັມ ແລະ ປ່າໄມ້ ແຂວງຫຼວງນໍ້າທາ ໄດ້ແນະນຳວ່າ ໃຫ້ປະຊາຊົນຂຽນໃບຄຳຮ້ອງ ສເນີບັນຫາໄປຍັງທາງເມືອງກ່ອນ.
“ກະອັນນັ້ນ ກະໄປຕາມຂັ້ນຕອນເນາະ ເຮັດເອກະສານ ສເນີບັນຫາເຖິງຂັ້ນເມືອງຫັ້ນເນາະ. ກະໃຫ້ເມືອງເພິ່ນລົງເກັບກັມຂໍ້ມູນ ໃຫ້ເມືອງເພິ່ນໄດ້ແກ້ໄຂ. ຖ້າເມືອງເພິ່ນແກ້ໄຂບໍ່ໄດ້ ແລ້ວເພິ່ນກະມີຂະບວນການຕໍ່. ເມືອງຈະສເນີຂື້ນມາຫາ ຂັ້ນຕອນແຂວງ.
ຕໍ່ກັບບັນຫານີ້, ຕາງໜ້າໃຫ້ຣັຖວິສາຫະກິຈ ໄຟຟ້າລາວ ທີ່ຖືຫຸ້ນໃນເຂື່ອນນໍ້າທາ 1, 20% ໄດ້ກ່າວວ່າ: “ການຍົກຍ້າຍປະຊາຊົນ ທີ່ໄດ້ຮັບຜົລກະທົບ ແມ່ນມີສອງເຂດ ມີເມືອງນາແລ ແຂວງຫຼວງນໍ້າທາ ແລະ ເຂດຫາດໝວກ, ເມືອງຜາອຸດົມ ແຂວງບໍ່ແກ້ວ, ເຊິ່ງທາງໂຄງການ ໄດ້ເນັ້ນໃສ່ 3 ແຜນງານຫຼັກ, ດັ່ງເຊັ່ນ ສ້າງທີ່ຢູ່ອາໄສ ພື້ນຖານໂຄງຮ່າງ, ຣະບົບໄຟຟ້າ, ຖນົນຫົນທາງ, ສຸກສາລາ, ໂຮງຮຽນ ແລະ ວັດວາອາຣາມ ເປັນຕົ້ນ. ແຜນງານທີສອງ ສຳເຣັຈການຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນ. ແລະ ແຜນງານທີ 3 ແມ່ນແຜນງານຈັດສັນດິນ ທຳການຜລິຕ, ເຊິ່ງມາເຖິງປະຈຸບັນ ຍັງມີຄວາມຫຍຸ້ງຍາກຫຼາຍ.”
ເຂື່ອນນໍ້າທາ 1, ພາຍໃຕ້ການດຳເນີນງານຂອງ ບໍຣິສັດໄຟຟ້າ ນໍ້າທາ 1 ລາວຈຳກັດ, Nam Tha 1 Lao Power Company Limited ເປັນວິສາຫະກິຈ ປະສົມ ລາວ-ຈີນ, ໂດຍຣັຖວິສາຫະກິຈ ໄຟຟ້າລາວ ຖືຫຸ້ນ 20% ແລະ ບໍຣິສັດ China Southern Grid International ຫຼື CSGI ຖືຫຸ້ນ 80%. ມີໄລຍະສັມປະທານ 32 ປີ, ກຳລັງຕິດຕັ້ງ 168 ເມກະວັຕ.
ໂຄງການເຂື່ອນໄຟຟ້າ ນໍ້າທາ 1, ເປັນນຶ່ງໃນບັນດາໂຄງການ ທີ່ຢູ່ໃນແຜນພັທນາ ແລະ ສນອງໄຟຟ້າ ໃຫ້ແກ່ພາຍໃນ ສປປ ລາວ ແລະ ເຣີ່ມລົງມືກໍ່ສ້າງ ມາແຕ່ເດືອນ ກໍຣະກະດາ ປີ 2014. ມູລຄ່າການລົງມທຶນທັງໝົດ 447 ລ້ານໂດລາສະຫະຣັຖ, ເຣີ່ມຜລິຕກະແສໄຟຟ້າ ທ້າຍປີ 2018.