ຫຼວງພຣະບາງຂາດງົບປະມານ ບູຣະນະ

ນະຄອນຫຼວງພຣະບາງ ຂາດງົບປະມານ ເພື່ອ ບູຣະນະ ປູຊະນິຍະສະຖານ ຫຼາຍຫຫຼັງ ທີ່ຢູ່ໃນບັນຊີ ມໍຣະດົກ ໂລກ.

ສະຖານທີ່ທ່ອງທ່ຽວ ທີ່ຂຶ້ນຊື່ລືຊາ ໄປທົ່ວທຸກມຸມໂລກ ຄື ນະຄອນຫຼວງພຣະບາງ ເມືຶອງມໍຣະດົກໂລກ RFA

ນະຄອນຫຼວງພຣະບາງ ຂາດງົບປະມານ ບູຣະນະ ປູຊະນິຍະສະຖານຫຼາຍຫຼັງ ເປັນຕົ້ນເຮືອນໄມ້ຊົງລາວບູຮານ 600 ປາຍຫຼັງທີ່ຂຶ້ນບັນຊີ ຢູ່ໃນບັນຊີມໍຣະດົກໂລກ ຍ້ອນຣັຖບານ ມີງົບປະມານບູຣະນະ ມໍຣະດົກໂລກຈໍາກັດ.

ແຕ່ລະປີ ນະຄອນຫຼວງພຣະບາງ ຂຶ້ນແຜນຂໍງົບປະມານ ບູຣະນະ ປູຊະນິຍະສະຖານ ບາງປີກໍ 700-800 ລ້ານກີບບາງປີ ກໍຕື້-ສອງຕື້ ກີບ. ແຕ່ສ່ວນຫຼາຍແມ່ນບໍ່ໄດ້ຍ້ອນຣັຖບານ ສາມາດອະນຸມັດງົບປະມານໃຫ້ໄດ້ພຽງ 200-300 ລ້ານກີບເທົ່ານັ້ນຍ້ອນຕ້ອງໄດ້ໃຊ້ງົບປະ ມານສ່ວນໃຫຍ່ ໃສ່ການພັທນາໂຄງຮ່າງພື້ນຖານ ໃນເຂດຊົນນະບົດ ເພື່ອຫລຸດຜ່ອນ ຄວາມທຸກຍາກ ດັ່ງເຈົ້າໜ້າທີ່ ດ້ານວັທນະທັມ ນະຄອນຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 28 ສິງຫາ 2020 ວ່າ:

”ຣັຖບານກໍມີຄືກັນ ແຕ່ວ່າມັນກໍຈໍາກັດງົບປະມານ ບູຣະນະປູຊະນິຍະສະຖານ ເພີ່ນບໍ່ໄດ້ມີງົບພິເສດໃຫ້ ເຮົາຕ້ອງໄດ້ຂຶ້ນແຜນ ມັນກໍແລ້ວແຕ່ ບາງປີ 700-800 ລ້ານ(ກີບ) ບາງປີກໍ 1-2 ຕື້ກີບ ແຕ່ວ່າສ່ວນຫຼາຍກໍບໍ່ຜ່ານ ຣັຖບານເພິ່ນຈະເນັ້ນໃສ່ ເຣຶ່ອງການພັທນຊົນນະບົດເປັນຕົ້ນ ຕໍ ໂຄງການຫລຸດຜ່ອນຄວາມທຸກຍາກບໍ ໂຄງການກໍ່ສ້າງຮາກຖານຕ່າງໆ ພວກນໍ້າລິນ ນໍ້າປະປາ ພວກທາງຕ່າງໆ ຜ່ານມາເພິ່ນກໍໃຫ້ຢູ່ 200-300 ລ້ານ (ກີບ)”

ທ່ານກ່າວຕື່ມວ່າ ຫາກຍັງບໍ່ມີງົບປະມານ ບູຣະນະ ປູຊະນິຍະສະຖານໃນມໍ່ໆນີ້ ກໍຈະເຮັດໃຫ້ເຮືອນໄມ້ ຊົງລາວບູຮານ ຈໍານວນທີ່ວ່ານັ້ນ ຊຸດໂຊມແລະເປ່ເພຫລາຍຂື້ນກວ່າເກົ່າ ແລະ ຕ້ອງໄດ້ໃຊ້ງົບປະມານ ບູຣະນະຫລາຍຂຶ້ນ ຂນະທີ່ຜ່ານມາ ໃນການບູຣະນະນັ້ນ ນະຄອນ ຫລວງພຣະບາງ ໄດ້ຮັບທຶນຊ່ວຍເຫລືອລ້າ ຂອງປະເທດຝຣັ່ງເສດ ຈໍານວນ 10 ປາຍລ້ານ ໂດລາ ສະຫະຣັຖ ທີ່ ຊ່ອຍບູຣະນະ ອາຄານ ວັດ ເຮືອນ ຮວມທັງທາງຍ່າງ ທາງອ້ອມ ຕັ້ງແຕ່ປີ 2002 ມາເຖິງປີ 2019.

ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວແຂວງ ຫລວງພຣະບາງ ກ່າວວ່າ ປັດຈຸບັນກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ໄດ້ແຕ່ງຕັ້ງຄະນະ ກໍາມະການ ເພື່ອຈັດຕັ້ງກອງທຶນຄຸ້ມຄອງ ມໍຣະດົກໂລກ ຫຼວງພຣະບາງແລ້ວ ແຕ່ຍັງຢູ່ ໃນຂັ້ນຕອນລົງຣາຍຣະອຽດ ເພື່ອຈະຂຶ້ນແຜນຈັດເກັບຣາຍຮັບ ຈາກພາກສ່ວນໃດພາກສ່ວນໃດ ເຂົ້າກອງທຶນດັ່ງກ່າວເພື່ອມີງົບປະມານ ໝຸນວຽນ ບູຣະນະ ມໍຣະດົກໂລກ ນີ້ ດັ່ງທີ່ທ່ານກ່າວວ່າ:

”ເຮົານີ້ກໍຄວາມຫວັງເຮົາກໍແມ່ນເຣຶ່ອງການສ້າງຕັ້ງກອງທຶນ ແລ້ວເພິ່ນກໍໄດ້ອອກດໍາຣັຖແລ້ວ ທ່ານຣັຖມົນຕຣີ ຖວທ ເພິ່ນກໍໄດ້ອອກຂໍ້ ຕົກລົງແຕ່ງຕັ້ງ ສະພາກອງທຶນແລ້ວດຽວນີ້ ຊິມາເວົ້າຣາຍຣະອຽດ ປຶກສາຣາຍຣະອຽດ ວ່າວິທີການຈັດເກັບ ຈະຈັດເກັບແບບໃດ.”

ເວົ້າເຖິງທຶນ ບູຣະນະ ມໍຣະດົກໂລກ ເຈົ້າໜ້າທີ່ອົງການ UNESCO ລາວ ກ່າວວ່າ ປັດຈຸບັນ ມະຫາວິທຍາລັຍແຫ່ງຊາດລາວ ໄດ້ສເນີ ຂໍທຶນບູຣະນະ ມໍຣະດົກຫຼວງພຣະບາງ ຊຶ່ງຂນະນີ້ ທາງອົງການ UNESCO ລາວ ກໍາລັງຢູ່ໃນຂັ້ນຕອນ ພິຈາຣະນາ ເພື່ອສົ່ງຂໍ້ສເນີ ນັ້ນໄປຍັງ ອົງການ UNESCO ດັ່ງເຈົ້າໜ້າທີ່ ອົງການ UNESCO ລາວ ກ່າວວ່າ:

”ມີຢູ່ ມຊ ສເນີມາ ເຂົາເຈົ້າແຈ້ງທຶນມາແລ້ວ ຂໍມີກອງທຶນນຶ່ງ ທີ່ມັນກ່ຽວກັບ ສົນທິສັນຍາ 2015 ເຂົາເອີ້ນວ່າ ກອງທຶນສາກົນ ເພື່ອຄວາມ ຫຼາກຫຼາຍທາງວັທນະທັມ ແລ້ວເຮົາມີຄະນະ ກັມການຣະດັບຊາດ ເປັນຜູ້ປະເມີນຂໍ້ສເນີ ແລ້ວສົ່ງໄປໃຫ້ເຂົາ ແລ້ວລໍຖ້າເຂົາຊິ ອະນຸມັດ ຫລືບໍ່.”

ທ່ານກ່າວຕື່ມວ່າ ສໍາລັບຂະບວນການໃຫ້ທຶນຊ່ອຍເຫລືອ ຣັຖບານລາວ ເພື່ອບູຣະນະ ມໍຣະດົກພາຍໃນປະເທດນັ້ນ ທີ່ຜ່ານມາ ສ່ວນໃຫຍ່ ທາງສໍານັກງານ ໃຫຍ່ UNESCO ຈະເປັນຜູ້ ປະເມີນ ແລ້ວສົ່ງຜົລສະຫລຸບມາໃຫ້ ກົມມໍຣະດົກໂລກ ລາວ ຫລຶຜແນກ ມໍຣະດົກໂລກ ນະຄອນຫລວງພຣະບາງ ເພື່ອຊາບ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າຂອງບ້ານພັກຢູ່ນະຄອນຫລວງພຣະບາງ ຊຶ່ງເປັນບ້ານພັກ ທີ່ຕັ້ງຢູ່ໃກ້ກັບວັດຊຽງທອງ ທີ່ຂຶ້ນບັນຊີເປັນມໍຣະດົກ ໂລກແຂວງຫຼວງພຣະບາງ ເວົ້າວ່າຖ້າຫາກ ພາກສ່ວນກ່ຽວຂ້ອງບໍ່ມີ ງົບປະມານມາປັບປຸງ ແຫຼ່ງທ່ອງທ່ຽວ ທີ່ຂຶ້ນເປັນບັນຊີມໍຣະດົກໂລກ ນະຄອນຫລວງພຣະບາງ ກໍຈະ ເຮັດໃຫ້ເກີດຜົລກະທົບ ໄປໃນວົງກວ້າງ ເຮັດໃຫ້ຫລາຍ ພາກສ່ວນ ບໍ່ມີວຽກເຮັດ ດັ່ງທີ່ທ່ານກ່າວວ່າ:

”ໂອ້ຄັນວ່າບໍ່ມີງົບປະມານ ເຂົ້າມາປັບປຸງແຫລ່ງທ່ອງທ່ຽວ ນັກທ່ອງທ່ຽວ ກໍຊິບໍ່ມາຫັ້ນແຫລະ ພາກຣັຖຕ້ອງມາປັບປຸງ ເຣຶ່ອງຄວາມສະອາດ ຕ່າງໆຫັ້ນ ຄັນວ່ານັກທ່ອງທ່ຽວ ບໍ່ເຂົ້າມາ ຜົລກະທົບ ມັນກໍຈະເປັນຕ່ອງໂສ້ ໂຮງແຮມ ຮ້ານອາຫານ ຕລາດ ພະນັກງານ ຄົນຂາຍເຄື່ອງບໍ ຫຍັງຫັ້ນ ຫລາຍຄົນກໍຈະບໍ່ມີວຽກເຮັດ.”

ນັກທ່ອງທ່ຽວຊາວນະຄອນຫລວງວຽງຈັນ ທີ່ເຄີຍໄປທ່ຽວນະຄອນຫລວງພຣະບາງ ເມື່ອປີກາຍເວົ້າວ່າ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ພຍາຍາມ ຊອກຫາທຶນຮອນ ມາຟື້ນຟູແຫລ່ງ ທ່ອງທ່ຽວແຫ່ງນີ້ ເຖິງແມ່ນວ່າ ໃນໄລຍະນີ້ຈະຂາດ ເຂີນງົບປະມານ ໃນການບູຣະນະ ກໍຕາມ:

”ກະແກ້ໄຂ ລົງຊ່ອຍປະຊາຊົນ ມະຫຍັງຫັ້ນແຫລະ ຊອກເອົານໍາງົບປະມານ ມະຫຍັງມາຊ່ອຍ ມາຟື້ນຟູໄດ້ຄືເກົ່າຫັ້ນແຫລະ ເພາະວ່າ ຫລາຍປະເທດ ກໍຊ່ອຍລາວເຮົາກໍຫລາຍນໍ ເພາະວ່າມັນເປັນແຫລ່ງທ່ອງທ່ຽວໃຫຍ່ ຣະດັບປະເທດຂອງລາວ ເຮົາແລ້ວເດ”

ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ດ້ານວັທນະທັມ ນະຄອນຫຼວງພຣະບາງ ທ່ານດຽວກັນນີ້ແລ້ວແມ່ນວ່າ ນະຄອນຫຼວງພຣະບາງນອກຈາກ ຂາດງົບປະມານ ບູຣະນະເຮືອນໄມ້ຊົງລາວ ບູຮານ 600 ປາຍຫຼັງ ທີ່ຂຶ້ນບັນຊີເປັນມໍຣະດົກໂລກ ນັ້ນແລ້ວກໍຍັງຂາດ ງົບປະມານປັບປຸງ ໜອງ, ເຂດສີຂຽວຊຸ່ມຊື້ນ ທີ່ຂຶ້ນບັນຊີເປັນມໍຣະດົກໂລກ ນໍາດ້ວຍ. ຈາກໜອງທີ່ເຄີຍ ມີປາ ມີຜັກບົ້ງ ມີດອກບົວ ອັນເປັນອົງປະກອບ ໃຫ້ນະຄອນຫລວງພຣະບາງ ສວຍງາມຂຶ້ນນັ້ນ ປັດຈຸບັນ ຖືກປະປ່ອຍ ຂາດການບົວລະບັດ ຮັກສາ ເຮັດໃຫ້ເກີດນໍ້າ ເສັຍຫຼາຍ ແລະ ຖືກນໍ້າຖ້ວມ ໃນຣະດູຝົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org