ຊາວເມືອງຫຼວງ ຮຽກຮ້ອງ ປັບປຸງພື້ນຖານ ການທ່ອງທ່ຽວ

ໄຊຍາ
2020.07.22
ແຂວງຫຼວງພຣະບາງ
RFA

ຊາວນະຄອນຫຼວງພຣະບາງ ຮຽກຮ້ອງໃຫ້ທາງສ້ອມແປງ ຖນົນ ແລະ ສະຖານທີ່ທ່ອງທ່ຽວ ໃຫ້ດີຂື້ນ ເປັນຕົ້ນແມ່ນ ຖນົນສີສວ່າງວົງ ເຊີ່ງປັດຈຸບັນ ມີຂຸມ ແລະ ເປ່ເພຫຼາຍ. ພ້ອມກັນນີ້ ທາງການຄວນຈັດ ການສັນຈອນ ການຈອດຣົດ ແລະ ຂາຍເຄື່ອງ ຕາມເສັ້ນທາງ ທີ່ສຳຄັນ ໃຫ້ເປັນຣະບຽບ. ດັ່ງຊາວບ້ານ ໃນນະຄອນຫຼວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 20 ກໍຣະກະດາວ່າ:

"ຖນົນສີສວ່າງວົງ ນີ້ເນາະ ມັນຈະເປັນຕລາດກາງຄືນ ແລະ ຕອນເຊົ້ານີ້ ຈະເປັນຕລາດເນາະ ຈະໄປຈອດຣົດທຸກຄົນ ທີ່ວ່າແຂກ ໄກ້ນໍາທ່ຽວ ແຂກຫຼືຄົນ ທີ່ໄປເດີນຕລາດນີ້ ມັນຈະເຮັດໃຫ້ ມັນແອອັດເພາະເສັ້ນທາງ ຂ້ອນຂ້າງນ້ອຍ ເພາະເຂົາຈະຈອດຣົດກັນ ເປັນການແອອັດ."

ນອກຈາກນີ້ ຊາວບ້ານອີກທ່ານນຶ່ງ ກໍຮຽກຮ້ອງໃຫ້ທາງການ ຈັດຣະບຽບ ກັບກຸ່ມພໍ່ຄ້າ-ແມ່ຄ້າ ທີ່ຂາຍເຂົ້າຕັກບາດ ບໍຣິເວັນຖນົນສີສວ່າງວົງ ເນື່ອງຈາກພວກເຂົາ ສົນໃຈແຕ່ການຂາຍ ພຽງຢ່າງດຽວ ໂດຍບໍ່ສົນໃຈ ກັບພາບພົດ, ດັ່ງການຍ່າງອອ້ມຫນ້າ ອ້ອມຫຼັງພຣະສົງ ສາມະເນນ ເຊີ່ງເປັນພາບ ບໍ່ງາມຕາ. ທາງໄປຖໍ້າຕິ່ງ ຊາວບ້ານກໍຮຽກຮ້ອງ ໃຫ້ທາງການ ສ້ອມແປງ ແລະ ປູຢາງ ເພາະຈາກນະຄອນຫຼວງພຣະບາງ ຫາຖໍ້າຕີ່ງ ນັກທ່ອງທ່ຽວສາມາດ ເດີນທາງໄປໄດ້ ທັງທາງບົກ ແລະ ທາງນໍ້າ ຖນົນຍັງບໍ່ສະດວກ, ບາງຈຸດ ຍັງເປັນທາງດິນແດງຢູ່.

"ຢາກໃຫ້ທາງການທ່ອງທ່ຽວ ຖໍ້າຕີ່ງ ມີຄວາມສວຍງາມກວ່ານີ້ເນາະ ກໍຄວນຈະໄປທາງນໍ້າກໍໄດ້ ທາງບົກກໍໄດ້ ແຕ່ປັດຈບຸັນນີ້ ທາງບົກນີ້ ຫົນທາງກໍຍັງ ບໍ່ຄ່ອຍສະດວກ ບໍ່ທັນໄປ ວຽນທາງໄປ ແບບອ້ອມວຽນໄດ້ ຖນົນບາງຈຸດ ຍັງເປັນທາງດິນແດງຢູ່."

ໃນຂນະທີ່ ພະນັກງານ ບໍຣິສັດນໍາທ່ຽວ ແຂວງຫຼວງພຣະບາງ ກໍສເນີໃຫ້ ມີການປັບປຸງເສັ້ນທາງ ນໍາພານັກທ່ອງທ່ຽວ ໄປທ່ຽວໃຫ້ດີຂື້ນ. ເພາະທາງທ່ອງທ່ຽວ ຫຼືຖນົນ ເຂົ້າສະຖານທີ່ທ່ອງທ່ຽວ ບາງແຫ່ງ ກໍຍັງຫຍຸ້ງຍາກ ເປັນດິນແດງ ຫຼືພຽງແຕ່ປູຫີນ ຍັງບໍ່ທັນ ເປັນທາງປູຢາງເຂົ້າ ຫຼືແຫຼ່ງທ່ອງທ່ຽວ ບາງບ່ອນ ທີ່ເປີດໃຫມ່ ກໍຍັງບໍ່ຕິດປ້າຍບອກທາງ ຫຼື ຫ້ອງນໍ້າ ຕາມແຫຼ່ງທ່ອງທ່ຽວ ທີ່ຢູ່ນອກເມືອງ ກໍຍັງບໍ່ມີມາຕຖານ.

"ໃນຕົວເມືອງເຮົາ ກໍພໍມີຢູ່ ແຕ່ຫ້ອງນໍ້າບາງບ່ອນ ກໍຍັງບໍ່ໄດ້ມາຕຖານ ຫັ້ນນະ. ກໍພໍມີ ແຕ່ເຮົາກໍພະຍາຍາມ ສເນີໂຄງການ ເພື່ອຈະສ້າງໃຫ້ເປັນ ມາຕຖານອາຊ້ຽນ."

ທາງດ້ານເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ແຂວງຫຼວງພຣະບາງ ໄດ້ກ່າວວ່າ ຕອນນີ້ ທາງການ ມີການວາງແຜນ ເພື່ອປັບປຸງເສັ້ນທາງ ທີ່ເສັຽຫາຍ ຮວມເຖິງ ສຳຣວດ ແລະ ສ້ອມແປງ ບູຮານສະຖານ ຢູ່ຕລອດ ຮວມໄປເຖິງ ຄວາມສວຍງາມ ແລະ ຄວາມປອດພັຍ ສຳລັບ ນັກທ່ອງທ່ຽວດ້ວຍ.

"ພວກເຮົາກຳລັງ ປັບປຸງຄວາມສວຍງາມ ຄວາມປອດພັຍ ໃຫ້ແກ່ ນັກທ່ອງທ່ຽວ ແລະ ພວກເຮົາ ກໍກຳລັງ ສຳຣວດແຫຼ່ງທ່ອງທ່ຽວໃໝ່ ເພື່ອໃຫ້ນັກທ່ອງທ່ຽວ ມາຫຼວງພຣະບາງ ໃຫ້ຫຼາຍຂຶ້ນ."

ວາຣະສານ Travel + Leisure ທີ່ມີຊື່ສຽງໂດ່ງດັງ ຂອງອາເມຣິກາ ຣາຍງານວ່າ ແຂວງຫຼວງພຣະບາງ ຈັດຢູ່ໃນອັນດັບທີ 05 ຂອງເມືອງຫນ້າທ່ອງທ່ຽວທີ່ສຸດ ໃນເອເຊັຽປີ 2020 ໂດຍການຈັດແບບສຳຣວດ ຈາກຜູ້ຄົນ ທີ່ອ່ານເວັບໄຊ ແລະ ວາຣະສານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.