ຊາວລາວສເນີສະພາ ພິຈາຣະນາ ຫຼຸດຄ່າໄຟ
2020.06.18
ໃນກອງປະຊຸມສະພາແຫ່ງຊາດ ທີ່ຈະມາເຖິງນີ້, ຊາວລາວຕ້ອງການ ໃຫ້ສະພາແຫ່ງຊາດ ພິຈາຣະນາ ຫລຸດຄ່າໄຟຟ້າ ສ່ວນວ່າ ຣັຖບານ ກຳລັງພິຈາຣະນາ ປັບຄ່າໄຟຟ້າລົງ. ຊາວນະຄອນຫຼວງ ວຽງຈັນ ທ່ານນຶ່ງ ຢາກໃຫ້ກອງປະຊຸມສະພາ ຊ່ວຍພິຈາຣະນາຄ່າໄຟຟ້າ, ຍ້ອນ ປະຊາຊົນໄດ້ຮັບຜົນກະທົບ.
"ເຮົາກະຢາກໃຫ້ເພິ່ນຫລຸດແດ່ຫັ້ນແລ້ວ ເລື່ອງໄຟຟ້າກະມັກຢູ່ດອກ ເລື່ອງຫລຸດເພາະວ່າມັນແພງໂພດ ບໍ່ມີເງິນເສັຽ ອິງຕາມເງິນເດືອນນີ້ ແຫລະເນາະ ເງິນເດືອນກະໜ້ອຍ ກະຢາກໃຫ້ຫລຸດລົງ, ບໍ່ມີຫຍັງແລ້ວ ກະເຫັນດີນຳເພິ່ນ ຫັ້ນແຫລະ."
ນອກຈາກນີ້ ຊາວແຂວງຄຳມ່ວນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າຢາກໃຫ້ມີການເອົາຄ່າໄຟຟ້າ ເຂົ້າໄປພິຈາຣະນາ ໃນກອງປະຊຸມສະພາ.
"ມັນເປັນສຽງສ່ວນຫລາຍເດ້ ເກັບເງິນຄ່າໄຟຟ້າອອກມານີ້ ເຂົາປະຊຸມສະພາຕວ່າ ເຮັດເປັນກົດໝາຍອອກມາ ລະບຸຢູ່ໃນໃບບິນເກັບເງິນຫັ້ນ ເປັນກະຕິກາອອກມາ ກະບໍ່ມີໃຜເວົ້າຫຍັງ ແມ່ນເບາະລະ ອັນນີ້ພັດເກັບເອົາລ້າໆ ເກັບເອົາຊື່ໆ ມັນກະບໍ່ເປັນແລ້ວເນາະ."
ຫຼັງຈາກທີ່ມີການປ່ຽນຜູ້ອຳນວຍການ ຣັຖວິສາຫະກິດໄຟຟ້າລາວໄປແລ້ວ ຣັຖບານປະກາດວ່າ ຈະມີການປັບຄ່າໄຟຟ້າລົງອີກ ໂດຍສະເພາະ ສຳລັບຜູ້ທີ່ໃຊ້ໄຟຟ້າ ແຕ່ 151-461 ກິໂລວັດໂມງ ຕໍ່ເດືອນ.
ທ່ານ ຈະເລີນ ເຢັຽປາວເຮີ ຣັຖມົນຕຼີປະຈຳສຳນັກງານຍົກຣັຖມົນຕຼີ ໄດ້ຖແລງຕໍ່ສື່ມວນຊົນ ໃນວັນທີ18 ມິຖຸນາ ຕອນນຶ່ງວ່າ:
"ໃນນີ້ກອງປະຊຸມກະໄດ້ເຫັນດີ ອີງຕາມຫຼັກການອັນທີ 1 ເຫັນວ່າຄວນມີການປະຕິບັດນະໂຍບາຍ ຫຼຸດອັດຕຣາ ຄ່າໄຟຟ້າສຳລັບກຸ່ມທີ່ໃຊ້ ໄຟຟ້າ ແຕ່ 151 ຫາ 461 ກິໂລວັດຕໍ່ໂມງ ຕໍ່ເດືອນ."
ຣັຖບານໄດ້ມອບໃຫ້ກະຊວງພະລັງງານ ແລະບໍ່ແຮ່, ຣັຖວິສາຫະກິດໄຟຟ້າລາວ ຄົ້ນຄວ້າລາຄາຕື່ມວ່າ ຈະຫລຸດລົງເທົ່າໃດ. ປັດຈຸບັນ ສຳລັບຜູ້ທີ່ໃຊ້ ໄຟຟ້າແຕ່ 151-461 ກິໂລວັດໂມງ ຕໍ່ເດືອນ ແມ່ນຢູ່ໃນລາຄາ 710 ກີບ ຕໍ່ກິໂລວັດໂມງ. ນອກຈາກນີ້, ມີຄົນຂັບຣົດ ໂດຍສານ ຢູ່ແຂວງອຸດົມໄຊ ກ່າວວ່າ ການທຳມາຫາກິນ ທຸກມື້ນີ້ລຳບາກຫລາຍ:
"ໂອ້ ຍາກບາງມື້ ອັນບໍ່ໄດ້ຈັກກິບກະມີ ຄືມື້ວານ ມື້ຊືນກະໄດ້ 20-30 ພັນ ນ້ຳມັນກະຍັງບໍ່ກຸ້ມ, ກະມີພຍາດນີ້ ແຕ່ເກົ່າແຕ່ກ່ອນເຮົາກໍພໍ ໄດ້ຢູ່ໄດ້ກິນ ດຽວນີ້ ນິໂອ້ ອັນຕະລາຍຫຼາຍຄືວ່າ ແລະ ຄ່າໄຟຟ້າ ກະແພງຫັ້ນແລ້ວ ຄືວ່າ ຊິຫລຸດໃຫ້ ກະຍັງບໍ່ທັນຫລຸດຈັກເທື່ອ."
ປະຊາຊົນລາວສາມາດ ສົ່ງຄຳຄິດຄຳເຫັນ ໄປຫາໂທຣະສັບສາຍດ່ວນ 156 ແລະ ໜັງສືຄຳຮ້ອງ ນັບແຕ່ມື້ເປີດກອງປະຊຸມ ເປັນຕົ້ນໄປ, ເຈົ້າໜ້າທີ່ສະພາແຫ່ງຊາດ ໄດ້ກ່າວຕໍ່ເອເຊັຍເສຣີ ວ່າ:
"ສາຍດ່ວນເຮົານີ້ ມັນຈະເປີດແຕ່ມື້ກອງປະຊຸມ ເຮົາເປີດເລີຍ ເປີດສະເພາະໃນຊ້ວງຂອງ ກອງປະຊຸມຫັ້ນ ຜ່ານສາຍດ່ວນ 156 ຫລືວ່າ ສົ່ງທາງເອກກະສານນຳ ສຳລັບການແກ້ໄຂ ອັນນີ້ມັນກະບໍ່ໄດ້ ໝາຍຄວາມວ່າ ດ່ວນແບບຄືເຮົາຕ້ອງໄວ ຕ້ອງແກ້ໃນຕອນນັ້ນບໍ່ໝາຍ ຄວາມວ່າແນວນັ້ນ."
ທ່ານກ່າວວ່າ ທຸກບັບຫາທີ່ປະຊາຊົນລາວ ສົ່ງຄຳຄິດຄຳເຫັນ ເຂົ້າມາຍັງກອງະຊຸມສະພາແຫ່ງຊາດ ຈະຖືກສົ່ງໄປຍັງຄະນະ ເລຂາທິການ ສະພາແຫ່ງຊາດ ແລ້ວສົ່ງຕໍ່ໄປຍັງ ພາກສ່ວນທີ່ກ່ຽວຂ້ອງ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດ ທີ 8 ຫລື ກອງປະຊຸມສະພາ ຈະເລີ່ມຂຶ້ນໃນວັນທີ 24 ມິຖຸນາ ຫາ ວັນທີ 2 ກໍຣະກະດາ 2020. ຍາງນາງ ສວນສະຫວັນ ວິຍະເກດ ເລຂາທິການ ສະພາ ແຫ່ງຊາດ ໄດ້ຖະແຫລງຕໍ່ສື່ມວນຊົນ ໃນວັນທີ 17 ມິຖຸນາ ວ່າ ກອງປະຊຸມສະພາ ແຫ່ງຊາດ ເທື່ອນີ້ ຈະຮັບຟັງການຣາຍງານ ພິຈາຣະນາ ແລະ ຕົກລົງບັນຫາສຳຄັນຕ່າງໆ ແລະ ຍັງເປີດໂອກາດໃຫ້ ປະຊາຊົນລາວ ສາມາດສົ່ງຄຳຄິດ ຄຳເຫັນ ແລະ ຄຳສະເໜີຕ່າງໆ ເຂົ້າມາທີ່ກອງປະຊຸມ ໂດຍຜ່ານໂທຣະສັບສາຍດ່ວນ ສະພາແຫ່ງຊາດ 156 ແລະ ໜັງສືຮ້ອງຮຽນ. ກອງປະຊຸມ ສະພາແຫ່ງຊາດ ຈະມີການອະພິປາຍກ່ຽວກັບບັນຫາຕ່າງໆ ເຊັ່ນ:
1. ການຣາຍງານຂອງການຈັດຕັ້ງປະຕິບັດ ແຜນພັທນາເສຖກິດ-ສັງຄົມ, ແຜນງົບປະມານແຫ່ງຣັຖ, ແຜນເງິນຕຣາ 5 ເດືອນ ຕົ້ນປີ, ຄາດຄະເນ 6 ເດືອນ ຕົ້ນປີ 2020 ແລະ ທິດທາງວຽກງານຈຸດສຸມ 6 ເດືອນ ທ້າຍປີ 2020.
2. ການຣາຍງານຂອງສະພາແຫ່ງຊາດ ຈະໄດ້ພິຈາຣະນາ ຮັບຮອງເອົາການແຕ່ງຕັ້ງ ບຸຄລາກອນ ພາຍໃນສະພາແຫ່ງຊາດ.
3. ບົດຣາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວ ວຽກງານ 6 ເດືອນ ຕົ້ນປີ ແລະ ແຜນການ 6 ເດືອນ ທ້າຍປີ 2020 ຂອງ ຄະນະປະຈຳສະພາແຫ່ງຊາດ.
4. ບົດຣາຍງານຜົນການຕິດຕາມກວດກາ ຂອງ ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງ ການສຳຣວດ ແລະ ການຂຸດຄົ້ນ ແຮ່ທາດ ຫິນແຮ່ ແລະ ຫິນຜາ.
ນອກຈາກນີ້ ກອງປະຊຸມສະພາ ຍັງຈະພິຈາຣະນາ ແລະ ຮັບຮອງເອົາການປັບປຸງ ກົດໝາຍຈຳນວນ 5 ສະບັບ ປະກອບມີ
-ຮ່າງກົດໝາຍວ່າດ້ວຍ ສະພາແຫ່ງຊາດ,
-ຮ່າງກົດໝາຍວ່າດ້ວຍ ສະພາ ປະຊາຊົນ ຂັ້ນແຂວງ,
-ຮ່າງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ,
-ຮ່າງກົດໝາຍວ່າດ້ວຍພາສີ ແລະ ການປັບປຸງບາງມາດຕຣາ ຂອງກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ, ແລະ ກົດໝາຍ ວ່າດ້ວຍນ້ຳ ແລະ ຊັພຍາກອນນ້ຳ.