ຈີນ ຈະສ້າງ ສນາມບິນ ຢູ່ ປາກຊ່ອງ
2018.07.06

ປັດຈຸບັນ ໂຄງການສ້າງສນາມບິນ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຂອງນັກລົງທຶນຈີນ ກໍາລັງຢູ່ໃນຂັ້ນຕອນ ສຶກສາຄວາມເປັນໄປໄດ້ ແຕ່ຍັງບໍ່ມີຣາຍລະອຽດ ກ່ຽວກັບ ຊື່ຂອງບໍຣິສັດ ພຽງແຕ່ຮູ້ວ່າ ສນາມບິນແຫ່ງນີ້ ສ້າງຂຶ້ນ ເພື່ອຂົນສົ່ງສິນຄ້າ ຈາກ ເມືອງປາກຊ່ອງ ໄປປະເທດຈີນ, ຕາມຄໍາເປິດເຜີຍ ຂອງອາດີດເຈົ້າໜ້າທີ່ ແຂວງຈໍາປາສັກ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ່ 6 ກໍຣະກະດານີ້:
”ຮ່ວມມື ກັບສາກົນຫັ້ນແຫລະ ເປັນສ້າງແຜນຍຸທສາດ ຍາວນານຫັ້ນແຫລະ ຕາມທິດທາງ ຂອງເພີ່ນ ຍັງບໍ່ມການລົງມືນະ ດຽວນີ້ ຍັງສຶກສາ ອົບຮົມ ເປັນໄປໄດ້ ອິສັງນີ້ນະ.”
ທ່ານກ່າວຕື່ມວ່າ ຫາກສນາມບິນແຫ່ງນີ້ ເປິດໃຫ້ມີທ້ຽວບິນ ບໍຣິການ ຜູ້ໂດຍສານ ກໍອາດຈະບໍ່ມີ ຜູ້ໄປໃຊ້ບໍຣິການ ຫຼາຍພໍປານໃດ ເພາະມີ ສນາມບິນ ປາກຊ່ອງ ໄວ້ຮອງຮັບຜູ້ໂດຍສານຢູ່ແລ້ວ ນອກຈາກນັ້ນ ນັກທ່ອງທ່ຽວ ທີ່ມາທ່ຽວ ເມືອງປາກຊ່ອງ ກໍມີຫນ້ອຍ ບໍ່ຫຼາຍເທົ່າກັບ ນັກທ່ອງທ່ຽວ ທີ່ໄປທ່ຽວເມືອງປາກເຊ ຈິ່ງຄິດວ່າ ບໍ່ເໝາະສົມ ທີ່ຈະເປັນສນາມບິນ ຮອງຮັບ ນັກທ່ອງທ່ຽວ:
“ມັນກໍສິເປັນໄປເບື້ອງຕົ້ນ ກໍອາດສິຍາກຫັ້ນແຫລະ ຢູ່ທາງປາກເຊ ເຮົາມັນກໍຍາກ ນ້ອຍຫັ້ນນະ ມັນເປັນເມືອງນ້ອຍຫັ້ນນະ ມັນມີແຕ່ອາກາດ ເທົ່ານັ້ນ ເຣື້ອງຈໍານວນນັກທ່ອງທ່ຽວເຮົາ ມັນຢູ່ໃນກອບຂອງ ເກົ່າຄືເກົ່າ ມັນບໍ່ມີເພີ້ມຂຶ້ນ.”
ເຖິງຢ່າງໃດກໍຕາມ, ການສ້າງສນາມບິນ ຢູ່ພາກໃຕ້ ຂອງລາວ ໃນໄລຍະຫລັງໆມານີ້ ບໍ່ຄຸ້ມຄ່າ ແຕ່ຢ່າງໃດ, ເປັນຕົ້ນ ໂຄງການສນາມບິນສາກົນ ແຂວງອັດຕະປື ມູນຄ່າ 300 ຕື້ກີບ ທີ່ເປິດໃຊ້ ໃນເດືອນເມສາ 2015 ຫຼັງຈາກ 6 ເດືອນ ກໍຖືກປິດກິຈການ ມາຮອດປັດຈຸບັນ ຍ້ອນບໍ່ມີ ຜູ້ມາໃຊ້ບໍຣິການ.