ທາງການຫ້າມ ຂຶ້ນຣາຄາເຂົ້າ ຫຼັງຈາກນໍ້າຖ້ວມ

ມະນີຈັນ
2018.09.21
F-RICE ແຮງງານ ທີ່ຜລິດສະບຽງອາຫານ ໃນລາວ
RFA


ກະຊວງອຸດສະຫະກັມ ແລະ ການຄ້າລາວ ອອກແຈ້ງການ ຄວບຄຸມຣາຄາເຂົ້າສານ ຕາມທ້ອງຕລາດທົ່ວປະເທດ ແລະຫ້າມກັກ ຕຸນເຂົ້າ ເພືຶ່ອຂຶ້ນຣາຄາ ຫລັງຈາກພັຍນໍ້າຖ້ວມ ໜັກໜ່ວງໃນຣະຍະສອງເດືອນທີ່ຜ່ານມາ. ເຈົ້າໜ້າທີ່ກົມການຄ້າພາຍ ໃນໃຫ້ຣາຍລະອຽດກັບວິທຍຸເອເຊັຍເສຣີ  ໃນວັນທີ 19 ກັນຍານີ້ຕື່ມວ່າ

“ຄືຫລັກໆ ທີ່ວ່າ ມັນຊ່ວງວິກິດເນາະ ທີ່ປະສົບກັບຄົນລາວເຮົາ ຢ່າງນໍ້າຖ້ວມຫັ້ນນະ ກິຈການອັນນັ້ນ ປະສົບພັຍນໍ້າຖ້ວມ ພວກເຮົາເລີຍ ອອກແຈ້ງການ ເພື່ອບໍ່ໃຫ້ຜູ້ປະກອບການ ຂຶ້ນຣາຄາສິນຄ້າ ປະເພດນີ້ ຕົວເຂົ້າສານເປືອກ ຄວບຄຸມໝົດ ຈະເປັນມະລິ ອີຫຍັງກໍແລ້ວແຕ່ ດຽວນີ້ກໍຍັງບໍ່ໄດ້ ຂາດເຂີນ ອອກແຈ້ງການເອົາໄວ້ກ່ອນ ເພາະວ່າ ຊ່ວງນີ້ ກໍຄືຊວ່ງຢູ່ໃນການຜລິດ ອັນນັ້ນຫັ້ນນະ.”

ທ່ານເວົ້າວ່າ ທາງການໄດ້ກວດພົບ ເຫັນພໍ່ຄ້າຕ່າງປະເທດ ເຂົ້າມາຊື້ເຂົ້າ ນໍາຊາວນາ ແລ້ວຂາຍໃນຣາຄາສູງກວ່າ ຣາຄາປົກກະຕິ ດັ່ງນັ້ນ ທາງການຈຶ່ງໄດ້ອອກ ມາຕການຄວບຄຸມຣາຄາເຂົ້າ ໃນທົ່ວປະເທດ ເພື່ອບໍ່ໃຫ້ສັງຄົມປ່ັນປ່ວນ. ແຕ່ປະຊາຊົນ ທ່ານນຶ່ງ ເວົ້າວ່າ ມາຕການດັ່ງກ່າວ ຈະປະຕິບັດບໍ່ໄດ້ ຍ້ອນໂຮງສີເຂົ້າ ແຕ່ລະແຫ່ງໃນລາວ ເປັນຂອງນາຍທຶນຕ່າງປະເທດ ເກືອບວ່າ ທັງໝົດ ໂດຍສະເພາະ ຂອງຊາວຈີນ:

“ຄັນມັນໄດ້ກໍດີ ມັນບໍ່ໄດ້ເຂົາກໍວ່າ ເຂົາຊື້ແພງ ມັນບໍ່ໄດ້ດອກ ບ້ານເຮົາ ຈະຄວບຄຸມ ເຝີ ວ່າບໍ່ໃຫ້ເກີນ ຖ້ວຍນຶ່ງ 15 ພັນ ມັນກໍຍັງເກີນ ດຽວນີ້ນະ ເວົ້າຊື່ໆ ຄັນວ່າຄິດເຫັນນະໂຍບາຍເພີ່ນ ໂຮງຮຽນຊື່ຄົນລາວ ແຖບສິບໍ່ມີຊື່ເລີຍ ແລ້ວຢູ່ໃສຈີນມາຊື້ເອົາໝົດ ໂຮງສີເຂົ້າຫັ້ນນະ ເຂົາສິເຊົ່າປະກັນ ຫຼືວ່າອິຫຍັງຫັ້ນແຫລະຕ່າງໆລະ ບໍ່ວ່າຈີນຄົນລາວ ລະເຊົ່າໝົດ ຈີນ,ວຽດ ຄ້າຂາຍຢູ່ລາວນີ້ ຫົວລາວນີ້ ບໍ່ທັນເຂົາແຫລະ ເປັນທຸກໄປໜ້າ.”

ທ່ານກ່າວຕື່ມວ່າ ໂຮງສີເຂົ້າບ້ານເຮົາ ຂາຍເຂົ້າຫອມມະລິ ເປົ໋ານຶ່ງ 3ແສນ 5 ສິບພັນກີບ ແຕ່ເຂົ້າຈາກຕ່າງປະເທດ ຂາຍ 4 ແສນ 6 ສິບພັນກີບ ແພງກວ່າເຂົ້າລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.