ຄົນລາວຕົກງານຫຼາຍແສນ ໃຊ້ຊີວິດ ລໍາບາກ
2020.06.25
ອົງການອາຫານ ແລະການກະເສດຂອງສະຫະປະຊາຊາດ ຫລື FAO ປະຈຳປະເທດລາວ ໄດ້ມີການເມີນໃນເດືອນມິຖຸນາ 2020 ວ່າມີຄົນ ລາວຕົກງານທັງ 350 ພັນຄົນ ຍ້ອນການຣະບາດ ຂອງ ພຍາດໂຄວິດ19. ຕົວເລກການຕົກງານໄດ້ແບ່ງອອກເປັນ 3 ກຸ່ມ ຄື:
1- ແມ່ນກຸ່ມຄົນງານທີ່ເຮັດວຽກຢູ່ ໃນຂະແໜງການທ່ອງທ່ຽວ ມີຈຳນວນ 50 ພັນຄົນ.
2- ແມ່ນກຸ່ມຄົນງານທີ່ເຮັດວຽກຢູ່ໂຮງໃນໂຮງຈັກໂຮງງານຕ່າງໆ ມີ 100 ພັນຄົນ.
3- ແມ່ນກຸ່ມຄົນງານລາວ ທີ່ກັບມາຈາກປະເທດໄທ ມີທັງໝົດ 200 ພັນຄົນ.
ຄົນງານລາວທີ່ກັບມາຈາກປະເທດໄທ ເວົ້າວ່າຕອນນີ້ ຍັງບໍ່ທັນມີຫຍັງເຮັດຢູ່ບ້ານ ນອກຈາກການເຮັດໄຮ່ ເຮັດນາ ຊ່ອຍຄອບຄົວ.
ນັກຂ່າວ: ເປັນຈັ່ງໃດສະພາບທີ່ເຮົາກັບຄືນມາບ້ານ ເຮົາໄດ້ເຮັດຫຍັງແດ່ຕອນນີ້?
ຄົນງານ: ສະພາບທີ່ກັບມາຈາກປະເທດທີ່ໄປເຮັດງານ ຢູ່ກຸງເທບ ກະຢູ່ບ້ານມັນກະລຳບາກແດ່. ກະນຶ່ງເພາະວ່າ ເຮັດງານກັບບ້ານມັນກະບໍ່ ຄ່ອຍໄດ້ ງານມັນກະບໍ່ຄ່ອຍມີ, ສອງມາ ກະຄືວ່າ ດຽວນີ້ ກະກັບມາຫຼາຍ ຜູ້ເຖົ້າທາງບ້ານກະຊິລຳບາກແດ່ຊ້ວງນີ້. ເພາະວ່າ ປົກກະຕິລະ ຕ້ອງເພິ່ງລູກຫຼານຢູ່ທາງກຸງເທບ ຝາກເງິນມາໃຫ້ຢູ່ທາງບ້ານ, ແຕ່ວ່າ ປີນີ້ ກະຫຼາຍຄົນກັບມາ.
ນັກຂ່າວ: ຕອນນີ້ ເຮົາເຮັດຫຍັງລະຢູ່ບ້ານນະ?
ຄົນງານ: ໂອຕອນນີ້ເບາະ ປັດຈຸບັນ ກະບາງຄົນກະເຮັດນາ ບາງຄົນກະໄປເຮັດງານ ແຕ່ວ່າເງິນເດືອນຢູ່ບ້ານນີ້ ມັນກະບໍ່ປານໃດຫັ້ນນ່າ. ການທີ່ເຂົາມາຫຼາຍຄົນແນວນີ້ ຄົນຫຼາຍກະຄືບໍ່ໄດ້ເຮັດງານ ສ່ວນຫຼາຍເຄີຍ ກະຢູ່ບ້ານຄືຢ່າງພວກຂ້ອຍນີ້ ກັບມາຈາກກຸງເທບ 3 ຄົນ ກັບມາກະບໍ່ໄດ້ເຮັດຫຍັງ ກະນອນຢູ່ໃນເຮືອນນີ້ແຫຼະ ໝົດຫັ້ນກະອອກນາ. ຫຼາຍໆຄົນກະຍັງຄົງຢາກເຮັດວຽກ ຢູ່ທາງພຸ້ນ [ປະເທດໄທຍ], ຫາກແຕ່ວ່າ ສະຖານະການມັນຍັງໄປເຮັດວຽກບໍ່ທັນໄດ້.
ນັກຂ່າວ: ຊິກັບໄປກຸງເທບພຸ້ນແມ່ນບໍ່?
ຄົນງານ: ໂດຍແມ່ນແລ້ວ ມີໝູ່ຫລາຍຄົນ ກະຍັງຢາກກັບໄປຢູ່ກຸງເທບ ແຕ່ວ່າໝູ່ຂອງຂ້ອຍເອງ ຢູ່ທາງກຸງເທບ ກະຢາກກັບຄືນມາບ້ານ ເພາະວ່າ ທຳງານຢູ່ທາງກຸງເທບກະໄດ້ເງິນ ແຕ່ວ່າອາທິດນຶ່ງ ທຳງານແຕ່ 4 ມື້. ປັດຈຸບັນກະໝູ່ຂ້ອຍຢູ່ທາງກຸງເທບຫຼາຍຄົນຢູ່ ຢາກກັບ ຄືນມາບ້ານ. ບາງຄົນກໍບອກວ່າ ກັບມາໄດ້, ບາງຄົນກໍບອກວ່າ ກັບມາບໍ່ໄດ້. ຕອນນີ້ ກະບໍ່ຮູ້ວ່າ ກັບໄດ້ ຫລື ກັບບໍ່ໄດ້.
ນັກຂ່າວ: ຂັ້ນຖ້າເປີດ [ດ່ານ] ເຮົາຍັງຈະຍັງຈະເຮັດວຽກຢູ່ບ້ານເຮົາເບາະ ຫລືວ່າ ຈະກັບໄປຢູ່ໄທຍ?
ຄົນງານ: ໂດຍ, ຂັ້ນຖ້າວ່າເປີດ ຫຼາຍຄົນກະຍັງຄົງກັບໄປທຳງານຢູ່ໄທຍຄືເກົ່າ. ທຳງານຢູ່ບ້ານເງິນເດືອນມັນກະບໍ່ປານໃດຫັ້ນນ່າ ເຮົາຈ່າຍ ຄ່າຫ້ອງ ຄ່ານ້ຳຄ່າໄຟ ມັນກະບໍ່ເຫລືອເກັບຫັ້ນນ່າ ເກັບມັນກະບໍ່ຫຼາຍຄືຢູ່ ທາງກຸງເທບຫັ້ນນ່າ.
ນັກຂ່າວ: ຢູ່ກຸງເທບໄດ້ [ເງິນເດືອນ] ທໍ່ໃດ, ຢູ່ລາວ ໄດ້ທໍ່ໃດ?
ຄົນງານ: ອ່າ, ຕາມທີ່ຂ້ອຍເອງເຄີຍໄປທຳງານເນາະ ຕາມແຖວວຽງຈັນວ່າຊັ້ນຊະ ເງິນເດືອນຂອງແຕ່ລະບຸກຄົນ ມັນກະບໍ່ຊໍ່າກັນ. ທີ່ຂ້ອຍເຄີຍໄປເປັນລູກນ້ອງ ເພິ່ນນີ້ ເຂົ້າໃໝ່ໆ ເພິ່ນໃຫ້ແຕ່ 700ພັນກີບ. ພໍຂ້ອຍທຳໄປໄດ້ເດືອນນຶ່ງ ສອງເດືອນ, ເພິ່ນຊິໃຫ້ຂ້ອຍລ້ານນຶ່ງ. ຖ້າຢູ່ໄປ ປະມານ 2,3 ປີ ຫລື 4,5 ປີ ເພິ່ນໃຫ້ປະມານ 1 ລ້ານ 5 ແສນ ກີບ. ສູງສຸດເຄີຍໄດ້ແຕ່ປະມານນັ້ນ ບໍ່ເຄີຍໄດ້ 2 ລ້ານ ກີບ ໄດ້ແຕ່ 1ລ້ານ 5 ແສນ ກີບ. ແຕ່ວ່າ ຄັນທຽບໃສ່ຢູ່ກັບເງິນຢູ່ທາງກຸງເທບກະ. ຢູ່ທາງກຸງເທບເຂົ້າໃໝ່ໆ ເພິ່ນຈະໃຫ້ຢູ່ປະມານ 9 ພັນບາດ ແຕ່ພໍຢູ່ໄປດົນໆ ນີ້ ເຖົ້າແກ່ເພິ່ນ ເຫັນຜົນງານຂອງຫລາຍຄົນ ທີ່ເຂົາທຳງານຢູ່ພຸ້ນກະ ເພິ່ນກະມີການປັບເງິນເດືອນ ເພິ່ມໃຫ້ປະມານ 10 ພັນບາດ, 12 ພັນບາດ, 13 ພັນບາດ. ຕົວຂ້ອຍເອງເຄີຍໄດ້ປະມານ 13 ພັນບາດ.
ການທີ່ມາຢູ່ບ້ານທຸກມື້ນີ້ ມັນກະຢາກຍາກແດ່ຫັ້ນຫຼະ ຫຼາຍຄົນກະຍັງຢາກໄປທຳງານເພາະວ່າ ນຶ່ງກະ ຢູ່ບ້ານທຸກມື້ນີ້ ສະຖານະການ ມັນກະລຳບາກແດ່ ເຮັດຫຍັງກະຢາກຍາກແດ່ ຢູ່ບ້ານ. ຄືວ່າແຫຼະ ເຂົາເຈົ້າມາຈາກກຸງເທບມັນບໍ່ມີເງິນ ໃຊ້ຈ່າຍໃນຄອບຄົວແດ່ທຸກມື້ນີ້.
ນັກຂ່າວ: ເຮົາຢູ່ເຮືອນ ເຮົາຫາຢູ່ ຫາກິນຈັ່ງໃດ?
ຄົນງານ: ປັດຈຸບັນນີ້ ການຫາຢູ່ຫາກິນມັນກະ ຢາກຍາກແດ່ ເພາະວ່າ ມັນກະມັນແທບຈະບໍ່ມີຫຍັງເຮັດເລີຍນະ. ເວົ້າຄວາມຈິງກະຄື ຂ້ອຍຢູ່ບ້ານທຸກມື້ນີ້ ເລື່ອງໄປຫາກົບຫາຂຽດ ມັນກະບໍ່ພໍຊິໄດ້ກິນໄດ໋ ຄັນວ່າໄປຫາທຳງານ ມັນກະແທບຈະຍາກວ່າຊັ້ນຊະ ການໃຊ້ຊີວິດ ຊູ່ມື້ນີ້ ຢູ່ບ້ານ.
ນັກຂ່າວ: ອັນນັ້ນເປັນ ສະພາບຂອງຄົນງານ ທີ່ກັບມາຈາກປະເທດໄທ ນັບແຕ່ພຍາດໂຄວິດ19 ຣະບາດ, ໃນຂນະທີ່ຄົນງານລາວທີ່ເຄີຍ ເຮັດວຽກຢູ່ໃນລາວ ແລ້ວຕົກງານ ກໍເຮັດວຽກຢູ່ໄຮ່ ຢູ່ນາ ເຊັ່ນດຽວກັນ.
ໃນສ່ວນຂອງຜູ້ປະກອບການໂຮງແຮມ, ບ້ານພັກ ແລະ ຣີສອດ ກໍໄດ້ຮັບຜົນກະທົບ ແລະ ເຖີງວ່າຈະເປີດໃຫ້ບໍຣິການ ກໍຍັງບໍ່ມີລູກຄ້າ ເຂົ້າມາໃຊ້ ບໍຣິການ ຊຶ່ງກໍບໍ່ຕ່າງຫຍັງກັບການປິດໄປໃນໂຕ. ເຈົ້າຂອງຣີສອດ ຢູ່ເມືອງວັງວຽງ ແຂວງວຽງຈັນ ໄດ້ໃຫ້ສຳພາດວ່າ:
ນັກຂ່າວ: ເປັນຈັ່ງໃດຊ້ວງນີ້ ເຂົາເຈົ້າມາທ່ຽວ Resort ຢູ່ເບາະເອື້ອຍ?
ເຈົ້າຂອງ ຣີສອດ: ດ່ານບໍ່ເປິດ ມັນກະບໍ່ມີລູກຄ້າ, ລູກຄ້າກະບໍ່ຮູ້ວ່າຊິເຂົ້າມາທາງໃດເນາະ, ມັນກະເປັນມິດໆເນາະ ເພາະວ່າຄົນລາວ ເຮົານີ້ເພິ່ນກະມາແຕ່ ສຸກ-ເສົາ ບໍ່ໄດ້ຂຶ້ນມາຫຼາຍມື້. ກະຄືວ່າບໍ່ມີ [ລູກຄ້າ] ເລີຍຫັ້ນແຫຼະ ມັນບໍ່ຄືວຽງຈັນເນາະ. ວຽງຈັນນີ້ ມັນກະຍັງມີ ນັກທຸກຣະກົງ ທຸຣະກິດຫຍັງມາເນາະ, ແຕ່ວ່າ ວັງວຽງມັນເປັນເມືອງທ່ອງທ່ຽວ ຫັ້ນນ່າ. ຕລາດເຮົາສ່ວນຫຼາຍ ກະເປັນລູກຄ້າຕ່າງ ປະເທດເນາະ, ຫລັກໆ ແລ້ວກະແມ່ນໄທຍ, ເກົາຫລີ, ຢູໂຣບ ນີ້ກະລອງລົງມາ. ແຕ່ວ່າເພິ່ນປິດດ່ານ ນັກທ່ອງທ່ຽວບໍ່ສາມາດເດີນທາງ ມາໄດ້ມັນກະບໍ່ມີລູກຄ້າ. ດຽວນີ້ເຮົາກະປິດ ແຕ່ເດືອນຫຍັງ ຫລັງຕຸດຈີນມາ ກະປິດເລີຍ.
ນັກຂ່າວ: ດຽວນີ້ ຍັງບໍ່ທັນໄດ້ເປີດເທື່ອເນາະ?
ເຈົ້າຂອງຣີສອດ: ເຖິງເປີດ ມັນກະບໍ່ມີຜູ້ໃດມາຫັ້ນນະ ຖ້າເຮົາເປີດເຕັມ 100 ຊິຈ້າງພະນັກງານເຕັມ 100 ເຮົາກະຈ່າຍເງິນເດືອນໄປລ້າໆ ມັນບໍ່ມີຣາຍໄດ້ຫຍັງເຂົ້າມາເລີຍ. ຕົວຂອງເຮົານີ້ກະ ຈ້າງແມ່ບ້ານໄວ້ແຕ່ຄົນດຽວເພື່ອອະນາໄມຫັ້ນນະ. ຈະເປີດກະເປີດໄດ້ ແຕ່ວ່າມັນບໍ່ມີ ລູກຄ້າ. ເປີດແລ້ວມັນບໍ່ມີໃຜເຂົ້າມາ ເຂົາກະບໍ່ຢາກເປີດ ຫັ້ນນ່າ ເພາະວ່າ ມັນຕ້ອງເສັຍແຮງອະນາໄມ ເສັຍຄ່າຕ້ອງໄດ້ຈ້າງ ພະນັກງົງ ພະນັກງານຫຍັງຫັ້ນນ່າ ໂຮງແຮມໃຫຍ່ໆ ເຂົາກະບໍ່ໄດ້ເປີດ.
ນັກຂ່າວ: ເຮົາກະເລີຍວ່າ ປິດໄປໃນຕົວເລີຍເນາະ?
ເຈົ້າຂອງຣີສອດ: ປິດໄປໃນຕົວເລີຍ ເພາະວ່າ ມັນບໍ່ມີຜູ້ໃດມາແທ້ໆ.
ນັກຂ່າວ: ຍັງມີຄວາມຫວັງວ່າ [ແຂກ] ເຂົາເຈົ້າຊິມາຢູ່ເບາະ?
ເຈົ້າຂອງຣີສອດ: ຖ້າເພິ່ນເປີດດ່ານເຮົາຍັງຫວັງວ່າ ລູກຄ້າຄົນໄທຍຊິເຂົ້າມາ, ໄທຍເບາະ, ເກົາຫລີເບາະ, ແຕ່ວ່າຖ້າເພິ່ນບໍ່ເປີດດ່ານ ກະຕ້ອງເປັນແບບນີ້ແຫຼະ, ກະຕ້ອງປິດໄປໂດຍປະຣິຍາຍລະ.
ນັກຂ່າວ: ສ່ວນວ່າ ກະຊວງແຮງງານ ແລະ ສວັດດີການສັງຄົມ ກຳລັງຫາທາງຊ່ວຍເຫລືອຄົນງານລາວ ຜູ້ທີ່ຕົກງານ ໂດຍການພົວພັນ ເຖິງກະຊວງ ທີ່ກ່ຽວຂ້ອງ ແລະ ບໍລິສັດຕ່າງໆ ໃຫ້ຈ້າງຄົນງານ ພາຍໃນ ແທນຄົນງານຕ່າງປະເທດ. ເຈົ້າໜ້າທີ່ຜແນກສົ່ງເສີມ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ສຳພາດວ່າ:
ເຈົ້າໜ້າທີ່: ແຮງງານທີ່ເປັນສະມາຊິກປະກັນສັງຄົມ ເພິ່ນກະມີເງິນອຸດໜູນວ່າງງານໃຫ້ເດ້ [ຈາກ] ອົງການປະກັນສັງຄົມແຫ່ງຊາດເລີຍ.
ນັກຂ່າວ: ໂຕນີ້ເຂົາເຈົ້າບໍ່ໄດ້ໃຊ້ຄຳວ່າ ແຮງງານປະກັນສັງຄົມບໍ່, ແຕ່ເຂົາເຈົ້າໃຊ້ວ່າຜູ້ຕົກງານ, ແຕ່ວ່າ ໃນສ່ວນຂອງເຮົານີ້ ເຮົາສາມາດ ເຮັດຫຍັງໄດ້ແດ່?
ເຈົ້າໜ້າທີ່: ຄັນວ່າແຮງງານທົ່ວໄປ ທີ່ບໍ່ໄດ້ຢູ່ໃນລະບົບປະກັນສັງຄົມຫັ້ນ ດຽວນີ້ ພາກຣັຖເຮົາກໍລັງຄົ້ນຄວ້າ ປະສານຫາບັນດາກະຊວງ ກ່ຽວຂ້ອງທີ່ຕິດພັນກັບການລົງທຶນຫັ້ນ ເພື່ອປະສານກັບ ບໍຣິສັດ ໂຄງການລົງທຶນໃຫຍ່ໆ ທີ່ເຂົາເຈົ້າກຳລັງຈັດຕັ້ງ ປະຕິບັດຢູ່ລາວຫັ້ນນ່າ ໃຫ້ຫັນມາຮັບເອົາແຮງງານພາຍໃນ ແຮງງານລາວຫລາຍຂຶ້ນ ແທນທີ່ຈະໄປນຳເອົາແຮງງານ ຕ່າງປະເທດເຂົ້າມາ. ເພາະວ່າດຽວນີ້ທາງ ກະຊວງເຮົາກຳລັງ ເກັບກຳໂຕເລກ ຜູ້ວ່າງງານທີ່ໄດ້ຮັບຜົນກະທົບຈາກໂຄວິດ ທົ່ວປະເທດຢູ່ ຕາມແຕ່ລະບ້ານຫັ້ນ ພາຍຫລັງທີ່ເຮົາໄດ້ ຂໍ້ມູນແລ້ວ ເຮົາກະຊິ ສັງລວມ ແລະ ກະຊິສະໜອງໃຫ້ ຂະແໜງກ່ຽວຂ້ອງ ທີ່ເພິ່ນມີຄວາມຕ້ອງການແຮງງານຫັ້ນ.
ອັນນັ້ນ ເປັນສິ່ງທີ່ກະຊວງແຮງງານ ແລະ ສວັດດີການສັງຄົມ ກຳລັງດຳເນີນການ ເພື່ອຊ່ວຍເຫລືອຄົນງານທີ່ຕົກງານ, ແຕ່ຈະຊ່ວຍເຫຼືອ ໄດ້ຂະໜາດໃດນັ້ນ ກໍຕ້ອງຕິດຕາມກັນຕໍ່ໄປ.
ອົງການອາຫານ ແລະ ການກະເສດ ໄດ້ປະເມີນອີກວ່າ ຄົນງານລາວ 350 ພັນຄົນ ຕົກງານ ເຮັດໃຫ້ຣາຍຮັບ ຂອງຄົວເຮືອນຫລຸດລົງ 30-40 ເປີເຊັນ ໂດຍສະເລັ່ຍ ແລະ ຈະເຮັດໃຫ້ການເຕີບໂຕ ທາງເສຖກິດຂອງລາວ ໃນປີ 2020 ຕິດລົບ -1 ຫລື ເຕີບໂຕບໍ່ເກີນ 1 ເປີເຊັນ ຈາກທີ່ເຄີຍເຕີບໂຕ 5-6 ເປີເຊັນ ໃນປີທີ່ຜ່ານມາ.