ຣັຖບານຕຣຽມໃຫ້ທຸຣະກິດ ບາງຂແນງ ເປີດຄືນ

ຣັຖບານລາວ ຕຣຽມປະກາດ ຜ່ອນຜັນ ໃຫ້ບາງຂແນງການ ທຸຣະກິດ ເປີດຄືນ ເມື່ອຄົບກຳນົດ ແຈ້ງການ ກັກໂຕ ວັນທີ 03 ພຶສພາ ນີ້.

ຮ້ານຂາຍນໍ້າໝາກໄມ້ ເປັນທຸຣະກິດຂນາດນ້ອຍ ສໍາລັບບໍຣິການນັກທ່ອງທ່ຽວ ຢູ່ ນະຄອນຫຼວງພຣະບາງ ອາຈໄດ້ກັບມາເປີດຄືນ ໃນມໍ່ໆນີ້ RFA

ກອງປະຊຸມສະເພາະກິດ ຂອງຣັຖບານລາວ ເມື່ອວັນທີ 28 ເມສາ ຜ່ານມາໄດ້ພິຈາຣະນາ ຜ່ອນຜັນໃຫ້ຫ້ອງການພາກຣັຖ ແລະບາງຂແນງ ທຸຣະກິດເປີດດຳເນີນການ ພາຍຫຼັງຄົບກຳນົດປະກາດຄວບຄຸມ ການຣະບາດ ໃນວັນທີ 03 ພຶສພາ. ຍົກເວັ້ນຮ້ານບັນເທີງ ແລະ ບໍຣິການ ຮ້ານບໍຣິການສຸຂພາບ.

ຕໍ່ຜົນຂອງກອງປະຊຸມດັ່ງກ່າວ ບັນດາຫົວໜ່ວຍທຸຣະກິດ ຫລາຍຂແນງການໄດ້ມີ ປະຕິກິຣິຍາ ຕອບຮັບຕໍ່ມາຕການຜ່ອນຜັນຂອງຣັຖບານ, ດັ່ງທາງບໍຣິສັດໄຟຟ້ານໍ້າເທີນ 1 ຈຳກັດ ທີ່ກຳລັງດຳເນີນການກໍ່ສ້າງ ເຂື່ອນໄຟຟ້າ ຢູ່ແຂວງບໍລິຄຳໄຊ ທີ່ໄດ້ປະຕິບັດຕາມຄຳສັ່ງເລກທີ 06 ນັ້ນ ພະນັກງານຝ່າຍປະຕິບັດງານ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 29 ເມສາ ວ່າ: ວັນທີ 04 ພຶສພາ ນີ້ພ້ອມໃຫ້ພະນັກງານ ທີ່ຢູ່ໃນລາວ ກັບມາເຮັດວຽກໃນພື້ນທີ່ ກໍ່ສ້າງຕາມມາຕການຜ່ອນຜັນ. ສ່ວນແຮງງານ ແລະ ວິຊາການຕ່າງປະເທດ ຍັງເຂົ້າມາບໍ່ໄດ້.

"ໂອ້! ອີງໃສ່ແຈ້ງການຂອງນາຍົກຫັ້ນແຫຼະ ທີ່ 4 ເດ້ເຂົາໃຫ້ເຂົ້າໄປປະຈຳການເດ້ ເອີ! ຄັນເຂົາບໍ່ໄດ້ເຂົ້າມາ ກາຊິເຮັດຄືເກົ່າຫັ້ນແລ້ວໂຈະ ຄືເກົ່າຫັ້ນແຫຼະວຽກບາງອັນເດ້ຊິນ່າ ຕ້ອງມີວິຊາການຕ້ອງວຽກຂອງ ເຂົາ."

ທ່ານກ່າວຕື່ມວ່າທາງບໍຣິສັດ ຈະປະຕິບັດຄຳສັ່ງເລກທີ 06 ຕໍ່ພະນັກງານຢ່າງເຂັ້ມງວດ ເພື່ອປ້ອງກັນການແຜ່ຣະບາດພຍາດໂຄວິດ-19 ພາຍໃນເຂດກໍ່ສ້າງ.

ທຸຣະກິດຂນາດນ້ອຍ ດັ່ງເຈົ້າຂອງຮ້ານແປງຣົດ ໃນເມືອງວັງວຽງ ແຂວງວຽງຈັນ ໄດ້ກ່າວເຖິງມາຕການຜ່ອນຜັນຕໍ່ເອເຊັຽເສຣີ ວ່າໄດ້ປິດ ຮ້ານແປງຣົດນັບ ແຕ່ວັນທີ 10 ເມສາ ຜ່ານມາ ແລະ ໃນວັນທີ 04 ເມສາ ຈະກັບຄືນເມືອເປີດຮ້ານຄືນ.

"ເອີ! ເຫັນເພີ່ນເວົ້າຈັ່ງຊັ້ນລະ ຈັກນ້ອຍກາຊິອອກເມືອແລ້ວ 5 ໂມງ 4-5 ໂມງໂອ້ ລົງມາແຕ່ມື້ວັນທີ 10 ພຸ້ນນ່າຟັງເບິ່ງແຫລະ."

ສ່ວນຜູ້ປະກອບການໂຮງງານຜລິດແລະຈຳໜ່າຍດິນຈີ່ ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າກັບມາເປີດ ກິຈການໄດ້ປະມານ 1 ສັປດາແລ້ວແລະຈະເອີ້ນຄົນງານທັງໝົດ ປະມານ 15 ຄົນ ກັບມາເຮັດວຽກໃນມື້ວັນທີ 04 ພຶສພາ ເປັນຕົ້ນໄປ.

ຕໍ່ມາຕການຜ່ອນຜັນຂອງຣັຖບານ ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະການຄ້າ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າຣັຖບານກຳລັງພິຈາຣະນາວ່າ ທຸຣະກິດປະເພດໃດ ຈະໄດ້ກັບມາເປີດກິຈການ ຄາດວ່າຈະແຈ້ງໃຫ້ຮູ້ ໃນໄວໆນີ້.

"ກາມີບາງທຸຣະກິດ ທີ່ເພິ່ນຈະອະນຸຍາດໃຫ້ແລ້ວ ກັບບາງທຸຣະກິດຕ້ອງປິດຢູ່ ຊະລໍເບິ່ງໃນນັ້ນ ເພີ່ນກໍຊິມີການກຳນົດ ອອກມາແຕ່ວ່າຊິ ອະນຸຍາດ ໃຫ້ພາກສ່ວນໃດ ຫຼືວ່າໂຮງງານອັນໃດ ທີ່ຈະຕ້ອງເຄື່ອນໄຫວ ເນາະ."

ອີງຕາມເງື່ອນໄຂທີ່ກອງປະຊຸມຂອງຣັຖບານ ໄດ້ວາງອອກຕໍ່ການຜ່ອນຜັນ ພາກທຸຣະກິດນັ້ນ ແມ່ນໃຫ້ຄະນະສະເພາະກິດ ໄປກວດກາ ກິຈການທີ່ເຫັນວ່າຈຳເປັນສືບຕໍ່ ດຳເນີນທຸຣະກິດຖ້າກິຈການໃດສາມາດ ປະຕິບັດຕາມເງື່ອນໄຂ ແລະ ມາຕຖານທາງຄະນະສະເພາະກິດ ຄວບຄຸມພຍາດໂຄວິດ-19 ວາງອອກກໍອະນຸຍາດໄດ້ ແຕ່ຕອ້ງມີການຄຸ້ມຄອງ ແລະຕິດຕາມຢ່າງໃກ້ຊິດ. ສຳລັບກິຈການທີ່ຂຶ້ນກັບແຂວງ ແມ່ນໃຫ້ແຂວງຮັບຜິດຊອບ.

ສ່ວນການສເນີຂໍຫລຸດອັດຕຣາອາກອນ ມູນຄ່າເພີ່ມ ຂອງໄຟຟ້າ ແລະນໍ້າປະປານັ້ນ ເນື່ອງຈາກ ມັນມີຜົລກະທົບຕໍ່ການເກັບຣາຍຮັບທາງ ຣັຖບານ ບໍ່ອະນຸມັດ ແຕ່ຈະຄົ້ນຄວ້ານະໂຍບາຍດ້ານອື່ນແທນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org