ຄົນງານລາວລັກເຂົ້າໄທຍ ຊອກວຽກ
2020.07.02
ຄົນງານລາວ ລັກລອບເຂົ້າໄທຍ ໂດຍຜ່ານດ່ານທັມມະຊາດ ເພື່ອໄປຊອກຫາເຮັດວຽກງານທໍາ ໃນປະເທດໄທຍ ພາຍຫຼັງທີ່ຣັຖບານໄທຍ ປົດລ໊ອກໃຫ້ກິຈການຕ່າງໆ ເປີດດໍາເນີນການໄດ້ແລ້ວ ແຕ່ ທາງການໄທຍ ຍັງບໍ່ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າມາ ແລະ ດ່ານສາກົລ ແຕ່ລະແຫ່ງ ກໍຍັງບໍ່ເປີດເທື່ອ.
ອີງຕາມການຣາຍງານຂອງ ຣັຖບານໄທຍ ວ່າງວັນທີ່ 29 ມິຖຸນາ ທີ່ຜ່ານມານີ້ມີຣາຍງານ ວ່າພົບເຫັນຄົນຕ່າງຊາດ ລັກລອບເຂົ້າມາໄທຍ ມາຫຼາຍທີ່ສຸດ ແມ່ນຄົນພະມ້າ ຮອງລົງມາແມ່ນຄົນລາວ, ກັມພູຊາ, ວຽດນາມ ແລະຈີນ ໃນໄລຍະນຶ່ງເດືອນ ຮວມແລ້ວຈັບໄດ້ປະມານ 2,400 ປາຍຄົນ ເຊິ່ງສ່ວນໃຫຍ່ຈະມີການເຮັດ ເປັນຂະບວນການ ມີນາຍໜ້າພາເຂົ້າໄທຍ ແບບຜິດກົດໝາຍ ແລະ ໃນຮອບເດືອນມິຖຸນາ ນີ້ ມີຄົນລາວລັກລອບ ເຂົ້າໄທຍແລ້ວ 142 ຄົນ, ດັ່ງ ນາຍແພດ ທະວີສິນ ວິສະນຸໂຢທິນ ໂຄສົກສູນບໍຣິການ ການແຜ່ຣະບາດ ຂອງເຊື້ອ ໄວຣັສໂຄວິດ-19 ນັ້ນວ່າ:
“ກໍພົບມີການເດີນທາງ ຜູ້ຫຼົບໜີເຂົ້າເມືອງ ແບບຜິດກົດໝາຍ ມີເປັນປະຈໍາຕັ້ງແຕ່ 2 ມິຖຸນາ ຮອດມື້ວັນທີ 29 ຮອບ 24 ຊົ່ວໂມງມີມາ ຈາກສປປລາວ ຈັບໄດ້ 7 ຄົນ ຕລອດເດືອນ ມີທັງໝົດ 2,498 ຄົນ ຫຼາຍທີ່ສຸດ ກໍຄື ມ້ຽນມ້າ, ລາວ 142 ຄົນ.”
ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ຕໍາຣວດ ກວດຄົນເຂົ້າເມືອງ ແຂວງມຸກດາຫານ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 1 ກໍຣະກະດາ ນີ້ວ່າ ການທີ່ມີຄົນຕ່າງຊາດ ລັກລອບເຂົ້າໄທຍ ຖືວ່າມີຄວາມສ່ຽງ ທີ່ຈະຕິດເຊື້ອ ໄວຣັສໂຄວິດ-19 ຍ້ອນບໍ່ໄດ້ຜ່ານ ມາຕການການກວດຂອງ ທາງສາທາຣະນະສຸຂ ແລະອາຈນໍາເຊື້ອເຂົ້າມາ ຣະບາດ ຢູ່ພາຍໃນໄທຍໄດ້, ເພາະທາງໄທຍ ບໍ່ມີຜູ້ຕິດເຊື້ອມາປະມານ 1 ເດືອນແລ້ວ ແລະຍັງຢູ່ໃນໄລຍະ ຄວບຄຸມ, ຜ່ານມາໃນໄລຍະ 3 ເດືອນ ຢູ່ແຂວງມຸກດາຫານ ຕາມຊາຍແດນ ຈັບໄດ້ທັງຄົນລາວ ແລະຄົນກັມພູຊາ ປະມານ 100 ປາຍຄົນ ເຊິ່ງເຈົ້າໜ້າທີ່ ກໍມີການ ຜັກດັນສົ່ງກັບປະເທດທັນທີ່, ດ່ັງທີ່ທ່ານກ່າວວ່າ::
“ມີລັກລອບເປັນໄລຍະ ເຮົາກໍຈັບໄດ້ຕລອດແຕ່ວ່າຊ້ວງນີ້ ເຮົາປິດຊາຍແດນກັນຫຼາຍຂຶ້ນ ເຮົາຈະຈັບໄດ້ເລື້ອຍໆຊ້ວງ 3 ເດືອນທີ່ຜ່ານມາ ເຮົາຈັບໄດ້ ທັງລາວ ແລະຂເມນ ຈັບໄດ້ເປັນຫຼາຍຮ້ອຍ ເລີຍແຫຼະ ເຮົາຜັກດັນເລີຍ ເພາະເຮົາຢ້ານເຣື່ອງໂຄວິດ ຄືກັນ ຂະເຈົ້າຂ້າມ ຈະຂ້າມທາງເຮືອນອຍເຂົ້າມາ ມາຊອກຫາວຽກເຮັດ ຂະເຈົ້າກໍຫຼົບໜີ ເຂົ້າມາກ່ອນ ແລ້ວຈຶ່ງໄປຫານາຍຈ້າງ ເອົາທາງໜ້າ.”
ທ່ານກ່າວຕື່ມວ່າ ສ່ວນໃຫຍ່ຄົນລາວ ທີ່ລັກລອບເຂົ້າມາ ຈະມາຈາກແຂວງສວັນນະເຂດ ແລະແຂວງທີ່ໃກ້ຄຽງ ຫາກທາງເຈົ້າໜ້າທີ່ຈັບໄດ້ ກໍຜັກດັນກັບລາວທັນທີ ໂດຍທີ່ທາງການລາວ ກໍນໍາໂຕໄປ ດໍາເນີນການ ຕາມຣະບຽບ ກົດໝາຍຕໍ່ໄປ.
ໃນຂນະທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງສວັນນະເຂດ ທ່ານນຶ່ງກ່າວວ່າ ຜ່ານມາກໍມີຄົນລາວ ລັກລອບໄປໄທຍແບບຜິດກົດໝາຍຫຼາຍ ຊຶ່ງບໍ່ຮູ້ໂຕເລຂຈະແຈ້ງ ສາເຫດຍ້ອນໄປຫາວຽກເຮັດງານທໍາ ເພາະຄ່າແຮງງານ ສູງກວ່າຢູ່ລາວ ໃນການຂ້າມໄປຝັ່ງໄທຍ ຈະມີນາຍໜ້າ ພາໄປໂດຍເສັຍຄ່ານາຍໜ້າ ຄົນລະປະມານ 4 ພັນປາຍບາດຕໍ່ຄົນ ຫາກທາງການໄທຍຈັບໄດ້ ກໍຈະສົ່ງກັບມາ ໃຫ້ທາງການລາວດໍາເນີນ ການຕາມກົດໝາຍ ສ່ວນໃຫຍ່ຂະເຈົ້າຈະລັກຂ້າມໄປທາງເຮືອນ້ອຍ ໂດຍຜ່ານຊ່ອງທາງທັມມະຊາດ ເພື່ອຫຼົບຫຼີກສາຍຕາຂອງ ເຈົ້າໜ້າທີ່:
“ມັນມີນາຍໜ້າທີ່ຈັດສົ່ງແຮງງານເຖື່ອນ ຫຼືວ່າເຂົາຕິດຕໍ່ ເຂົາຮູ້ຈັກກັນ ຫຼືວ່າມາຊັກຊວນລູກຫຼານ ນ້ອງນຸ່ງລູກຫຼານໄປ ຄິກລາວໆປະມານ 4 ພັນກວ່າ ຕໍ່ຫົວ ຂ້າມໄປຝັ່ງນັ້ນແລ້ວ ມຸກດາຫານແລ້ວ ມັນຈະມີຄົນມາຮັບຕໍ່ໄປອີກເດ້ ຜູ້ໃດກໍຢາກດີ້ນຮົນ ໄປຍາກໄປຍ້ອນຫຍັງເພາະຊ້ວງ ໂຄວິດນິ່ ພັກມາດົນແລ້ວເດ້ ແຮງຈູງໃຈຢູ່ໄທ ມັນສູງກວ່າເດ້ ຄ່າແຮງມັນ.”
ທ່່ານກ່າວຕື່ມວ່າ ຈາກການສອບຖາມ ຄົນທີ່ລັກລອບໄປຝັ່ງໄທຍ ສ່ວນນຶ່ງກໍຍ້ອນວ່າ ບໍ່ຢາກຜ່ານບໍຣິສັດ ເພາະຖ້າຫາກໄປຜ່ານບໍຣິສັດ ຈະເສັຍເງິນຫຼາຍ ຄ່າບໍຣິການເທື່ອນຶ່ງປະມານ 18,000 ບາດ ໃນການດໍາເນີນການ ແລະຕ້ອງໄດ້ເຮັດສັນຍາຫຼາຍຢ່າງ ຫຼັງຈາກເຂົ້າໄປ ເຮັດວຽກ ແລະຈະຫັກເງິນເດືອນ ເດືອນລະປະມານ 2 ພັນບາດ ເຂົາເຈົ້າກໍບໍ່ຢາກໄປກັບບໍຣິສັດ ຢາກໄປກັບນາຍໜ້າ ຫຼືຄົນຮູ້ຈັກ ເພາະ ຈ່າຍເງິນຖືກ ແລະບໍ່ມີສັນຍາຕາຍໂຕ.
ດ້ານເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ແຂວງຈໍາປາສັກທ່ານນຶ່ງ ກ່າວວ່າ ຄົນລາວ ທີ່ລັກລອບໄປເຮັດວຽກຢູ່ໄທຍມີຫຼາຍ ເຊິ່ງບໍ່ຮູ້ໂຕເລຂເພາະຂະເຈົ້າ ລັກລອບໄປທາງດ່ານທັມມະຊາດ ໂດຍບໍ່ຜ່ານຕາມຂັ້ນ ຕອນຂອງບ້ານ ສ່ວນໃຫຍ່ມີຄົນຮູ້ຈັກ ຊັກຊວນໄປ ຫຼືມີນາຍໜ້າພາໄປ:
“ກະມີຫຼາຍຄົນຢູ່ດອກ ແຕ່ນາຍບ້ານເອງກະຍັງບໍ່ຮູ້ຊໍ້າ ວ່າມີຄົນລັກລອບໄປເຮັດວຽກ ບາງບ້ານບາງເມືອງມັນກໍຖືກຊັກຊວນອິຫຍັງນິ່ແຫຼະ ຊວນໄປ ເຮັດວຽກເງິນດີ ເງິນເດືອນສູງນີ້ແຫຼະ.”
ປັດຈຸບັນ ທາງການລາວແລະໄທຍ ກໍຮ່ວມມືກັນ ກວດກາສະກັດກັ້ນ ຕາມລໍາແມ່ຂອງ ຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ ມີການລັກລອບ ເຂົ້າໄປເຮັດວຽກຢູ່ໄທຍແບບຜິດກົດໝາຍ ແລະປ້ອງກັນເຊື້ອ ພຍາດໂຄວິດ-19 ນໍາດ້ວຍ."
ດ້ານຄົນງານລາວ ທີ່ເຄີຍເຮັດວຽກຢູ່ໄທຍ ນາງນຶ່ງເວົ້າວ່າ ຕົນເອງຢາກກັບມາເຮັດວຽກຢູ່ໄທຍ ແຕ່ກໍຍັງກັບໄປບໍ່ທັນໄດ້ເທື່ອ ຕົນເຄີຍ ເຮັດວຽກຢູ່ຮ້ານອາຫານແຫ່ງນຶ່ງ ປັດຈຸບັນ ນາຍຈ້າງ ກໍໂທມາຊວນໃຫ້ໄປເຮັດວຽກຄືນ ຍ້ອນທາງໄທຍ ເພິ່ນຜ່ອນຜັນຫຼາຍຢ່າງແລ້ວ ແຕ່ລໍຖ້າໃຫ້ດ່ານເປີດກ່ອນ ເຊິ່ງກໍເຫັນໃນຂ່າວຢູ່ວ່າ ມີຜູ່ລັກລອບຂ້າມໄປເຮັດວຽກຢູ່ໄທຍ ແບບຜິດກົດໝາຍ ສາເຫດສ່ວນນຶ່ງກໍຍ້ອນ ວ່າຢູ່ບ້ານບໍ່ມີວຽກເຮັດ:
“ພວກທີ່ລັກລອບໄປ ນຶ່ງມາເນາະ ເຮັດນາແລ້ວ ບໍ່ມີວຽກເຮັດງານທໍາ ບໍ່ມີເງິນ ກະຈໍາເປັນຕ້ອງລັກລອບເຂົ້າໄປ ແຕ່ມັນຕ້ອງມີຄົນໄທຍ ຢູ່ທ່າເຮືອ ຫຼືແບບເຮົາຊື້ຜ່ານກັນ ອິ່ຫຍັງແລ້ວແຫຼະເນາະ ວ່າຊິໄປແລ້ວ ໃຫ້ເຂົາເຈົ້າມາຮັບຢູ່ຫັ້ນຢູ່ນິ່.”
ຄົນງານລາວ ທີ່ເຄີຍໄປເຮັດວຽກຢູ່ໄທຍ ອີກຄົນນຶ່ງເວົ້າວ່າ ປັດຈຸບັນ ກໍຢາກກັບໄປກັບໄປເຮັດວຽກຢູ່ໄທຍ ຫາງານຢູ່, ກໍມີຄົນຊັກຊວນ ໄປແຕ່ບໍ່ໄດ້ໄປ ເພາະດ່ານຍັງເປີດເທື່ອ ຕົນເອງກໍເຫັນຂ່າວ ວ່າມີຄົນລາວຖືກຈັບ ຍ້ອນລັກລອບຂ້າມໄປໄທຍແບບຜິດກົດໝາຍ:
“ໄດ້ຍິນຂ່າວຢູ່ ວ່າຄົນລາວລັກລອບໄປໄທຍ ເຂົາຈັບຕອນນີ້ ຢູ່ເຮືອນບໍ່ມີວຽກເຮັດ ຢູ່ກະຢູ່ໄປລ້າໆເຂົາໄປ ໄປຫາງານເອງຢູ່ພຸ້ນມີຜູ້ ຢາກໃຫ້ໄປໄທຍ ແຕ່ວ່າມັນໄປບໍ່ໄດ້ ໄປຕອນສະດວກພຸ້ນແຫຼະ.”
ເມື່ອວັນທີ 24 ມິຖຸນາ ທີ່ຜ່ານມານີ້ ເຈົ້າໜ້າທີ່ໄທຍ ກໍຈັບຄົນລາວໄດ້ 6 ຄົນ ເປັນຄົນແຂວງສວັນນະເຂດ ລັກລອບຂ້າມໄປໄທຍໄປ ທາງເຮືອນ້ອຍ ແລະຈະເດີນທາງໄປ ນະຄອນຫຼວງບາງກອກ ເພື່ອຊອກຫາວຽກເຮັດ.
ໃນເດືອນພຶສພາຜ່ານມາ ເຈົ້າໜ້າທີ່ ກໍຈັບຄົນລາວໄດ້ 4 ຄົນເຊິ່ງເປັນຄົນແຂວງສວັນນະເຂດຄືກັນ ເຈົ້າໜ້າທີ່ ກໍຈັດສົ່ງກັບລາວທັນທີ, ຈາກນັ້ນໃນວັນທີ 8 ມິຖຸນາ ເຈົ້າໜ້າທີ່ກໍຈັບ ຄົນລາວໄດ້ 5 ຄົນ ລັກລອບຂ້າມໄປໄທຍ ຜ່ານທາງແຂວງນະຄອນພະນົມ ໂດຍຂີ່ເຮືອ ນ້ອຍຂ້າມໄປ ແລະມີຣົດມາລໍຖ້າຮັບອີກເທື່ອນຶ່ງ ເຊິ່ງຈະເດີນທາງໄປເຮັດວຽກ ຢູ່ແຂວງຈັນທະບູຣີ ໃນນະຄອນຫຼວງບາງກອກ.