ຄົນງານລາວຈາກໄທ ຢາກກັບ ໄປໄທ
2020.05.22
ຄົນງານລາວ ທີ່ກັບມາຈາກປະເທດໄທ ໃນໄລຍະໂຄວິດ19 ຣະບາດ ສ່ວນຫລາຍບໍ່ຢາກຊອກວຽກເຮັດຢູ່ລາວ ແລະ ຍັງຢາກກັບໄປ ເຮັດ ວຽກຢູ່ໄທ ຖ້າວ່າດ່ານສາກົນ ລາວ-ໄທ ເປີດຕາມປົກກະຕິ. ເຂົາເຈົ້າ ໃຫ້ເຫດຜົນວ່າ ຢູ່ປະເທດໄທ ຄ່າຈ້າງໄດ້ຫຼາຍ ແລະ ມີສວັດດີການ ດີກວ່າ, ໃນຂນະທີ່ ຄົນລາວຫຼາຍຄົນ ທີ່ກັບມາຈາກປະເທດໄທ ກໍຍັງບໍ່ທັນມີວຽກເຮັດ ແລະ ອີກສ່ວນນຶ່ງກໍຊ່ອຍວຽກຄອບຄົວ ເພື່ອລໍຖ້າ ຈົນກ່ວາດ່ານຈະເປິດ. ຄົນງານລາວຢູ່ ແຂວງສວັນນະເຂດ ທ່ານນຶ່ງໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 22 ພຶສພາ ວ່າ:
"ດ່ານກໍຍັງບໍ່ທັນໄດ້ເປີດເນາະ ກະຊ້ວງນີ້ ມັນເປັນຊ້ວງລະດູຝົນ ແລ້ວດ ກະມັນເຂົ້າສູ່ການເຮັດນາ ທຳນາກ່ອນແລ້ວ ຈັ່ງຊິມີການທີ່ຈະເຂົ້າ ວຽກ, ຄັນໃຫ້ເປີດການໄປມາຫາສູ່ກັນ ລະຫວ່າງ ປະເທດຕໍ່ປະເທດ ກະຊິມີການທີ່ວ່າເດີນໜ້າໄປຢູ່."
ທ່ານກ່າວຕື່ມວ່າ ຍັງບໍໍ່ຄິດຢາກເຮັດວຽກຢູ່ແຂວງ ນອກຈາກຈະເປີດກິຈການ ເປັນເຈົ້າຂອງທຸຣະກິດເອງ ສ່ວນວ່າ ຈະໃຫ້ໄປຊອກຫາວຽກ ຢູ່ພາຍໃນເຂດເສຖກິດພິເສດຕ່າງໆ ນັ້ນ ກໍບໍ່ຢາກໄປປານໃດ ຍ້ອນໄດ້ ຍິນຂ່າວວ່າ ບໍຣິສັດຢູ່ເຂດເສຖກິດພິເສດ ບໍ່ຄ່ອຍຮັບເອົາຄົນງານ ລາວເຮັດວຽກ, ແຕ່ບໍຣິສັດຈະຈ້າງ ຄົນງານຕ່າງປະເທດຫຼາຍກ່ວາ.
ຄົນງານລາວຢູ່ແຂວງຈຳປາສັກ ທີ່ເຄີຍເຮັດວຽກຢູ່ຮ້ານອາຫານ ຖະໜົນເຍົາວະຣາດ ປະເທດໄທ ປັດຈຸບັນພັກຢູ່ບ້ານ ຢູ່ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 22 ພຶສພາ ວ່າຈະຊອກວຽກເຮັດຢູ່ໃກ້ ບ້ານ ຫລື ເຮັດນາໄປກ່ອນ ແລ້ວຈິ່ງຊິກັບຄືນໄປເຮັດວຽກຢູ່ໄທ:
"ເຮັດແຖວບ້ານນີ້ແຫຼະ ແຕ່ບໍ່ຮູ້ວ່າວຽກອີ່ຫຍັງ ຖ້າວຽກໃດວ່າງ ກໍໄປແບບໂຮງງານອີ່ຫຍັງ ປະມານນັ້ນແຫຼະ ຊິເຮັດວຽກແຖວສວັນ ແຖວອັນ ນັ້ນແຫຼະ, ໄປແຖວຢູ່ໃກ້ບ້ານນີ້ຖ້າຫາກວ່າເດືອນຫົກເນາະ, ໝົດເດືອນຫົກອີ່ຫຍັງ ເຂົາຊິເປີດໃຫ້ກະຄືແບບຢູ່ດຳນາ ດຳນາແລ້ວກະຈັ່ງໄປ."
ຄົນງານລາວຢູ່ແຂວງຈຳປາສັກ ອີກທ່ານນຶ່ງ ທີ່ເຄີຍເຮັດວຽກ ຢູ່ຮ້ານອາຫານ ເຂດປະຕູນ້ຳ ບາງກອກ ປະເທດໄທ ໄດ້ກ່າວວ່າ ຢາກກັບໄປ ເຮັດວຽກ ຢູ່ໄທຄືເກົ່າ ເພາະຢູ່ບ້ານບໍ່ມີຫຍັງເຮັດ:
"ກະຍັງຢາກກັບໄປຢູ່ໄດ໋ ຢູ່ບ້ານບໍ່ມີຫຍັງເຮັດນະ ຖ້າວ່າຍັງບໍ່ໄດ້ໄປງ່າຍ ກະຊິຢູ່ບ້ານເຮັດນາກ່ອນ ເຮັດໄຮ່ເຮັດສວນເຮົານີ້ແຫຼະ ກະມີວຽກ ເຮັດງານທຳຢູ່ບ້ານ ຢູ່ໃນເມືອງກະຍັງບໍ່ຮູ້ວ່າຊິໄດ້ ໄປຫລືບໍ່ ເພາະວ່າ ຢູ່ໃນເມືອງຍັງບໍ່ມີວຽກເຮັດເທື່ອ."
ສ່ວນວ່າ ໂຮງງານຢູ່ແຂວງສວັນນະເຂດ ກໍຍັງບໍ່ທັນເປີດຮັບຄົນງານໃໝ່ ຍ້ອນວ່າ ຍັງບໍ່ທັນມີຕຳແໜ່ງວ່າງ, ຜູ້ປະກອບການໂຮງງານແຫ່ງ ນຶ່ງຢູ່ເຂດເສຖກິດພິເສດ ໄດ້ກ່າວວ່າ:
"ບໍ່! ຄົນເຮົາເຕັມແລ້ວ ກະມີຢູ່ແຕ່ວ່າ ມາເຮົາບໍ່ໄດ້ຮັບ ເພາະວ່າ ຄົນງານເຮົາເຕັມແລ້ວ ກະເອົາຢູ່ ບາງຄົນທີ່ວ່າເຮົາຍັງຫວ່າງ ຕຳແໜ່ງງານ ເຮົາລະຮັບ ແຕ່ວ່າ ຄືຮ້ານເຮົານີ້ ເຮົາເຕັມແລ້ວ ກະເລີຍບໍ່ຮັບ."
ຄົນງານລາວທີ່ກັບຈາກປະເທດໄທ ຢູ່ແຂວງຈຳປາສັກ ຍັງບໍ່ໄດ້ເຮັດວຽກ ແລະ ຍັງລໍຖ້າກັບໄປເຮັດວຽກຢູ່ໄທ, ເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງຈຳປາສັກ ໄດ້ກ່າວວ່າ:
"ກະມີຫຍັງຢູ່ ຄັນເຂົາເປີດແລ້ວ ເຂົາກະຢາກໄປ ເຂົາບໍ່ທັນຫາວຽກຫຍັງເຂົາວ່າງງານຢູ່ ບໍ່ເພິ່ນບໍ່ທັນວ່າແນວໃດ ດຽວນີ້ເພິ່ນກະບໍ່ທັນເປີດ ກ້ວາງ ເພິ່ນກະຍັງອັນນັ້ນຢູ່ ເພິ່ນກະຍັງໃຫ້ເກັບໂຕຢູ່."
ເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ ກະຊວງແຮງງານ ແລະ ສວັດດີການສັງຄົມ, ແຕ່ເຈົ້າໜ້າທີ່ ບໍ່ສະດວກໃຫ້ສຳພາດ.
ເຖິງຢ່າງໃດກໍຕາມ, ຍາງນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັທນາສີມືແຮງງານ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວຢູ່ໃນກອງປະຊຸມ ຈັດຫາງານ ໃນວັນທີ 20 ພຶສພາ ໃຫ້ຜູ້ທີ່ໄດ້ຮັບ ຜົນກະທົບ ການລະບາດຂອງໂຄວິດ-19 ວ່າ ຫຼາຍບໍຣິສັດ ໃນລາວ ລວມທັງບໍຣິສັດໃນເຂດ ເສຖກິດພິເສດ ຍັງບໍ່ທັນມີແຜນຮັບເອົາຄົນງານລາວ ທີ່ວ່າງງານເຂົ້າເຮັດວຽກນຳ ໂດຍ ອ້າງເຖິງ ຄວາມຈຳເປັນ ຂອງບໍຣິສັດ ທີ່ບໍ່ຢາກຮັບເອົາຄົນງານ ກຸ່ມດັ່ງກ່າວເຮັດວຽກ.
ອີງຕາມຂໍ້ມູນຈາກຄະນະສະເພາະກິດ ຄວບຄຸມໂຄວິດ19, ມີຄົນງານລາວທີ່ເດີນທາງມາຈາກປະເທດໄທ ຜ່ານດ່ານສາກົນ ປະມານ 100 ພັນຄົນ ໃນໄລຍະທີ່ມີກາຣະບາດ ຂອງພຍາດໂຄວິດ19.