ກຸ່ມຣົດຂົນສົ່ງສິນຄ້າ ຂອງລາວ ຍອມຈ່າຍຈີນ

ຈໍາປາທອງ
2020.05.06
F-trucks ຄົນຂັບຣົດຂົນສົ່ງສິນຄ້າ ລາວແລະຈີນ ຮວມທັງເຈົ້າໜ້າທີ່ ພຍາຍາມແກ້ໄຂບັນຫາ ການຜ່ານຊາຍແດນ ຈາກດ່ານບໍ່ເຕັນ ເຂົ້າໄປຈີນ
ຮູບຈາກ : ນັກຂ່າວພົລເມືອງ

ຣົດຂົນສົ່ງສິນຄ້າຂອງລາວ ແລະຈີນ ທີ່ດ່ານສາກົນບໍ່ເຕັນ ແຂວງຫລວງນໍ້າທາ ຕົກລົງກັນໄດ້ແລ້ວ ໃຫ້ຄົນຈີນຂັບໄປໃຫ້ ໂດຍທີ່ທາງຝ່າຍ ລາວ ຍອມເສັຍເງິນໃຫ້ຈີນ 3 ລ້ານ 8 ແສນກີບ ຫຼຸດຈາກ 5 ລ້ານກີບ ທີ່ຝ່າຍຈີນໄດ້ຮຽກຮ້ອງ, ອີງຕາມຄຳເວົ້າ ຂອງຄົນຂັບຣົດຂົນສົ່ງ ຂອງລາວ ທ່ານນຶ່ງ.

ຄົນຂັບຣົດຂອງລາວ ຜູ້ບໍ່ປະສົງອອກຊື່ແລະສຽງ ບອກກັບວິທຍຸເອເຊັຍເສຣີ ຕື່ມວ່າ ຣົດຂົນສົ່ງສິນຄ້າລາວ ທຸກຄັນຕ້ອງຈ່າຍເງິນຈໍານວນ 3 ລ້ານ 8 ແສນກີບ ໃຫ້ຄົນຈີນທີ່ຂັບຣົດສິນຄ້າລາວ ຈາກດ່ານ ບໍ່ເຕັນ ເຂົ້າໄປຫາສາງສິນຄ້າ ໃນດິນແດນຂອງຈີນ. ເງິນຈຳນວນທັງໝົດ ທີ່ ຝ່າຍລາວຈ່າຍໃຫ້ຄົນຈີນ ຊຶ່ງຂັບຣົດໄປໃຫ້ນັ້ນ ທາງບໍຣິສັດເຈົ້າຂອງສິນຄ້າຈ່າຍ 3 ລ້ານກີບ ແລະ ບໍຣິສັດຣົດຂົນສົ່ງລາວຈ່າຍຕື່ມ 8 ແສນ ກີບ. ແຕ່ເຖິງຢ່າງໃດກໍຕາມ ທາງຝ່າຍຣົດຂົນສົ່ງລາວ ກໍຍອມຕົກລົງ ເພາະສິນຄ້າໃນຣົດຂອງຕົນ ຈະເນົ່າເປື່ອຍຖິ້ມ.

ສະມາຄົມຣົດຂົນສົ່ງລາວ ແລະຈີນທີ່ດ່ານສາກົລບໍ່ເຕັນ ແຂວງຫຼວງນໍ້າທາຂັດແຍ້ງກັນ ມາຕັ້ງແຕ່ມຶ້ວັນທີ 1 ພຶສພາ ເນື່ອງຈາກວ່າຜູ້ຂັບຣົດ ຂົນສົ່ງສິນຄ້າ ຂອງລາວຫຼາຍຄົນ ບໍ່ພໍໃຈ ຕໍ່ທາງການຈີນ ທີ່ຫ້າມ ບໍ່ໃຫ້ຄົນລາວ ຂັບຣົດຂົນສົ່ງສິນຄ້າຈາກລາວ ເຂົ້າໄປຈີນ ໃນຂນະທີ່ ທາງດ່ານລາວ ພັດອະນຸຍາດ ໃຫ້ຄົນຈີນຂັບຣົດຂົນສົ່ງສິນຄ້າຈາກຈີນ ເຂົ້າມາລາວໄດ້.

ກ່ຽວກັບເຣຶ່ອງທີ່ວ່ານີ້ ໂຕແທນຜູ້ຂັບຣົດຂົນສົ່ງສິນຄ້າລາວ ທ່ານນຶ່ງໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ພຶສພາ ນີ້ວ່າ ຄົນຂັບຣົດຈີນເຂົ້າ ມາລາວໄດ້ແຕ່ຄົນຂັບຣົດລາວ ເຂົ້າໄປຈີນບໍ່ໄດ້:

“ເຂົາເຂົ້າມາໄດ້ ແຕ່ວ່າຈີນບໍ່ໃຫ້ອອກໄປແລ້ວ ມີແຕ່ໃຫ້ທາງນີ້ຕ່າງໄປຮອດດ່ານ ຕ້ອງໃຫ້ມີຄົນມາປ່ຽນ ຕ້ອງມີຄົນມາຂັບໄປປ່ຽນກັນປ່ຽນກັນ ນີ້ມັນຍາກ ອັນນຶ່ງມັນບໍ່ຮູ້ໃຈຣົດ, ຣົດໃຜຣົດມັນ, ມັນບໍ່ຮູ້.

ຄົນຂັບຣົດລາວຜູ້ນີ້ ກ່າວຕື່ມອີກວ່າ ຖ້າຫາກຣົດບັນທຸກຈາກລາວ ຈະເຂົ້າໄປສົ່ງສິນຄ້າຢູ່ຈີນ ຈະຕ້ອງໄດ້ຜ່ານການກວດສຸຂພາບ ພ້ອມທັງ ຈະໄດ້ຖືກກັກໂຕອີກ 14 ມື້ຕາມມາຕການ ໃນການເຝົ້າຣະວັງ ປ້ອງກັນ ເຊື້ອໄວຣັສ ໂຄວິດ-19. ນອກຈາກນີ້, ຜູ້ທີ່ຖືກກັກໂຕແມ່ນຈະໄດ້ ເສັຽເງິນໃນໄລຍະເວລາກັກໂຕ 200 ຢວນ ຫຼືປະມານ 2 ແສນ 6 ໝື່ນກີບຕໍ່ຄົນຕໍ່ມື້, ເຮັດໃຫ້ເສັຽທັງເວລາ ແລະ ເສັຽເງິນຫຼາຍນໍາອີກ.

ແລະຄົນຂັບຣົດບັນທຸກສິນຄ້າຜ່ານແດນຂອງລາວ ອີກຜູ້ນຶ່ງ ຈາກແຂວງຫຼວງພຣະບາງ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການປະຕິບັດມາຕການທຸກຢ່າງ ໃນການປ້ອງກັນເຊື້ອພຍາດ ໂຄວິດ-19 ແມ່ນຢາກໃຫ້ທຸກຝ່າຍ ທັງຝ່າຍລາວ ແລະຝ່າຍຈີນ ປະຕິບັດ ຄືກັນແລະສເມີພາບກັນ:

“ຖ້າຈະປະຕິບັດແທ້ໆນີ້ ກໍຢາກໃຫ້ປະຕິບັດຄືກັນ ບໍ່ວ່າຈະແມ່ນແຕ່ລາວແຕ່ຈີນຄືກັນ, ຖ້າຈີນເຂົ້າມາກະຢາກໃຫ້ກັກໂຕຄືກັນ 14 ມື້ ຄືກັນ. ອັນນີ້ລະແມ່ນຫຍັງ ມີແຕ່ຄົນລາວເຂົ້າໄປ ລະກັກໂຕ, ບາດຈີນລະ ເຂົ້າມາບໍ່ເປັນຫຍັງ. ອັນນີ້ມັນກະເສັຽເງິນ ເສັຽເວລາອີກ. ນີ້ກໍ 4-5 ມື້ແລ້ວ ກໍຍັງເຈຣະຈາ ກັນບໍ່ໄດ້.”

ກ່ຽວກັບເຣື່ອງດັ່ງກ່າວ, ເມື່ອວັນທີ 4 ພຶສພານີ້, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງແຂວງຫຼວງນ້ຳທາ ກໍໄດ້ເປີດກອງປະຊຸມດ່ວນ ເພື່ອຫາວິທີ ແກ້ໄຂບັນຫາ ທີ່ເກີດຂຶ້ນ ຮ່ວມກັບສະມາຄົມ ຣົດບັນທຸກສິນຄ້າລາວ, ແຕ່ກໍຍັງບໍ່ທັນມີຂໍ້ຕົກລົງ ອອກມາວ່າ ຈະມີການແກ້ໄຂບັນຫານັ້ນ ແນວໃດເທື່ອ.

ຫຼ້າສຸດນີ້, ໃນມື້ວັນທີ 5 ພຶສພາ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງທັງ 2 ຝ່າຍ ລາວ ແລະຈີນ ໄດ້ມີການໄກ່ເກັ່ຽ ແລະຫາວິທີແກ້ໄຂບັນຫາໄດ້ ສຳເຣັດແລ້ວ ໂດຍທີ່ທາງຝ່າຍລາວ ໄດ້ຍອມເສັຍເງິນ ດັ່ງທີ່ໄດ້ກ່າວມາ ນັ້ນໃຫ້ຝ່າຍຈີນ.

ໃນມື້ວັນຈັນ ວັນທີ 4 ພຶສພານີ້ ຣົດຂົນສົ່ງສິນຄ້າຂອງລາວ ປະມານ 200 ຄົນ ທີ່ຄ້າງຢູ່ດ່ານສາກົລ ບໍ່ເຕັນ ມາຕັ້ງແຕ່ມື້ວັນທີ 1 ພຶສພາ ນັ້ນຈະເລິ້ມເຂົ້າໄປຈີນໄດ້ ຊຶ່ງສິນຄ້າສ່ວນຫລາຍ ກໍແມ່ນສິນຄ້າຂອງນັກ ລົງທຶນຈີນເອງ, ເປັນຕົ້ນ; ກ້ວຍ, ໝາກອຶ ແລະອ້ອຍ ໃນຂນະທີ່ ສິນຄ້າຈຳນວນນຶ່ງ ກໍເຣີ່ມເນົ່າແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.