ເລັ່ງປາບປາມ ການສໍ້ຣາສ ບັງຫລວງ

ມະ​ນີ​ຈັນ
2016.09.23
f-corruption ສານທີ່ແຂວງຫົວພັນ ຕັດສິນຈຳຄຸກພະນັກງານລັດ 10 ຄົນ ຖານສໍ້ໂກງ
Sedthakid.Lao

ທາງການລາວ ເລັ່ງແກ້ໄຂ ບັນຫາ ການສໍ້ຣາສບັງຫລວງ ໃນທຸກພາກສ່ວນ ຫລັງຈາກ ທີ່ນາຍົກຣັຖມົນຕຣີ, ທ່ານ ທອງລຸນ ສີສຸລິດ, ໄດ້ໃຊ້ ມາຕການ ກວດກາ ການເງິນ ເຂັ້ມງວດຂຶ້ນ ໃຫ້ທຸກ ພາກສ່ວນ ຮ່ວມກັນ ກວດກາ ຢ່າງຈິງຈັງ, ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ແຂວງວຽງຈັນ, ຜູ້ບໍ່ປະສົງ ອອກຊື່, ຕໍ່ ວິທຍຸ ເອເຊັຽ ເສຣີ (RFA) ເມື່ອວັນທີ 22 ກັນຍານີ້:
“ທ່ານທອງລຸນ ນີ້ແຫລະ ຈະຈັດການ ເຣື່ອງສໍ້ຣາສບັງຫລວງ ຖ້າສົມມຸດ ໃຜຮູ້ໃຜເຫັນ ປຶບແລ້ວ ໃຫ້ຂຽນຊື່ ແລ້ວກໍ ຕໍາແໜ່ງ ຂອງຂະເຈົ້າໄວ້ ເພື່ອເປັນ ຫລັກຖານ ແລ້ວກໍຈະໃຫ້ ທາງພາກຣັຖ ທີ່ເປັນກວດສອບ ທາງພາກຣັຖ ຫັ້ນນະ ກວດກາ ຫັ້ນນະ ແມ່ນຈະໄດ້ ດໍາເນີນຄະດີ ຕາມກົດໝາຍ ທີ່ວາງອອກ ເຊັ່ນດຽວກັນ ຄືເຊັ່ນ ປ່າໄມ້, ພາສີ ທ່ານທອງລຸນ ເຂັ້ມງວດແລ້ວ ທຸກຄົນ ກໍຮູ້ ໃນການປະຕິບັດ ຮຽບຮ້ອຍແລ້ວ.”
ທ່ານກ່າວຕໍ່ໄປວ່າ ການສໍ້ຣາສບັງຫລວງ ຫລື ການສໍ້ໂກງ ງົບປະມານ ຂອງຣັຖ ເພື່ອຜົລປະໂຫຍດ ສ່ວນຕົວນັ້ນ ເປັນບັນຫາ ຮ້າຍແຮງ ມາແຕ່ດົນແລ້ວ. ເຈົ້າໜ້າທີ່ ຕໍາແໜ່ງ ສູງໆເອງ ເປັນຜູ້ສໍ້ຣາສບັງຫລວງ ກ່ອນ, ຈາກນັ້ນ ເຈົ້າໜ້າທີ່ ໃນໜ່ວຍງານ ທຸກພາກສ່ວນ ທັງໃນການສຶກສາ, ປ່າໄມ້, ພາສີ ແລະ ການພັທນາ ຂແນງຕ່າງໆ ກໍສໍ້ຣາສບັງຫລວງ ຄືກັນ.
ການກວດການີ້ ເປີດໂອກາດ ໃຫ້ເຈົ້າໜ້າທີ່ ທຸກຣະດັບ ແລະ ປະຊາຊົນ ທົ່ວໄປ ຣາຍງານຊື່ ຕໍາແໜ່ງ ຂອງຜູ້ທີ່ສົງໃສ ສໍ້ຣາສບັງຫລວງ ພ້ອມສົ່ງ ຫລັກຖານ ຕໍ່ອົງການ ຕ້ານການ ສໍ້ຣາສ ບັງຫລວງ. ຫາກພົບວ່າ ມີການສໍ້ຣາສບັງຫລວງແທ້ ຈະລົງໂທດ ຢ່າງໜັກ.
ການໃຊ້ມາຕການ ກວດກາ ທີ່ວ່ານັ້ນ ເຮັດໃຫ້ ເຈົ້າໜ້າທີ່ ທີ່ສໍ້ຣາສບັງຫລວງ ຣະມັດຣະວັງ ຫລາຍຂຶ້ນ ແມ່ນແຕ່ ໃນແຂວງ ຜົ້ງສາລີ ດັ່ງເຈົ້າໜ້າທີ່ ແຂວງຜົ້ງສາລີ ຜູ້ບໍ່ປະສົງ ອອກຊື່ ກ່າວວ່າ:
“ດີຂຶ້ນຫລາຍ ເພາະວ່າ ຜ່ານມາ ມັນມີ ຜູ້ສໍ້ຣາສບັງຫລວງ ເປັນຈໍານວນເງິນ ເສັຽຫລາຍເດ້ ດຽວນີ້ ຣັຖຄຸມ ມັນກໍໄດ້ດີນໍ ເຣື່ອງເງິນ ມັນກໍບໍ່ໄດ້ ເສັຽຫລາຍ ຂອງພັກ ຂອງຣັຖ ຫັ້ນນະ.”
ເຖິງຢ່າງໃດກໍຕາມ, ບັນຫາ ການສໍ້ຣາສບັງຫລວງ ຢູ່ທົ່ວປະເທດລາວ ຕອນນີ້ນັ້ນ ຍັງເປັນເຣື່ອງ ທີ່ຣັຖບານ ຍັງບໍ່ສາມາດ ແກ້ໄຂໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.