ລາວ ເພີ້ມມາຕການ ຄຸ້ມຄອງ ຕ່າງດ້າວ

ສິດ​ນີ
2016.11.23
F-vietnam-migrants ຕົວຢ່າງຊາວວຽດນາມ ໃນສະຖານທີ່ຕ່າງໆ ຢູ່ນະຄອນຫຼວງ ວຽງຈັນ
RFA/PB

ກຸ່ມທີ່ເຂົ້າມາ ເຮັດ​ວຽກ​ ຫຼື ຂາຍແຮງງານນັ້ນ, ຕ້ອງໄດ້ຂໍບັດ ເຮັດ​ວຽກ ແລະ ກຸ່ມທີ່ເຂົ້າມາ ດຳເນີນ ທຸຣະກິຈນັ້ນ ກໍຕ້ອງ ຂໍໃບອະນຸຍາດ ໃຫ້ຖືກຕ້ອງ. ເຈົ້າໜ້າທີ່ ນະຄອນຫຼວງ ວຽງຈັນ ນາງນຶ່ງ ກ່າວໃນວັນທີ 22 ພືສຈິການີ້ ວ່າ:

“ລາວເຮົານີ້ ກໍເຄັ່ງຄັດ ຫັ້ນແຫລະ ເຣື້ອງຄົນຕ່າງປະເທດ ເພິ່ນໃຫ້ມີ ການເຮັດບັດ ບັດນີ້ ເຈົ້າ ຕ້ອງໄດ້ມີບັດ ຖ້າເຈົ້າບໍ່ມີບັດ ໂຕນີ້, ເຈົ້າກະຢູ່ ປະເທດລາວ ບໍ່ໄດ້ ບໍ່ຄື ຕະກີ້ໃດ ມາກະມີແຕ່ ບັດຜ່ານແດນ ພາສປອດມາ ແລ້ວກະບໍ່ເປັນຫຍັງ ດຽວນີ້ ເພີ່ນຈຳກັດ ແຕ່ລະບ້ານ ເພີ່ນກະກວດໝົດ.

ຍານາງກ່າວ ຕື່ມວ່າ ຄົນຕ່າງດ້າວ ທີ່ເຂົ້າມາລາວ ສາມາດ ຂໍບັດເຮັດ​ວຽກໄດ້ 2 ປະເພດ ຄື ປະເພດ ມີອາຍຸ 1 ເດືອນ ແລະ ປະເພດ 3 ເດືອນ, ພ້ອມທັງ ເສັຽຄ່າທຳນຽມ ໃຫ້ແກ່ທາງການລາວ. ຖ້າບັດດັ່ງກ່າວ ໝົດອາຍຸ, ກໍສາມາດ ຂໍຕໍ່ໄດ້ອີກ ແຕ່ຖ້າຜູ້ໃດ ບໍ່ມີບັດ ດັ່ງກ່າວ ຫຼື ບັດໝົດອາຍຸແລ້ວ ບໍ່ໄປຂໍຕໍ່ ຫາກຖືກກວດພົບ ກໍຈະຖືກສົ່ງກັບ ປະເທດ ທັນທີ.

ຍານາງວ່າ ໃນປັດຈຸບັນ ໂດຍສະເພາະ ທີ່ນນະຄອນຫຼວງ ວຽງຈັນ ມີຄົນຈີນ ແລະ ຄົນວຽດນາມ ເຂົ້າມາເຮັດ​ວຽກ ແລະ ດຳເນີນທຸຣະກິຈ ນັບມື້ນັບຫລາຍຂຶ້ນ ທັງເປັນ ກັມມະກອນ ຄ້າຂາຍ ຮັບຊື້ ເສັດເຫລັກ, ເຮັດອາຊີບ ເສີມສວຍ ແລະ ຕັ້ງຮ້ານຄ້າ. ບາງຣາຍ ກໍເຂົ້າມາ ແບບບໍ່ມີວຽກເຮັດງານທຳ. ກຸ່ມນີ້ ມັກສ້າງ ບັນຫາ ທາງສັງຄົມ ໃນລາວ ເຮັດໃຫ້ ເຈົ້າຫນ້າທີ່ ຕ້ອງເຂັ້ມງວດ ຫລາຍຂຶ້ນ. ຕໍ່ບັນຫາ ດັ່ງກ່າວ ຊາວນະຄອນຫຼວງ ວຽງຈັນ ທ່ານນຶ່ງ ເວົ້າວ່າ:

“ຢາກໃຫ້ຍົກສູງ ຄົນພາຍໃນປະເທດ ເພິ່ນເປີດໂອກາດ ໃຫ້ຄົນວຽດນາມ ເຂົ້າມາຫຼາຍໂພດ ມາຫລາຍແລ້ວ ຄັນແມ່ນ ເຂົ້າມາ ໃນນາມ ລູກຈ້າງນີ້ ເປັນໄດ້ ແຕ່ຖ້າມາ ເປັນທຸຣະກິຈນີ້ ແບບວ່າ ຈັກໜ້ອຍໃຫຍ່ຊ່ຳໃດ ເຂົ້າມາ ຖືກກົດໝາຍ ຫຼື ບໍ່ຖືກກົດໝາຍ ມັນກໍທົ່ວປະເທດ ໄປໝົດເລີຍ ໃນຕົວເມືອງນີ້ນະ ເອົາໄປເອົາມາແລ້ວ ຖືວ່າ ວຽດນາມ ຫຼາຍກວ່າ ຄົນລາວ.

ເຖິງຢ່າງໃດ ກໍຕາມ, ໃນປັດຈຸບັນ ຣັຖບານລາວ ກໍໄດ້ເປີດໂອກາດ ໃຫ້ຄົນຕ່າງດ້າວ ເຂົ້າມາ ເຮັດວຽກ ແລະ ດຳເນີນ ທຸຣະກິຈ ໃນລາວ ຫຼາຍ​ຂຶ້ນ ແຕ່ຕ້ອງ ລົງທະບຽນ ໃຫ້ຖືກຕ້ອງ ໃນແຂວງ ທີ່ຕົນເຂົ້າມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.