ກຸ່ມໂຄລາວຍັງມິດງຽບ ບໍ່ຕອບ ພະນັກງານ
2020.06.01

ໃນວັນຈັນວັນທີ 01 ມິຖຸນາ ນີ້, ພະນັກງານ ທີ່ມີຣາຍຊື່ຖືກຍົກເລີກສັນຍາເຮັດວຽກ ກັບກຸ່ມບໍຣິສັດໂຄລາວ ໃນທຸກພາກສ່ວນ ບໍ່ວ່າຈະເປັນ ຊ່າງແປງຣົດ ພະນັກງານບັນຊີ ພະນັກງານຂາຍ ແລະພະນັກງານ ບໍຣິຫານ ໄດ້ຮ່ວມກັນຂຽນໃບສເນີ ເພື່ອຂໍຄວາມເປັນທັມທີ່ສຳນັກງານ ບໍຣິສັດໂຄລາວ ພາຍຫຼັງທີ່ກຸ່ມບໍຣິສັດໂຄລາວ ມີແຜນຫຼຸດຈຳນວນພະນັກງານລົງ 1,000 ປາຍຄົນ ຈາກພະນັກງານປະມານ 4,000 ປາຍ ຄົນ ໃນທົ່ວປະເທດລາວ ເຮັດໃຫ້ຫຼາຍຄົນ ຕ້ອງວ່າງງານ ຢ່າງກະທັນຫັນ ແລະ ບໍ່ໄດ້ຮັບຄ່າຊົດເຊີຍ ຢ່າງເປັນທັມ. ດັ່ງອະດີດພະນັກງານ ກຸ່ມບໍຣິສັດໂຄລາວ ທີ່ເຮັດວຽກບໍ່ຕ່ຳກວ່າ 13 ປີ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 01 ມິຖຸນາ ນີ້ວ່າ:
“ເພິ່ນບໍ່ທັນອອກມາຊີ້ແຈງ ມີແຕ່ວ່າ ມີແຕ່ໃຫ້ພະນັກງານ ປະຈຳຜແນກ ໃຫ້ຂຽນໃບສເນີຂຶ້ນປະໄວ້. ທາງເຮົາກະເຮັດໄປຕາມເພິ່ນ ເພື່ອວ່າ ຢາກໄດ້ຄວາມຍຸຕິທັມເນາະ. ມັນກະທົ່ວໄປນ່າ ມັນກະຫຼາຍໆຜແນກ ມີຊ່າງ ມີພະນັກງານບັນສອກບັນຊີນ່າ ຫຼາຍໆໆ.”
ທ່ານກ່າວຕື່ມວ່າ ຜ່ານໄປໝົດມື້ ກໍບໍ່ໄດ້ຮັບການປະສານງານ ຫຼື ຄຳຊີ້ແຈງໃດໆ ຈາກພາກສ່ວນທີ່ກ່ຽວຂ້ອງ ຂອງກຸ່ມບໍຣິສັດໂຄລາວ ວ່າຈະ ມີການແກ້ໄຂບັນຫາ ໃຫ້ແກ່ທ່ານ ແລະ ກຸ່ມໝູ່ເພື່ອນແນວໃດ, ທ່ານຈຶ່ງພາກັນກັບເມືອເຮືອນ ແລ້ວລໍຖ້າຟັງການເອີ້ນ ຈາກຄະນະຜູ້ຕາງ ໜ້າກຸ່ມ ວ່າຈະດຳເນີນການ ຮ້ອງຂໍໃຫ້ຊ່ອຍເຫຼືອແນວໃດຕໍ່ໄປ.
ໃນຂນະດຽວກັນ, ອະດີດພະນັກງານກຸ່ມບໍຣິສັດໂຄລາວ ທີ່ເຮັດວຽກບໍ່ຕ່ຳກວ່າ 5 ປີ ອີກທ່ານນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າຄວາມຄຶດ ຂອງອະດີດພະນັກງານທຸກຄົນ, ກໍເຂົ້າໃຈ ຄວາມຈຳເປັນ ຂອງກຸ່ມບໍຣິສັດໂຄລາວ ໃນສະພາວະວິກິຈນີ້, ແຕ່ກໍຢາກໃຫ້ມີການຊົດເຊີຍ ຢ່າງເປັນທັມ ແກ່ຜູ້ທີ່ຈະຕ້ອງໄດ້ອອກວຽກ.
“ເອີ່ ກະຢາກໃຫ້ຂະເຈົ້າຊົດເຊີຍເງິນໃຫ້ຫັ້ນແຫຼະ ເງິນອຸດໜູນອີ່ຫຍັງຫັ້ນແຫຼະ, ແນວເຮົາກະຖືກຜົລກະທົບແບບນີ້ຄືກັນເດ້. ກະຄືກະຕ້ອງໄດ້ ໄລ່ເງິນອຸດໜູນ 10% ຫັ້ນແຫຼະ ເງິນທີ່ວ່າເຮົາເຂົ້າວຽກ ປີການມາ ຫັ້ນນ່າ, ຕາມສັນຍາຫັ້ນນ່າ ຕາມຣະບຽບ ຂອງກົມແຮງງານ ອີ່ຫຍັງ ຫັ້ນລະ. ຕາມປົກກະຕິ ຂະເຈົ້າກະຕ້ອງໄດ້ໄລ່ ໃຫ້ເຮົາຫັ້ນແຫຼະ ຄັນແມ່ນຊິມາເອົາອອກທາງອ້ອມຈັ່ງຊີ້ ມັນກະເປັນໄປບໍ່ໄດ້ ຊິເອົາໂຄວິດ ມາເປັນອັນສວຍໂອກາດ ຈັ່ງຊີ້, ມັນກະເປັນໄປບໍ່ໄດ້ຫັ້ນແຫຼະ.”
ກ່ຽວກັບບັນຫານີ້, ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໄດ້ໂທຣະສັບຫາກຸ່ມບໍຣິສັດໂຄລາວ ທີ່ສຳນັກງານໃຫຍ່ ນະຄອນຫຼວງວຽງຈັນ ໃນຕອນບ່າຍ ຂອງມື້ດຽວກັນນີ້ ເປັນເວລາຫຼາຍຄັ້ງ, ແຕ່ກໍບໍ່ມີໃຜຮັບສາຍເລີຍ.
ເຖິງຢ່າງໃດກໍຕາມ, ກ່ອນໜ້ານີ້ ທ່ານ ພົງໄຊສັກ ອິນຖາລາດ, ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ຮຽກຮ້ອງເຖິງ ບໍຣິສັດຕ່າງໆ ທີ່ໃຊ້ແຮງງານ ໃນທົ່ວປະເທດຢ່າ ເຫັນໂອກາດອັນສວຍງາມນີ້ ທີ່ມີການເກີດຣະບາດ ຂອງເຊື້ອໄວຣັສ ໂຄວິດ-19 ເປັນການຍົກເລີກສັນຍາ ແຮງງານແບບຖາວອນ ເພື່ອຫຼີກເວັ້ນ ການຈ່າຍຄ່າແຮງງານ ໃຫ້ຜູ້ອອກແຮງງານ ເພາະເປັນການຜິດ ຕໍ່ກົດໝາຍແຮງງານ ທີ່ຣັຖບານລາວ ໄດ້ວາງອອກ.
ກຸ່ມບໍຣິສັດໂຄລາວ ເປັນບໍຣິສັດທີ່ລົງທຶນໂດຍນັກລົງທຶນ ຈາກປະເທດເກົາຫຼີໃຕ້ ທີ່ເຂົ້າມາລົງທຶນຫຼາຍຂແນງ ແຕ່ຫຼັກໆແລ້ວແມ່ນຂາຍຍານ ພາຫະນະ ຫຼື ຣົດໃຫຍ່ ຫຼາຍຍີ່ຫໍ້ ມາເປັນເວລາ 20 ປາຍປີແລ້ວ, ໂດຍມີຍີ່ຫໍ້ຣົດຍອດນິຍົມ ແລະ ຂາຍດີ ແມ່ນຍີ່ຫໍ້ ເກັຽ ແລະ ຮຸນໄດ.