ຄົນງານຈາກໂຄລາວ ລໍຖ້າ ເງິນຊົດເຊີຍ

ພະນັກງານ ທີ່ຖືກຍົກເລີກ ສັນຍາເຮັດວຽກ ກັບກຸ່ມບໍຣິສັດໂຄລາວ ທຸກພາກສ່ວນ ຮ່ວມກັນຂຽນໃບສເນີ ຮຽກຮ້ອງ ຂໍຄວາມເປັນທັມ
ພະນັກງານ ທີ່ຖືກຍົກເລີກ ສັນຍາເຮັດວຽກ ກັບກຸ່ມບໍຣິສັດໂຄລາວ ທຸກພາກສ່ວນ ຮ່ວມກັນຂຽນໃບສເນີ ຮຽກຮ້ອງ ຂໍຄວາມເປັນທັມ (ນັກຂ່າວພົລເມືອງ)

0:00 / 0:00

ພະນັກງານຫຼາຍຄົນຂອງກຸ່ມບໍຣິສັດໂຄລາວ ທີ່ບໍ່ຄິດຢາກເຮັດວຽກຕໍ່ໄປອີກ ຍ້ອນຖືກຍົກເລີກສັນຍາເຮັດວຽກນັ້ນ ຍັງລໍຖ້າໄປລົງທະບຽນ ເຊັນສັນຍາ ກັບທາງບໍຣິສັດ ເພື່ອຂໍເງິນຊົດເຊີຍ ກໍຣະນີ ທີ່ຖືກບໍຣິສັດ ຍົກເລີກສັນຍາເຮັດວຽກ ແບບກະທັນຫັນ ຊຶ່ງປັດຈຸບັນ ມີພະນັກງານ ຈໍານວນນຶ່ງ ຖືກບໍຣິສັດເອີ້ນໄປລົງທະບຽນແລ້ວ ເພື່ອຈະໄດ້ຊົດເຊີຍເງິນໃຫ້ ຕາມກົດໝາຍແຮງງານ, ດັ່ງອະດີດພະນັກງານທ່ານນຶ່ງ ກ່າວຕໍ່ RFA ໃນມື້ວັນທີ 15 ມິຖຸນານີ້ ວ່າ:

“ປັດຈຸບັນຫັ້ນ ຕອນນີ້ເນາະ ເພິ່ນເຮັດໃບແຈ້ງການອອກມາໃຫ້ ໃຫ້ໄປເຮັດໃບສເນີ ທີ່ວ່າບໍ່ຂໍຮ່ວມໂຄງການນໍາເພິ່ນ ຫັ້ນນະ ເພິ່ນຈະຊົດເຊີຍ ເງິນໃຫ້ຫັ້ນນະ. ແຕ່ມາຮອດປັດຈຸບັນນີ້ ກະຄືວ່າມັນຈະໄດ້ ເປັນບາງສ່ວນກ່ອນ ຫັ້ນນະ ມັນຈະມີບາງສ່ວນ ທີ່ວ່າໄປລວມມື້ນີ້ ໄປເຊັນສັນຍາ ເອົາເງິນຫັ້ນ ເຊັນປັບ, ກະຄືວ່າຕ້ອງໄດ້ລໍຖ້າ ໄປແຕ່ລະເດືອນ.”

ທ່ານກ່າວຕື່ມວ່າ ສໍາລັບຕົນແລ້ວ ບໍ່ປະສົງທີ່ຈະຂໍຮ່ວມງານ ກັບບໍຣິສັດນີ້ ອີກຕໍ່ໄປ ບໍ່ວ່າຈະເປັນວຽກໃດກໍຕາມ, ທຸກມື້ນີ້ລໍຖ້າພຽງແຕ່ວ່າ ຈະໄດ້ໄປເຊັນສັນຍາເພື່ອຮັບເງິນຊົດເຊີຍ ຊຶ່ງຫວັງວ່າຈະໄດ້ 10% ຂອງເງິນເດືອນ ເດືອນສຸດທ້າຍ ຕາມທີ່ທາງບໍຣິສັດ ໄດ້ກໍາໜົດໄວ້.

ແລະອະດີດພະນັກງານ ຂອງກຸ່ມບໍຣິສັດໂຄລາວ ອີກຄົນນຶ່ງ ກໍເວົ້າໃນທໍານອງດຽວກັນວ່າ ປັດຈຸບັນ ຍັງລໍຖ້າພຽງແຕ່ວ່າທາງບໍຣິສັດ ເອີ້ນໄປ ເຊັນສັນຍາເພື່ອຮັບເງິນຊົດເຊີຍ 10% ຂອງເງິນເດືອນເທົ່ານັ້ນ ເນື່ອງຈາກວ່າຕົນບໍ່ມີຈິດໃຈ ຢາກເຮັດວຽກນໍາບໍຣິສັດນີ້ຕື່ມອີກ ແລະຄາດວ່າ ຈະຖືກເອີ້ນໄປມື້ອື່ນນີ້ ດັ່ງທີ່ທ່ານກ່າວວ່າ:

“ມື້ນີ້ຍັງບໍ່ທັນໄດ້ເຂົ້າໄປ ເພິ່ນຍັງບໍ່ທັນໄດ້ໂທຫາ ມື້ອື່ນລະຕາມທີ່ໄດ້ຍິນມາ ເພິ່ນວ່າກະ 10% ຫັ້ນລະ ແຕ່ວ່າໂທຫາຜູ້ອື່ນ ຜູ້ອື່ນກະວ່າໄດ້ 10% ບໍ່ ຖ້າໂຕນີ້ຢູ່ກ່ອນແຫລະ.”

ແລະອະດີດພະນັກງານບໍຣິສັດ ອີກຄົນນຶ່ງ ກໍເວົ້າວ່າ ນັບຕັ້ງແຕ່ຖືກບໍຣິສັດ ຍົກເລີກສັນຍາເຮັດວຽກ ເຮັດໃຫ້ຕົນກາຍເປັນຄົນຕົກງານຈົນມາ ຮອດມື້ນີ້ ແລະກໍຍັງບໍ່ທັນໄດ້ໄປສມັກງານບ່ອນອື່ນເທື່ອ ຍ້ອນວ່າ ສະພາບບ້ານເມືອງ ຄືສູ່ມື້ນີ້ການຫາວຽກງານເຮັດແມ່ນຍາກ ແຕ່ກໍຫວັງ ວ່າຈະໄດ້ເງິນຊົດເຊີຍໃນໄວໆນີ້ ເພື່ອມາລ້ຽງຄອບຄົວໄປກ່ອນ ດັ່ງທີ່ທ່ານກ່າວວ່າ:

“ເຮັດການຢູ່ຫັ້ນກະ 15 ປີປາຍ ແມ່ນແຫລະກະເດືອດຮ້ອນແຫລະ 1 ກະຕົກງານເນາະ. 2 ມາກະສະພາບບ້ານເມືອງ ກະບໍ່ຄ່ອຍຈະດີ ດຽວນີ້ກະຢູ່ບ້ານລ້າໆນີ້ແຫລະ ຍັງບໍ່ໄດ້ເຊັນສັນຍາເທື່ອ ເພາະວ່າເພິ່ນ ໃຫ້ຂຽນໃບສເນີ ກະໜ້າຈະເປັນຂ່າວດີ ໄວໆນີ້ຫັ້ນນະ.”

ກ່ຽວກັບເຣຶ່ອງນີ້ RFA ໄດ້ພຍາຍາມຕິດຕໍ່ໄປຫາ ກຸ່ມບໍຣິສັດໂຄລາວ ຊຶ່ງມີສໍານັກງານໃຫຍ່ ຢູ່ນະຄອນຫລວງວຽງຈັນ ເພື່ອຖາມເຖິງຄວາມ ຄືບໜ້າເຣື່ອງການຊົດເຊີຍ ແຕ່ບໍ່ສາມາດຕິດຕໍ່ໄດ້. ພ້ອມດຽວກັນນັ້ນ RFA ກໍໄດ້ຕິດຕໍ່ໄປຍັງ ກົມຄຸ້ມຄອງແຮງງານ ກະຊວງແຮງງານແລະ ສວັດດິການສັງຄົມ, ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ ຜູ້ບໍ່ປະສົງອອກຊື່ ແລະສຽງທ່ານນຶ່ງວ່າ, ຂນະນີ້ທາງກົມຄຸ້ມຄອງແຮງງານ ຍັງບໍ່ທັນ ໄດ້ຮັບໜັງສື ຮ້ອງຮຽນ ຢ່າງເປັນທາງການຈາກ ພະນັກງານ ກຸ່ມບໍຣິສັດໂຄລາວ ທີ່ຖືກຍົກເລີກສັນຍາ ເຮັດວຽກ ນັ້ນເທື່ອ ແລະບໍ່ສາມາດ ໃຫ້ຄໍາເຫັນໃດໆກ່ຽວກັບ ເຣື່ອງນີ້ໄດ້.

ກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງມາດຕຣາ 29 ຣະບຸວ່າໃນກະຣະນີທີ່ມີການຍົກເລີກສັນຍາເຮັດວຽກ, ຜູ້ໃຊ້ແຮງງານຕ້ອງໃຫ້ເງິນ ອຸດໜູນແກ່ຄົນງານລາວ ທີ່ຢຸດເຊົາວຽກໂດຍຄິດໄລ່ 10% ຂອງເງິນເດືອນ ທີ່ໄດ້ຮັບກ່ອນຢຸດເຊົາວຽກ ສໍາລັບຄົນງານທີ່ມີອາຍຸເຮັດວຽກ ຕໍ່າກວ່າ 3 ປີ. ສ່ວນຄົນງານ ທີ່ມີອາຍຸເຮັດວຽກ 3 ປີ ຂຶ້ນໄປ ຕ້ອງໄດ້ຮັບການຄິດໄລ່ 15% ຂອງເງິນເດືອນ ເດືອນສຸດທ້າຍ.

ກຸ່ມບໍຣິສັດໂຄລາວ ໄດ້ຍົກເລີກສັນຍາ ເຮັດວຽກ ກັບພະນັກງານ ໂດຍຮັບປາກວ່າ ຈະຈ່າຍເງິນຊົດເຊີຍໃຫ້ ຊຶ່ງນັບຕັ້ງແຕ່ເດືອນ ກຸມພາ ຮອດເດືອນພຶສພາ ທີ່ຜ່ານມານີ້ ກຸ່ມບໍຣິສັດດັ່ງກ່າວ ໄດ້ປົດພະນັກງານ ຢູ່ນະຄອນຫຼວງວຽງຈັນ ແລະແຂວງສວັນນະເຂດ ອອກແລ້ວ ປະມານ 1 ພັນ ປາຍຄົນ, ອີງຕາມຂໍ້ມູນ ເບື້ອງຕົ້ນຈາກພະນັກງານ ຄົນນຶ່ງ ເມື່ອບໍ່ດົນມານີ້. ກຸ່ມບໍຣິສັດໂຄລາວ ເປັນບໍຣິສັດ ທີ່ລົງທຶນ ໂດຍນັກລົງທຶນ ຈາກປະເທດເກົາຫລີໃຕ້ ຊຶ່ງໄດ້ເຂົ້າມາດໍາເນີນ ທຸຣະກິດ ປະເພດຣົດຍົນ ແລະອີກຫລາຍຢ່າງ ປະມານ 20 ປີແລ້ວ ໂດຍມີພະນັກງານ ທັງໝົດເຮັດວຽກນໍາ ປະມານ 4 ພັນປາຍຄົນ.