ຄົນງານລາວ 50 ຄົນ ຖືກສົ່ງ ຮອດລາວແລ້ວ
2020.08.10

ຄົນງານລາວ 50 ຄົນ ທີ່ຕິດຄ້າງຢູ່ ດ່ານສາກົລ ຂົວມິຕພາບ ລາວ-ໄທຍ ຢູ່ແຂວງໜອງຄາຍ ເປັນເວລາ 2 ອາທິດ ໄດ້ຖືກສົ່ງກັບມາ ປະເທດລາວແລ້ວ ແລະ ຖືກສົ່ງໄປ ສູນກັກໂຕ ຫຼັກ 27 ນະຄອນຫຼວງວຽງຈັນ ເພື່ອເຝົ້າຕິດຕາມ ເຊື້ອໂຄວິດ19 ເປັນເວລາ 14 ມື້. ເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ນະຄອນຫຼວງວຽງຈັນ ໄດ້ກ່າວໃນວັນທີ 7 ສິງຫາ ວ່າ:
"ຮັບມາມື້ວານນີ້ ໜອງຄາຍ 50 ຄົນ. ເຮົາຮັບເຂົາເຈົ້າເຂົ້າ ແລ້ວເຮົາກໍໄດ້ເກັບໂຕຢ່າງ ໄປກວດຫາ ເຊື້ອໂຄວິດ19 ບໍ່ມີອາການຢູ່ຜູ້ໃດ. ຖ້າວ່າ ຄົນນະຄອນຫຼວງ ກໍແມ່ນກັກໂຕ 14 ວັນ ຢູ່ໃນສູນ. ຖ້າວ່າຄົນຕ່າງແຂວງກັກໂຕ ຖ້າກວດຫາເຊື້ອໂຄວິດ ບໍ່ພົບແລ້ວ ກໍສົ່ງໄປແຂວງ."
ສາເຫດ ທີ່ຮັບຄົນງານ 50 ຄົນ ຊັກຊ້າ ຍ້ອນວ່າ ສູນກັກໂຕຫຼັກ 27 ເຕັມ ແລະ ທີ່ພັກບໍ່ພຽງພໍ ແລະ ຕ້ອງຖ້າໃຫ້ ຜູ້ທີ່ກັກໂຕຢູ່ສູນ ອອກໄປກ່ອນ, ເຈົ້າໜ້າທີ່ ຈຶ່ງສາມາດ ຮັບເອົາຄົນງານລາວ ຊຸດໃໝ່ເຂົ້າມາໄດ້, ເຈົ້າໜ້າທີ່ ປກສ ປະຈຳສູນຫລັກ 27 ໄດ້ກ່າວວ່າ:
"ຊຸດແລ້ວນີ້ ສູນເຕັມເດີ້. ສູນເຮົາຮັບບໍ່ໄດ້ ເພາະວ່າ ຫ້ອງມັນຫຼາຍຫ້ອງ ມັນກໍເພນ່າ. ບາງຄົນ ບາງເທື່ອມາ ໄຟມັນບໍ່ໄດ້ໄດ໋ ມັນກໍຢູ່ບໍ່ໄດ້ ມັນຮ້ອນມັນ ມິຫຍັງເນາະ. ເຮົາປ່ອຍຊຸດເກົ່າ ໄປແລ້ວ ກໍຊຸດໃໝ່ມາ ມັນມາເປັນງວດເນາະ 6 ມື້ 5 ມື້. ເຮົາຈະມາເທື່ອນຶ່ງ ຄັນວ່າສູນເຮົາຮັບຮອງໄດ້."
ນຶ່ງໃນຄົນງານລາວ 50 ຄົນ ກ່າວວ່າ ຮູ້ສຶກດີໃຈ ທີ່ໄດ້ກັບມາ ຫຼັງຈາກຕິດຄ້າງ ຢູ່ດ່ານໜອງຄາຍ ເປັນເວລາ ເຄິ່ງເດືອນ.
"ກໍດີໃຈແຫຼະ ຫາຊິມາ .ໄປຕິດຢູ່ໜອງຄາຍ ເປັນເຄິ່ງເດືອນ ກໍຕ້ອງກັບບ້ານ. ຫຼັງຈາກຖືກກັກໂຕແລ້ວ ກໍຕ້ອງກັບບ້ານ ແລ້ວຢາກໄປໃສຕໍ່ ກໍໄດ້."
ເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງ ແຂວງໜອງຄາຍ ກ່າວໃນວັນທີ 6 ສິງຫາ ວ່າ ບໍ່ມີຄົນງານລາວ ຕິດຄ້າງຢູ່ດ່ານ ໜອງຄາຍແລ້ວ ແລະ ໄດ້ສົ່ງ ຜູ້ທີ່ຄ້າງຢູ່ນັ້ນ ກັບຄືນປະເທດແລ້ວ. ປັດຈຸບັນ ມີຄົນງານ 250 ຄົນ ທີ່ເດີນທາງ ມາຈາກຕ່າງປະເທດ ກັກໂຕຢູ່ໃນສູນຫຼັກ 27 ແລະ ເຈົ້າໜ້າທີ່ ມີອາຫານໃຫ້ກິນ 3 ຄາບ ຕໍ່ມື້, ແຕ່ງົບປະມານ ກໍຍັງບໍ່ພຽງພໍ. ເຈົ້າໜ້າທີ່ ຄຸ້ມຄອງ ກໍລະນີກັກກັນ ແລະ ອະນາມັຍກັນພຍາດ ປະຈຳສູນຫຼັກ 27 ໄດ້ກ່າວວ່າ:
"ດຽວນີ້ ຍັງເຫຼືອ 250 ຕົວເລຂ ທີ່ຄ້າງປັດຈຸບັນ, ຜູ້ໃດມາ ເຮົາຕ້ອງໄດ້ ເກັບໂຕຢ່າງກ່ອນ ເກັບໂຕຢ່າງທຸກຄົນ. ສ່ວນຫຼາຍ ກໍງົບປະມານແຫຼະ ເພິ່ນຊ່ວຍແຫຼະ ເພິ່ນຊ່ວຍ ຄັນວ່າ ຈະໃຫ້ພຽງພໍ ກໍບໍ່ພຽງພໍ, ແຕ່ວ່າ ຕ້ອງໄດ້ເຮັດ ຕາມໜ້າທີ່."
ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມອີກວ່າ ຢູ່ສູນກັກໂຕຫຼັກ 27 ໄດກັກໂຕ ຄົນງານລາວ ທີ່ມາຈາກຕ່າງປະເທດ ທັງໝົດ ປະມານ 3,000 ຄົນ ນັບແຕ່ມີ ການດຳເນີນການມາ ແລະ ປັດຈຸບັນ, ຍັງມີຄົນງານ 250 ຄົນ ທີ່ຖືກກັກໂຕ ຢູ່ໃນສູນ ເພື່ອເຝົ້າຕິດຕາມ ອາການໂຄວິດ19.