ຣັຖວິສາຫະກິຈໄຟຟ້າລາວ ແລະ ບໍຣິສັດ China Southern Power Grid ຂອງຈີນ ເຊັນສັນຍາຮ່ວມສັນຍາຮ່ວມຫຸ້ນ ສ້າງຕັ້ງບໍຣິສັດ ສາຍສົ່ງໄຟຟ້າແຫ່ງຊາຕລາວ ເພື່ອເຊື່ອມຈອດ ສາຍສົ່ງໄຟຟ້າໃນປະເທດ ເປັນຣະບົບດຽວກັນ ແລະ ເປັນບ່ອນຮອງຮັບ ໃນການຊື້ໄຟຟ້າເຂົ້າ ແລະ ຂາຍອອກ.
ດັ່ງເຈົ້າໜ້າທີ່ ຂອງຣັຖວິສາຫະກິຈໄຟຟ້າລາວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 07 ກັນຍາ ວ່າ "ການເຊັນສັນຍາເທື່ອນີ້ ແມ່ນການຕັ້ງບໍຣິສັດ ເພື່ອລົງມືກໍ່ສ້າງສາຍສົ່ງໄຟຟ້າ ໃຫ້ຄວບຄຸມ ທົ່ວປະເທດ ເປັນຣະບົບດຽວກັນ ເພື່ອຮອງຮັບ ໃນການຊື້ໄຟຟ້າເຂົ້າ ແລະ ຂາຍໄຟຟ້າອອກ, ຣັຖບານລາວ ຖືຫຸ້ນສ່ວນໜ້ອຍ ເວົ່າງ່າຍໆ ກາເສັຽປຽບຢູ່ແລ້ວ."
ທ່ານກ່າວຕື່ມວ່າ ບໍຣິສັດ ສາຍສົ່ງໄຟຟ້າແຫ່ງຊາຕລາວ ຈະຢູ່ພາຍໃຕ້ການຄຸ້ມຄອງ ຂອງຣັຖບານລາວ, ແຕ່ຍັງບໍ່ມີຣາຍລະອຽດ ເຣື່ອງສັດສ່ວນຜູ້ຖືຫຸ້ນ, ເບື້ອງຕົ້ນ ບໍຣິສັດຈີນ ອາຈຖືຫຸ້ນ ໃນສັດສ່ວນຫຼາຍກ່ວາ ແລະ ຣັຖບານລາວ ຈະເພີ່ມຫຸ້ນໃນອານາຄົດ. ໃນຣະຫວ່າງນັ້ນ, ບໍຣິສັດຈິີນ ທີ່ຖືຫຸ້ນຫຼາຍກ່ວາ ຈະມີສິດຄວບຄຸມ ການຜລິຕກະແສໄຟຟ້າ ຂອງເຂື່ອນທີ່ລາວຖືຫຸ້ນຢູ່, ເຊິ່ງແນວທາງດັ່ງກ່າວ ຈະເຮັດໃຫ້ຣັຖບານລາວ ເສັຽປຽບຫຼາຍ.
ປັດຈຸບັນ, ຈີນເຂົ້າມາ ມີບົດບາດສຳຄັນຫຼາຍ ໃນຣັຖວິສາຫະກິຈໄຟຟ້າລາວ ແລະ ເກືອບຜູກຂາດ ໃນທຸກດ້ານ ທັງການລົງທຶນເຂື່ອນໄຟຟ້າ, ຣະບົບສາຍສົ່ງໄຟຟ້າ, ຣະບົບການຄິດໄລ່ໄຟຟ້າ ແລະ ກົງເຕີ້ໄຟຟ້າ ແບບດີຈິຕ້ອລ. ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈໄດ້ກ່າວວ່າ "ຈີນເຂົ້າມາທາງຜູ້ອຳນວຍການກາເຊັນອະນຸມັດໃຫ້, ຢູ່ລາວນີ້ມີສິດຜູກຂາດເລີຍຢາກເຮັດ ຫຍັງກາເຮັດໄດ້ຣັຖບານກາບໍ່ວ່າຫຍັງເພາະວ່າຢູ່ລາວນີ້ໃຊ້ແຕ່ລຸ້ນດີຈີຕ້ອນ ບາດຜົລກະທົບ ມາອີຕົນປະຊາຊົນທັງຄຳນວນພາດແລ້ວກາທັງບາງໜ່ວຍບໍ່ໄດ້ມາຕຖານແລ້ວບາງອັນກໍ ເສື່ອມໄປໃນໂຕເຮັດໃຫ້ພລັງງານເຮົາຕົກຫຼາຍ."
ຕໍ່ກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ ກະຊວງພລັງງານ ແລະ ບໍ່ແຮ່ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ການສ້າງ ສາຍສົ່ງໄຟຟ້າໃນລາວ ເພື່ອຮອງຮັບກະແສໄຟຟ້າ ຈາກເຂື່ອນ, ໂດຍສະເພາະເຂື່ອນຂອງຈີນ ທີ່ລົງທຶນ ໃນແຂວງພາກເໜືອ ແມ່ນເພື່ອນໍາໃຊ້ ເຂົ້າໃນໂຄງການ ທາງຣົດໄຟລາວ-ຈີນ ແລະ ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ.
"ມັນກາເວົ້າຍາກ ເຣື່ອງທຶນນີ້ ມັນກາມີຄວາມຈຳເປັນ ບາງເທື່ອມັນກະຕິດພັນ ກັບບັນດາເຂື່ອນ ແມ່ນຫຍັງແດ່. ຫຼາຍເຂື່ອນຢູ່ ມັນເປັນເຂື່ອນນໍ້າຂອງແດ່ ເຂື່ອນນໍ້າອູແດ່. ສ່ວນຫຼາຍກະແຖວພາກເໜືອ, ມັນມີທາງຣົດໄຟ ທາງດ່ວນ ເຮົາກາບໍ່ມີທຶນພໍເດ້, ອາສັຍວ່າ ຂະເຈົ້າມາລົງທຶນ ແຕ່ 30-70 ຈັ່ງຊີ້ນ່າ."
ສ່ວນເຣື່ອງທີ່ຣັຖບານລາວ ກູ້ຢືມເງິນຈາກຈີນ ແລ້ວຜິດນັດຊຳຣະ ຈົນເຮັດໃຫ້ຈີນ ເຂົ້າຄຸ້ມຄອງ ການຜລິຕ ພລັງງານໄຟຟ້າລາວ ນັ້ນ, ທ່ານບໍ່ຂໍອອກຄວາມເຫັນ.
ຕໍ່ບັນຫານີ້, ປະຊາຊົນ ຊາວນະຄອນຫຼວງວຽງຈັນ ໄດ້ໃຫ້ຄວາມເຫັນວ່າ ບໍ່ເຫັນດີນໍາ ທີ່ຣັຖບານ ໃຫ້ບໍຣິສັດຈີນ ເຂົ້າມາຄວບຄຸມ ເພາະມັນເປັນຊັພສົມບັດ ຂອງຊາຕ.
"ກາບໍ່ຢາກເຫັນດີປານໃດເນາະ ເພາະວ່າ ໂຕນີ້ມັນກາເປັນຊັພສົມບັດ ຂອງປະເທດຊາດ. ຫຼາຍໆຢ່າງ ຫຼາຍໆໂຄງການ ທາງພາກຣັຖ ເພິ່ນຍັງມີການຂາຍ ໃຫ້ນັກລົງທຶນ ຕ່າງປະເທດຫັ້ນນ່າ, ໃນກໍຣະນີສາຍສົ່ງ ບໍ່ມີເນາະ ເຈົ້າສ້າງເຂື່ອນຂຶ້ນມາແລ້ວເນາະ ເຈົ້າອ້າງວ່າ ບໍ່ມີການຕອບສນອງ ການຊື້ອຸປະກອນຕ່າງໆ ທີ່ວ່າກະແສໄຟຟ້າຂອງເຈົ້າ ເຂົາເອີ້ນວ່າ ມັນເຫດຜົລບໍ່ພຽງພໍເນາະ ເຈົ້າສ້າງເຂື່ອງົບປະມານ ມະຫາສານ ເຈົ້າສາມາດລົງທຶນໄດ້."
ສ່ວນປະຊາຊົນ ອີກທ່ານນຶ່ງ ໄດ້ສະແດງຄວາມເຫັນວ່າ ໄລຍະຜ່ານມາ ໄຟຟ້າລາວ ບໍຣິຫານຂາດທຶນ ມາຕລອດ ເຮັດໃຫ້ມີໜີ້ສິນ ເພີ່ມຂຶ້ນແຕ່ລະປີ.
"ຕົກມາສມັຍນີ້, ຈັກມັນເປັນແນວໃດ ເຣື່ອງການຄຸ້ມຄອງການເງິນນີ້, ຣາຍຮັບບໍ່ໄດ້ຕາມຄາດເບາະ ແນວນັ້ນແນວນີ້ ບັນຫາໂຕນີ້ ມັນເປັນເຫດໃຫ້ ການບໍຣິການນີ້ ມັນໄປບໍ່ລອດ. ສະນັ້ນ, ຈຳເປັນຈຶ່ງວ່າ ໂອນໃຫ້ຈີນເປັນຜູ້ຮັບຜິດຊອບ ມັນຍ້ອນແນວນັ້ນຫັ້ນແຫຼະ ຖ້າວ່າບໍ່ໃຫ້ຈີນເຮັດນີ້ ມັນແຮງຊິຕົກໄປອີກ."
ຕໍ່ກັບບັນຫາ ໜີ້ສາທາຣະນະ ຂອງລາວໃນປັດຈຸບັນ, ເຈົ້າໜ້າທີ່ ກະຊວງການເງິນ ໄດ້ກ່າວຕໍ່ ເອເຊັຽເສຣີວ່າ ໜີ້ສິນຖືວ່າສູງຫຼາຍ, ເຊິ່ງມັນຈະຍັງສືບຕໍ່ ເພີ່ມຂຶ້ນ, ເຊິ່ງຍາກທີ່ຈະຫາເງິນ ມາຊຳຣະໄດ້ ເພາະຣັຖບານລາວ ໄດ້ກູ້ຢືມເງິນ ມາລົງທຶນໃນໂຄງການຫຼາຍ.
"ໜີ້ສີນຫັ້ນ ມັນເປັນໜີ້ ທີ່ມັນເກີດຂື້ນມາດົນແລ້ວ. ປັດຈຸບັນນີ້, ກາມັນຊິສືບຕໍ່ຫັ້ນນ່າ ເພາະວ່າ ໂຄງການເຮົາມັນຫຼາຍ, ໄທເຮົາກາມີມາຕການ ເຊັ່ນວ່າ ເຮົາໄດ້ມີການ ແກ້ໄຂອວ່າຍໜີ້ສາມແຈ ປະມານນັ້ນ, ແຕ່ວ່າໜີ້ໃນຍາມນີ້ ມັນກະມີໜີ້ ຫຼາຍຢ່າງຢູ່. ຊຳຣະໜີ້ໂຄງການທີ່ສຳເຣັດ 100% ໜີ້ໂຄງການທີ່ສິ້ນສຸດສັນຍາ ໜີ້ໂຄງການ ທີ່ສືບຕໍ່."
ເມື່ອວັນທີ 15 ພຶສພາ 2020 ຜ່ານມາ ບໍຣິສັດ Fitch ຈັດອັນດັບ ຄວາມໜ້າເຊື່ອຖື ດ້ານການເງິນ ຣະບຸວ່າ ລາວມີໜີ້ສິນ ປະມານ 12,600 ລ້ານໂດລາສະຫະຣັຖ ຫຼືຄິດໄລ່ເປັນ 65% ຂອງ ຈີດີພີ ແລະ ເປັນໜີ້ ຈາກຣັຖວິສາຫະກິຈໄຟຟ້າລາວ ເຖິງ 8,000 ລ້ານໂດລາສະຫະຣັຖ, ໂດຍເຈົ້າໜີ້ຣາຍໃຫຍ່ ແມ່ນຈີນ, ຮອງລົງມາແມ່ນໄທຍ.
ສ່ວນ Moody ອົງກອນທີ່ຈັດລຳດັບ ຄວາມໜ້າເຊື່ອຖື ທາງດ້ານການເງິນ ໄດ້ປັບຫຼຸດ ຄວາມໜ້າເຊື່ອຖື ຂອງລາວລົງ ຈາກ B3 ລົງມາເຫຼືອ Caa2 ເມື່ອກາງເດືອນສິງຫາ ຜ່ານມາ ເນື່ອງຈາກວ່າ ລາວກຳລັງປະເຊີນ ຄວາມສ່ຽງຈາກໜີ້ສິນສູງ ຂະນະທີ່ການກູ້ຢືມເງິນ ກໍພົບກັບຄວາມຫຍຸ້ງຍາກ ຈາກສະພາບຕລາດ ໃນປັດຈບຸັນ ແລະ ອາຈຕ້ອງມີການເຈຣະຈາ ກັບເຈົ້າໜີ້.
ທາງດ້ານທນາຄານໂລກ ຣາຍງານ ເມື່ອເດືອນມິຖຸນາ 2020 ຜ່ານມາວ່າ ສະຖານະການ ທາງດ້ານການເງິນ ຂອງຣັຖບານລາວ ຈະອ່ອນແອລົງຕື່ມອີກ ຈາກການຖົດຖອຍ ຂອງສະພາບເສຖກິຈ ແລະ ສະພາບການຣະບາດ ຂອງພຍາດໂຄວິດ-19 ໃນທົ່ວໂລກ ຈະເຮັດໃຫ້ລາວ ມີຣາຍຮັບຂາດດຸນ ເພີ່ມຂື້ນຣະດັບ 7.5 ເຖິງ 8.8% ຂອງ ຈີດີພີ ໃນປີ 2020 ຈາກຣະດັບ 5.2% ໃນປີ 2019. ໃນຂະນະທີ່ ໜີ້ສາທາຣະນະ ອາຈເພີ່ມຂຶ້ນ 65 ຫາ 68% ຂອງ ຈີດີພີ ຈາກ 59% ໃນປັດຈຸບັນ. ສ່ວນການຊຳຣະໜີ້ສິນນັ້ນ, ຣັຖບານລາວ ຕອ້ງໄດ້ແບກຫາບ ທັງດອກເບັ້ຽ ແລະ ຕົ້ນທຶນ ຄາດວ່າ ຈະເພີ່ມຂຶ້ນ 1.1 ຕື້ໂດລາສະຫະຣັຖຕໍ່ປີ.