ສະພາການຄ້າສເນີຟື້ນຟູ ເສຖກິດ
2020.05.20

ສະພາການຄ້າ ແລະອຸດສາຫະກັມ ແຫ່ງຊາດລາວ ສເນີນະໂຍບາຍ ແລະມາຕການ 8 ຂໍ້ ຕໍ່ຣັຖບານລາວ ເພື່ອຟື້ນຟູເສຖກິດ ພາຍຫຼັງໝົດ ໄວຣັສໂຄວິດ-19 ເນຶ່ອງຈາກວ່າ ຫລັງຈາກສໍາຣວດແລ້ວພົບວ່າ ຜູ້ປະກອບການຂນາດຕ່າງໆ ໄດ້ຮັບຜົລກະທົບທັງໝົດ ເປັນຕົ້ນໃນຂແນງ ບໍຣິການ ທີ່ ໄດ້ຮັບຜົລກະທົບໜັກກວ່າໝູ່.
ໃນຂນະດຽວກັນ, ເມື່ອບໍ່ດົນມານີ້ ທ່ານ ດາວວອນ ພະຈັນທະວົງສ໌, ຮອງປະທານສະພາການ ແລະ ອຸດສາຫະກັມແຫ່ງຊາດລາວ ກ່າວຕໍ່ ສື່ມວນຊົນລາວ ເມື່ອບໍ່ດົນມານີ້ວ່າ ທຸຣະກິຈໃນຂແນງ ບໍຣິການໃນລາວ ບໍ່ມີຣາຍຮັບ ແລະ ຫຼາຍຄົນກໍຢຸດຈ້າງ ພະນັກງານ ກັມມະກອນ ເຮັດໃຫ້ມີຜູ້ໄດ້ຮັບຜົລກະທົບ ເປັນຕ່ອງໂສ້ ຈຳນວນຫຼາຍ.
“ທຸຣະກິຈນີ້ ໝາຍຄວາມວ່າມັນບໍ່ມີຣາຍຮັບ ທຸຣະກິຈບໍ່ມີຣາຍຮັບ ຈັກຊິວ່າແນວໃດ ມັນກະຕາຍຫັ້ນແຫຼະເນາະ. ຍົກໂຕຢ່າງລຽງລຳດັບມາ ເອີ້ນວ່າສາຍການບິນກະດີ ບໍຣິສັດທ່ອງທ່ຽວກະດີ ເອົາເອີ້ນພວກ ບໍຣິການ ເປັນຕົ້ນໂຮງແຮມ ຮ້ານອາຫານນີ້ ມັນກວມເປັນເຄິ່ງເດ້. ພວກທຸຣະກິຈນີ້ ເວລາເຂົາເຈົ້າບໍ່ມີຣາຍຮັບແລ້ວ ເວລາບໍ່ມີລູກຄ້າ ເຂົາເຈົ້າຕ້ອງເອົາກັມມະກອນ ເອົາພະນັກງານອອກ.”
ກ່ຽວກັບເຣຶ່ອງດັ່ງກ່າວ ເຈົ້າຂອງທຸຣະກິດຮ້ານອາຫານ ແລະໂຮງແຮມຜູ້ນຶ່ງ ໃນນະຄອນຫລວງພຣະບາງ ກ່າວຕໍ່ວິທຍຸເອເຊັຍເສຣີໃນວັນທີ 19 ພຶສພາ ນີ້ວ່າມັນເປັນເຣື່ອງໄກໂຕ ທີ່ຈະກ່າວເຖິງແຜນຟື້ນຟູ ເສຖກິຈ, ແຕ່ຕົນກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ຊ່ອຍເຫຼືອ ຜູ້ປະກອບການ ນອກເໜືອຈາກການຫລຸດຜ່ອນ ການຈ່າຍພາສີ-ອາກອນ ລົງແລ້ວກໍຕ້ອງການໃຫ້ຣັຖບານລາວ ແກ້ໄຂເຣຶ່ອງຣາຄາສິນຄ້າ ຕາມທ້ອງຕລາດ ເພາະສິນຄ້າປະເພດອາຫານສົດ ເລີ້ມແພງຂຶ້ນ ແລະ ຢາກໃຫ້ຣັຖບານລາວ ມີນະໂຍບາຍແຈກເງິນຊົດເຊີຍ ໃຫ້ທຸຣະກິດຂນາດນ້ອຍ ແລະ ຄົນງານທີ່ວ່າງງານ ຈາກຜົນກະທົບຂອງໄວຣັສ ໂຄວິດ-19, ດັ່ງທີ່ນາງກ່າວວ່າ:
“ໄດ້! ໄດ້ເສັຽຄ່ານໍ້າ ຄ່າໄຟຄືເກົ່າ ແຕ່ວ່າແຂກໜ້ອຍນຶ່ງ ກະຊ່ວຍເບິ່ງສິນຄ້າໃນຕລາດແຫລະ ມັນແພງຂຶ້ນໆ ມັນບໍ່ຄືຢູ່ໄທ. ຢູ່ໄທຂະເຈົ້າຍັງມີ ແບບນະໂຍບາຍ ຕ້ອງໄດ້ເອົາເງິນແຈກ ເຈົ້າ! ພະນັກງານຫລາຍ ແລ້ວ ສ່ວນຫລາຍແບບຂະເຈົ້າ ກັບບ້ານແລ້ວກະໄປເຮັດໄຮ່ ເຮັດສວນ.”
ນາງກ່າວຕື່ມວ່າ ຫລາຍມາຕການຊ່ອຍເຫລືອ ທີ່ຖືກສເນີໃຫ້ຣັຖບານ ແກ້ໄຂນັ້ນ ສ່ວນໃຫຍ່ແມ່ນເລັ່ງໃສ່ ທຸຣະກິດຂນາດໃຫຍ່ ທີ່ຈະໄດ້ຮັບ ຜົລປະໂຫຍດ, ແຕ່ບໍ່ໄດ້ເວົ້າມາຕການ ເພື່ອຜົລປະໂຫຍດ ຂອງ ທຸຣະກິດ ຂນາດນ້ອຍ, ຂອງປະຊາຊົນ ພໍເທົ່າໃດ.
ແມ່ຄ້າຂາຍເຄື່ອງຍ່ອຍ ໃນນະຄອນຫລວງວຽງຈັນ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຫາກສເນີໄດ້ ຢາກໃຫ້ຣັຖບານລາວ ຫລຸດຜ່ອນຄ່ານໍ້າ, ຄ່າໄຟຟ້າ ໃຫ້ຖືກລົງກວ່າເກົ່າ, ແລ້ວປະຊາຊົນ ຈະດີໃຈ ຍ້ອນວ່າການຄ້າຂາຍ ກໍບໍ່ໄດ້ຄືແຕ່ກ່ອນ:
“ຄ່ານໍ້າຄ່າໄຟຈັ່ງຊັ້ນແລ້ວ ບໍ່ຈັກສິເວົ້າ ຫາເງິນກະບໍ່ໄດ້ຄູ່ມື້ນີ້ ບໍ່ໄດ້ຄົນຊື້ ເສຖກິດຕໍ່າຂນາດ ເຄີຍໄດ້ມື້ລະ 3-4 ລ້ານດຽວນີ້ກະບໍ່ຢາກໄດ້.”
ແລະ ເຈົ້າຂອງບ້ານພັກຜູ້ນຶ່ງ ຢູ່ແຂວງສວັນນະເຂດ ກໍກ່າວໃນມື້ດຽວກັນນີ້ວ່າ ຍັງບໍ່ເປີດບ້ານພັກ ຍ້ອນຍັງກັງວົນວ່າ ຢ້ານບໍ່ມີນັກທ່ອງທ່ຽວ ເຂົ້າມາພັກ ໃນຂນະທີ່ຈະໄດ້ເສັຍຄ່ານໍ້າ, ຄ່າໄຟຟ້າ ແລະຄ່າອື່ນໆ ເພິ່ມຂຶ້ນ, ຕ້ອງລໍເບິ່ງສະພາບການໄປອີກກ່ອນ:
“ເພາະວ່າບໍ່ມີຮອດລູກຄ້າ ເຈົ້າ; ສ່ວນຫຼາຍລູກຄ້າເຮົາ ມີແຕ່ຄົນຕ່າງປະເທດ ເພາະວ່າດ່ານເຂົາຍັງປິດ ຫັ້ນແຫຼະ ຄັນໄດ້ເປີດກະຕ້ອງເສັຽ ຫຼາຍຢ່າງ.”
ເຈົ້າໜ້າທີ່ສະພາການຄ້າ ແລະ ອຸດສາຫະກັມ ເວົ້າໃນມື້ດຽວກັນນີ້ວ່າ ນະໂຍບາຍ ແລະ ມາຕການ 8 ຂໍ້ ທີ່ໄດ້ສເນີຕໍ່ຣັຖບານ ເພື່ອຟື້ນຟູ ເສຖກິດນັ້ນເປັນພຽງຂໍ້ສເນີ ແຕ່ຣັຖບານຈະເຫັນດີນໍາຫຼືບໍ່ ຫຼືເພິ່ນຈະມີ ວິທີການແກ້ໄຂແນວໃດໃນຕໍ່ໜ້າ:
“ໂຕນັ້ນ ຍັງເປັນຂໍ້ສເນີ; ທາງເຮົາໄດ້ສເນີເຖິງຫາຣັຖບານເນາະ ແຕ່ວ່າເພິ່ນຍັງບໍ່ທັນມີແຈ້ງ ວ່າເພິ່ນຈະແກ້ຂໍ້ໃດ ກະທົ່ວປະເທດ ເພາະວ່າ ອັນນີ້ແມ່ນບັນຫາຄືກັນຫັ້ນນະ ເຈົ້າ. ແຕ່ວ່າທາງເຮົາ ຈະເປັນໃຈກາງ ສເນີໃຫ້ຫັ້ນນະ ເຈົ້າ; ຄັນຣັຖບານເພິ່ນອະນຸມັດ ກະຄືສິແມ່ນທຸກຄົນ.”
ນາງເວົ້າວ່າ ສະພາການຄ້າ ແລະ ອຸດສາຫະກັມ ເປັນພຽງຜູ້ຕາງໜ້າໃຫ້ຫົວໜ່ວຍ ທຸຣະກິດໃນລາວ ທີ່ຈະຕ້ອງສເນີຊ່ອຍຜູ້ປະກອບການ ທີ່ໄດ້ຮັບຜົລກະທົບຈາກໂຄວິດ-19.
ນັກເສຖສາຕລາວທ່ານນຶ່ງ ກໍໄດ້ໃຫ້ທັສນະຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ພາຍຫຼັງແລ້ວບັນຫາເຊື້ອໄວຣັສ ໂຄວິດ-19 ກໍຖື ເປັນໂອກາດທີ່ດີ ທີ່ພາກສ່ວນກ່ຽວຂ້ອງ ຕ້ອງໄດ້ມີການພັທນາ ແລະ ປັບປຸງຫຼາຍຢ່າງໃຫ້ດີຂຶ້ນ ເປັນຕົ້ນແມ່ນການປັບປຸງ ຂແນງການ ບໍຣິການ, ອຸດສາຫະກັມ ແລະ ຫັນການກະເສຕ ໃຫ້ເປັນສິ່ງທີ່ທັນສມັຍ. ດັ່ງທ່ານກ່າວວ່າ:
“ຕ້ອງເອົາໃຈໃສ່ກັບການສົ່ງເສີມ ການພັທນາທາງດ້ານການບໍຣິການ ແລະ ອຸດສາຫະກັມ ລວມທັງກະສິກັມ; ກະສິກັມນີ້ ຕ້ອງຖືກເຮັດໃຫ້ ທັນສມັຍຂຶ້ນ. ຕ້ອງປັບປຸງເຣື່ອງການບໍຣິການ ຄືສະຖາບັນການສຶກສາ ບໍ່; ກະຊວງກະສິກັມນີ້ ຕ້ອງເຮັດວຽກຫຼາຍຂຶ້ນ ເພື່ອເຜີຍແຜ່ແນວພັນ, ເຜີຍແຜ່ວິທີການ, ເຜີຍແຜ່ເຕັກໂນໂລຢີ້ທີ່ດີ ທີ່ວ່າມັນຈະເຮັດຊາວບ້ານເຂົາເຈົ້າ ມີຣາຍໄດ້ຫຼາຍຂຶ້ນ.”
ນະໂຍບາຍ ແລະມາຕການ 8 ຂໍ້ ທີ່ຖືກສເນີຕໍ່ຣັຖບານ ເພື່ອພິຈາຣະນານັ້ນ ມີຮວມທັງສເນີໃຫ້ຣັຖບານ ພິຈາຣະນາຂາຍຊັບສິນ ທີ່ບໍ່ໄດ້ໃຊ້ ຫລື ມີສະພາບບໍ່ຄ່ອຍດີປານໃດ ເພື່ອນໍາຣາຍໄດ້ທັງໝົດ ມາແກ້ໄຂ ສະພາບເສຖກິດ ແລະ ຣັຖບານຄວນຈັດສັນທຶນ ຢ່າງໜ້ອຍ 380 ລ້ານໂດລາ ສະຫະຣັຖ ຫລື 2% ຂອງລວມຍອດມູນຄ່າ ຜລິຕພັນ ພາຍໃນ ຫລື GDP ປີ 2019 ເພື່ອຊ່ອຍເຫລືອຫົວໜ່ວຍທຸຣະກິດ ແລະ ປະຊາຊົນ ທີ່ໄດ້ຮັບຜົລກະທົບຈາກ ໂຄວິດ-19.