ນັກລົງທຶນລາວເສັຽປຽບ ພາສີ ນຳເຂົ້າ: ສສຊ

ໄຊຍາ
2019.06.26
f-khamtay-Keo ສະມາຊິກ ສະພາແຫ່ງຊາດ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ທ່ານ ຄຳໄຕ ແກ້ວດວງດີ (ກາງ) ອອກເຜີຍແຜ່ ພົບປະກັບປະຊາຊົນ ທີ່ ບ້ານໂຄກກ່ອງ ເມືອງ ສຸຂຸມາ ແຂວງຈຳປາສັກ.
ຮູບພາບຈາກ : ນັກຂ່າວພົລເມືອງ

ກອງປະຊຸມສມັຍສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ເມື່ອວັນທີ 17 ມິຖຸນາ ຜ່ານມາ ທ່ານ ຄຳໄຕ ແກ້ວດວງດີ ສະມາຊິກ ສະພາແຫ່ງຊາດ ເຂດເລືອກຕັ້ງ 15 ແຂວງຈຳປາສັກ ໄດ້ຮຽກຮ້ອງໃຫ້ຣັຖບານພິຈາຣະນາ ຍົກເວັ້ນພາສີນຳເຂົ້າ ໃຫ້ແກ່ ບໍຣິສັດຂອງ ນັກລົງທຶນລາວ ທີ່ໄດ້ສັມປະທານໂຄງການຕ່າງໆ ເພື່ອບໍ່ໃຫ້ເປັນການເລືອກປະຕິບັດ ແລະເອົາປຽບກັນ.

ຍ້ອນວ່າ ໃນໄລຍະຜ່ານມາ ຫຼາຍໂຄງການ ຢູ່ແຂວງຈຳປາສັກ ມີແຕ່ບໍຣິສັດ ລົງທຶນຈາກຕ່າງປະເທດ ໄດ້ຮັບການຍົກເວັ້ນພາສີ ຂນະທີ່ ບໍຣິສັດ ຂອງນັກລົງທຶນລາວ ນັ້ນພັດຖືກເກັບພາສີ, ດ່ັງທ່ານໄດ້ກ່າວ ໃນກອງປະຊຸມສະພາ ຕອນນຶ່ງວ່າ:

"ບາງໂຄງການ ໄດ້ຮັບນະໂຍບາຍ ຍົກເວັ້ນພາສີອາກອນນຳເຂົ້າ ທຶນທີ່ເປັນແມ່ນບໍ່ມີໂອກາດ ໄດ້ຮັບນະໂຍບາຍຍົກເວັ້ນ ຂ້າພະເຈົ້າ ຢາກສເນີ ໃຫ້ປະຕິບັດກົດໝາຍ ໃຫ້ຢູ່ໃນມາຕຖານດຽວກັນ ບໍ່ໃຫ້ມີໄດ້ປຽບເສັຽປຽບ ຕໍ່ຜູ້ເຮັດທຸຣະກິຈດ້ວຍກັນເນາະ ບໍ່ໃຫ້ມີຊ່ອງວ່າງ ສອງມາຕຖານໂດຍສະເພາະ ໂຄງການທາງດ່ວນ ວຽງຈັນ-ປາກເຊ ຈຳປາສັກ ເຮົາຊິບໍ່ຍົກເວັ້ນໃຫ້ບໍ່.”

ທ່ານໄດ້ກ່າວຕື່ມວ່າ ໃນກົດໝາຍຄຸ້ມຄອງພາສີອາກອນ ມາດຕຣາ 6,7,8 ໄດ້ກຳນົດໄວ້ຊັດເຈນແລ້ວວ່າ ບໍ່ໃຫ້ເກີດການໄດ້ປຽບ ເສັຽປຽບກັນ ຣະຫວ່າງນັກລົງທຶນລາວ ກັບນັກລົງທຶນຕ່າງປະເທສ ແຕ່ການປະຕິບັດຜ່ານມາ ຢູ່ແຂວງຈຳປາສັກ ກັບສວນທາງ ກັນ, ໂຕຢ່າງໂຄງການ ປ້ອງກັນ ຕາຝັ່ງເຈື່ອນແຄມຂອງ ເຊິ່ງເປັນທຶນກູ້ຢືມ ຈາກເກົາຫຼີໃຕ້ ໄດ້ຮັບການຍົກເວັ້ນພາສີນຳເຂົ້າ ຂນະທີ່ ໂຄງການທາງດ່ວນ ວຽງຈັນ- ປາກເຊ ເຊິ່ງມີບໍຣິສັດ ຂອງຄົນລາວ ໄດ້ສັມປະທານ ກັບຍັງບໍ່ໄດ້ຮັບ ການອະນຸມັດ ໃຫ້ຍົກເວັ້ນ ພາສີ ຈົນເຖິງດຽວນີ້, ຈຶ່ງຢາກຮຽກຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງ ພິຈາຣະນາຄືນໃໝ່.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຂອງບໍຣິສັດ ພູສີ ກໍ່ສ້າງ ແລະ ພັທນາມະຫາຊົນ ທີ່ໄດ້ສັມປະທານໂຄງການ ໄດ້ກ່າວຕໍ່ຜູ້ສື່ຂ່າວ RFA ເມື່ອ 25 ມິຖຸນາວ່າ. ຕາມກົດໝາຍແລ້ວບໍຣິສັດ ຂອງເຂົາເຈົ້າທີ່ເປັນນຶ່ງ ໃນ 4 ບໍຣິສັດ ໄດ້ສັມປະທານກໍ່ສ້າງ ໃນໂຄງການນີ້ ແມ່ນຕ້ອງໄດ້ ຮັບການຍົກເວັ້ນພາສີນຳເຂົ້າ ແຕ່ວ່າ ມາຮອດດຽວນີ້ ກໍຍັງບໍ່ທັນໄດ້ອະນຸມັດ ຈາກພາກສ່ວນກ່ຽວຂ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.