ຄົນຂັບຣົດໂດຍສານ ຂາດລູກຄ້າ ຂາດຣາຍໄດ້
2020.06.25
ຄົນຂັບຣົດເມ ແລະ ຣົດຕູ້ໂດຍສານ ທີ່ ໃຫ້ບໍຣິການ ເສັ້ນທາງສາຍເໜືອ ແລະ ເສັ້ນທາງສາຍໃຕ້ ມີຣາຍໄດ້ບໍ່ພຽງພໍ ຕໍ່ການລ້ຽງຄອບຄົວ ແລະຄ່າໃຊ້ຈ່າຍຕ່າງໆ ໃນຊີວິດປະຈຳວັນນັບແຕ່ມີ ການຣະບາດຂອງພຍາດໂຄວິດ19. ຄົນຂັບຣົດເມໂດຍສານສາຍເໜືອ ທ່ານນຶ່ງໄດ້ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 25 ມິຖຸນາ ວ່າ:
"ເພາະວ່າ ຣົດມັນກະບໍ່ມີແຕ່ຣົດເຮົາເດ້ ໄດ້ປ່ຽນ ໄດ້ສັບກັນໄປຊິນ່າ ເດືອນນຶ່ງ ຜູ້ນຶ່ງກໍປະມານ 10 ຖ້ຽວນີ້ນ່າ ກະຢາກວ່າ ໄດ້ໜ້ອຍກວ່າ ທີ່ຜ່ານມາ ບາງເທື່ອກໍບໍ່ກຸ້ມຄ່ານ້ຳມັນຊ້ຳ ຄັນວ່າບໍ່ມີລູກຄ້າໄປ ເນາະ ກໍບໍ່ມີຣາຍໄດ້ ເຂົ້າຄອບຄົວ ສົມມຸດເຮົາບໍ່ໄດ້ແລ່ນ ຊິເຮົາກະບໍ່ໄດ້ເງິນ ສ່ວນຫລາຍເປັນຣົດ ເອກກະຊົນເຂົາຊິໄລ່ ໃຫ້ກັນເປັນຖ້ຽວ."
ໄລຍະນີ້ ຄົນຂັບລົດໂດຍສານ ໄດ້ຂັບແຕ່ 10 ຖ້ຽວຕໍ່ເດືອນ ຈາກທີ່ເຄີຍຂັບ 20 ຖ້ຽວ ຕໍ່ເດືອນ ກ່ອນທີ່ຈະມີໂຄວິດ19 ຣະບາດ ຊຶ່ງກໍໝາຍ ຄວາມວ່າຣາຍໄດ້ຕ້ອງຫລຸດລົງເຄິ່ງນຶ່ງ ໂດຍສະເລັ່ຽ.
ຄົນຂັບຣົດທ່ານນີ້ ໄດ້ກ່າວວ່າ ສ່ວນໃຫຍ່ເປັນບໍຣິສັດ ເອກກະຊົນ ແລະ ກໍໃຫ້ເງິນເດືອນ ເປັນຮອບຖ້ຽວອອກຣົດແທນ ຖ້ຽວນຶ່ງຈະໄດ້ 2-3 ແສນກີບ ຫຼືແລ້ວແຕ່ບໍຣິສັດວ່າຈະໃຫ້ເທົ່າໃດ ຢູ່ທີ່ຂໍ້ຕົກລົງ ໂດຍຈະຄິດໄລ່ລວມເງິນ ໃຫ້ເດືອນນຶ່ງເທື່ອນຶ່ງ ຊຶ່ງໄລຍະປິດເມືອງຍ້ອນມາຕການ ປ້ອງກັນ ເຊື້ອໄວຣັສໂຄວິດ19 ບໍ່ມີຣາຍໄດ້ເຂົ້າມາ ໃນຄອບຄົວເລີຍ. ຄົນຂັບຣົດໂດຍສານ ອີກທ່ານນຶ່ງໄດ້ເວົ້າວ່າ ເຖິງວ່າຈະແລ່ນປົກກະຕິ ແຕ່ບໍ່ມີລູກຄ້າ:
"ແລ່ນປົກກະຕິ ຈຳນວນຖ້ຽວປົກກະຕິ ຊ້ວງນີ້ມັນຈະໜ້ອຍກວ່າເກົ່າ ໄລ່ເປັນຖ້ຽວຄັນ ບໍ່ໄດ້ຂັບ ກໍສະແດງວ່າ ບໍ່ໄດ້ເງິນຫັ້ນນ່າ ຜູ້ມີເງິນ ດຽວເຂົາເຈົ້າກະໄດ້ ຕາມເງິນເດືອນຫັ້ນແຫຼະ."
ຄົນຂັບຣົດບາງຄົນ ຕ້ອງມີອາຊີບເສີມ ດ້ວຍການລ້ຽງເປັດ ລ້ຽງໄກ່ ເຮັດໄຮ່ ເຮັດນາ ຍ້ອນວ່າ ຣາຍຮັບຈາກການຂັບຣົດບໍ່ພຽງພໍ, ຄົນຂັບຣົດ ອີກຄົນນຶ່ງໄດ້ກ່າວວ່າ:
"ໂຕນີ້ ມັນກະຄົນບໍ່ປານໃດ ບາງຄັ້ງຖືວ່າ ມັນບໍ່ມີຄົນ ເພິ່ນກະບໍ່ໄດ້ອອກມັນກະມີຖ້ຽວໃໝ່ ເຂົ້າມາ, ສົມມຸດວ່າມັນອອກ 9 ໂມງ ມັນບໍ່ມີຄົນ ມັນກໍບໍ່ໄດ້ອອກແລ້ວ ກໍໃຫ້ຄັນຕໍ່ໄປເຂົ້າມາ ມັນເປັນໂມງ ໂຕໄປ ໄລ່ເປັນຖ້ຽວເດືອນນຶ່ງແລ່ນ 5 ຖ້ຽວ ເພິ່ນກໍໄລ່ໃຫ້ 5 ຖ້ຽວຫັ້ນ, ຜູ້ບາງຄົນ ກໍໄປເຮັດໄຮ່ ເຮັດນາ ລ້ຽງເປັດ ລ້ຽງໄກ່ຕື່ມ."
ເຈົ້າໜ້າທີ່ບໍຣິສັດ ຈິດປະສົງ ຍອດນິຍົມ ຂົນສົ່ງໂດຍສານ ກ່າວວ່າ ນັບແຕ່ໂຄວິດ19 ລະບາດ ເປັນຕົ້ນມາ ບໍ່ມີຜູ້ໂດຍສານຫລາຍ:
"ເຮົາກະແລ່ນປົກກະຕິ ແຕ່ວ່າ ຄົນໜ້ອຍຣົດກໍອອກໜ້ອຍຫັ້ນນ່າ ກະຕັ້ງແຕ່ໂຄວິດ19 ມາ ມັນກໍບໍ່ຄ່ອຍມີຄົນເຂົາເຈົ້າ ກະເຂົ້າໃຈມັນກະເປັນ ຈັ່ງຊີ້ເດ້ ໃຜກະເຈີຫຼາຍຄົນ ໄລ່ເປັນຖ້ຽວ ເດືອນນຶ່ງເພິ່ນ ກະມາໄລ່ເທື່ອນຶ່ງ."
ເຖິງຢ່າງໃດກໍຕາມ ສ່ວນນຶ່ງຍັງບໍ່ມີຜູ້ມາໃຊ້ບໍຣິການ ກໍຍ້ອນເກີດຜົນກະທົບ ຈາກໂຄວິດ19 ແລະ ທາງການຍັງບໍ່ອະນຸຍາດໃຫ້ ນັກທ່ອງທ່ຽວ ແລະ ຄົນຕ່າງຊາດເດີນທາງ ເຂົ້າມາທ່ອງທ່ຽວ ປະເທດ ລາວ ເພື່ອປ້ອງກັນໂຄວິດ19.
ນອກຈາກນີ້ ສະຖານທີ່ນັກທ່ອງທ່ຽວ ຫລາຍແຫ່ງຢູ່ປະເທດລາວ ຍັງມິດງຽບ ແລະ ຊົບເຊົາ ຍ້ອນບໍ່ມີນັກທ່ອງທ່ຽວ ຈຶ່ງເຮັດໃຫ້ບໍ່ມີຄົນບໍ່ເຂົ້າ ມາໃຊ້ບໍຣິການ.