ທ່ອງທ່ຽວເປີດບໍຣິການ ຫຼາຍແຫ່ງ ງຽບເຫງົາ

ຫຼາຍແຂວງ ເລີ່ມເປີດສະຖານທີ່ທ່ອງທ່ຽວ ເພື່ອບໍຣິການນັກທ່ອງທ່ຽວແລ້ວ ແຕ່ນັກທ່ອງທ່ຽວຍັງບໍ່ຫຼາຍ.

ເຂດບ້ານຄອນພະເພັງ ເມືອງໂຂງ ແຂວງຈໍາປາສັກ ຮູບຈາກ : ນັກຂ່າວພົລເມືອງ

ພາຍຫຼັງທີ່ສະຖານທີ່ທ່ອງທ່ຽວ ຫຼາຍແຫ່ງຢູ່ລາວ ໄດ້ປິດຊົ່ວຄາວ ໃນໄລຍະທີ່ມີການຣະບາດ ຂອງເຊື້ອພຍາດໂຄວິດ-19 ຮອດປັດຈຸບັນ ຫຼາຍແຂວງເລີ່ມເປີດສະຖານທີ່ທ່ອງທ່ຽວແລ້ວ ເພື່ອບໍຣິການທ່ອງທ່ຽວ ໃຫ້ກັບມາທ່ອງທ່ຽວ ໄດ້ຢ່າງປົກກະຕິເປັນຕົ້ນ ຖໍ້າ, ນໍ້າຕົກຕາດ, ວັດຕ່າງໆ ໃນແຕ່ລະແຂວງ, ວັດພູຈໍາປາສັກ, ພິພິດຕະພັນ ວັດສີສະເກດ ແລະ ສະຖານທີ່ອື່ນໆ.

ຢູ່ແຂວງຫຼວງພຣະບາງ ພິພິດຕະພັນ ພະຣາຊວັງຫຼວງພຣະບາງ ກໍຍັງທັນບໍ່ເປີດ ໃຫ້ບໍຣິການເທື່ອ ສ່ວນສະຖານທ່ອງທ່ຽວອື່ນໆ ກໍເປີດ ບໍຣິການແລ້ວ ແຕ່ນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວ ບໍ່ຄ່ອຍຫຼາຍປານໃດ ສ່ວນຫຼາຍຈະແມ່ນນັກທ່ອງທ່ຽວ ພາຍໃນປະເທດ ສ່ວນນັກທ່ອງທ່ຽວ ຕ່າງປະເທດນັ້ນ ຍັງບໍ່ມີມາເທື່ອ, ດັ່ງເຈົ້າໜ້າທີ່ທ່ອງທ່ຽວ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 3 ມິຖຸນາ ນີ້ວ່າ:

“ແຫຼ່ງທ່ອງທ່ຽວເພິ່ນກະເປີດແລ້ວ ເປີດບາງແຫ່ງເນາະ ເພາະວ່າມັນກະເຣື່ອງ ການຄວບຄຸມພຍາດໂຄວິດນີ້ແຫຼະ ມີແຕ່ພາຍໃນ ກະບໍ່ຫຼາຍ ປານໃດ ຄົນຕ່າງຊາດນີ້ ບໍ່ເຂົ້າເທື່ອເດີ້ ຣັຖບານເພິ່ນບໍ່ໄດ້ອະນຸມັດ ມາຕການກະຊວງສາທາຣະນະສຸຂ ເພິ່ນມີຣະບຽບຄວບຄຸມ ກັ້ນໄລຍະ ຫ່າງນຶ່ງແມັດ ວັດອຸນຫະພູມ ອິຫຍັງຕ່າງໆ ເຈວລ້າງມື ຜ້າອັດປາກ.”

ສ່ວນແຜນການກະຕຸ້ນນັກທ່ອງທ່ຽວ ເຈົ້າໜ້າທີ່ ຍັງຢູ່ຣະຫວ່າງການປຶກສາຫາລືກັນຢູ່ ວ່າຈະມີການຫຼຸດຄ່າຕ່າງໆແນວໃດ ເພື່ອດືງດູດໃຫ້ ນັກທ່ອງທ່ຽວມາທ່ຽວຫຼາຍຂຶ້ນ:

“ພວກເຮົາ ກໍາລັງຄິດຢູ່ ກໍາລັງຈະປະຊຸມກັນ ມໍ່ໆນີ້ແຫຼະ ເຮົາກະມີແຜນໄວ້ແລ້ວ ໂດຍສະເພາະ ການກະຕຸ້ນ ການທ່ອງທ່ຽວພາຍໃນ, ການຮັກສາຄວາມສະອາດ ການຫຼຸດຣາຄາເບາະ ອິຫຍັງຕ່າງໆທີ່ວ່າເປັນ ການກະຕຸ້ນ ຫຼັງໂຄວິດຣະບາດພວກເຮົາກໍາລັງວາງແຜນກັນຢູ່ ກະຕຽມແຜນໄວ້ ຈະປຶກສາຫາລືກັນຕື່ມ.”

ຢູ່ນະຄອນຫຼວງວຽງຈັນ ພິພິດຕະພັນ ວັດສີສະເກດ ກໍໄດ້ເປີດບໍຣິການແລ້ວ ແຕ່ຍັງບໍ່ມີນັກທ່ອງທ່ຽວ ເຂົ້າມາທ່ຽວເທື່ອ, ດັ່ງເຈົ້າໜ້າທີ່ ພິພິດຕະພັນ ວັດສີສະເກດ ກ່າວວ່າ:

“ເປີດແລ້ວ ເປີດແລ້ວຫາກໍເປີດໃໝ່ນີ້ນະ ນັກທ່ອງທ່ຽວມັນບໍ່ຄ່ອຍມີເລີຍແຫຼະ ເພາະວ່າຄົນພາຍໃນເຮົາ ບໍ່ຄ່ອຍໄປຢູ່ແລ້ວຄັນບໍ່ແມ່ນ ຕ່າງປະເທດ ມັນມາບໍ່ໄດ້.”

ສໍາລັບຢູ່ແຂວງຈໍາປາສັກ ວັດພູຈໍາປາສັກ ແລະ ນໍ້າຕົກຕາດຄອນພະເພັງ ກໍເປີດໃຫ້ນັກທ່ອງທ່ຽວ ເຂົ້າທ່ອງຊົມແລ້ວ, ດັ່ງເຈົ້າໜ້າທີ່ ທ່ອງທ່ຽວແຂວງຈໍາປາສັກ ກ່າວວ່າ:

“ທ່ອງທ່ຽວເປີດແລ້ວເດ້ ວັດພູ ຄອນພະເພັງ ຄົນລາວເຮົາເຂົາກະມາທ່ຽວ ປົກກະຕິ ມັນບໍ່ຫຼາຍດອກດຽວນີ້ ຊ່ວງໂຄວິດມານີ້.”

ຢູ່ແຂວງວຽງຈັນ ສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ກໍເປີດໃຫ້ບໍຣິການແລ້ວ ເຊັ່ນກັນ ນັກທ່ອງທ່ຽວ ມາທ່ຽວ ສ່ວນຫຼາຍຈະມີແຕ່ຄົນພາຍໃນ, ດັ່ງເຈົ້າໜ້າທີ່ທ່ອງທ່ຽວ ແຂວງນີ້ກ່າວວ່າ:

“ໄລຍະນີ້ ກໍຖືວ່າເປັນໄລຍະຜ່ອນຜັນ ໃຫ້ເປີດເນາະ ບາງກິຈການ ທີ່ວ່າມັນບໍ່ເປັນການຊຸມນຸມກັນຫຼາຍ ປັດຈຸບັນກໍຖືວ່າ ມີແຂວງພາຍໃນ ມາຫຼີ້ນ ມາທ່ຽວຫຼາຍຫັ່ນແຫຼະ ໂດຍສະເພາະ ວັນສຸກ ວັນເສົາ ອາທິດ.”

ຊາວລາວຜູ່ນຶ່ງເວົ້າວ່າ ເຖິງແມ່ນວ່າ ຫຼາຍແຂວງ ຈະເປີດສະຖານທີ່ທ່ອງທ່ຽວ ແລ້ວກໍຕາມ ຕົນຍັງບໍ່ຄຶດ ບໍ່ຢາກໄປທ່ຽວໃສເທື່ອ ຍ້ອນ ຊ່ວງນີ້ ເສຖກິຈບໍ່ດີ ບໍ່ມີເງິນແດ່:

“ແມ່ນໃຜບໍ່ຢາກໄປທ່ຽວດອກ ບໍ່ ບໍ່ຢາກໄປດອກ ຊ່ວງເສຖກິນບໍ່ດີ ບໍ່ມີເງິນ ຕ່າງຄົນຕ່າງບໍ່ມີເງິນເດ້ ບາງຄົນ ຫຼາຍຄົນບໍ່ໄດ້ເຮັດວຽກ ປິດກິຈການຫຼາຍ.”

ໃນຂນະດຽວກັນ ຊາວລາວອີກຜູ່ນຶ່ງ ກໍເວົ້າຄືກັນວ່າ:

“ບໍ່ຄ່ອຍຢາກໄປທ່ຽວຫັ່ນທ່ຽວນີ້ດອກ ວຽກບ້ານຫຼາຍນີ້ນະ ໄປກະຍາກຊ່ວງນີ້ ເພາະວ່າມັນກໍສະພາບຫຍັງຫັ່ນນາ.”

ຢ່າງໃດກໍຕາມ ແຕ່ລະແຂວງກໍໄດ້ເລີ່ມວາງແຜນ ເພື່ອກະຕຸ້ນການທ່ອງທ່ຽວພາຍໃນ ເພື່ອໃຫ້ເສຖກິຈ ໃນຂແນງທ່ອງທ່ຽວດີຂຶ້ນ ແລະຖ້າ ຫາກຣັຖບານເປີດດ່ານສາກົລ ອະນຸຍາດໃຫ້ ຄົນຕ່າງປະເທດ ເຂົ້າມາ ລາວ ແບບບໍ່ມີການກັກໂຕ 14 ມື້ ກໍຄາດວ່າຈະມີນັກທ່ອງທ່ຽວ ມາທ່ຽວຫຼາຍຂຶ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org