954 ບໍຣິສັດ ໃນນະຄອນຫລວງວຽງຈັນ ຖືກສັ່ງໂຈະກິຈການ
2023.02.01
ເມື່ອວັນທີ 20 ມົກຣາ ທີ່ຜ່ານມາຫ້ອງການທະບຽນ ວິສາຫະກິຈ ກົມທະບຽນ ແລະຄຸ້ມຄອງ ວິສາຫະກິຈ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ອອກແຈ້ງການ ສະບັບເລຂທີ 40/ຈທວ ເພື່ອແຈ້ງໂຈະ ຫົວໜ່ວຽທຸຣະກິຈ ທີ່ບໍ່ມີການເຄື່ອນໄຫວ ແລະຈ່າຍພາສີ-ອາກອນ ໃຫ້ແກ່ຣັຖ ຕາມໄລຍະເວລາທີ່ກຳນົດ ເປັນຈຳນວນ 954 ບໍຣິສັດ ຢ່າງຖາວອນ. ການແຈ້ງໂຈະມີຜົນແຕ່ວັນທີ 26 ມົກກະຣາ 2023 ເປັນຕົ້ນໄປ. ດັ່ງເຈົ້າໜ້າທີ່ ທີ່ຮູ້ກ່ຽວກັບເຣື່ອງນີ້ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 01 ກຸມພາ 2023 ນີ້ວ່າ:
“ມັນກໍທຸກປະເພດຫັ້ນແຫລະ ມັນກໍຂຶ້ນນຳຜູ້ລົງທຶນຫັ້ນນ່າ ທີ່ເພິ່ນບໍ່ໃຫ້ເສັຽພາສີ-ອາກອນ ຫັ້ນສ່ວນຫລາຍກໍມີທັງເບິດທັງຈີນ ທັງແຕ່ວ່າໄທຍບໍ່ ສູ້ເຫັນລະແມ່ນຄົນຈີນສ່ວນຫລາຍ ທຸຣະກິຈບໍ່ເພິ່ນສົ່ງມາໃຫ້ພວກເຮົາໂຈະເນາະ ຄືສ່ວຍສາອາກອນເພິ່ນສົ່ງໃຫ້ພວກເຮົາ ເປັນຫົວໜ່ວຽຫັ້ນນ່າ ແຕ່ວ່າພວກເຮົາບໍ່ແນ່ໃຈວ່າ ຂະເຈົ້າເຮັດທຸຣະກິຈ ປະເພດໃດຄົນ ຈີນຫັ້ນຊິເປັນຂາຍຍົກ-ຂາຍຫຍ່ອຍ ຫັ້ນຂາຍເຄື່ອງຫຍ່ອຍ ທົ່ວໄປຫັ້ນນ່າ.”
ອີງຕາມເອກສານ ຂອງຫ້ອງການທະບຽນ ວິສາຫະກິຈ ກົມທະບຽນ ແລະຄຸ້ມຄອງ ວິສາຫະກິຈ ລະບຸວ່າໃນຈຳນວນ 95 4 ຫົວໜ່ວຽບໍຣິສັດ ທີ່ແຈ້ງໂຈະດັ່ງກ່າວໃຊ້ຊື່ ຈົດທະບຽນໂດຍນັກລົງທຶນ ຊາວລາວ ແລະຈີນ ລວມເຖິງນັກລົງທຶນສັນຊາຕຕ່າງໆ ໃນເອເຊັຽຕາເວັນອອກສຽງໃຕ້, ເອເຊັຽ, ເອເຊັຽໃຕ້, ຢູໂຣບ ແລະ ອາເມຣິກາ ຊຶ່ງແຕ່ລະຫົວໜ່ວຽ ມີທຶນຈົດທະບຽນຢ່າງໜ້ອຽ 250 ລ້ານກີບ ໂດຍບາງບໍຣິສັດກໍຈົດທະບຽນ ແລະບາງບໍຣິສັດ ກໍຈົດທະບຽນ ມາເປັນໄລຍະເວລາດົນແລ້ວ.
ສຳລັບຫົວໜ່ວຽທຸຣະກິຈ ທີ່ບໍ່ຈ່າຍພາສີ-ອາກອນ ຕາມທີ່ທາງການກຳນົດ ແລະຖືກແຈ້ງໂຈະນັ້ນ ທາງດ້ານກົມສ່ວຍສາອາກອນ ບໍ່ທັນແຍກປະເພດ ລະອຽດຈະແຈ້ງວ່າ ເປັນກິຈການປະເພດໃດ ຫລື ມີສາເຫດແນວໃດທີ່ເຮັດເຈົ້າຂອງ ກິຈການບໍ່ດຳເນີນການເສັຽພາສີ-ອາກອນ ໃຫ້ແກ່ຣັຖບານແບບຖືກຕ້ອງ ຕາມກົດໝາຽ.
ດັ່ງເຈົ້າໜ້າທີ່ ກົມສ່ວຍສາອາກອນ ກະຊວງການເງິນ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ນາງນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ທຸກປະເພດເລີຍນ່າ ມັນຈະມີການຄ້າ, ຜລິດ, ບໍຣິການ. ຫົວໜ່ວຽໃດທີ່ວ່າບໍ່ມາແຈ້ງ ບໍ່ມາເຄື່ອນໄຫວປົກກະຕິ ເພິ່ນຈະມາແຈ້ງໂຈະແຈ້ງຫຍັງໂຕນີ້ ບໍ່ຮູ້ນຳທຸຣະກິຈເນາະ ເພາະວ່າບາງທຸຣະກິຈກໍຄິດວ່າ ອອກການຄ້າແລ້ວແລ້ວກໍຖືວ່າ ໄດ້ເລີຍຊິນ່າບາງຫົວໜ່ວຽ ກໍໄປອອກອະນຸຍາດຕ່າງໆ ກ່ອນແລ້ວຈຶ່ງຄ່ອຍມາອອກອະນຸຍາດ ບໍ່ຜ່ານຈັ່ງຊິນ່າແລ້ວແຕ່ທຸຣະກິຈ ໂຮນີ້ເຮົາບໍ່ຮູ້ນຳໃດວ່າ ເປັນເພາະຫຍັງເຂົາຈຶ່ງບໍ່ມາ.”
ທີ່ຜ່ານມາທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະດຳເນີນການ ແຈ້ງໂຈະຫົວໜ່ວຽ ບໍຣິສັດໃນ 2 ກໍຣະນີ ຄືດຳເນີນກິຈການ ບໍ່ເປັນໄປຕາມສັນຍາ ທີ່ໄດ້ຂຶ້ນທະບຽນໄວ້ ແລະບໍ່ດຳເນີນການຈ່າຍພາສີ-ອາກອນ ປະຈຳເດືອນນ ແລະ ປະຈຳປີຕາມທີ່ທາງການກຳນົດ.
ດັ່ງຜູ້ທີ່ເຄີຍຊ່ອຍນັກທຸຣະກິຈ ຕ່າງປະເທດ ດຳເນີນການແລ່ນເອກະສານ ເພື່ອເປີດບໍຣິສັດພາຍໃນ ປະເທດລາວ ຍານາງນຶ່ງກ່າວວ່າ:
“ເພິ່ນຈະຖາມວ່າເຮົາຈະໃຊ້ທຶນ ໃນການຈົດທະບຽນເທົ່າໃດເນາະ ທັມມະດາຄົນຕ່າງປະເທດນີ້ ມັນຫລາຍກ່ວານັ້ນຢູ່ແລ້ວເນາະ ເພາະວ່າມັນຈຶ່ງຈະໄດ້ໂຄຕ້າ ແຮງງານເຂົ້າມາຫັ້ນນ່າ ແຕ່ວ່າເພິ່ນຈະບໍ່ໄດ້ຖາມຫາຈຳນວນ ພະນັກງານແຕ່ເພິ່ນຈະຖາມຫາສະຖານທີ່ ຢູ່ໃສເຂົ້າມາເຮັດຫຍັງ ຂຶ້ນຈົດທະບຽນເທົ່າໃດ ມີແຕ່ສໍ່ານີ້ເນາະ 250 ລ້ານ ໃນປັດຈຸບັນຖ້າວ່າທຶນ ຈົດທະບຽນໜອ້ຍ ແລ້ວມັນກໍຄວາມໜ້າເຊື່ອຖື ມັນຈະບໍ່ໄດ້ປານໃດ ຖ້າເປັນຕ່າງປະເທດ ສ່ວນຫລາຍຈະເຫັນຂະເຈົ້າ ໃສ່ລະແມ່ນ 1 ຕື້ກີບ.”
ທ່ານ ສີເຮັ່ງ ຫອມສົມບັດ ສະມາຊິກສະພາແຫ່ງຊາຕ ປະຈຳເຂດເລືອກຕັ້ງທີ 14 ແຂວງສາຣະວັນໄດ້ໃຫ້ຄວາມເຫັນ ຕໍ່ຮ່າງກົດໝາຽວ່າ ດ້ວຍວິສາຫະກິຈ ສະບັບປັບປຸງເພີ່ມຕື່ມ ໃນໄລຍະຕົ້ນເດືອນທັນວາ 2022 ທີ່ຜ່ານມານີ້ວ່າ ຢາກໃຫ້ມີການກຳນົດຢ່າງ ຈະແຈ້ງວ່າໃນການສ້າງຕັ້ງ ບໍຣິສັດຈຳກັດຜູ້ດຽວຈະຕ້ອງມີສະມາຊິກ ຢ່າງໜ້ອຍ 3 ຄົນຂຶ້ນໄປເພາະຖ້າມີແຕ່ 2 ຄົນຖືວ່າບໍ່ແມ່ນເປັນໝູ່ຄະນະ ແລະທີ່ຜ່ານມາກໍມີຫລາຍບໍຣິສັດ ທີ່ດຳເນີນການຈົດທະບຽນ ແຕ່ພຽງຢ່າງດຽວໂດຍ ບໍ່ມີການເຄື່ອນໄຫວແນວໃດ ນັບເປັນສາເຫດ ເຮັດໃຫ້ມີຣັຖວິສາຫະກິຈ ຫລາຍແຫ່ງ ແຕ່ການມອບພາສີ-ອາກອນ ພັດບໍ່ມີການມອບ.
ກ່ຽວກັບເຣື່ອງນີ້ ບໍຣິສັດຫລາຍຫົວໜ່ວຽ ທີ່ບໍ່ໄດ້ຈ່າຍພາສີ-ອາກອນ ໃຫ້ແກ່ຣັຖ ແລະ ຖືກສັ່ງໂຈະໃນໄລຍະຕົ້ນປີ 2023 ນີ້ ສ່ວນນຶ່ງເປັນຍ້ອນພວກເຂົາເຈົ້າບໍ່ສາມາດ ດຳເນີນກິຈການ ແລະຫາລາຍໄດ້ເຂົ້າບໍຣິສັດ ໃນໄລຍະການແຜ່ຣະບາດ ຂອງໂຄວິດ-19.
ດັ່ງນັກຊ່ຽວຊານ ດ້ານເສດຖະສາຕ ທ່ານນຶ່ງກ່າວວ່າ:
“ບາງຄັ້ງມັນເປັນຫົວໜ່ວຽທຸຣະກິຈ ທີ່ວ່າມັນເປັນ SME ບໍ່ຖືບັນຊີຕາມລະບຽບຫັ້ນນ່າ ໂດຍສະເພາະລະແມ່ນເປັນອາກອນ ຮັບເໝົາເພິ່ນວ່າພວກ Lump Sum Tas ຈ່າຍພາສີ ແບບງວດດຽວຈົບ ພວກນີ້ຫັ້ນນ່າຕີລາຄາວ່າ ບັນຫາໂຄວິດ-19 ເຂົາບໍ່ສາມາດດຳເນີນທຸຣະກິຈ ໄດ້ເຂົາກໍບໍ່ມີເງິນພັນທະ ຈ່າຍແລ້ວບວກກັບຕອນໂຄວິດ-19 ຣັຖບານກໍປະກາດວ່າ ຣາຍຮັບບໍ່ຮອດເທົ່ານີ້ເທົ່ານັ້ນ ກໍຈະມີການຜ່ອນຜັນ ໃຫ້ກໍສວຍໂອກາດ ໄປນຳບາງເທື່ອ.”
ວັນທີ 12 ທົນວາທີ່ຜ່ານມາ ໜ່ວຍງານສ່ວຍສາ-ອາກອນ ນະຄອນຫລວງວຽງຈັນ ກໍເຄີຍອອກແຈ້ງການສະບັບເລຂທີ 1595/ສອ.ນວ ລະບຸວ່ານັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດທີ່ຍັງບໍ່ຈ່າຍພາສີ-ອາກອນ ໃຫ້ແກ່ຣັຖບານເປັນໄລຍະເວລາ 1 ປີ ຂຶ້ນໄປຈຳນວນ 1,432 ຫົວໜ່ວຽ ແມ່ນໃຫ້ຮີບຮ້ອນເຂົ້າມາພົວພັນ ພາຍໃນໄລຍະເວລາທີ່ກຳນົດ ຂະນະທີ່ກໍມີບາງວິສາຫະກິຈ ບໍ່ມີການເຄື່ອນໄຫວ ແນວໃດ ຊຶ່ງສ່ວນຫລາຍ ແມ່ນເປັນຂອງນັກທຸຣະກິຈ ຊາວຈີນ ເຖິງວ່າຈະມີການຈົດທະບຽນ ວິສາຫະກິຈ ແລະຂຶ້ນທະບຽນເສັຽພາສີ-ອາກອນ ແລ້ວກໍຕາມ.
ສຳລັບຫົວໜ່ວຽທຸຣະກິຈ ທີ່ມາຈົດທະບຽນ ແຕ່ບໍ່ເຂົ້າມາເສັຽພາສີ-ອາກອນ ໃຫ້ແກ່ຣັຖໃນລະບົບ 1 ປີຂຶ້ນໄປ ຈະຕ້ອງດໍາເນີນການໃຫ້ສໍາເຣັດ ພາຍໃນໄລຍະເວລາ 45 ວັນ ນັບແຕ່ມື້ທີ່ອອກແຈ້ງການ ຖ້າຫາກບໍ່ປະຕິບັດຕາມ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະດຳເນີນການລຶບລ້າງ ໃບອະນຸຍາດຍ້ອນສ່ວນນຶ່ງ ແມ່ນມີລັກສະນະເຂົ້າຂ່າຍ ຂະບວນການຟອກເງິນ ອີງຕາມເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະສຽງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວັນທີ 23 ທັນວາ 2022.